ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ອ່ານປະຫວັດສາດລວມຫຍໍ້ມາ :)

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ຕາມອ່ານປະຫວັດສາດມາ:
ອານາຈັກລາວລ້ານຊ້າງກ່ອນຈະມີຈັກກະພັດມາຮຸກຮານ ແມ່ນມີການແຕກແຍກພາຍໃນ, ໄດ້ມີການຍາດຊິງລາດຊະບັນລັງກັນຂຶ້ນ, ແລ້ວເຮັດໃຫ້ອານາຈັກລາວລ້ານຊ້າງແຕກແຍກເປັນສາມອານາຈັກເຊັ່ນ: ວຽງຈັນ, ຫຼວງພະບາງ ແລະ ຈຳປາສັກ. ເປັນໂອກາດເຮັດໃຫ້ຈັກກະພັດຕ່າງດ້າວເຂົ້າມາຮຸກຮານຮາວີ, ປະຊາຊົນລາວຜູ້ຮັກຊາດຫຼາຍຊົນຊາດ ຊົນເຜົ່າກໍ່ໄດ້ລຸກຮື້ຂຶ້ນມາຕໍ່ສູ້ເພື່ອຍາດເອົາອິດສະຫຼະພາບຈາກການກົດຂີ່ຂົມເຫັງ ເພື່ອໃຫ້ຫຼຸດພົ້ນອອກຈາກແອກຄອບຄອງ ແລະ ການເປັນຂີ້ຂ້າມ້າຕ່າງຂອງຊາດອື່ນ, ແຕ່ການຕໍ່ສູ້ອັນຍືດເຍື້ອຍາວນານມາປະມານສອງຮ້ອຍປີ ກໍ່ບໍ່ໄດ້ຮັບໄຊຊະນະ ຍ້ອນຍັງບໍ່ທັນມີບົດຮຽນອັນລະອຽດໃນການຕໍ່ສູ້, ອາວຸດກໍ່ບໍ່ທັນສະໄໝ, ກຳລັງຄົນກໍ່ບໍ່ຊະນະເຂົາ... ຈິ່ງເຮັດໃຫ້ການຕໍ່ສູ້ພ່າຍແພ້ ແລະ ຖືກເຂົາກົດຂີ່ຂົມເຫັງຢ່າງໜັກໜ່ວງສາຫັດຕໍ່ມາ. ຍ້ອນແສງສະຫວ່າງຈາກພັກຄອມມູນິດ ມາກ-ເລນິນ, ທ່ານໂຮ່ຈີ່ມິນໄດ້ນຳເອົາບົດຮຽນດັ່ງກ່າວເຂົ້າມາເຜີຍແຜ່ໃນສາມຊາດອິນດູຈີນ: ລາວ-ຫວຽດນາມ-ກຳປູເຈຍ, ສາມຊາດໄດ້ຕໍ່ສູ້ຄຽງບ່າ ຄຽງໄຫຼ່ກັນ, ໂດຍສະເພາະແມ່ນ ສາຍສຳພັນສາມັກຄີຮັກແພງກັນພິເສດລະຫວ່າງ ລາວ-ຫວຽດນາມ ໄດ້ເສຍສະຫຼະຢ່າງໜັກໜ່ວງຕໍ່ສູ້ເພື່ອຍາດເອົາອິດສະຫຼະພາບຄືນມາໃຫ້ປະຊາຊົນໄດ້ຫຼຸດພົ້ນອອກຈາກແອກຄອບຄອງອັນເປັນຂີ້ຂ້າໃຫ້ຕ່າງຊາດໄດ້ກົດຂີ່ຂົມເຫັງນັ້ນເພາະໃນຕອນນັ້ນປະຊາຊົນບໍ່ມີສິດເປັນເຈົ້າຕົນເອງ, ບໍ່ມີຄວາມເປັນອິດສະຫຼະພາບ, ເປັນຂີ້ຂ້າມ້າຕ່າງ, ຊີວິດການເປັນຢູ່ຖືກກົດຂີ່ຂົມເຫັງຢ່າງໜັກໜ່ວງ... ຍ້ອນການນຳພາຂອງພັກ ປະຊາົຊນ ປະຕິວັດລາວ ອັນມີກຽດສະຫງ່າ ນຳພາໂດຍ ທ່ານ ປະທານ ໄກສອນພົມວິຫານ, ທ່ານ ສຸພາ ນຸວົງ, ທ່ານ ໜູຮັກພູມສະຫວັນ... ໄດ້ນຳພາປະຊາຊົນລຸກຮື້ຂຶນຕໍ່ສູ້ຕ້ານຈັກກະພັດຕ່າງດ້າວຜູ້ຮຸກຮານ ຈິ່ງສາມາດປົດປ່ອຍປະເທດລາວ, ຊາດລາວ ແລະ ປະຊົາຊົນລາວ ໃຫ້ປະເທດລາວ ໄດ້ເປັນປະເທດລາວອີກຄັ້ງ ສືບທອດມາໃຫ້ລູກຫຼານໄດ້ຈົນທຸກມື້ນີ້... ສະນັ້ນຄົນລາວລຸ້ນໃໝ່ຈົ່ງຮັກຊາດລາວ, ສ້າງສາປົວແປງ, ພັດທະນາບ້ານເມືອງໃຫ້ຮຸ່ງເຮືອງເຂັ້ມແຂງ, ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຮຸ່ງເຮືອງ, ຕໍ່ຕ້ານ ແລະ ມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ ທີ່ຫວັງມ້າງເພທຳລາຍ ແລະ ຫາຊ່ອງທາງທຸກວິທີເພື່ອຍຸແຍ່ໃຫ້ແນວຄິດຂອງໄວໜຸ່ມລຸ້ນໃໝ່ໄດ້ບ່ຽງເບນ ມີແນວຄິດຕ້ານຕໍ່ປະເທດຕົນ ໂດຍເຮັດໃຫ້ຫຼົງໄຫຼໃນເງິນຄຳຈົນລືມຄວາມເປັນຊາດເຊື້ອແພງຊາດຂອງຕົນເອງ ຫັນໄປນິຍົມຊາດອື່ນ, ສະນັ້ນຈິ່ງໃຫ້ຮູ້ຈັກແຍກແຍະ ຄວາມເປັນຊາດຕົນ, ວັດທະນາທຳຊາດຕົນທີ່ເຄີຍສືບທອດມາແຕ່ບູຮານນາການ ໃຫ້ຢູ່ຄຽງຄູ່ ແລະ ປະດັບເອ້ຄວາມງາມໃຫ້ກັບຊາວລາວຕະຫຼອດໄປ :)

_______________________________________________

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຫ້ເຂົ້າໃຈວ່າທີ່ແຕກແຍກກັນແມ່ນຍ້ອນຝ່າຍນັ້ນຍົວະ ,ຍົວະກະບໍ່ແມ່ນຄືເດັກນ້ອຍມັນມີວິທີການໃຫ້ນັ້ນໃຫ້ນີ້
ສະໃໝນີ້ກະບໍ່ຕ່າງກັນດອກທີ່ເປັນຊາດໄດ້ມື້ນີ້ຄັນບໍ່ມີນ້ຳຂອງມາກັ້ນກັບມີຝຣັ່ງມາຂໍແບ່ງກະຄືຊິບບໍ່ມີ Lao P.D.R ໃນແຜ່ນທີ່


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມເນາະ ປະຫວັດສາດ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະຫວັດສາດຄືບົດຮຽນແລະແວ່ນແຍງອັນລໍ້າຄ່າໃຫ້ເຮົາ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ເອົາມາໃຫ້ອ່ານເນີ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ປະຫວັດສາດຂອງປະເທດລາວເຮົາຍັງມີຫຼາຍໆຢ່າງທີ່ໜ້າສົນໃຈແລະໜ້າຮຽນຮູ້


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫັ້ນລະເນາະ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຫາຫາ ປະຫວັດສາດ ມັນກະສັບ ສົນຊັ້ນຫັ້ນລະ ແຕ່ວ່າບ່ອນໃດມີສຽງແຄນບ່ອນນັ້ນແມ່ນມີເຊື້ອຊາດລາວ,ຄົນລາວ . ເໝືອນຄຳຂັວນທາງດ້ານການຄ້າການຜະລິດສົ່ງອອກຂອງປະເທດຈີນເຂົາວ່າ ບ່ອນໃດມີແສງແດດບ່ອນນັ້ນມີ MAD IN CHINA


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ stenven ຂຽນວ່າ...
ຫາຫາ ປະຫວັດສາດ ມັນກະສັບ ສົນຊັ້ນຫັ້ນລະ ແຕ່ວ່າບ່ອນໃດມີສຽງແຄນບ່ອນນັ້ນແມ່ນມີເຊື້ອຊາດລາວ,ຄົນລາວ . ເໝືອນຄຳຂັວນທາງດ້ານການຄ້າການຜະລິດສົ່ງອອກຂອງປະເທດຈີນເຂົາວ່າ ບ່ອນໃດມີແສງແດດບ່ອນນັ້ນມີ MAD IN CHINA

ບ່ອນໃດມີສຽງແຄນບ່ອນນັ້ນແມ່ນມີເຊື້ອຊາດລາວ,ຄົນລາວ ຄັກຫຼາຍ
ແຕ່ວ່າ ບ່ອນໃດມີແສງແດດບ່ອນນັ້ນມີ MAD IN CHINA ແປວ່າຫຍັງລະ?


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ໝາຍວ່າ: ບົນຜືນໂລກບ່ອນໃດມີແສງແດງສ່ອງສີນຄ້າ MAD IN CHINA ຈະໄປເຖີງບ່ອນນັ້ນ ແລະ ອີກຄວາມໝາຍໜື່ງໝາຍວ່າປະເທດຈີນເສດຖະກີດຂອງປະເທດເຂົາຈະຕ້ອງນຳໜ້າກ່ອນປະເທດອື່ນໃນໂລດ.ຄ້າຍຄືກັນກັບບ່ອນໃດມີສຽງແຄມບ່ອນນັ້ນແມ່ນເຊື້ອຊາດລາວ.ຄົນລາວ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ stenven ຂຽນວ່າ...
ໝາຍວ່າ: ບົນຜືນໂລກບ່ອນໃດມີແສງແດງສ່ອງສີນຄ້າ MAD IN CHINA ຈະໄປເຖີງບ່ອນນັ້ນ ແລະ ອີກຄວາມໝາຍໜື່ງໝາຍວ່າປະເທດຈີນເສດຖະກີດຂອງປະເທດເຂົາຈະຕ້ອງນຳໜ້າກ່ອນປະເທດອື່ນໃນໂລດ.ຄ້າຍຄືກັນກັບບ່ອນໃດມີສຽງແຄມບ່ອນນັ້ນແມ່ນເຊື້ອຊາດລາວ.ຄົນລາວ


ຫັ້ນລະ ເຂົາເຈົ້າບຸກຕະຫຼາດໂລກໄປແລ້ວ
ມາເບິ່ງທາງແຕ່ຕະຫຼາດທົ່ງຂັນຄຳມາຫາທາງໂຮງກາຍຍະສິນ ເຕັມແຕ່ຕະຫຼາດຈີນ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງເກົ່າເລົ່າໃໝ່

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !