ກະທູ້ມາໃໝ່ | ຫມວດ | ບັນເທີງ » ເລດີ້ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ມີຊາຍ-ຍິງຄູ່ໜຶ່່ງຮັກກັນຫຼາຍ ຄົບກັນມາ3ປີ ທັງສອງຄົນຕົກລົງຈະແຕ່ງງານກັນ ເມື່ອກຳນົດວັນຮຽບຮ້ອຍ ຝ່າຍຊາຍເອງກໍ່ລໍຖ້າວັນແຕ່ງງານ ຕໍ່ມາບໍ່ດົນຝ່າຍຊາຍຮູ້ຂ່າວວ່າ ຄູ່ຮັກຂອງຕົນແຕ່ງງານກັນຄົນອື່ນຢ່າງກະທັນຫັນ ໂດຍທີ່ຝ່າຍຍິງກໍ່ເຕັມໃຈ ບໍ່ໄດ້ຖືກບັງຄັບແຕ່ຢ່າງໃດ ເມື່ອໄດ້ຮູ້ຂ່າວເຂົາທັງງົງແລະເສຍໃຈຫຼາຍ ຮ້ອງໄຫ້ບໍ່ກິນບໍ່ນອນ ບໍ່ດົນກໍ່ປ່ວຍໜັກເພາະຕອມໃຈ . ເວລາຜ່ານໄປຝ່າຍຊາຍປ່ວຍໜັກຂື້ນເລື້ອຍໆ ໄປປົວຢູ່ໂຮງໝໍກໍ່ບໍ່ດີຂື້ນ ເວລາທີ່ນອນປ່ວຍຢູ່ເຮືອນ ກໍ່ມີຍາພໍ່ເຖົ່າໆຜ່ານມາ ເມື່ອມາຮອດຍາພໍ່ຢຸດທີ່ເຮືອນຫຼັງນັ້ນ ແລ້ວເບິ່ງເຂົ້າໄປໃນເຮືອນຈຶ່ງເຄາະປະຕູ ຄົນຮັບໃຊ້ອອກມາເປີດປະຕູພົບວ່າເປັນພະ ຈຶ່ງບອກວ່າບໍ່ໄດ້ເຮັດບຸນນິມົນໄປທາງອື້ນ ຍາພໍ່ຍີ້ມຢ່າງເມດຕາແລ້ວເວົ້າວ່າ ອັດຕະມາບໍ່ໄດ້ມາບິນຕະບາດ ໃນເຮືອນມີຄົນປ່ວຍບໍ ອັດຕະມາພໍມີຄວາມຮູ້ທາງການແພດໜ່ອຍໜຶ່ງ ບໍ່ຮູ້ຈະຊ່ອຍໄດ້ຫຼືບໍ່ ຄົນຮັບໃຊ້ໄດ້ຟັງແລ້ວກໍອື້ງ ແຕ່ກໍ່ບອກວ່າຕັດສິນໃຈເອງບໍ່ໄດ້ ຕ້ອງໄປຖາມເຈົ້ານາຍກ່ອນ ຄົນຮັບໃຊ້ເຂົ້າໄປຖາມເຈົ້ານາຍ ເຈົ້ານາຍຕອບຢ່າງລຳຄານວ່າ ຢາກເຂົ້າມາກໍ່ເຂົ້າມາ. ເມື່ອຍາພໍ່ເຂົ້າໄປພົບທີ່ຫ້ອງນອນເຫັນວ່າ ຊາຍຄົນດັ່ງກ່າວນອນຢ່າງໝົດສະພາບ ສີໜ້າຊີດ ຮ່າງກາຍຜອມປານເຄິ່ງຄົນເຄິ່ງສົບ ຄົນຮັບໃຊ້ນຳນ້ຳມາຖະຫວາຍຍາພໍ່ພ້ອມຈັດຕັ່ງມາໃຫ້ຍາພໍ່ນັ່ງຂ້າງໆຕຽງນອນຂອງຊາຍຄົນນັ້ນ ຍາພໍ່ຍີ້ມແລ້ວເວົ້າວ່າ ອາການໜັກອີ່ດີເນາະ ຊາຍຄົນນັ້ນງຽບບໍ່ສົນໃຈໃນສິ່ງທີ່ຍາພໍ່ເວົ້າ ຍາພໍ່ກວດອາການພໍເປັນພິທີ ແລ້ວເວົ້າວ່າ ອາການໂຊມໜັກອີ່ດີ ຊາຍຄົນນັ້ນບໍ່ສົນໃຈ ຍາພໍ່ບອກວ່າຖັາບໍ່ເຊື່ອລອງແນມໄປເບິິ່ງທີ່ກະຈົກນັ້ນ ຊາຍຄົນນັ້ນບໍ່ສົນໃຈ ແຕ່ຂະນະທີ່ຫາງຕາຊາຍໄປທີ່ກະຈົກແຕ່ງໂຕໃນຫ້ອງນອນ ເຂົາແນມເຫັນ ຮູບພາບຂອງຄົນທີ່ເຂົາຮັກຢູ່ໃນນັ້ນ ບໍ່ດົນພາບຂອງຄົນຮັກກໍ່ຄ່ອຍໆຈາງໄປ ກາຍເປັນພາບທິວທັດຊາຍທະເລ ທີ່ຊາຍທະເລແຫ່ງນັ້ນວຽບສະຫງົບ ບໍ່ຄ່ອຍມີຄົນຜ່ານໄປມາ. ຂະນະທີ່ຊາຍຄົນປ່ວຍນັ້ນແນມເບິ່ງພາບໃນກະຈົກດ້ວຍຄວາມສົນໃຈ ເຂົາພົບວ່າມີສົບຜູ້ຍິງນອນຕາຍເປືອຍກາຍຢູ່ ເວລາຜ່ານໄປຈັກໜ່ອຍ ມີຊາຍຄົນໜື່ງຍ່າງຜ່ານມາ ເຂົາແນມເບິ່ງສົບຂອງຜູ້ຍິງຄົນນັ້ນດ້ວຍຄວາມລັງກຽດ ແລ້ວຍ່າງໜີໄປຢ່າງໄວວາ ຕໍ່ມາມີຊາຍຄົນໜຶ່ງຍ່າງຜ່ານມາເຂົາແນມເຫັນສົບນັ້ນ ເຂົາສົງສານຈິ່ງຖອດເສື້ອອອກມາຄຸມສົບຜູ້ຍິງຄົນນັ້ນ ແລ້ວກໍ່ຍ່າງຈາກໄປ ເວລາຜ່ານໄປຈັກໜ່ອຍ ມີຜູ້ຊາຍອີກຄົນຍ່າງຜ່ານມາ ເຂົາເຫັນຄົນນອນມີເສື້ອຄຸມຢູ່ ຈິ່ງເປີດເສື້ອອອກເບິ່ງ ພົບວ່າເປັນສົບ ດ້ວຍໃຈທີ່ສົງສານ ຈິ່ງຈະຝັງໃຫ້ຮຽບຮ້ອຍ ແຕ່ກໍ່ບໍ່ມີເຄືອງມືຂຸດ ເຂົາຈິ່ງຕັັດສິນໃຈໃຊ້ມືທັງສອງຂ້າງ ຄ່ອຍໆກອບເອົາຊາຍຂື້ນມາ ເຂົາເຮັດແບບນີ້ໄປເລື້ອຍໆ ຈົນຄ່ຳ ພໍໄດ້ຂຸມໃຫຍ່ພໍສົມຄວນ ຈິ່ງໄດ້ຝັງສົບຂອງຜູ້ຍິງຄົນນັ້ນຮຽບຮ້ອຍແລ້ວກໍ່ຈາກໄປ.. ຫຼັງຈາກນັ້ນພາບໃນກະຈົກກໍ່ປ່ຽນເປັນພາບຂອງສົບຜູ້ຍິງຄົນນັ້ນ ແລະກໍ່ຄ່ອຍໆກາຍເປັນພາບຂອງຜູ້ຍິງຄົນທີ່ເຂົາຮັກ ເຂົາໄດ້ເຫັນກໍ່ຕົກໃຈ ພໍຈັກໜ່ອຍກໍ່ປະກົດເປັນພາບຊາຍຄົນທີສອງ ແລ້ວຄ່ອຍໆຈາງໄປ ເຫຼືອແຕ່ເງົາຂອງໂຕເອງໃນກະຈົກ ທັນໃດນັ້ນຍາພໍ່ກໍ່ເວົ້າວ່າ ບັດນີ້ເຂົ້າໃຈລະບໍ ສົບນັ້ນຄືຄູ່ຮັກຂອງໂຍມ ຜູ້ຊາຍທີ່ຊ່ອຍຝັງສົບລາວ ຜູກວາດສະໜາກັບລາວໜຶ່ງຊາດ ຊາດນີ້ລາວກໍ່ເລີຍແຕ່ງງານກັບເຂົາ ສ່ວນໂຍມຊ່ອຍເອົາເສື້ອຄຸມສົບລາວ ຈິ່ງຜູກວາດສະໜາ3ປີ ວາດສະໜາໝົດແລ້ວ ໂຍມກັບລາວກໍ່ຕ້ອງຈາກກັນ.. ເມື່ອຊາຍຄົນນັ້ນຟັງຈົບ ກໍ່ກະອັກເລືອດອອກມາ ຍາພໍ່ຍີ້ມແລ້ວເວົ້າວ່າ ໂຍມລອດແລ້ວ ເມື່ອກີ້ນີ່ໂຍມກະອັກເລືອດ ເອົາເລືອດເສຍອອກມາແລ້ວ ບັດນີ້ໂຍມບໍ່ເປັນຫຍັງແລ້ວ ຫຼັງຈາກນັ້ນຍາພໍ່ກໍ່ຈາກໄປ ແລະຊາຍຄົນນັ້ນກໍ່ຫາຍດີເປັນປົກກະຕິ ][size=15pt] (ຈົບ) [ເມື່ອມີວາດສະໜາ ບໍ່ຕ້ອງຮຽກຮ້ອງ ເຖິງເວລາກໍ່ມາພໍ້ກັນ ເມື່ອໝົດວາດສະນາ ກໍ່ຕ້ອງຈາກກັນ ຫ້າມແນວໃດກໍ່ບໍ່ຢູ່ ໃນຕອນທີ່ຍັງບໍ່ຈາກກັນນີ້ ເຈົ້າໄດ້ທຳດີຕໍ່ຄົນຂອງເຈົ້າຫຼືຍັງ ເພາະເຖິງເວລາທີ່ຕ້ອງຈາກກັນ ບໍ່ວ່າເຈົ້າຊິມີເງິນຫຼືມີອຳນາດລົ້ນຟ້າ ກໍ່ເອີ້ນມັນກັບຄືນມາບໍ່ໄດ້ ທຳດີຕໍ່ກັນໄວ້ດີກວ່າ ເພາະບໍ່ມີໃຜຮູ້ວ່າ ເຮົາຕ້ອງຈາກກັນມື້ໃດ[/size][/color] |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂອບໃຈທີ່ນຳເອົາສິ່ງດີໆມາບອກ ມັນໂຕນ້ອຍໂພດນ່າ ແລະກະໃສ່ສີອີກອ່ານບໍ່ສຸດຊ້ຳລາຍຕາ ອ໋ອຍ
ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແມ່ນແທ້ຫວານີ້. ແວ່ນ(ກະຈົກ) ນັ້ນມັນຢູ່ໃສ ຂ້ອຍຊິເອົາມາເບິ່ງ ເພາະວ່າຂ້ອຍຢາກເຫັນຄິ່ຄອງ ເພາະວ່າ ຜ່ານມາມີແຕ່ ອົກຫັກ ອົກຫັກ ແລະ ກໍ່ ອົກຫັກ ເຈັບເພາະເຈົ້າ ແຕ່ບໍ່ຢຸດຮັກເຈົ້າ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ບໍເຄີຍ ອົກຫັກ ຂອບໃຈ ທ່ານ ທີ່ ແບ່ງປັນ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເຄີຍໄດ້ອ່ານມາຄືກັນ ວ່າ : ໄດ້ເປັນຄູ່ ຫລື ສັດຕູກັນ ກໍ່ຍ້ອນໄດ້ມີສິ່ງກ່ຽວຂ້ອງກັນ ແຕ່ປາງກ່ອນ ( ເລື່ອງເລິກລັບເຫນີອທຳສະຊາດຂອງ ດຮ ອະເມຮິກາຄົນຫນຶ່ງ ລາວເປັນ ຈິດຕະແພດ ປິນປົວຄົນເຈັບທີ່ໂຮງຫມໍກວດບໍ່ພົບສາຍເຫດດ້ວນການສະກົດຈິດ ຊອກຫຫາສາຍເຫດ ທັງອະດີດຊາດກ່ອນ ແລະ ປະຈຸບັນ) |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ກຳນໍໆກຳ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
thaks |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ສິ່ງທີ່ຕັ້ງເປັນກະທູ້ມາຈິງຫຼືບໍ່ຈິງບໍ່ຮູ້...ແຕ່ພໍໄດ້ອ່ານຮູສຶກວ່າຊີວິດແຫ່ງຄວາມເປັນຈິງໜ້າຈະກ່ຽວຂ້ອງ ກັບຫວາດສະໜາ...ດັ່ງວ່ານັ້ນແລ້ວ... ຂອບໃຈທີ່ນໍາສິ່ງດີໆມາໃຫ້ໄດ້ອ່ານແລະຄົ້ນຄິດ...ຂອບໃຈໆ... |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂໍຄິດທີ່ດີ ຂໍຊົມເຊີຍ ສຸດອົກສຸດໃຈ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ສັງຂານມັນບໍ່ທ່ຽງ ປີ່ນໄປຕາມສັງຂານ ເກີດແກ່ເຈັບຕາຍ
ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Amnath ຂຽນວ່າ... ຂໍຄິດທີ່ດີ ຂໍຊົມເຊີຍ ສຸດອົກສຸດໃຈຂອບໃຈເດີ້ ສຳລັບຄຳຊົມເຊີຍ ຂອບໃຈຫລາຍໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂອບໃຈທີ່ນຳເອົາສິ່ງດີໆມາບອກ |