ຂຽນເມື່ອ: ກ.ພ.. 17, 2009
| ມີ
18 ຄຳເຫັນ
ແລະ
0 trackback(s)
ໝູ່ບ້ານແຫ່ງນື່ງມີການແຂ່ງຂັນປະກວດຄົນຂີ້ຄ້ານສຸດໃນໝູ່ບ້ານ
ມີສາມລາງວັນທີ ໑ ຫາທີ ໓ ງານປະກວດຜ່ານໄປສາມມື້ສາມຄືນ
ຜົນປະກົດວ່າມີສາມຄົນຖືກຄັດເລືອກຮອບສຸດທ້າຍ
ແລະ ໄດ້ອັນດັບທີ ນື່ງ ສອງຄົນຍ້ອນວ່າສອງຄົນນີ້ຄ້ານທໍ່ກັນດັ່ງນີ້:
1.ທ. ບຸນເພັງ
1. ທ. ບຸນລອດ
3. ທ. ບຸນເຫຼືອ
ແຕ່ຮອດມື້ປະກາດຮັບລາງວັນ,ໂຄສົກປະກາດລາງວັນທີ 3 ກ່ອນ ທ.ບຸນເຫຼືອ ກໍ່ມາຮັບ
ແຕ່ຮອດທີນື່ງສອງຄົນໂຄສົກປະກາດສອງຄົນພ້ອມກັນວ່າ:
ທ.ບຸນເພັງ ແລະ ທ້າວບຸນລອດ ແຕ່ເກີດເຫດການບໍ່ຄາດຄິດ
ທ. ບຸນລອດ ບໍ່ມາດັ່ງນັ້ນໂຄສົກກໍ່ເລີຍປະກາດຍົກໃຫ້ ທ. ບຸນລອດຍ້ອນວ່າ:
ລາວຂີ້ຄ້ານມາຮັບລາງວັນ ເລີຍສົມກຽດຮັບລາງວັນທີ ນື່ງແຕ່ພຽງຜູ້ດຽວ.
(ໂດຍປານີຫຼານທິດຝອຍ)