ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 0 ຄຳເຫັນ ແລະ 0 trackback(s)


ສະ​ຖາ​ບັນ​ການ​ຕ່າງປະ​ເທດ ​ແລະ ກ​ົມ​ເອີ​ຣົບ-ອາ​ເມ​ລິ​ກາ, ກະຊວງ​ການ​ຕ່າງປະ​ເທດ ຮ່ວມ​ກັບ​ສະຖານທູດ​ອາ​ເມ​ລິ​ກາ​ ປະຈຳ​ລາວ ​ໄດ້​ຈັດ​ປາຖະກະຖາ ​ພາຍ​ໃຕ້​ຫົວ​ຂໍ້ ”ການ​ປ່ຽນ​ແປງ​ຂອງ​ອາກາດ ​ແລະ ການ​ຄຸ້ມ​ຄອງ​ໄພ​ນ້ຳຖ້ວມ” ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 31 ສິງຫາ 2011 ຢູ່​ທີ່​ສູນ​ການ​ຮ່ວມ​ມື​ສາກົນ ​ຫລັກ 5 ໂດຍ ​ການ​ປາຖະກະຖາ​ຂອງ ທ່ານ​ນາງ ຊາ​ນາ ອຸດ​ວະ​ດີດ, ຫົວໜ້າ​ພະ​ແນ​ກນະ​ໂຍບາຍ ​ແລະ ຄຸ້ມ​ຄອງ​ໄພ​ນ້ຳຖ້ວມ ຂອງ​ອົງ​ກອນ​ຊັບພະຍາກອນ​ນ້ຳ ສະຫະລັດ​ ອາ​ເມ​ລິ​ກາ, ມີ​ບັນດາ​ຫົວໜ້າ​ກົມ, ຮອງ​ກົມ, ພະນັກງານ​ວິຊາ​ການ​ຈາກ​ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ມີ​ຜູ້ຕາງໜ້າ​ຈາກ ​ກະຊວງ, ຂະ​ແໜງ​ການ​ອ້ອມ​ຂ້າງ​ສູນ​ກາງ ​ແລະ ພະນັກງານ​ທີ່​ກຳລັງ​ບຳລຸງ​ພາສາ​ອັງກິດ ​ຊຸດ​ທີ 27 ທີ່​ສະ​ຖາ​ບັນ​ການ​ຕ່າງປະ​ເທດຈຳນວນ 150 ທ່ານ​ເຂົ້າຮ່ວມ.

ການ​ປາຖະກະຖາ​ຄັ້ງນີ້​ ແນ​ໃສ່​ເຜີຍ​ແຜ່​ຄວາມ​ຮູ້, ຄວາມ​ເຂົ້າ​ໃຈ​ ກ່ຽວ​ກັບ​ການ​ກະກຽມ​ຄວາມ​ພ້ອມ​ເພື່ອ​ປ້ອງ​ກັນ​ ​ແລະ ​ແກ້​ໄຂໄພ​ນ້ຳຖ້ວມ ​ແລະ ​ໄພພິບັດ​ ຈາກ​ທຳ​ມະ​ຊາດ ທີ່​ກຳລັງ​ເກີດ​ຂຶ້ນ​ໃນ​ຫລາຍ​ປະ​ເທດ​ທົ່ວ​ໂລກ ພ້ອມ​ນີ້ ຍັງ​ໄດ້​ສະ​ເໜີ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ ຂອງສະພາບ​ດິນ​ຟ້າ​ອາກາດ​ທີ່​ກຳລັງ​ຄຸກ​ຄາມ ​ແລະ ສົ່ງ​ຜົນ​ເສຍ​ຫາຍ​ອັນ​ຮ້າຍ​ແຮງ ​ແກ່​ຊີວິດ ​ແລະ ຊັບ​ສິນ​ຂອງ​ມະນຸດ. ໃນ​ເມື່ອກ່ອນ​ບາງ​ປະ​ເທດ, ບາງ​ເຂດ​ ບໍ່​ເຄີຍ​ມີ​ປະກົດ​ການ​​ນ້ຳຖ້ວມ ຫລື ພະຍຸ​ຕ່າງໆ ​ແຕ່​ ມາ​ປະຈຸ​ບັນ​ ເຫດການ​ດັ່ງກ່າວ​ ແມ່ນ​ເກີດ​ຂຶ້ນຢ່າງ​ລຽນຕິດ​ ຢູ່​ຫລາຍ​ປະ​ເທດ​ໃນ​ໂລກ. ດັ່ງນັ້ນ ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ມີ​ຄວາມ​ຮູ້ ​ແລະ ​ເຂົ້າ​ໃຈ​ ກ່ຽວ ​ກັບ​ບັນຫາ​ດັ່ງກ່າວ ​ເພື່ອ​ຊອກ​ຫາ​ວິທີ​ການ​ປ້ອງ​ກັນ ບໍ່​ໃຫ້​ໄພພິບັດ​ທາງ​ທຳ​ມະ​ຊາດ​​ເກີດ​ຂຶ້ນ ​ແລະ ​ເມື່ອ​ເກີດ​ຂຶ້ນ​ແລ້ວ​ ຈະ​ມີ​ວິທີ​ການ​ແກ້​ໄຂ​ແນວ​ໃດ ​ເພື່ອ​ບໍ່​ໃຫ້​ສົ່ງ​ ຜົນກະທົບ​ຕໍ່​ການ​ດຳລົງ​ຊີວິດ​ຂອງ​ມະນຸດ./.

( ຂໍ້ມູນຈາກສຳນັກຂ່າວສານປະເທດລາວ )

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

  ສະບາຍດີເພືອນໆ ພັນລາວທຸກຄົນ ຂ້າພະເຈົ້າ ມີເລືອ່ງການເຮັດຄູກັນນ້ຳມາເລົ່າສູ່ເພື່ອໆຟັງ ເຊີ່ງໃນນັ້ນມີທັງເລື່ອງທີ່ປະທັບໃຈ ແລະ ກະບໍ່ເຂົ້າໃຈ ເອົາເປັນລອງອ່ານໄປພ້ອມໆກັນເລີຍ.

            ໃນຕົ້ນເດືອນ ສີງຫາທີ່ຜ່ານມາ ຂ້າພະເຈົ້າໄດ້ມີໂອກາດໄດ້ຜ່ານໄປທາງແຄມຂອງ ແລະ ທາງວັດພະບາດ ເຂົ້າໄປທາງບ້ານແກ ໂຄ້ງອອກທາງບ້ານແກ້ວສຳພັນ ໃນຂະນະທີ່ນໍ້າ ທີ່ລົ້ນຝັ່ງເຂົ້າຖ້ວມ ບ້ານ ເຮືອນຂອງປະຊາຊົນ ( ສ່ວນໜື່ງຂອງບ້ານແກຖ້ວມໄປແນ່ແລ້ວ )  ສີ່ງທີ່ຂ້າພະເຈົ້າພາກພູມໃຈໃນຂະນະທີ່ຜ່ານໄປຄື ໄດ້ເຫັນກຳລັງອ້ານນ້ອງທະຫານກຳລັງຂຸ້ນຂ້ຽວຂົນກະສອບຊາຍເຮັດຄູກັນນ້ຳ ເພື່ອບໍ່ໃຫ້ນ້ຳໄຫຼເຂົ້າຖ້ວມບ້ານເຮືອນຂອງພໍ່, ແມ່ປະຊາຊົນ ອັນນີ້ຖືວ່າເປັນສີ່ງທີ່ດີ ແລະ ຊົມເຊີຍທາງພາກລັດທີ່ເປັນຫ່ວງເປັນໄຍນຳພໍ່, ແມ່ ປະຊາຊົນ. 

             ແຕ່ສີ່ງທີ່ຂ້າພະເຈົ້າບໍ່ເຂົ້າໃຈມີຢ່າງໜື່ງກໍ່ຄືບໍ່ມີປະຊາຊົນຜູ້ໃດມາຊ່ວຍເຫຼືອກຳລັງຂອງອ້າຍນ້ອງທະຫານເລີຍ ທັງທີ່ ໃນຂະນະນັ້ນມີຜູ້ຄົນຢ່າງຫຼວງຫຼາຍ , ມີບາງກຸ່ມກໍ່ຍາງ, ບາງກຸ່ມກໍ່ຂີ່ລົດ, ບາງ ກຸ່ມກໍ່ ສ້າງສັນດື່ມເຫຼົ້າ, ດື່ມເບຍ ເຊີ່ງແຕ່ລະກຸ່ມກໍ່ມີຈຸດປະສົງມາທ່ຽວຊົມນ້ຳຖ້ວມ ຫຼື ຄົນລາວເຮົາຄິດວ່າການປ້ອງກັນດັ່ງກ່າວເປັນໜ້າທີ່ຂອງພາກລັດຢ່າງດຽວ ຫຼື ຄິດຢາກຊ່ວຍແຕ່ບໍ່ກ້າເພາະຢ້ານຄົນອື່ນ ເວົ້າໃຫ້ວ່າສະແດງໂຕ, ເວີ້ ຕ່າງໆນາໆ

            ຄິດໄປຄິດມາກໍ່ຢາກຊວນເພືອ່ໆ ສະມາຊິກພັນລາວລວມກຸ່ມກັນຊ່ວຍເຫຼືອສງຄົມໃນເວລາມີສະພາບຄືດັ່ງກ່າວ ແຕ່ກໍ່ບໍ່ຮູ້ວ່າຈະເລີ້ມຕົ້ນແນວໃດດີ ຫຼື ເພື່ອ່ນໆຄິດວ່າແນວໃດຊ່ວຍປະກອບຄຳ ຄິດ ຄຳເຫັນແນ່ເເດີ.

          

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 ໃນງານບຸນຫໍ້ເຂົ້າສະຫຼາກ ຂື້ນ 15 ຄໍ່າ ເດືອນສິບກົງກັບວັນທີ 12 ກັນຍາ 2011 ແຂວງສາລະວັນໄດ້ຈັດງານງານບຸນຊ່ວງປະເພນີຂື້ນ ດັ່ງນັ້ນຈິ່ງຂໍເຊີນຊວນສາມະຊິກພັນລາວທຸກມາທ່ຽວງານໃນຄັ້ງນີ້.  ພາຍໃນງານຈະມີກິດຈະກຳຕ່າໆເຊັ່ນ:

1 ເຮືອຊ່ວງສະໝັກຫຼີ້ນ

2 ເຮືອເຮືອປະເພນີ

3 ການຈັດກິດຈະກຳຂອງບັນດາຫົວໜ່ວຍທຸລະກິດ

4 ສີ່ງທີ່ຂາບໍ່ໄດ້ກໍ່ຄືລຳວົງສາລະວັນ

5 ອາຫານທີ່ເປັນເອກະລັກຄື: ປີ້ງໄກ່ນາປົ່ງ ລວມທັງເຫຼົ້າຂາວເມືອງຄົງ

( ຍາດເວລາມາທ່ຽວໃຫ້ໄດ້ເດີ )