![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ຫົວໃຈກໍ່ຄືຈິດໃຈ ທີ່ມັນຂາວສະອາດ ປາສະຈາກຮອຍເປື້ອນແລະມົນທິນ ໃນຕອນທີ່ເຮົາລອດຈາກຕີນສີ້ນແມ່ ແລະຈະເລີນໄວ ໃນອ້ອມກອດຂອງແມ່ນັ້ນ ມັນຊ່າງ ປອດໂປງຂາວໃສ ບໍລິສຸດ ປຽບປະດຸດດັ່ງໄຍຝ້າຍເບົາໆ ແລະ ຂາວໆເຢືອກເຢັນດັ່ງຫິມະ ໃນຂົ້ວໂລກເໜືອ ມັນຊ່າງສະບາຍສະຫງົບ ແລະ ສຸກໃນຈິດໃນໃຈ ຢ່າງເຫຼືອ ຫຼາຍຄະນານັບ ແທ້ໆ ....ວັນເວລາເຄື່ອນຍ້າຍຈາກວັນເປັນທິດເປັນເດືອນເປັນປີ ດວງໃຈອັນນ້ອຍໆຄ່ອຍໆຈະເລີນໄວ ແລະຮັບເອົາເລື່ອງລາວ ທັງດີຊົ່ວເຂົ້າໄປ ,ວັນເວລາຜ່ານໄປເທົ່າໃດ ຍິ່ງຮັບເອົາເລື່ອງລາວທີ່ຫຼາກຫຼາຍເທົ່ານັ້ນ....ດວງໃຈດວງນ້ອຍໆທີ່ບໍລິສຸດ ສະຫງົບເຢືອກເຢັນໃນເມື່ອກ່ອນ ມັນແທນທີ່ດ້ວຍບັນຫາຕ່າງໆ ທີ່ເປັນພາລະໃຫ້ແກ່ດວງໃຈ ບາງຄັ້ງກໍ່ມີສິ່ງທີ່ມາບຳລຸງຫົວໃຈໃຫ້ຊຸ່ມຊືນ ແຕ່ບາງຄັ້ງ(ຫຼືເລື້ອຍໆ) ກໍ່ມີສິ່ງທີ່ມາທຳຮ້າຍຈິດໃຈ ໃຫ້ບອບຊໍ້າ ຫງ່ອມເຫງົາ ຊໍ້າໃຈ .... ມໍລະສຸມ ໃນຈິດໃຈຍິ່ງເພີ່ມຂື້ນທຸກມື້ ຈິດໃຈທີ່ບໍລິສຸດ ມັນຄ່ອຍໆເຄື່ອນຍ້າຍລົງໄປ 'ເລີກໆໃນກົ້ນບຶງຫົວໃຈ' ມັນຖ້ວມລົ້ນໄປດ້ວຍຄວາມມືດມົນ ຮອຍເປື້ອນ ແລະມົນທິນ . ໂອ໋! ຟ້າ ມັນຊ່າງເປັນແນວນີ້ ,ສັງມາລະທົມທຸກ ຂະມອດໄມ້ ກັບຈິດໃຈ ຂ້ອຍເດ. ຄິດຮອດເດ ຄາວກ່ອນກີ້ ທີ່ຢູ່ໃນອ້ອມກອດຂອງແມ່ ມັນຊ່າງສຸກໃຈ ເຫຼືອຄະນາ ທີ່ປຽ່ມລົ້ນໄປດ້ວຍຄວາມບໍລິສຸດ ສະອາດຜຸດຜ່ອງ ປາສະຈາກບັນຫາໃດໆ... ທີ່ສຸດແລ້ວຂ້ອຍກໍ່ຈະພະຍາຍາມຂຸດຄົ້ນແລະດຶງເອົາຄວາມສະຫງົບສະບາຍໃຈ ສະອາດບໍລິສຸດ ທີ່ມັນລົງໄປຢູ່ໃນ 'ເລີກໆໃນກົ້ນບຶງຫົວໃຈ' ກັບມາອີກຄັ້ງ ແລະຂ້ອຍຈະ ຖະໜອມມັນຢ່າງດີ ໃຫ້ຖ້ວມລົ້ນໃນຈິດໃຈ ຂອງຂ້ອຍອີກຄັ້ງ ແລະ ກາລະນານ ..... ບັນຫາເອີຍຈົ່ງໝົດໄປ ຂ້ອຍຈະພະຍາຍາມແກ້ມັນ.
ແສງຈັນສ່ອງກາຍ ແສງປະກາຍຂອງທັມມະສ່ອງໃຈ
|
|
![]() ຄືສິເມືອຍນໍ້ ![]() ![]() ![]()
ສອຍໆ ຄຸສອງໜ່ວຍ ເປັນຫາບ
![]() ![]() ![]() |
|
![]() ກົ້ນບຶງ ກໍ່ມີແຕ່ຕົມພຸ້ນແລ້ວ ![]() ![]() ![]() |
|
![]() ແມ່ນ ຂ້ອຍຈຶ່ງພະຍາຍາມດຶງຂື້ນບໍ່ໃຫ້ຈົມຢູ່ໃຕ້ບຶງ
ແສງຈັນສ່ອງກາຍ ແສງປະກາຍຂອງທັມມະສ່ອງໃຈ
|
|
![]() ຄືຊິເສົ້າແທ້ເນາະ
ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ
|
|
![]() ມັນຢູ່ທີ່ໃຈຂອງເຮົານີ້ນະ ຄິດແຕ່ສິ່ງດີໆກໍ່ພໍແລ້ວ ![]() |
|
![]() ![]() ![]() ![]() ![]() ![]() ![]() ![]() ![]() ![]() ![]() |
|
![]() ສິໄປ ເຊຍບານ ບັນຫາຊ່າງມັນ 555 ລາວສູ້ໆ
ແສງຈັນສ່ອງກາຍ ແສງປະກາຍຂອງທັມມະສ່ອງໃຈ
|
|
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ airsbh ຂຽນວ່າ... ສິໄປ ເຊຍບານ ບັນຫາຊ່າງມັນ 555ລາວສູ້ໆ ອໍຫໍ ດີໄວເນາະ ![]() ![]() |