ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ອອກຄຳເຫັນເປັນກາບກອນທັງນັ້ນ!

ໜ້າທີ່ 9 ຈາກທັງໝົດ 15 ໜ້າ <<<12345 ... 789101112131415>>>

໒ ກະທູ້
໒໒໑ ໂພສ
ນັກການກະທູ້
ບໍ່ແມ່ນຂ້ອຍຊ່າງຍ້ອງ.........................................ເຈົ້ານັ້ນຄ່ອງງາມຈິງ
ເປັນຜູ້ຍີ່ງທີ່ແສນດີ................................................ມາກມີຄວາມຮູ້
ຖ້າແມ່ນເຫັນໃບໜ້າ..............................................ຄົງສວຍງາມຍອດສະຫງ່າ
ມີເວລາຊິແຕ່ງກອນກາບກ້ອມ...................................ມາຫຼີ້ນເພື່ອຊ່ວງເຫງົາ ດອກນາ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ວັນນີ້ເດິກດື່ນແລ້ວ.....................ວອນແວ່ວສຽງລາ
ມາກອນລາເຂົ້າບ່ອນ..................ພັກຜ່ອນຍາມລາຕີ
ຈົ່ງສຸກຂີຫລັບຝັນ......................ຍາມສາຍັນໃຫ້ມ່ວນ
ແນວບໍ່ດີຢ່າຫວນພໍ້....................ຂໍລາແລ້ວຫລັບຝັນດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vixayalath ຂຽນວ່າ...

ໂອ ຂອບໃຈເດີເຈົ້າ----------------------ມາຊ່າງເວົ້າຫວານຈາ
ຖ້າຫາກມີເວລາ--------------------------ກໍ່ມາແຕ່ງກອນຫຼິ້ນ
ຂອບໃຈເດີຍົກຍ້ອງ----------------------ວ່າເຮົາງາມສະຫງ່າ
ແຕ່ຄວາມຈິງບໍງາມດອກເຈົ້າ-----------ກໍ່ຈັ່ງຊີ້ທຳມະດານີ້ແລ້ວ ແຮໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ວັນນີ້ເດິກດື່ນແລ້ວ.....................ວອນແວ່ວສຽງລາ
ມາກອນລາເຂົ້າບ່ອນ..................ພັກຜ່ອນຍາມລາຕີ
ຈົ່ງສຸກຂີຫລັບຝັນ......................ຍາມສາຍັນໃຫ້ມ່ວນ
ແນວບໍ່ດີຢ່າຫວນພໍ້....................ຂໍລາແລ້ວຫລັບຝັນດີ

ສະບາຍດີຕອນເຊົ້າ------------------ວ່າຈັ່ງໃດນອນຫຼັບຝັນ
ຝັນເລື່ອງດີແນວໃດ------------------ກໍ່ມາເລົ່າສູ່ຟັງພ້ອມ
ຫຼືຝັນໄດ້ກ້ຽວອ້ອມ--------------------ຜູ້ສາວທາງໃດບໍ່
ແລ້ວມາຫຼິ້ນແນ່ເດີເຈົ້າ---------------ກິນເຂົ້າແລ້ວຢ່າລືມມາແວ່ເດີ ແຮໆ

໖ ກະທູ້
໙໗ ໂພສ
ນັກການກະທູ້
ມື້ນີ້ຂ້ອຍຢາກຂຽນຂີດແຕ້ມ................................ບອກຂ່າວກອງປະຊຸມ
ອາເຊັມທີ່ວຽງຈັນ..............................................ພາກປະຊາຊົນຄັ້ງທີ່ເກົ້າ
ເຂົາເຊີນຫລາຍປະເທດພ້ອມ..............................ມາຮ່ວມກັນແລກປ່ຽນ
ຫລາຍປະເດັນເຮັ່ງຮ້ອນ.....................................ກໍ່ມີຂື້ນກ່າວຈາ
-ມີທັງເລື່ອງສິນຄ້າ............................................ອາຫານທັງອາກາດ
ທັງແຮ່ທາດແລະທີ່ດິນ........................................ສິດທິຊົນກໍ່ມີພ້ອມ
ຕ່າງກໍ່ສົນທະນາເວົ້າ...........................................ໂຕ້ວ່າທີຂານກ່າວ
ມັນເປັນໄປຕາມກ້າວໆ.........................................ຕາມແຜນນັ້ນຊູ້ອັນ
- ວັນທີ່ສິບແປດຕຸລານັ້ນ........................................ແມ່ນສືບຕໍ່ມື້ທີ່ສອງ
ເຂົາພາກັນກ່າວເຖີງ..............................................ນະໂຍບາຍເມືອງບ້ານ
ແຜນພັດທະນາກໍ່ມີເວົ້າ..........................................ຫລາຍປະການແຕກຕ່າງ
ທັງສວນຢາງທັງໄຟຟ້າ..........................................ທັງບໍ່ຄຳທອງແດງພ້ອມ ກໍ່ມີແທ້ຊູ້ອັນ
- ນະໂຍບາຍທີ່ວ່ານັ້ນ............................................ຫລາຍຄົນກ່າວກໍ່ວ່າດີ
ໃຫ້ປະຊາມີສຸກ....................................................ສະບາຍໃຈຫາຍຮ້ອນ
ລັດທົດແທນຄືນຄົບຖ້ວນ.........................................ທຸກໂຄງການບໍ່ຂາດປ່ອງ
ເຮັດໃຫ້ລາວພີ່ນ້ອງ................................................ເຫນືອໄຕ້ອີ່ມສຳລານ
-ແຕ່ພິເສດໃນຢູ່ໃນນັ້ນ...............................................ມີຍິງກ່າວວາຈາໄຂ
ເຖີງເລື່ອງບັນຫາດິນ............................................ປະສົບການເກີດໃນບ້ານ
ກ່ຽວເລື່ອງສຳປະທານໄມ້.......................................ແລະທີ່ດິນເປັນຜືນໃຫຍ່
ແຕະຕ້ອງເຖີງສິດໃຊ້............................................ຄ່າຊົດເຊີຍບໍ່ຊ້ຳ ຍິງຜູ້ນັ້ນກໍ່ກ່າວມາ
- ຜົນຂອງການກ່າວກ້າ..........................................ພາໃຫ້ກໍ່ບາງເຫດການ
ມີລາງຄົນບໍ່ພໍໃຈ..................................................ເລີຍກ່າວຈາຕຳນິພ້ອມ
ເປັນຫຍັງມາກ່າວເວົ້າ..............................................ບໍ່ເຂົ້າໃຈທິດທາງໃຫມ່
ສັງມາໄຂປາກເວົ້າ..................................................ມູນແທ້ເລື່ອງຈິງນັ້ນມີບໍ
-ນອກນັ້ນຍັງມາພໍ້...................................................ການຂຽນຂ່າວປີ້ນຄວາມຈິງ
ຂຽນວ່າຍິງນັ້ນເຫັນດີ....................................................ທຸກປະການນະໂຍບາຍນັ້ນ
ຍອມວ່າທຸກໂຄງການລ້ວນ............................................ຕອບສະຫນອງຫມົດທຸກຢ່າງ
ປ່ຽນທຸກຄຳກ່າວອ້າງ....................................................ຄຳເດີມເຄົ້າກ່າວບໍ່ມີຊັງເດ
-ຂຽນຂ່າວກ່າວປະດັບເອ້................................................ປົກປິດໄວ້ເຊີ່ງຄວາມຈິງ
ຄຳທີ່ຍິງນັ້ນໄຂ.............................................................ບໍ່ຖຶກພີມລົງໃນເຈ້ຍ
ເວລາໄປຖາມທ້ວງ........................................................ກໍ່ຕອບມາວ່າຊິປ່ຽນ
ແຕ່ສີ່ວັນກາຍຜ່ານພົ້ນ.....................................................ບໍ່ມີແກ້ປ່ຽນຄຳ
-ທ່ານທັງຫລາຍຈົ່ງຊ່ວຍຢ້ຳ..............................................ຕໍ່ການກ່າວອອກຄຳເຫັນ
ການທີ່ຍິງນັ້ນຂານ..........................................................ຜິດປະການໄດແທ້
ຍິງກຳລັງທຸກຮ້ອນ...........................................................ຍ້ອນຄວາມຈິງທີ່ຍິງກ່າວ
ຊ່ວຍແບ່ງເບົາທຸກຮ້ອນ.......................................................ສົ່ງແຮງໃຈໃຫ້ຍິງນັ້ນ ມີແຮງກ້າວຕໍ່ໄປ

ໃຜສໍ້ລາດບັງຫລວງຂໍໃຫ້ມັນຈົ່ງຢ່າໄດ້ພົບກັບຄວາມສຸກກິນບໍ່ໄດ້ຢູ່ບໍ່ເປັນໃຫ້ມັນຮ້ອນມັນຮົນໃນອົກຄືກັບຖຶກໄຟລົນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lanxang ຂຽນວ່າ...

ໂອ ທ່ານຜູ້ມີຄວາມຮູ້ສູງສົ່ງກ້າ---------------------ມາກ່າວຈາເລົ່າເລື່ອງການເມືອງ
ເວົ້າການປະຊຸມເອເຊັມ------------------------------ວ່າມີຫຍັງເກີດຂຶ້ນທີ່ນັ້ນ
ອັນນີ້ບໍ່ຄ່ອຍຮູ້-----------------------------------------ເລື່ອງການເມືອງໃຫຍ່
ອັນຜູ້ຍິງທີ່ທ່ານກ່າວນັ້ນ-----------------------------ກໍ່ບໍ່ຮູ້ວ່າແມ່ນໃຜແທ້ເດີ ອິອິ

໖ ກະທູ້
໙໗ ໂພສ
ນັກການກະທູ້
ການທີ່ບໍ່ກ່າວຕ້ານ............................ຂານບອກຊື່ຂອງຍິງ
ຍ້ອນວ່າມີເຫດຜົນ.............................ບາງປະການຄາໄວ້
ແຕ່ຖ້າໃຈໄຄ່ຮູ້.................................ກໍມີແນວຊິຂານບອກ
ທ່ານສາມາດຊອກຄົ້ນ.........................ຫາໄດ້ງ່າຍດາຍ ແທ້ເດີ
-ແຫລ່ງທີ່ມາຂອງຍິງນັ້ນ........................ຂຽນບອກໃນຫນັງສືພີມ
ສະບັບເດືອນຕຸລາ................................ວັນສຸກທີ່ສິບເກົ້າ
ວຽງຈັນທາມຂຽນໄວ້..............................ໃນຫນ້າສາມລະອຽດຢູ່
ຖ້າຫາກທ່ານຢາກຮູ້.................................ເຊີນໄດ້ຢ່າລະເລີຍ

ໃຜສໍ້ລາດບັງຫລວງຂໍໃຫ້ມັນຈົ່ງຢ່າໄດ້ພົບກັບຄວາມສຸກກິນບໍ່ໄດ້ຢູ່ບໍ່ເປັນໃຫ້ມັນຮ້ອນມັນຮົນໃນອົກຄືກັບຖຶກໄຟລົນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lanxang ຂຽນວ່າ...
ການທີ່ບໍ່ກ່າວຕ້ານ............................ຂານບອກຊື່ຂອງຍິງ
ຍ້ອນວ່າມີເຫດຜົນ.............................ບາງປະການຄາໄວ້
ແຕ່ຖ້າໃຈໄຄ່ຮູ້.................................ກໍມີແນວຊິຂານບອກ
ທ່ານສາມາດຊອກຄົ້ນ.........................ຫາໄດ້ງ່າຍດາຍ ແທ້ເດີ
-ແຫລ່ງທີ່ມາຂອງຍິງນັ້ນ........................ຂຽນບອກໃນຫນັງສືພີມ
ສະບັບເດືອນຕຸລາ................................ວັນສຸກທີ່ສິບເກົ້າ
ວຽງຈັນທາມຂຽນໄວ້..............................ໃນຫນ້າສາມລະອຽດຢູ່
ຖ້າຫາກທ່ານຢາກຮູ້.................................ເຊີນໄດ້ຢ່າລະເລີຍ

ໂອ ຂອບໃຈທ່ານເຈົ້າ----------------------------ທີ່ຊີ້ໃຫ້ຮູ້ນຳ
ຖ້າຫາກມີເວລາ--------------------------------ຈິ່ງຈະໄດ້ອ່ານນັ້ນ
ອັນນີ້ບໍ່ຄ່ອຍຮູ້-----------------------------------ເລື່ອງການເມືອງໃຫຍ່
ຖ້າທ່ານມີເວລາແລ້ວ--------------------------ເຊີນແວ່ມາເລົ່າຂານ ແນ່ເດີ :)

ທ່ານແຕ່ງກອນມ່ວນລ້ຳ--------------------------ເປັນກະວີທີ່ມ່ວນຫຼາຍ
ຖືກຫຼັກການສຳພາຍໃນ--------------------------ນອກກໍ່ສຳພັດລ້ວນ
ຖືກຫຼັກການເອກໂທພ້ອມ-------------------------ແຖມມີເນື້ອໃນອີກ
ອ່ານແລ້ວຮູ້ສຶກມ່ວນລົ້ນ--------------------------ຂອບໃຈທ່ານເຈົ້າເຂົ້າມາຮ່ວມກ່າວຈາ :)

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lanxang ຂຽນວ່າ...
ມື້ນີ້ຂ້ອຍຢາກຂຽນຂີດແຕ້ມ................................ບອກຂ່າວກອງປະຊຸມ
ອາເຊັມທີ່ວຽງຈັນ..............................................ພາກປະຊາຊົນຄັ້ງທີ່ເກົ້າ
ເຂົາເຊີນຫລາຍປະເທດພ້ອມ..............................ມາຮ່ວມກັນແລກປ່ຽນ
ຫລາຍປະເດັນເຮັ່ງຮ້ອນ.....................................ກໍ່ມີຂື້ນກ່າວຈາ
-ມີທັງເລື່ອງສິນຄ້າ............................................ອາຫານທັງອາກາດ
ທັງແຮ່ທາດແລະທີ່ດິນ........................................ສິດທິຊົນກໍ່ມີພ້ອມ
ຕ່າງກໍ່ສົນທະນາເວົ້າ...........................................ໂຕ້ວ່າທີຂານກ່າວ
ມັນເປັນໄປຕາມກ້າວໆ.........................................ຕາມແຜນນັ້ນຊູ້ອັນ
- ວັນທີ່ສິບແປດຕຸລານັ້ນ........................................ແມ່ນສືບຕໍ່ມື້ທີ່ສອງ
ເຂົາພາກັນກ່າວເຖີງ..............................................ນະໂຍບາຍເມືອງບ້ານ
ແຜນພັດທະນາກໍ່ມີເວົ້າ..........................................ຫລາຍປະການແຕກຕ່າງ
ທັງສວນຢາງທັງໄຟຟ້າ..........................................ທັງບໍ່ຄຳທອງແດງພ້ອມ ກໍ່ມີແທ້ຊູ້ອັນ
- ນະໂຍບາຍທີ່ວ່ານັ້ນ............................................ຫລາຍຄົນກ່າວກໍ່ວ່າດີ
ໃຫ້ປະຊາມີສຸກ....................................................ສະບາຍໃຈຫາຍຮ້ອນ
ລັດທົດແທນຄືນຄົບຖ້ວນ.........................................ທຸກໂຄງການບໍ່ຂາດປ່ອງ
ເຮັດໃຫ້ລາວພີ່ນ້ອງ................................................ເຫນືອໄຕ້ອີ່ມສຳລານ
-ແຕ່ພິເສດໃນຢູ່ໃນນັ້ນ...............................................ມີຍິງກ່າວວາຈາໄຂ
ເຖີງເລື່ອງບັນຫາດິນ............................................ປະສົບການເກີດໃນບ້ານ
ກ່ຽວເລື່ອງສຳປະທານໄມ້.......................................ແລະທີ່ດິນເປັນຜືນໃຫຍ່
ແຕະຕ້ອງເຖີງສິດໃຊ້............................................ຄ່າຊົດເຊີຍບໍ່ຊ້ຳ ຍິງຜູ້ນັ້ນກໍ່ກ່າວມາ
- ຜົນຂອງການກ່າວກ້າ..........................................ພາໃຫ້ກໍ່ບາງເຫດການ
ມີລາງຄົນບໍ່ພໍໃຈ..................................................ເລີຍກ່າວຈາຕຳນິພ້ອມ
ເປັນຫຍັງມາກ່າວເວົ້າ..............................................ບໍ່ເຂົ້າໃຈທິດທາງໃຫມ່
ສັງມາໄຂປາກເວົ້າ..................................................ມູນແທ້ເລື່ອງຈິງນັ້ນມີບໍ
-ນອກນັ້ນຍັງມາພໍ້...................................................ການຂຽນຂ່າວປີ້ນຄວາມຈິງ
ຂຽນວ່າຍິງນັ້ນເຫັນດີ....................................................ທຸກປະການນະໂຍບາຍນັ້ນ
ຍອມວ່າທຸກໂຄງການລ້ວນ............................................ຕອບສະຫນອງຫມົດທຸກຢ່າງ
ປ່ຽນທຸກຄຳກ່າວອ້າງ....................................................ຄຳເດີມເຄົ້າກ່າວບໍ່ມີຊັງເດ
-ຂຽນຂ່າວກ່າວປະດັບເອ້................................................ປົກປິດໄວ້ເຊີ່ງຄວາມຈິງ
ຄຳທີ່ຍິງນັ້ນໄຂ.............................................................ບໍ່ຖຶກພີມລົງໃນເຈ້ຍ
ເວລາໄປຖາມທ້ວງ........................................................ກໍ່ຕອບມາວ່າຊິປ່ຽນ
ແຕ່ສີ່ວັນກາຍຜ່ານພົ້ນ.....................................................ບໍ່ມີແກ້ປ່ຽນຄຳ
-ທ່ານທັງຫລາຍຈົ່ງຊ່ວຍຢ້ຳ..............................................ຕໍ່ການກ່າວອອກຄຳເຫັນ
ການທີ່ຍິງນັ້ນຂານ..........................................................ຜິດປະການໄດແທ້
ຍິງກຳລັງທຸກຮ້ອນ...........................................................ຍ້ອນຄວາມຈິງທີ່ຍິງກ່າວ
ຊ່ວຍແບ່ງເບົາທຸກຮ້ອນ.......................................................ສົ່ງແຮງໃຈໃຫ້ຍິງນັ້ນ ມີແຮງກ້າວຕໍ່ໄປ

+ຂໍຊົມເຊີຍໃດເຈົ້າ.....................................ຜູ້ຊ່າງເວົ້າມາກປັນຍາ
ແຖມຜະຫຍາສຸດແສນດີ...............................ທັງມາກມີຄວາມຮູ້
ເຊີດຊູຄວາມກ້າວຫນ້າ.................................ປັນຍາດີຄວາມຄິດໃຫ່ມ
ເດີນຕໍ່ໄປແລະກ້າວຂື້ນ................................ຕາມຄື້ນໂລກຈະເລີນ.ຊອບແລ້ວ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ໂອ ມາແຕ່ງກອນມ່ວນແທ້-------------------------ໄປເລາະໃສມາ
ຍິນວ່າໄປເລາະຫາ---------------------------------ຄຳສັບມາແຕ່ງກອນແມ່ນບໍຫັ້ນ
ໂອດີແລ້ວເດນັ້ນ------------------------------------ຈັ່ງໃດເຈົ້າກໍ່ແຕ່ງກອນມ່ວນຢູ່
ແລະ ບໍ່ແມ່ນຄົນປູ້------------------------------------ຜະຫຍາແທ້ຊ່າງຫຼາກຫຼາຍເດນໍ

໒ ກະທູ້
໒໒໑ ໂພສ
ນັກການກະທູ້
ຄືນນີ້ເດິກດື່ນຂ້ອຍ........................ຂ້ອຍນອນຢູ່ບໍ່ທັນຫຼັບ
ຈີ່ງລຸກມາຂຽນກອນ.........................ເພື່ອຜ່ອນຄາຍອາລົມຮ້ອນ
ຍ້ອນວ່າຫວັງສຸກລົ້ນ.........................ບຸນເຂົາຊິມາເລື່ອມ
ແຕ່ກໍ່ສຸກເພີ່ນພຸ້ນ............................ບໍ່ມາກຸ້ມຮອດເຮົາ ເພື່ອນເອີຍ............

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vixayalath ຂຽນວ່າ...
ຄືນນີ້ເດິກດື່ນຂ້ອຍ........................ຂ້ອຍນອນຢູ່ບໍ່ທັນຫຼັບ
ຈີ່ງລຸກມາຂຽນກອນ.........................ເພື່ອຜ່ອນຄາຍອາລົມຮ້ອນ
ຍ້ອນວ່າຫວັງສຸກລົ້ນ.........................ບຸນເຂົາຊິມາເລື່ອມ
ແຕ່ກໍ່ສຸກເພີ່ນພຸ້ນ............................ບໍ່ມາກຸ້ມຮອດເຮົາ ເພື່ອນເອີຍ............

ສຸກທຸກອັນໃດເຈົ້າ----------------------ຮອດຍາມມັນກໍ່ເດີນມາ
ເປັນຊ່ວງເວລາຊີວິດ-------------------ຢ່າຄິດຫຼາຍໃຫ້ເສົ້າ
ຈະເຮັດໃຫ້ເຫງົາຊ້ຳ-------------------ຫາແນວຄິດເລື່ອງອື່ນ
ຄິດແນວໃຫ້ຊີວິດສົດຊື່ນພ້ອມ---------ບໍ່ຕ້ອງຄິດຫຍັງຫຼາຍເຈົ້າເອີຍ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ໂອ ມາແຕ່ງກອນມ່ວນແທ້-------------------------ໄປເລາະໃສມາ
ຍິນວ່າໄປເລາະຫາ---------------------------------ຄຳສັບມາແຕ່ງກອນແມ່ນບໍຫັ້ນ
ໂອດີແລ້ວເດນັ້ນ------------------------------------ຈັ່ງໃດເຈົ້າກໍ່ແຕ່ງກອນມ່ວນຢູ່
ແລະ ບໍ່ແມ່ນຄົນປູ້------------------------------------ຜະຫຍາແທ້ຊ່າງຫຼາກຫຼາຍເດນໍ

ໂອຍ!ບໍ່ແມ່ນເພີ່ນທໍາທ່າຍ້ອງ.........................ມາລອງໃຈເຮົາໃຫ້ຫລົງຊື່ນ
ຂ້ອຍລະຜະຫຍາຕື້ນ..................................ຢືນໄດ້ຢັ່ງບໍ່ເຖີງ
ບໍ່ໄດ້ໄປເຫີງພຽງແຕ່ເວລາຫນ້ອຍ..................ຄ່ອຍຈອບດອຍເຂົ້າມາອ່ານ
ສອງສາມຄຳມາຈາຕ້ານ.............................ຂານເວົ້ານຳເຈົ້າກໍ່ເຫລົ່າດີໃຈ.ແລ້ວເດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ໂອຍ!ບໍ່ແມ່ນເພີ່ນທໍາທ່າຍ້ອງ.........................ມາລອງໃຈເຮົາໃຫ້ຫລົງຊື່ນ
ຂ້ອຍລະຜະຫຍາຕື້ນ..................................ຢືນໄດ້ຢັ່ງບໍ່ເຖີງ
ບໍ່ໄດ້ໄປເຫີງພຽງແຕ່ເວລາຫນ້ອຍ..................ຄ່ອຍຈອບດອຍເຂົ້າມາອ່ານ
ສອງສາມຄຳມາຈາຕ້ານ.............................ຂານເວົ້ານຳເຈົ້າກໍ່ເຫລົ່າດີໃຈ.ແລ້ວເດ

ລອງແບບນີ້-----------------------ໃຈໃສ່ເອກໂທ
ກິນແຕງໂມ------------------------ແຊບຫຼາຍເດີເຈົ້າ
ແຕ່ເພິ່ນເວົ້າ-----------------------ສານເຄມີຫຼາກ
ກິນກໍ່ໄດ້----------------------------ແຕ່ຮູ້ໄວ້ເຄມີຫຼາຍເດີ

ມາຮອດບ້ານ---------------------ກຽມອາບໄປຮຽນ
ຢາກພາກພຽນ-------------------ແຕ່ຢາກນອນຂຶ້ນ
ເພາະຕື່ນເຊົ້າ--------------------ຟ້າວໄປວຽກແດ່
ຢູ່ເດິກພ້ອມ-----------------------ເພາະວ່າຫຼິ້ນເນັດນີ້ເດ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ລອງແບບນີ້-----------------------ໃຈໃສ່ເອກໂທ
ກິນແຕງໂມ------------------------ແຊບຫຼາຍເດີເຈົ້າ
ແຕ່ເພິ່ນເວົ້າ-----------------------ສານເຄມີຫຼາກ
ກິນກໍ່ໄດ້----------------------------ແຕ່ຮູ້ໄວ້ເຄມີຫຼາຍເດີ

ມາຮອດບ້ານ---------------------ກຽມອາບໄປຮຽນ
ຢາກພາກພຽນ-------------------ແຕ່ຢາກນອນຂຶ້ນ
ເພາະຕື່ນເຊົ້າ--------------------ຟ້າວໄປວຽກແດ່
ຢູ່ເດິກພ້ອມ-----------------------ເພາະວ່າຫຼິ້ນເນັດນີ້ເດ

+ ມັນແມ່ນແລ້ວ.........................ຕາມສ່ຽວວ່າມາ
ມີເວລາ...................................ຮໍ່າຫາຮຽນຮູ້
ອົດທົນສູ້.................................ເຫງົານອນຕາມຢ່າ
ຟັນຝ່າສູ້.................................ເມືອຫນ້າຈະເລີນ.ແທ້ໃດ
+ ດຸຫນັ່ນແທ້............................ຕື່ນແຕ່ຕອນເດີກ
ເຮັດຫລາຍອັນ..........................ຮໍ່າຮຽນໄປພ້ອມ
ຄົນງາມພ້ອມ............................ປັນຍາທັງເກັ່ງ
ເພງເລັ່ງຂື້ນ.............................ຈັນແຈ້ງປອດຂາວ.ບໍ່ປານແລ້ວ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ ມັນແມ່ນແລ້ວ.........................ຕາມສ່ຽວວ່າມາ
ມີເວລາ...................................ຮໍ່າຫາຮຽນຮູ້
ອົດທົນສູ້.................................ເຫງົານອນຕາມຢ່າ
ຟັນຝ່າສູ້.................................ເມືອຫນ້າຈະເລີນ.ແທ້ໃດ
+ ດຸຫນັ່ນແທ້............................ຕື່ນແຕ່ຕອນເດີກ
ເຮັດຫລາຍອັນ..........................ຮໍ່າຮຽນໄປພ້ອມ
ຄົນງາມພ້ອມ............................ປັນຍາທັງເກັ່ງ
ເພງເລັ່ງຂື້ນ.............................ຈັນແຈ້ງປອດຂາວ.ບໍ່ປານແລ້ວ

ມາຊ່າງຍ້ອງ-------------------ເວົ້າກວ່າຄວາມຈິງ
ເຮົາບໍ່ງາມ---------------------ບໍ່ເກັ່ງດັ່ງເວົ້າ
ບາດຍາມເສົ້າ-----------------ກໍ່ເສົ້າຢູ່ດອກ
ຍາມໄດ້ຍິ້ມ--------------------ພໍດ້າມດັ່ງຫວັງ ໜ້ອຍດຽວ ແຮໆ

ສູ້ໄປຊັ້ນ-----------------------ເຕີມຕໍ່ຄວາມຫວັງ
ມີກຳລັງ------------------------ຢ່າເອົາຖິ້ມລ້າ
ເດີນໄປໜ້າ-------------------ອອກແຮງຕັ້ງຕໍ່
ຢ່າທໍ້ແທ້-----------------------ພຽງຍ້ອນຈົ່ມເຂົາ ແທ້ເດ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ມາຫັດແຕ່ງແຕ້ມ......................ຖະແຫລງຕໍ່ເຕີມກອນ
ນຶກອອນຊອນ..........................ໃນມະໂນມ່ວນແມ້ງ
ຈຶ່ງຫັດຂຽນພຽນແຕ້ມ.................ຖືກຜິດແດ່ກໍ່ຢ່າມັນ
ບາກບັ່ນໝັ່ນຝຶກເອົາ..................ອາໄສມົ້ວໃຫ້ເພິ່ນຕອບກັບ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ມາຫັດແຕ່ງແຕ້ມ......................ຖະແຫລງຕໍ່ເຕີມກອນ
ນຶກອອນຊອນ..........................ໃນມະໂນມ່ວນແມ້ງ
ຈຶ່ງຫັດຂຽນພຽນແຕ້ມ.................ຖືກຜິດແດ່ກໍ່ຢ່າມັນ
ບາກບັ່ນໝັ່ນຝຶກເອົາ..................ອາໄສມົ້ວໃຫ້ເພິ່ນຕອບກັບ

ດີທ່ານເຈົ້າ--------------------ມາເຝິກແຕ່ງກອນ
ມ່ວນອອນຊອນ---------------ຢູ່ແລ້ວທ່ານເຈົ້າ
ເວົ້າມາໂລດ------------------ລຽງເປັນກອນກາບ
ມ່ວນຊາບຊຶ້ື້ງ------------------ກອນທ່ານແຕ່ງມາ ຫັ້ນແລ້ວ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງາມຍາດຍ້ອຍ---------------------ສາວເພິ່ນງາມຫຼາຍ
ແນມທາງໃດ-----------------------ຈັ່ງແມ່ນຄ່ອງແຄ້ວ
ແວວບໍ່ເສົ້າ-------------------------ເບີກບານໃສ່ສ່ອງ
ໄໝສ່ອງເຫຼື້ອມ---------------------ລາຍຜ້າຊ່າງງາມ ເດນໍ :)

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ງາມຍາດຍ້ອຍ---------------------ສາວເພິ່ນງາມຫຼາຍ
ແນມທາງໃດ-----------------------ຈັ່ງແມ່ນຄ່ອງແຄ້ວ
ແວວບໍ່ເສົ້າ-------------------------ເບີກບານໃສ່ສ່ອງ
ໄໝສ່ອງເຫຼື້ອມ---------------------ລາຍຜ້າຊ່າງງາມ ເດນໍ :)

ງາມເດງາມໃບຫນ້າ-----------------------ແວວຕາວາດຄ່ອງ
ງາມເດງາມຮູບນ້ອງ-----------------------ມອງແລ້ວຊື່ນກະໃຈ
ງາມໄປພ້ອມຄຽງຄູ່ຄອງລາວ-------------ແສງແວວວາວຮຸ່ງໃສສ່ອງແຈ້ງ
ແຍງລໍ່າແລ້ວ..............................ເຫືມອນແກ້ວຄ່າຄຸນ.ນັ້ນແລ້ວ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ງາມເດງາມໃບຫນ້າ-----------------------ແວວຕາວາດຄ່ອງ
ງາມເດງາມຮູບນ້ອງ-----------------------ມອງແລ້ວຊື່ນກະໃຈ
ງາມໄປພ້ອມຄຽງຄູ່ຄອງລາວ-------------ແສງແວວວາວຮຸ່ງໃສສ່ອງແຈ້ງ
ແຍງລໍ່າແລ້ວ..............................ເຫືມອນແກ້ວຄ່າຄຸນ.ນັ້ນແລ້ວ

ເຈົ້າເອີ້ນສາວວ່ານ້ອງ--------------------ເຈົ້າຕ້ອງແມ່ນອ້າຍເອື້ອຍນ໋າ
ສົ່ງວາຈາ-----------------------------------ດັ່ງຊາຍຂຽນກອນແກ້ວ
ເວົ້າມາແລ້ວ--------------------------------ຄືຜູ້ຊາຍແຕ່ງ
ແຕ່ຮູບເຈົ້າ----------------------------------ເບິ່ງແລ້ວແມ່ນຍິງ ແທ້ເດ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
[quote=PHAS0UK

ອອຍເອົາອີກແລ້ວ............................ຢ່າຖືແນວກາບກອນກ່າວ
ວ່າເປັນສາວຫລືເປັນບ່າວ...................ມັນບໍ່ຄ່ອຍສຳຄັນ
ສືບສ້າງສາຍສຳພັນ..........................ຜ່ານວັນນະກຳລາວນີ້
ໃຫ້ມັນດີເດີນດຸ່ງໄດ້...........................ໄປຫນ້າຮ່ວມລາວໆ.ເຮົາທ້ອນ
ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ອອຍເອົາອີກແລ້ວ............................ຢ່າຖືແນວກາບກອນກ່າວ
ວ່າເປັນສາວຫລືເປັນບ່າວ...................ມັນບໍ່ຄ່ອຍສຳຄັນ
ສືບສ້າງສາຍສຳພັນ..........................ຜ່ານວັນນະກຳລາວນີ້
ໃຫ້ມັນດີເດີນດຸ່ງໄດ້...........................ໄປຫນ້າຮ່ວມລາວໆ.ເຮົາທ້ອນ

ຕາມສັງເກດເບິ່ງກອນເຈົ້າ--------------------ເບິ່ງຫຼັກການເອກໂທ
ບ່ອນອື່ນກໍ່ດີໝົດ-------------------------------ແຕ່ຄາໃຈບ່ອນຂ້ອຍໃສ່ສີແດງນັ້ນ
ທຳມະດາຫຼັກການກ້ຳ-------------------------ເພິ່ນໃຫ້ໃສ່ໝາຍເອກ
ຫຼືຄຳຕາຍກໍ່ໄດ້ -------------------------------ສະຫຼະລົງທ້າຍ ກ, ດ, ບ ນັ້ນ ທ່ານວ່າແນວໃດເດນໍ ອິອິ

ບັດນີ້ຊິຕຳໜິກໍ່ສ້າງ-------------------------ເລື່ອງການຂຽນກອນ
ຖ້າເຈົ້າຂຽນມາຕອນໃດ---------------------ຊິລອງໝາຍສີແດງແປງພ້ອມ
ເຈົ້າວ່າຈັ່ງໃດນັ້ນ----------------------------ໃຫ້ມາອອກຄຳເຫັນຕໍ່
ເບິ່ງນຳກັນວ່າແນວໃດຈັ່ງມ່ວນແມ້ງ-------ເປັນກອນແທ້ມາຕິນຳກັນແນ່ເດີ ອິອິ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ການຂຽນກອນກາບແກ້ວ.....................ຕາມແນວທາງເພິ່ນບອກກ່າວ
ບົດກອນລາວມີຫລາຍແບບ..................ມີກອນ 7,8,9,.,13ເປັນເຄົ້າ
ຫລັກເນືອງສຽງທີ່ເຈົ້າເວົ້າ....................ເອົາມາກ່າວຕິຊົມກັນວ່ານັ້ນ
ກໍ່ຫາກດີຈິງແທ້.................................ພາໃຫ້ແຂກອນມ່ວນ ເມື່ອຍາມອ່ານ

ແຕ່ຖ້າຈະຈຳກັດຕາມນັ້ນ.....................ມັນຈະບໍ່ໝົດຄຳທີ່ຢາກຈະເວົ້າ
ເມື່ອເຮົາອ່ານຈະເປັນຂາດໆ.................ວາດໃດວາດໜຶ່ງ
ເພິ່ນຈິ່ງເຕີມຕໍ່ຂໍ້................................ເສີມຄຳບຸບພະບົດແລະຄຳສ້ອຍໃສ່
ພາໃຫ້ກອນເຕັມຄຳເຂົ້າ.......................ກາຍເປັນກອນແປດເກົ້າວ່າກັນໄປ

ແຕ່ງໂລດແລ້ວ-------------------ບໍ່ຄິດຫຍັງຫຼາຍ
ແຕ່ງໄປໄກ------------------------ປະສົບການກ້າວ
ມັກຫັນຫ້າວ-----------------------ແວ່ມາເຕີມແຕ່ງ
ດີເລີດແລ້ວ-----------------------ແວວດ້າມດັ່ງຫວັງ ແຮໆ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ອອຍເອົາອີກແລ້ວ............................ຢ່າຖືແນວກາບກອນກ່າວ
ວ່າເປັນສາວຫລືເປັນບ່າວ...................ມັນບໍ່ຄ່ອຍສຳຄັນ
ສືບສ້າງສາຍສຳພັນ..........................ຜ່ານວັນນະກຳລາວນີ້
ໃຫ້ມັນດີເດີນດຸ່ງໄດ້...........................ໄປຫນ້າຮ່ວມລາວໆ.ເຮົາທ້ອນ

ຕາມສັງເກດເບິ່ງກອນເຈົ້າ--------------------ເບິ່ງຫຼັກການເອກໂທ
ບ່ອນອື່ນກໍ່ດີໝົດ-------------------------------ແຕ່ຄາໃຈບ່ອນຂ້ອຍໃສ່ສີແດງນັ້ນ
ທຳມະດາຫຼັກການກ້ຳ-------------------------ເພິ່ນໃຫ້ໃສ່ໝາຍເອກ
ຫຼືຄຳຕາຍກໍ່ໄດ້ -------------------------------ສະຫຼະລົງທ້າຍ ກ, ດ, ບ ນັ້ນ ທ່ານວ່າແນວໃດເດນໍ ອິອິ

ບັດນີ້ຊິຕຳໜິກໍ່ສ້າງ-------------------------ເລື່ອງການຂຽນກອນ
ຖ້າເຈົ້າຂຽນມາຕອນໃດ---------------------ຊິລອງໝາຍສີແດງແປງພ້ອມ
ເຈົ້າວ່າຈັ່ງໃດນັ້ນ----------------------------ໃຫ້ມາອອກຄຳເຫັນຕໍ່
ເບິ່ງນຳກັນວ່າແນວໃດຈັ່ງມ່ວນແມ້ງ-------ເປັນກອນແທ້ມາຕິນຳກັນແນ່ເດີ ອິອິ

+ຕົກລົງໄປຕາມນີ້...........................ຄຳດີໆທີ່ເພີ່ນກ່າວ
ທຸກຢ່າງຈະເດີນກ້າວ........................ຕ້ອງມີຜູ້ຄ່ອຍຕິເຕືອນ
ປຽກເຫມືອນດັ່ງແວ່ນແຍງ...................ແຜງຕົວເຮົາເພື່ອສ້າງກໍ່
ຊ່ວຍສູດຫລໍ່ແລະແປງພ້ອມ.................ກະວິແກ້ວຊິຖືກຄອງ.ແມ່ນບໍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ຕົກລົງໄປຕາມນີ້...........................ຄຳດີໆທີ່ເພີ່ນກ່າວ
ທຸກຢ່າງຈະເດີນກ້າວ........................ຕ້ອງມີຜູ້ຄ່ອຍຕິເຕືອນ
ປຽກເຫມືອນດັ່ງແວ່ນແຍງ...................ແຜງຕົວເຮົາເພື່ອສ້າງກໍ່
ຊ່ວຍສູດຫລໍ່ແລະແປງພ້ອມ.................ກະວິແກ້ວຊິຖືກຄອງ.ແມ່ນບໍ

ຂ້ອຍຊິລອງແປງກອນເຈົ້າເດີບັດນີ້---------------------ຊິຂີດເອົາເປັນສີແດງ
ແປງບາງບ່ອນທີ່ເຫັນ------------------------------------ວ່າຂ້ອຍຢາກຕື່ມເອກໂທນັ້ນ
ຂ້ອຍຊິແປງກອນເຈົ້າ------------------------------------ໃຫ້ເປັນແນວຂ້ອຍຄິດ
ເບິ່ງຊິຜິດຫຼືຖືກນັ້ນ----------------------------------------ມາເດີເຈົ້າເບິ່ງນຳກັນ ອິອິ

ກອນເຈົ້າເດີອັນນີ້ຊິແປງ

ຕົກລົງໄປຕາມນີ້...........................ຄຳນັ້ນທີ່ກ່າວຈາ
ທຸກຢ່າງທີ່ກ່າວມາ........................ຕ້ອງມີຜູ້ຄ່ອຍຕິເຕືອນເຈົ້າ
ປຽບດັ່ງແວ່ນແຍງນັ້ນ...................ແຜງຕົວເຮົາເພື່ອສ້າງກໍ່
ຊ່ວຍສູດແປງຫລໍ່ພ້ອມ.................ກະວີແກ້ວຊິຖືກຄອງ.ແມ່ນບໍ

ວ່າຈັ່ງໃດ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າຮັກແທ້--------------------ຍິ້ມໃສ່ມາຫວານ
ສຸກສຳລານ-------------------ເຫັນຮອຍຍິ້ມເຈົ້າ
ໃສຈ້າວໆ---------------------ປານສາວຂຶ້ນໃໝ່
ເປັນຕາອູ້ມໄວ້----------------ແພງແທ້ແນ່ນອນ ອີ່ຫຼີ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ກວ່າຈະບັນຍາຍໄດ້....................ມັນບໍ່ງ່າຍປານໃດ
ການຂານໄຂກະວີ.....................ວາດວະຈີໃຫ້ງາມພ້ອມ
ຫລອມຄວາມຄິດໃຫ້ສະສວຍ........ເຕີມດ້ວຍອາລົມຈິດວິຈິດໃສ
ເພື່ອຫວັງໃຫ້ຄວາມເພີດເພີນ........ແກ່ທ່ານຜູ້ອ່ານໄດ້ຜ່ອນຄາຍ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ກວ່າຈະບັນຍາຍໄດ້....................ມັນບໍ່ງ່າຍປານໃດ
ການຂານໄຂກະວີ.....................ວາດວະຈີໃຫ້ງາມພ້ອມ
ຫລອມຄວາມຄິດໃຫ້ສະສວຍ........ເຕີມດ້ວຍອາລົມຈິດວິຈິດໃສ
ເພື່ອຫວັງໃຫ້ຄວາມເພີດເພີນ........ແກ່ທ່ານຜູ້ອ່ານໄດ້ຜ່ອນຄາຍ

ຢ່າຄິດຍາກປານນັ້ນ----------------ມັນຊິເຈັບຫົວ
ຈິນຕະນາການເປັນຕົວ------------ກາບກອນຂຶ້ນມາພ້ອມ
ເລັ່ງເວລາແຕ່ງໃຫ້----------------ໄດ້ໄວຍິ່ງບໍ່ເຈັບຫົວຕໍ່
ຍິ່ງຄິດດົນເຮັ່ງຮ້ອນ----------------ເຈັບຫົວຟ້າວຫຼັ່ງມາ ແທ້ໃດ

ແຕ່ງໄວໆໄປໂລດ-----------------ສັບໃດໃຊ້ບໍ່ໄດ້ລົບອອກ
ຊອກຄຳທີ່ສຳພັດໄດ້---------------ບໍ່ຍາກງ່າຍຫຼາຍລົ້ນ
ພໍແຕ່ງໄດ້ກາຍພົ້ນ-----------------ກໍ່ດີເຕີມຕໍ່
ຄິດຫຍັງໃຫ້ຍາກນັ້ນ---------------ເອົາຮູ້ງ່າຍແຕ່ງສະບາຍເອົານ໋າ ອິອິ