ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຕໍ່ສະພາບເສດຖະກິດປັດຈຸບັນທ່ານຄິດວ່າອາທິດໜຶ່ງຕ້ອງເຮັດວຽກຈັກຊົ່ວໂມງ ຈິ່ງສາມາດຫາເງິນມາລ້ຽງຕົນເອງ ແລະ ຄອບຄົວ

໑໕ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ໃນສະພາບເສດຖະກິດປັດຈຸບັນ ຄ່າຄອງຊີບນັບມື້ນັບສູງຂຶ້ນ ແຕ່ລາຍຮັບຂອງບຸກຄົນບໍ່ໄດ້ສູງຂຶ້ນນຳໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ແລະ ບັນດາຕົວເມືອງໃຫ່ຍອື່ນໆ , ສະນັ້ນ ມັນຈຶ່ງບັງຄັບໃຫ້ພວກເຮົາຕ້ອງໄດ້ເຮັດວຽກຫລາຍບອ່ນ ໂດຍປົກກະຕິເຮົາຈະມີວຽກເສີມ ພວກເຮົາຈະມີບອ່ນເຮັດວຽກຫລັກ ມື້ໜຶ່ງ ເຮັດ 8ໂມງ-5ໂມງ ຈັນຫາສຸກ ຫລືບາງບອ່ນວັນເສົາຈະເຮັດເຄິ່ງມຶ້, ຕອນແລງຕ້ອງເຮັດວຽກເສີມບາງຄົນກະໄປສອນ, ແລະ ບາງຄົນກໍ່ໄປເຮັດວຽກອີກບ່ອນອື່ນທີ່ຕ້ອງການໃຫ້ຊ່ວຍໃນພາກແລງ ຫລືຖ້າບໍ່ມີທາງເລືອກແທ້ໆກໍ່ຕ້ອງເຮັດວຽກໃນວັນເສົາວັນທິດເພີ່ມເຕີມ. ສຳລັບທ່ານຜູ້ທີ່ມີວຽກເຮັດປະຈຳ ທ່ານຄິດວ່າການດຳລົງຊີວິດຂອງທ່ານເປັນຄືແນວນີ້ບໍ່ ໃນສະພາບເສດຖະກິດໃນປັດຈຸບັນ. ຖ້າຫາກທ່ານມີຂໍ້ແນະນຳໃດແກ່ພວກເຮົາກ່ຽວກັບການເຮັດວຽກ , ການດຸ່ນດ່ຽງການເຮັດວຽກ ແລະ ການພັກຜ່ອນ, ຂໍໃຫ້ທ່ານປະກອບຄຳເຫັນໃນກະທູ້ນີ້ດ້ວຍ



໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ອາທິດລະ50ຊົ່ວໂມງພໍດີ

ຊົ່ວຢ່າງສ້າງສັນ

໑ ກະທູ້
໔໙໗ ໂພສ
ຊຳນານການເວັບບອດ
ເເຕ່ລະມື້10h
ວັນເສົາເຮັດເຄີ່ງມື
ປະເທດລາວເປັນປະເທດທີ່ພວມກຳລັງພັດທະນ່າກໍ່ຈະບູກບືນທາງດ້ານວຽກງານໃຫ້ຫຼາຍຂື້ນ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດວັນລະສິບຫົກຊົ່ວໂມງ

ຄິດດີ ເວົ້າດີ ເຮັດດີ

໑ ກະທູ້
໔໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ເຮັດວັນລະສິບຫົກຊົ່ວໂມງ


ທຳມະດາ ເຫັນຕ່າງປະເທດຫຼາຍຄົນບາງມື້ວຽກຫຼາຍກະພັກຢູ່ບໍລີສັດ
ເເຕ່ວັນລະ16ຊົ່ວໂມງ ອອກເເຮງງານປານທາດເອົາໂລດ ສູງສູດບໍ່ເກີນ2ອາທີດ ຮັບຮອງລາວໄດ້ໄປດີ ດີ່ດີ໋ດີ້ດີ....


໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ເຮັດວັນລະສິບຫົກຊົ່ວໂມງ


ໄດ້ເງິນເດືອນເທົ່າໃດລະ

ຊົ່ວຢ່າງສ້າງສັນ

໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ເຮັດວັນລະ1ຊົ່ວໂມງພໍ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ລະ8ກະພໍແລ້ວ ກາຍນັ້ນບໍ່ໄຫວ

ຮັກນ້ອງຕອນເມົາ

໑ ກະທູ້
໒໗໑ ໂພສ
ນັກການກະທູ້
ມື້ລະ 2 3 ນາທີກາເມື່ອລະ


໖ ກະທູ້
໑໑໐ ໂພສ
ນັກການກະທູ້
ມື້ລະ 10 ຊົ່ວໂມງຄ່ອຍພໍດີຢູ່ ເພາະຂ້ອຍກະເປັນແບບນັ້ນ