ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ແປ້ງນົວ ເຮັດໃຫ້ອາຫານແຊບຂຶ້ນໄດ້ແນວໃດ ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັດຈາກ: http://www.worklivelaos.com/how-does-msg-work/


ແປ້ງນົວ ຄືສານເຄມີຊະນິດໜຶ່ງ ຊື່ວ່າ ໂມໂນໂຊດຽມກລູຕາເມດ (MSG)ຮູບຮ່າງພາຍນອກເປັນເມັດກ້ອນສີຂາວ ບໍ່ມີລົດ ບໍ່ມີກິ່ນ ໂມໂນໂຊດຽມກລູຕາເມດ ເປັນ ເກືອຂອງກົດກລູຕາມິກ ຊຶ່ງກົດ ອະມິໂນ ຊະນິດນີ້ກໍເປັນອົງປະກອບທີ່ຢູ່ໃນໂປຣຕີນທົ່ວໄປ ທັງຈາກພືດ ແລະ ສັດ.

ຈຸດເລີ່ມຕົ້ນຂອງ ແປ້ງນົວ ແມ່ນມາຈາກປະເທດ ຍີ່ປຸ່ນ ເກີດຈາກການຄົ້ນພົບລົດຊາດທີ່ສະກັດໄດ້ຈາກ ສາຫລ່າຍທະເລທີ່ຮຽກວ່າ ລົດອູມາມິຫຼື ລົດແຊບ ຊຶ່ງຄົ້ນພົບມາເປັນຮ້ອຍໆປີແລ້ວ ຫລັງຈາກນັ້ນ ກໍເລີ່ມມີການຜລິດ ແປ້ງນົວ ໃນລະບົບອຸດສາຫະກໍາຫລາຍຂຶ້ນ ແຕ່ໃນພາຍຫລັງໄດ້ປ່ຽນທັງວັດຖຸດິບ ແລະ ວິທີການຜລິດ ປັດຈຸບັນ ແປ້ງນົວ ຜລິດຈາກແປ້ງມັນຕົ້ນ ຜ່ານຂະບວນການທາງເຄມີຫລາຍຂັ້ນຫລາຍຕອນທັງໝັກ ແລະໃຊ້ສານເຄມີຫລາຍຊະນິດ ເພາະສະນັ້ນ ຖ້າກິນເຂົ້າໄປຫລາຍໆ ຈະເກີດອັນຕະລາຍແນ່ນອນ ເຖິງວ່າສ່ວນປະກອບຫລັກຈະມາຈາກທຳມະຊາດກໍຕາມ.

ແປ້ງນົວ ຊ່ອຍໃຫ້ອາຫານແຊບຂຶ້ນແທ້ບໍ ?
ອັນທີ່ຈິງແລ້ວ ແປ້ງນົວ ບໍ່ໄດ້ເຮັດໃຫ້ອາຫານແຊບຂຶ້ນແຕ່ຢ່າງໃດ ເພາະແປ້ງນົວ ບໍ່ມີສີ ບໍ່ມີກິ່ນ ບໍ່ມີຄຸນຄ່າທາງສານອາຫານ ແລະ ບໍ່ມີລົດຊາດເປັນຂອງໂຕເອງຄືກັບ ນໍ້າປາ ນໍ້າຕານ ແຕ່ທີ່ເຮົາຮູ້ສຶກແຊບຂຶ້ນກໍເພາະຄຸນສົມບັດຂອງມັນຈະໄປກະຕຸ້ນປະສາດໃນປາກ ແລະ ລໍາຄໍ ກະຕຸ້ນຕ່ອມຮັບລົດໃນລີ້ນໃຫ້ຂະຫຍາຍໂຕຈິ່ງເຮັດໃຫ້ຮັບລົດຊາດໄດ້ໄວກວ່າປົກກະຕິເວລາກິນຈະຊ່ອຍໃຫ້ລົດຕ່າງໆ ຄ້າງຢູ່ໃນປາກໄດ້ດົນຂຶ້ນກວ່າເກົ່າເຮົາຈະຮູ້ສຶກວ່າລົດຊາດມັນກົມກືນຂຶ້ນນັ້ນເອງ.

ການຮັບເອົາ ແປ້ງນົວ ເຂົ້າຮ່າງກາຍຫລາຍເກີນໄປ ຈະເຮັດໃຫ້ເກີດຜົນເສັຍຫລາຍຢ່າງ ໃນໄລຍະສັ້ນທີ່ເຫັນຜົນໄດ້ທັນທີກໍຄື ຈະຮູ້ສຶກມຶນລີ້ນ ຫີວນໍ້າຫລາຍ
ອາການນີ້ເກີດຂຶ້ນໄດ້ເລື້ອຍໆ ແຕ່ຖ້າຫາກກິນຫລາຍເກີນໄປກວ່າທີ່ຮ່າງກາຍຈະຮັບໄດ້ ຍັງມີອາການອື່ນໆອີກເຊັ່ນ ຮ້ອນທີ່ໃບໜ້າ ແໜ້ນໜ້າເອິກ ເຈັບຫົວ
ປວດຮາກ ມີຕຸ່ມຜື່ນຂຶ້ນ ຫຼື ໄມເຄຣນກໍາເລີບຂຶ້ນໄດ້. ນອກຈາກນີ້ ຍັງສົ່ງຜົນເສັຍຕໍ່ລະບົບປະສາດສ່ວນອື່ນໆໃນຮ່າງກາຍ ໄລ່ຕັ້ງແຕ່ລະບົບສະໝອງ
ລະບົບຄວບຄຸມນໍ້າຕານ ລະບົບສົມດູນ ຊຶ່ງຜ່ານມາ ເຄີຍໄດ້ມີການທົດລອງກັບໜູ ເພື່ອກວດສອບອັບຕະລາຍຈາກແປ້ງນົວພົບວ່າ ຖ້າໃຫ້ແປ້ງນົວໃນ
ປະລິມານຫລາຍຄື 1 ກຣາມຕໍ່ນໍ້າໜັກໂຕ 1 ກິໂລກຣາມ ຈະທໍາລາຍສະໝອງຂອງໜູ 100% ແຕ່ຖ້າໃຫ້ປະລິມານແປ້ງນົວຫລຸດລົງເຫລືອ 0,5 ກຣາມ
ສະໝອງຈະຖືກທໍາລາຍເຄິ່ງໜຶ່ງ ຖ້າຫລຸດລົງເຫລືອ 0,25 ຈະບໍ່ມີຜົນກະທົບໃດໆເກີດຂຶ້ນ.

ເມື່ອຮູ້ແນວນີ້ ຫລາຍທ່ານຄົງບໍ່ຢາກກິນອາຫານໃສ່ແປ້ງນົວແລ້ວລະ ແຕ່ກໍຄົງຈະຫລີກເວັ້ນໄດ້ຍາກ ຫາກເຮົາຍັງຝາກທ້ອງໄວ້ນອກເຮືອນ ບໍ່ວ່າຈະເປັນອາຫານ
ຕາມຮ້ານ ໝີ່ເກິ່ງສຳເລັດຮູບ ຫຼື ຂະໜົມຫຍໍ້າກິນຫລິ້ນ ກໍໜີບໍ່ມົ້ມແປ້ງນົວແລ້ວທາງທີ່ພໍຈະຫລີກໄດ້ແດ່ ກໍຄືເຮັດກິນເອງໂດຍບໍ່ໃສ່ແປ້ງນົວ ຊຶ່ງອາດຈະໄດ້
ອາຫານທີ່ບໍ່ແຊບປານໃດ ແຕ່ປອດໄພກວ່າ.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະຫຼຸບສັ້ນໆຫຍໍ້ໆກໍ່ຄື: ແປ້ງນົວເປັນພຽງສານເຄມີທີ່ກະຕຸ້ນໃຫ້ລີ້ນ-ປາກຮັບລົດຊາດໄດ້ໄວຂຶ້ນ, ໂດຍແປ້ງນົວບໍ່ມີຄຸນຄ່າທາງສານອາຫານໃດໆທັງນັ້ນ, ທີ່ສຳຄັນແປ້ງນົວແມ່ນສານເຄມີທີ່ທຳລາຍສະໝອງຢ່າງຕໍ່ເນື່ອງ. ຖ້າຢາກໃຫ້ສະໝອງດີ ສະໝອງໃສ ສະຫຼາດວ່າຊັ້ນສາ ກໍ່ບໍ່ຕ້ອງກິນແປ້ງນົວຫຼາຍ ແຮໆ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຄວາມຮູ້ໃໝ່ ຜູ້ຂ້າຊິຫຼຸດກິນໜ້ອຍລົງກ່ອນ 55

ຂອບໃຈເດີໃຫ້ຄວາມຮູ້ ມີສາລະ


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອ່ານມື້ລະແຖວກະໄດ້ຫວ໋າສາວພາ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ການອ່ານຫຼືຟັງຂໍ້ມູນພຽງຄັ້ງດຽວກໍ່ດ່ວນສະຫຼຸບວ່າດີເປັນຄວາມຮູ້ໃໝ່ກໍ່ຄົງເປັນຄົນຫູເບົາຟັງງ່າຍເກີນໄປ ທັງໆທີ່ບໍ່ທັນຮູ້ລາຍລະອຽດ

ທີ່ມາຂອງແປງນົວເກີດຈາກປະເທດຍີປຸ່ນໃນປີ1908 ສາສະລາຈານ ດຣ ຄິຄຸນະເອະ ອິເຄດະ ແຫ່ງມະຫາວິທະຍາໄລໂຕກຽວ ໄດ້ຂົ້ນພົບສານທີ່ສະກັດຈາກສາຫຼ່າຍທະເລທີ່ມີຊື່ວ່າ" ຄອມມຸ" (Japonica laminaria) ນັ້ນກໍ່ຄືກຣົດກລູຕາມິ ເມື່ອທ່ານລອງຊີມເບິ່ງພົບວ່າລົດຊາດຄ້າຍຄື ຊຸບສາຫຼ່າຍທະເລເຊິ່ງເປັນອາຫານຂອງຊາວຍີ່ປຸ່ນມານັບ100ປີ ເຂົາຈຶງຕັ້ງຊື່ກຣົດກລູຕາມິກນີ້ວ່າ "ອູມາມິ" ຫຼັງຈາກນັ້ນເຂົາໄດ້ຈົດສິດທິບັດຜະລິດເປັນອຸດສະຫະກຳ "ທີ່ລາວເຮົາຮ້ອງວ່າແປ້ງນົວຢູ່ທຸກວັນນີ້" ແລະຈຳໜ່າຍຢ່າງແພ່ຫຼາຍໃນຢີປຸ່ນ ແລະທົວໂລກ ເຊິ່ງແຕ່ລະປະເທດຮ້ອງຊື່ແປງນົວແຕກຕ່າງກັນໄປ...

ແລະປະເທດຍີ່ປຸ່ນກໍ່ເປັນຊາດນຶ່ງທີ່ກິນແປ້ງນົວຫຼາຍ ແລະກິນກ່ອນຊາດອື່ນ ແຕ່ຄົນຢີ່ປຸ່ນຄືສະຫຼາດແທ້ ພັດທະນາເສດຖະກິດຕະລາດເປັນລອງແຕ່ສະຫະລັດຊາດດຽວໃນໂລກ

ຄິດຄິດ...!


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ເຊື່ອໃນສິ່ງທີ່ຖືກບໍ່ເສຍຫາຍ ເບິ່ງ ລີ້ງຂໍ້ມູນສາວພາຂ້ອນຂ້າງມີເຫດຜົນກວ່າ ເຫດຜົນກໍ່ຄືມີທີ່ມາຂອງຂໍ້ມູນທີ່ມາເຜີຍແຜ່ ເປັນໜ້າເຊື່ອຖືໄດ້ ບໍ່ແມ່ນ ຄຳເວົ້າປາກເປົ່າບໍ່ມີບ່ອນອ້າງອີງ.






໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
- ເຊື່ອໃນສິ່ງທີ່ຖືກບໍ່ເສຍຫາຍ ເບິ່ງ ລີ້ງຂໍ້ມູນສາວພາຂ້ອນຂ້າງມີເຫດຜົນກວ່າ ເຫດຜົນກໍ່ຄືມີທີ່ມາຂອງຂໍ້ມູນທີ່ມາເຜີຍແຜ່ ເປັນໜ້າເຊື່ອຖືໄດ້ ບໍ່ແມ່ນ ຄຳເວົ້າປາກເປົ່າບໍ່ມີບ່ອນອ້າງອີງ.







ເບື້ອງຫຼັງຂອງຄົນທີ່ເວົ້າປາກເປົ່າໄດ້ເຂົາກໍ່ຕ້ອງຜ່ານການສຶກສາຄົ້ນຄ້ວາຈາກສະຖາບັນການສຶກສາ ແລະແຫຼ່ງຂໍ້ມູນຂ່າວສານອື່ນໆມາກ່ອນ. ບາງເທືອອາດອ່ານຫລາຍກ່ວາລີ້ງຂ້າງເທິງ.
ໃນເລື່ອງດຽວກັນຫຼາຍສະຖາບັນກໍ່ວິໃຈແຕກຕ່າງກັນ ແລະບໍ່ມີໃຜຖືກ ແລະຜິດ100% ບໍ່ແມ່ນເວົ້າສຸມສີ່ສຸມຫ້າ.

ຮັກແພງ
!


໘ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ຂ້ອຍຄົວກິນເທື່ອໃດລະໃສ່ບັກຫລາຍໆ....ເປັນຕາຢ້ານເນາະ ຮືໆ

ທອມລາວຮັກດີ້ໄທ

໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ຂອບໃຈທີ່ບອກ
ແຕ່ທຸກຢ່າງທີ່ເຮົາກິນສູ່ມື້ນີ້ ກໍ່ແມ່ນເຄມີທັງນັ້ນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ການອ່ານຫຼືຟັງຂໍ້ມູນພຽງຄັ້ງດຽວກໍ່ດ່ວນສະຫຼຸບວ່າດີເປັນຄວາມຮູ້ໃໝ່ກໍ່ຄົງເປັນຄົນຫູເບົາຟັງງ່າຍເກີນໄປ ທັງໆທີ່ບໍ່ທັນຮູ້ລາຍລະອຽດ

ທີ່ມາຂອງແປງນົວເກີດຈາກປະເທດຍີປຸ່ນໃນປີ1908 ສາສະລາຈານ ດຣ ຄິຄຸນະເອະ ອິເຄດະ ແຫ່ງມະຫາວິທະຍາໄລໂຕກຽວ ໄດ້ຂົ້ນພົບສານທີ່ສະກັດຈາກສາຫຼ່າຍທະເລທີ່ມີຊື່ວ່າ" ຄອມມຸ" (Japonica laminaria) ນັ້ນກໍ່ຄືກຣົດກລູຕາມິ ເມື່ອທ່ານລອງຊີມເບິ່ງພົບວ່າລົດຊາດຄ້າຍຄື ຊຸບສາຫຼ່າຍທະເລເຊິ່ງເປັນອາຫານຂອງຊາວຍີ່ປຸ່ນມານັບ100ປີ ເຂົາຈຶງຕັ້ງຊື່ກຣົດກລູຕາມິກນີ້ວ່າ "ອູມາມິ" ຫຼັງຈາກນັ້ນເຂົາໄດ້ຈົດສິດທິບັດຜະລິດເປັນອຸດສະຫະກຳ "ທີ່ລາວເຮົາຮ້ອງວ່າແປ້ງນົວຢູ່ທຸກວັນນີ້" ແລະຈຳໜ່າຍຢ່າງແພ່ຫຼາຍໃນຢີປຸ່ນ ແລະທົວໂລກ ເຊິ່ງແຕ່ລະປະເທດຮ້ອງຊື່ແປງນົວແຕກຕ່າງກັນໄປ...

ແລະປະເທດຍີ່ປຸ່ນກໍ່ເປັນຊາດນຶ່ງທີ່ກິນແປ້ງນົວຫຼາຍ ແລະກິນກ່ອນຊາດອື່ນ ແຕ່ຄົນຢີ່ປຸ່ນຄືສະຫຼາດແທ້ ພັດທະນາເສດຖະກິດຕະລາດເປັນລອງແຕ່ສະຫະລັດຊາດດຽວໃນໂລກ

ຄິດຄິດ...!


ແມ່ນແລ້ວ ຕາມອ່ານຂ້າງເທິງກໍ່ແມ່ນແນວນັ້ນຕົ້ນກຳເນີດຂອງແປ້ງນົວ, ແຕ່ແປ້ງນົວປັດຈຸບັນແມ່ນຜະລິດຈາກຫຼາຍບ່ອນ ຫຼາຍ ແຫຼ່ງທີ່ມາໂດຍມີການປະສົມປະສານຫຼາຍຢ່າງ, ຕົ້ນຕໍປັດຈຸບັນແມ່ນເອົາມັນຕົ້ນມາຜະລິດ ແຕ່ກໍ່ປະສົມເຄມີຢ່າງອື່ນຫຼາຍ ສະນັ້ນຈິ່ງເປັນຜົນກະທົບຕໍ່ສຸຂະພາບ ຖ້າແມ່ນເອົາສາຫຼ່າຍທະເລຢ່າງວ່າມາຜະລິດລ້ວນໆກໍ່ບໍ່ເປັນຫຍັງຕິ.


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ການອ່ານຫຼືຟັງຂໍ້ມູນພຽງຄັ້ງດຽວກໍ່ດ່ວນສະຫຼຸບວ່າດີເປັນຄວາມຮູ້ໃໝ່ກໍ່ຄົງເປັນຄົນຫູເບົາຟັງງ່າຍເກີນໄປ ທັງໆທີ່ບໍ່ທັນຮູ້ລາຍລະອຽດ

ທີ່ມາຂອງແປງນົວເກີດຈາກປະເທດຍີປຸ່ນໃນປີ1908 ສາສະລາຈານ ດຣ ຄິຄຸນະເອະ ອິເຄດະ ແຫ່ງມະຫາວິທະຍາໄລໂຕກຽວ ໄດ້ຂົ້ນພົບສານທີ່ສະກັດຈາກສາຫຼ່າຍທະເລທີ່ມີຊື່ວ່າ" ຄອມມຸ" (Japonica laminaria) ນັ້ນກໍ່ຄືກຣົດກລູຕາມິ ເມື່ອທ່ານລອງຊີມເບິ່ງພົບວ່າລົດຊາດຄ້າຍຄື ຊຸບສາຫຼ່າຍທະເລເຊິ່ງເປັນອາຫານຂອງຊາວຍີ່ປຸ່ນມານັບ100ປີ ເຂົາຈຶງຕັ້ງຊື່ກຣົດກລູຕາມິກນີ້ວ່າ "ອູມາມິ" ຫຼັງຈາກນັ້ນເຂົາໄດ້ຈົດສິດທິບັດຜະລິດເປັນອຸດສະຫະກຳ "ທີ່ລາວເຮົາຮ້ອງວ່າແປ້ງນົວຢູ່ທຸກວັນນີ້" ແລະຈຳໜ່າຍຢ່າງແພ່ຫຼາຍໃນຢີປຸ່ນ ແລະທົວໂລກ ເຊິ່ງແຕ່ລະປະເທດຮ້ອງຊື່ແປງນົວແຕກຕ່າງກັນໄປ...

ແລະປະເທດຍີ່ປຸ່ນກໍ່ເປັນຊາດນຶ່ງທີ່ກິນແປ້ງນົວຫຼາຍ ແລະກິນກ່ອນຊາດອື່ນ ແຕ່ຄົນຢີ່ປຸ່ນຄືສະຫຼາດແທ້ ພັດທະນາເສດຖະກິດຕະລາດເປັນລອງແຕ່ສະຫະລັດຊາດດຽວໃນໂລກ

ຄິດຄິດ...!


ແມ່ນແລ້ວ ຕາມອ່ານຂ້າງເທິງກໍ່ແມ່ນແນວນັ້ນຕົ້ນກຳເນີດຂອງແປ້ງນົວ, ແຕ່ແປ້ງນົວປັດຈຸບັນແມ່ນຜະລິດຈາກຫຼາຍບ່ອນ ຫຼາຍ ແຫຼ່ງທີ່ມາໂດຍມີການປະສົມປະສານຫຼາຍຢ່າງ, ຕົ້ນຕໍປັດຈຸບັນແມ່ນເອົາມັນຕົ້ນມາຜະລິດ ແຕ່ກໍ່ປະສົມເຄມີຢ່າງອື່ນຫຼາຍ ສະນັ້ນຈິ່ງເປັນຜົນກະທົບຕໍ່ສຸຂະພາບ ຖ້າແມ່ນເອົາສາຫຼ່າຍທະເລຢ່າງວ່າມາຜະລິດລ້ວນໆກໍ່ບໍ່ເປັນຫຍັງຄິ.


ແມ່ນຄວາມເຈ໊ ສະໄໝນີ້ຈິດໃຈຂອງຄົນເຮົາປ່ຽນໄປ ເຫັນແກ່ເງິນ ບວກກັບຊັບພະຍາກອນທຳມະຊາດກໍ່ໜ້ອຍລົງທຸກວັນຈຶ່ງເຮັດໃຫ້ມີການປອມແປງເກີດຂື້ນ!


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍີ່ປຸ່ນເປັນຜູ້ຜະລິດແປ້ງນົວ ໃຫ້ແຕ່ຄົນອື່ນກິນ ແຕ່ອາຫານຍີ່ປຸ່ນເອງພັດບໍ່ມີ Ajinomoto


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຍີ່ປຸ່ນເປັນຜູ້ຜະລິດແປ້ງນົວ ໃຫ້ແຕ່ຄົນອື່ນກິນ ແຕ່ອາຫານຍີ່ປຸ່ນເອງພັດບໍ່ມີ Ajinomoto

ແມ່ນຫວາ?