ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 15, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

  ບົດ​ບາດ​​ພະ​ສົງ​ໃນ​ສະ​ໄໝ​ປະ​ຈຸ​ບັນ

      ​ກາ​ນ​ທີ່​ພະ​ພິກ​ຂຸ​ສົງ​ຈະ​ມີ​ບົ​ດ​ບາ​ດ​ໃດໆ​ໄດ້​ໃນ​ສັງ​ຄົມ​ປັດ​ຈຸ​ບັນ​ ຈຳ​ຈະ​ຕ້ອງ​ຖາມ​ຕົວ​ເອງ​ກ່ອນ​ວ່າ​ທ່ານ​ຄື​ໃຜ​ ເວົ້າ​ກັນ​ຢ່າງ​ບໍ່​ເກງ​ໃຈ​ກໍ​ຄົງ​ຕ້ອງ​ເວົ້າ​ກັນ​ຢ່າງ​ຕົງໆ​ວ່າ​ ທີ່​ຄົນ​ສ່ວນ​ໃຫຍ່​ໄປ​ບວດ​ກັນ​ນັ້ນ​ເພາະ​ຕ້ອງ​ການ​ໜີ​ໄປ​ໃຫ້​ພົ້ນ​ຈາກ​ຄວາມ​ຍາກ​ຈົນ​ ແລະ​ ທີ່​ມາ​ສຶກ​ສາ​ເລົ່າ​ຮຽນ​ກັນ​ນັ້ນ​ ກໍ​ເຊື່ອ​ວ່າ​ນັ້ນ​ຄື​ຂັ້ນ​ໄດ​ແຫ່ງ​ການ​ໄຕ່​ເຕົ້າ​ໄປ​ເພື່ອ​ຄວາມ​ກ້າວ​ໜ້າ​ໃນ​ທາງ​ສັງ​ຄົມ​ ໂດຍ​ມີ​ສັງ​ຄົມ​ສົງ​ເປັນ​ຕົວ​ເອື້ອ​ອາ​ທອນ​ທີ່​ສຳ​ຄັນ​ ຄົງ​ມີ​​ໜ້ອຍ​ທ່ານ​ທີ່​ຕ້ອງ​ການ​ປຸກ​ຕົນ​ເອງ​ໃຫ້​​ຕື່ນ​ຂຶ້ນ​ຈາກ​ຄວາມ​​ ໂລ​ບ​ ໂກດ​ ຫຼົ​ງ​ ເພາະ​ຍິ່ງ​ບວດ​ດົນ​ນານ​​ເຂົ້າ​ ແລະ​ ມີ​ຍົດ​ຖາ​ບັນ​ດາ​ສັກ​ສູງ​ສົ່ງ​ຂຶ້ນ​ ​ຄວາມ​​ໂລ​ບ ໂກດ​ ​ຫຼົງ​ຍິ່ງ​ຈະ​ເພີ່ມ​ຫຼາຍ​ຂຶ້ນ​ເປັນ​ເງົາ​ຕາມ​ໂຕ​ດ້ວຍ​ຊ້ຳ​ໄປ​ ແລະ​ ພະ​ພິກ​ຂຸ​ສົງ​ທີ່​ເຫັນ​ອາ​ນິ​ສົງ​ຂອງ​ຊີ​ວິດ​ພົມ​ມະ​​ຈັນ​ທີ່​ແທ້​ຈິງ​ນັ້ນ​ ມີ​ຫຼາຍ​ໜ້ອຍ​ພຽງ​ໃດ​ ໂດຍ​ສະ​ເພາະ​ໃນ​ສັງ​ຄົມ​ທີ່​ມີ​ລັດ​ທິ​​ບໍ​ລິໂພກ​ນິ​ຍົມ​ເປັນ​ຕົວ​ກຳ​ນົດໃຫ້​ໃຜໆ​ພາ​ກັນ​ສະ​ຍົບ​ຍອມ​​ກັບ​​ກະ​ແສ​ຫຼັກ​ ຊຶ່ງ​ແພ່​ເຂົ້າ​ໄປ​ເຖິງ​ເກືອບ​ທຸກ​ວັດ​ ໃຫ້​ໃຜໆ​ສະ​ຍົບ​ຍອມ​ຢູ່​ກັບ​ກິນ​ກາມ​ກຽດ​ ຢ່າງ​ທີ່​ວ່າ​ມື​ໃຜ​ຍາວ​ສາວ​ໄດ້​ສາ​ວ​ເອົາ​ ການ​ແຂ່ງ​ຂັນ​​ກັນ​ໃນ​ທາງ​ໂລ​ບໆ​ ກໍ​ເປັນ​ສິ່ງ​​ຊຶ່ງ​​ແມ້​ກະ​ທັ້ງ​ພະ​ກໍ​ພາ​ກັນ​ພໍ​ໃຈ​ ການ​ສຳ​ລວມ​ລະ​ວັງ​​ຫຼື​ການ​ຈະ​ເລີນ​ສະ​ມາ​ທິ​ພາ​ວະ​ນາ​ເພື່ອ​ເຂົ້າ​ຫາ​ຄວາມ​ຕື່ນ​ຈາກ​ລາ​ຄະ​ຈິດ​ ໂລບ​ຈິດ​ ​ໂທ​ສະ​ຈິດ​ ແລະ​ ໂມໂຫຈິດ ແທບຈະບໍ່ມີເອົາເລີຍໃນສຳນັກສົງທົ່ວໄປ.
   ຫາກພະສົງຕ້ອງການມີບົດບາດໃນສັງຄົມ ຈຳຕ້ອງປຸກຕົນເອງໃຫ້ຕື່ນ​ຂຶ້ນກ່ອນ ຈາກການຄອບງຳ​ຂອງສັງຄົມ ເຊິ່ງມີໂຄງສ້າງອັນຮຸນແຮງ ແລະ ອະຍຸດຕິທຳ ຖ້າພະສົງກ້າພໍຈະປະຕິເສດການຄອບງຳທາງໂຄງສ້າງຂອງສັງຄົມຍ່ອມຈະຕ້ອງກັບມາສຳຫຼວດກວດກາເບິ່ງຕົນເອງ ແລະ ກຳພືດຂອງຕົນຈົນບໍ່ມີຄວາມລະອາຍໃນການທີ່ເກີດມາເປັນຄົນຈົນ ແລະ ຄວາມຈົນຂອງເຮົາບໍ່ແມ່ນວິບາກຈາກອະດີດ ຫາກເກີດຈາກການເອົາລັດເອົາປຽບຂອງສັງຄົມສັກດີນາ ແລະ ລະບອບທຶນນິຍົມຮ່ວມສະໄໝ ຖ້າພະພິກຂຸສົງແຕ່ລະຮູບເກີດມະໂນທຳສຳນຶກຂຶ້ນ ຍ່ອມພ້ອມທີ່ຈະພະເຊີນໜ້າກັບຄວາມຍາກຈົນຊຶ່ງເປັນຕົວວັດຕົວຕົນຂອງທຸກຂະສັດທີ່ສຳຄັນຢ່າງຍິ່ງ.
<!--[if !supportLineBreakNewLine]-->
<!--[endif]-->

ບົດ​ບາດ​​ພະ​ສົງ​ໃນ​ການ​ພັດ​ທະ​ນາ​ສັງ​ຄົມ

​ກ. ພະ​ສົງ​​ຕ້ອງ​ມີ​ປະ​ສິດ​ທິ​ພາບ​
ຂ. ການ​ພັດ​​ທະ​ນາ​ເປັນ​ສ່ວນ​ປະ​ກອບ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ​​ຂອງ​ຊີ​ວິດ​ ເພາະ​ຄົນ​ ແລະ​ ສິ່ງ​ທີ່​ມີ​ຊີ​ວິດ​ທຸກ​ປະ​ການ​ ຍ່ອມ​ມີ​ຊີ​ວິດ​ຢູ່​ໄດ້​ດ້ວຍ​ການ​ພັດ​ທະ​ນາ​ ​ຖ້າ​ບໍ່​ມີ​ການ​ພັດ​ທະ​ນາ​ ຊີ​ວິດ​​ກໍ​ເຖິງ​ຄວາມ​ສິ້ນ​ສຸດ​ທັນ​ທີ.
ຄ. ​ຄຳ​ວ່າ​ ພັດ​ທະ​ນາ ​ທ່ານ​ແປ​ວ່າ​ຄວາມ​ຈະ​ເລີນ​ເຊິ່ງ​ໝາຍ​ເຖິງ​ການ​ປ່ຽນ​ແປງ​ໄປ​ໃນ​ທາງ​ທີ່​​​ເໝາະ​ສົມ​. ຊີ​ວິດ​ທຸກ​ຊີ​ວິດ​ ແລະ​ ສິ່ງ​ທີ່​ເນື່ອງ​ດ້ວຍ​ຊີວິດ​ຍ່ອມ​ມີ​ການ​ປ່ຽນ​ແປງ​ໄປ​ຕາມ​ສະ​ພາບ​​ຂອງ​ມັນ​ ຕາບ​ໃດ​ທີ່​ຍັງ​ເປັນ​ຊີ​ວິດ​ຢູ່​ຫຼື​ມີ​ຊີ​ວິດ​ຢູ່​ ກໍ​ຈະ​ໜີ​ຄວາມ​ປ່ຽນ​ແປງ​ບໍ່​ພົ້ນ.
ງ. ພະ​ສົງ​ໃນ​ສາ​ສະ​ໜາ​ກໍ​ຈັດ​ວ່າ​ເປັນ​ສິ່ງ​ມີ​ຊີ​ວິດ​ ຫຼື​ຢ່າງ​ໜ້ອຍ​ທີ່​ສຸດ​ກໍ​ເປັນ​ສິ່ງ​​ເນື່ອງ​ດ້ວຍ​ຊີ​ວິດ​ ຈຶ່ງ​ຕ້ອງ​ຢູ່​ຄູ່​ກັບ​ການ​ພັດ​ທະ​ນາ​ ຖ້າ​ຂາດ​ການ​ພັດ​ທະ​ນາ​ກໍ​ໝົດ​ຊີ​ວິດ​ ຫຼື​ ຂາດ​ຊີ​ວິດ​ ເພາະ​ບໍ່​ມີ​ຊີ​ວິດ
​ຈ. ຊີ​ວິດ​​​ຂອງ​ພະ​ສົງ​ໃນ​ວັດ​ພຸດ​ທະ​ສາ​ສະ​ໜາ​ໄດ້​ແກ່​ແຫຼ່ງ​ທີ່​ປະ​ກົດ​ອອກ​ມາ​ ​ເຊິ່ງ​ຜົນ​ແຫ່ງ​ການ​
ງານ​ຂອງ​ພະພຸດທະສາສະໜາ ເຊິ່ງປົກຄຸມດ້ວຍຄວາມປົກກະຕິສຸກ ແລະ ຄວາມສະຫງົບສຸກທຸກປະການ.

ຫຼັກການໃນບົດບາດຂອງພຣະສົງ ແລະ ເປັນບົດບາດຈິງໃນທາງປະຕິບັດ ທີ່ພຣະສົງທີ່ຖືກຕ້ອງຕາມພຣະວິໄນເພິ່ງປະຕິບັດກັນ, ໂດຍສະເພາະໃນດ້ານຫຼັກ 4 ດ້ານໄດ້ແກ່ ດ້ານການປົກຄອງ ຕ້ອງປົກຄອງໂດຍທຳ ປົກຄອງເພື່ອເກື້ອໜູນໃຫ້ເກີດການສຶກສາ ດ້ານການສຶກສາ ແລະ ການສຶກສາສົງເຄາະ ທັງທີ່ພຣະສົງກັນເອງສອນພະເໜນດ້ວຍກັນເອງ ແລະ ສົງເຄາະບຸດ ທິດາ ເພື່ອໃຫ້ໄດ້ຮັບການສຶກສາທີ່ຖືກຕ້ອງ ພ້ອມທັງວິຊາຄວາມຮູ້ ຄວາມປະພຶດ ການສຶກສາທີ່ສ້າງ ວິທີຄິດທີ່ເປັນການຮຽນຮູ້ຄວາມສຸກ (Learning And Happiness). ບົດ​ບາດ​ດ້ານ​ການ​ເຜີຍ​ແຜ່​ເປັນ​ງານ​ທີ່​ນຳ​ຄຳ​ສອນ​ຂອງ​ສຳ​ມາ​ສຳ​ພຸດ​ທະ​ເຈົ້າ​ອອກ​ເຜີຍ​ແຜ່​ສູ່​ປະ​ຊາ​ຊົນ​ ເປັນ​ພາ​ລະ​ກິດ​ທີ່​ສຳ​ຄັນ​ ໃນ​ສະ​ໄໝພຸດທະການພະພຸດທະອົງ  ໃຊ້ຄຳວ່າໄປປະກາດພົມມະຈັນ ອັນເປັນຊີວິດທີ່ປະເສີດ ນັ້ນໝາຍເຖິງພະສົງຕ້ອງເປັນແບບຢ່າງທີ່ດີຂອງການດຳເນີນຊີວິດສັງຄົມສົງຕ້ອງເປັນສັງຄົມລຳລອງ ສັງຄົມເປັນແບບຢ່າງ ຫຼືສັງຄົມຕົ້ນແບບຂອງສັງຄົມຊາວບ້ານທີ່ດີໃຫ້ໄດ້ ສັງຄົມສົງຕ້ອງເປັນລະບຽບ ຕ້ອງມີການຈັດລະບຽບທາງສັງຄົມໃຫ້ດີ. ບົດບາດດ້ານສາທາລະນຸປະການ ແລະ ສາທາລະນະສົງເຄາະ ອັນເປັນບົດບາດຫຼັກອີກໜຶ່ງດ້ານ ທີ່ໝາຍເຖິງດ້ານການກໍ່ສ້າງ ການພັດທະນາສາສະໜາວັດຖຸ ໂດຍເລີ່ມຈາກການສ້າງພາຍໃນວັດຂອງພະສົງ ສ້າງເພື່ອໃຫ້ເປັນທີ່ສະດວກແກ່ການສຶກສາທຳປະຕິບັດ ບໍ່ແມ່ນເປັນການສ້າງເພື່ອອວດອ້າງບາລະມີ ແຂ່ງຂັນຄວາມຟຸ່ມເຟືອຍຫຼູຫຼາ ​ເອົາບົດບາດທັງໝົດມາທຸ້ມເທກັບບົດບາດດ້ານການກໍ່ສ້າງ. ສິລະປະທີ່ສ້າງຄວນມີເອກະລັກຂອງຄວາມເປັນລາວ ຄວາມເປັນພຸດໃຫ້ປາກົດເຫຼືອຢູ່ຄູ່ກັບສັງຄົມລາວເຮົາ ຄືພໍເບິ່ງເຫັນສາສະໜາວັດຖຸແລ້ວ ໃຫ້ເປັນສິ່ງແທນຂອງຄວາມເປັນພະພຸດທະສາສະໜາໄວ້.

http://www.khonnaruk.com/html/phra/dhm_now/MonkAction.html

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

 

ຜູ້ຍິງບໍ່ຮູ້ຈັກພໍ

ທີ່ຮ້ານຂາຍສາມີ (ຢາກໃຫ້ມີຢູ່ໂລກນີ້ເດ!)

ມີຮ້ານຂາຍສາມີແຫ່ງໜຶ່ງຫາກໍເປີດໂຕທີ່ເມືອງຫລວງແຫ່ງໜຶ່ງ ທີ່ເຊຶ່ງຜູ້ຍິງສາມາດເຂ້າໄປເລືອກຊື້ສາມີໄດ້ ທີ່ທາງເຂ້າມີຄຳອະທິບາຍວ່າຫ້າງໆນີ້ເຮັດວຽກຈັງໃດ ແຕ່...ທ່ານຈະມາທີ່ຮ້ານແຫ່ງນnhໄດ້ພຽງຄັ້ງດຽວເທົ່ານັ້ນ ຮ້ານນີ້ມີ 6 ຊັ້ນ ແລະ ຄຸນຄ່າຂອງສິນຄ້າຈະເພີ່ມຂຶ້ນເລື້ອຍໆ ຕາມຊັ້ນທີ່ທ່ານຂຶ້ນໄປ ທ່ານສາມາດຈະເລືອກຊື້ສິນຄ້າໃດກໍໄດ້ໃນແຕ່ລະຊັ້ນ ຫລືຈະເລີຍຂຶ້ນໄປເລືອກຊັ້ນຖັດໄປເລີຍກໍໄດ້ ແຕ່ທ່ານບລ່ສາມາດລົງມາໄດ້ອີກ ນອກຈາກຈະອອກຈາກຮ້ານໄປເລີຍ!

ຜູ້ຍິງຄົນໜຶ່ງຈຶ່ງຮີບໄປທີ່ຮ້ານນີ້ເພື່ອຊື້ສາມີ ທີ່ຊັ້ນທຳອິດ ມີປ້າຍຂຽນວ່່າ ຊັ້ນ 1: ຊາຍເຫລົ່ານີ້ມີວຽກເຮັດ ຊັ້ນສອງມີປ້າຍຂຽນ ຊັ້ນ 2: ຊາຍເຫລົ່ານີ້ມີວຽກເຮັດງານທຳ ແລະຮັກເດັກ ທີ່ຊັ້ນສາມມີປ້າຍຂຽນວ່າ ຊັ້ນ 3: ຊາຍເຫລົ່ານີ້ມີວຽກເຮັດ ຮັກເດັກ ແລະໜ້າຕາດີສຸດໆ

ຍິງຄົນນັ້ນຄິດ 'ວ້າວ' ແຕ່ກໍຍັງຂຶ້ນໄປຍັງຊັ້ນຕໍ່ໄປ

ທີ່ຊັ້ນສີ່ ມີປ້າຍຂຽນວ່າ ຊັ້ນ 4: ຊາຍເຫຼົ່ານີ້ມີວຽກເຮັດ ຮັກເດັກ ໜ້າຕາດີສຸດໆ ແລະຊ່ວຍເຮັດງານບ້ານ

"ໂອ້ ຂ້ອຍທົນຕໍ່ໄປບໍ່ໄຫວແລ້ວ!" ຍິງຄົນນັ້ນອຸທານ ແຕ່ລາວກໍຍັງໄປທີ່ຊັ້ນຫ້າ
ທີ່ຊັ້ນຫ້າ ມີປ້າຍຂຽນວ່າ ຊັ້ນ 5: ຊາຍເຫຼົ່ານີ້ມີວຽກເຮັດ ຮັກເດັກ ໜ້າຕາດີສຸດໆ ຊ່ວຍເຮັດງານບ້ານ ແລະໂຣແມນຕິກຫຼາຍ
ແຕ່ລາວກໍຍັງຂຶ້ນໄປທີ່ຊັ້ນຫົກ ຊັ້ນຫົກປ້າຍຂຽນວ່າ...

  ທ່ານເປັນແຂກຄົນທີ່ 31,456,012 ທີ່ມາເຖິງຊັ້ນນີ້ ທີ່ຊັ້ນນີ້ບໍ່ມີຜູ້ຊາຍເລີຍ ເພາະ   ຊັ້ນນີ້ຖືກສ້າງແຍກອອກມາເພື່ອພິສູດວ່າ...ຜູ້

ຍິງບໍ່ມີວັນພໍໃຈອິຫຍັງງ່າຍໆ

ຂໍຂອບໃຈທີ່ມາໃຊ້ບໍລິການ



ຄວາມຫວັງຂອງຜູ້ຊາຍ

ເພື່ອບໍ່ໃຫ້ເກີດຄຳຄັນຫາວ່າລຳອຽງ ເຈົ້າຂອງຮ້ານຈຶ່ງເປີດຮ້ານໃໝ່ອີກຮ້ານໜຶ່ງເປັນຮ້ານຂາຍພັນລະຍາ ເຊິ່ງຢູ່ຝັ່ງກົງກັນຂ້າມ

ຊັ້ນທຳອິດ: ມີພັນລະຍານທີ່ມັກມີ s_ _
ຊັ້ນສອງ: ມີພັນລະຍາທີ່ມັກມີ s_ _ ແລະມີເງິນ
ຊັ້ນສາມຈົນເຖິງຊັ້ນຫົກ: ບໍ່ເຄີຍມີໃຜຂຶ້ນໄປເຖິງເລີຍ

^3^

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2010 | ມີ 15 ຄຳເຫັນ ແລະ 0 trackback(s)

ຊີວິດມີສຸກ ຖ້າທ່ານອ່ານຈົບ

1.  ນຶກໄວ້ສະເໝີວ່າ ການໃຈຮ້າຍ 1 ນາທີຈະເຮັດໃຫ້ຄວາມທຸກຢູ່ກັບທ່ານ 3 ຊົ່ວໂມງ.
2.  ຖ້າຍິ້ມໃຫ້ກັບຄົນທີ່ຢູ່ໜ້າແວ່ນ ຮັບຮອງວ່າ ເຂົາຕ້ອງຍິ້ມກັບມາຫາທ່ານທຸກຄັ້ງ.
3.  ລອງປູກຕົ້ນມອິ້ເອງຈັກຕົ້ນ ການເຕີບໃຫຍ່ຂອງມັນຈະບົ່ງບອກໂຕຂອງທ່ານໄດ້.
4.  ຫຼັບຕາຢູ່ຊື່ໆ 3 ນາທີ ເມື່ອຮູ້ສຶກວ່າ ແມ່ນຫຍັງທີ່ຢູ່ຕໍ່ໜ້າ ມັນຊ່າງຍາກເຫຼືອເກີນ.
5.  ໃໜລະຫວ່າງການຖູແຂ້ວແຕ່ລະເທື່ອ ຖ້າຮ້ອງເພງໄປປ້ອມຈົນຈົບ ຈະເຮັດໃຫ້ແຂວ້ສະອາດຂຶ້ນສອງເທື່ອ.
6.  ຖ້າຫຍ້ຳເຂົ້າແຕ່ລະຄຳໃຫ້ຊ້າລົງ ລົດຊາດທຳມະດາກໍຈະແຊບຂຶ້ນຫຼາຍ.
7.  ບໍ່ວ່າຜົມຈະຍາວ ຫຼື ສັ້ນປານໃດກໍຕາມ ກໍຕ້ອງການໃຫ້ຫວີຢ່າງຖະໜຸຖະໜອມຄືກັນໝົດ.
8.  ການຂຶ້ນລົງຂັ້ນໃດສູງໆແບບບໍ່ໃຫ້ເໝື່ອຍຄືການບໍ່ນັບວ່າກຳລັງຢືນຢູ່ຂັ້ນໄດຊັ້ນທີ່ເທົ່າໃດ.
9.  ຄົນຕາບອດຈະເຫັນວ່າ "ທ່ານງາມຫຼາຍ" ທັນທີທີ່ທ່ານຖາມເຂົາວ່າ "ໃຫ້ຂ້ອຍຊ່ວຍພາຂ້າມທາງບໍ່".
10. ຄວນຝຶກເວົ້າຄຳວ່າ "ບໍ່ເປັນຫຍັງ" ໃຫ້ລຶ້ງປາກຫຼາຍກວ່າການເວົ້າຄຳວ່າ "ຊິເອົາຈັ່ງໃດ?".
11. ລອງຕັ້ງມອງໃຫ້ໃວຂຶ້ນ 15 ນາທີ ແລ້ວທ່ານຈະບໍ່ໄປວຽກຊ້າຄືເກົ່າ.
12. ສັດລ້ຽງຢູ່ເຮືອນມັກຮັກສາຄວາມລັບເກັ່ງ ເລື່ອງທີ່ບໍ່ຢາກໃຫ້ຄົນຮູ້ຈຶ່ງຄວນເລົ່າໃຫ້ມັນຟັງ.
13. ອາຫານທີ່ບໍ່ມັກກິນຕອນຫຍັງນ້ອຍ ລອງຕັກເຂົ້າປາກອີກເທື່ອໜຶ່ງເບິ່ງ ເພື່ອຈະກາຍເປັນອາຫານທີ່ມັກກໍໄດ້.
14. ຂຽນຊື່ຄົນທີ່ທ່ານຊັງໃສ່ເຈ້ຍແລ້ວຈີກຖິ້ມ ແລ້ວຄວາມຊັງຈະຫຼຸດລົງເລື້ອຍໆ.
15. ປ່ອຍໃຫ້ນ້ຳຕາໄຫຼໂດຍບໍ່ຕ້ອງເຊັດ ເມື່ອນ້ຳຕາແຫ້ງແລ້ວ ເກືອບຈະເບິ່ງບໍ່ອອກວ່າຫາກໍຮ້ອງໄຫ້ເຊົາເມື່ອກີ້ນິ.
16. ຊາລາເປົາ 1 ກ້ອນກິນໄດ້ 2 ຄົນ, ລູກຊີ້ນປີ້ງ 1 ໄມ້ກິນໄດ້ 4 ຄົນ ຖ້າທ່ານຄິດຈະແບ່ງປັນ.
17. ກ່ອນຈະຊື້ອັນໃດກໍຕາມຄວນຄຶດຫາປະໂຫຍດຂອງມັນໃຫ້ໄດ້ຢ່າງໜ້ອຍ 3 ຂໍ້ກ່ອນ.
18. ເຖິງວ່າໂສ້ງເສື້ອໃນຕູ້ຈະມີໜ້ອຍ ແຕ່ຖ້າໃສ່ສະລັບກັນໄປເລື້ອຍໆກໍເບິ່ງຄືວ່າມັນມີຫຼາຍເອງ.
19. ຕຸກກະຕາ ແລະຂອງຫຼິ້ນເກົ່າໆຈະເຮັດໃຫ້ເຮົາຍິ້ມໄດ້ສະເໝີ ຖ້າໄປຈັບມັນມາຫຼິ້ນອີກຄັ້ງໜຶ່ງ.
20.ເລືອກໃຫ້ຂອງຂວັນຄົນທີ່ບໍ່ເຄີຍໄດ້ຂອງຂວັນ ດີກວ່າໃຫ້ຄົນທີ່ໄດ້ຂອງຂວັນຫຼາຍຈົນບໍ່ຈື່ຊື່ຄົນໃຫ້ບໍ່ໄດ້.
21. ໃນມື້ທີ່ຮູ້ສຶກເສົ້າໆເຫງົາໆຍ່າງໄປຊື້ດອກໄມ້ໃຫ້ໂຕເອງຈັກດອກກໍຈະດີຂຶ້ນເອງ.
22. ແອບຮັກໃຜຈັກຄົນ ຢ່າງໜ້ອຍກໍດີກວ່າການທີ່ເຮົາບໍ່ເຄີຍຮູ້ວ່າຄວາມຮັກມັນເປັນຈັ່ງໃດ.
23. ເຖິງແມ່ນວ່າຈະບໍ່ໄດ້ອອກໄປໃສ ແຕ່ບໍ່ໄດ້ໝາຍຄວາມວ່າ ຈະແຕ່ງໂຕໃຫ້ງາມບໍ່ໄດ້.
24. ສ້າງຄວາມຫວານຊຶ້ງງ່າຍໆຄົນດຽວ ດ້ວຍການນັບດາວໃຫ້ຄົບ 100 ດວງກ່ອນນອນ.
25. ຖ້າທ່ານເຊັດແກ້ວແວ່ນທີ່ຂຸ່ນມົວທີ່ໃຫ້ໃສຄືນໄດ້ ເປັນຫຍັງທ່ານຈະຮຽນ ຫຼືເຮັດວຽກດີກວ່ານີ້ບໍ່ໄດ້.
26. ພະຍາຍາມອ່ານປຶ້ມທຸກປະເພດທີ່ມີຫອຢ້ຈົບ ເຖິງມັນອາດບໍ່ມ່ວນ ແຕ່ກໍມີປະໂຫຍດແຝງຢູ່.
27. ຕື່ນເຊົ້າມາໃຫ້ຢຽດຄ້ານໃຫ້ດົນທີ່ສຸດເທົ່າທີ່ຈະດົນໄດ້ ຖ້າທ່ານຄ້ານທີ່ຈະອອກກຳລັງກາຍ.
28. ພຽງແຕ່ທ່ານເອົາເຂົ້າທີ່ກິນບໍ່ໝົດໄປໃຫ້ໝາທີ່ຍ່າງຜ່ານມາເຮືອນທ່ານ ມັນກໍເປັນການເຮັດບຸນທີ່ບໍ່ຕ້ອງລົງທືນແລ້ວ.
29. ປິດໄຟດອກທີ່ບໍ່ຈຳເປັນໃນເຮືອນ ທ່ານຈະມີເງິນເກັບຫຼາຍຂຶ້ນ.

ຂໍ້ມູນຈາກ: learners
ຄັດລອກຈາກ: ວາລະສານ Update

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

ບົວບໍ່ຊ້ຳນ້ຳບໍ່ຂຸ່ນ

ນັກທຸລະກິດຜູ້ປະສົບຄວາມສຳເລັດລ້ຳລວຍຄົນໜຶ່ງເຜີຍເຄັດລັບ

ທີ່ຖີບໂຕຂຶ້ນມາສູ່ແນວໜ້າໃນວົງການຄ້າໃຫ້ຄົນໃນງານ

ສັງສັນຟັງຢ່າງບໍ່ປິດບັງວ່າ

ນັກທຸລະກິດ: "ຄົນທີ່ເຮັດຫຍັງເຂົ້າທ່າ ບົວບໍ່ຊ້ຳນ້ຳບໍ່ຂຸ່ນທີ່ສຸດເທົ່າທີ່ຂ້ອຍເຄີຍພົບມາຄືຄົນທີ່ໄລ່ຂ້ອຍອອກຈາກວຽກທີ່ຂ້ອຍເຮັດເປັນງານທຳອິດໃນຊີວິດ ເຂົາຮຽກຂ້ອຍເຂົ້າໄປພົບ ແລ້ວບອກວ່າ 'ນ້ອງຊາຍເອີຍ ຂ້ອຍກໍບໍ່ຮູ້ວ່າເຮົາຈະຢູ່ໄດ້ແນວໃດໂດຍບໍ່ມີເຈົ້າ ແຕ່...ຕັ້ງແຕ່ວັນຈັນນີ້ເຮົາຈະພະຍາຍາມ"


ເຈົ້ານາຍເກົ່າ ^3^

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2010 | ມີ 12 ຄຳເຫັນ ແລະ 0 trackback(s)


ທີ່ຮ້ານຕັດຜົມ

ຊ່າງຕັດຜົມ: "ເຈົ້າຈະເອົາຊົງໃດນໍ້"
ລູກຄ້າ: "ຂ້າງໜຶ່ງຍາວ ຂ້າງໜຶ່ງສັ້ນ ຫຍິກໆທາງໜ້າ ທາງກາງຊີ້ເດ່"
ຊ່າງຕັດຜົມ: "ຂໍໂທດເດີ້ ຊົງນັ້ນຂ້ອຍຄືຊິເຮັດໃຫ້ບໍ່ໄດ້ເດີ້"
ລູກຄ້າ: "ໄດ້ຕວະ ເທື່ອແລ້ວນິເຈົ້າຍັງເຮັດໃຫ້ຂ້ອຍເລີຍ!"

ເຮິໆ ^3^


ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ໃຈເຢັນໆ

ລູກຄ້າ: "ເຮີ້ຍ! ນ້ອງ ໄກ່ອົບໂຕໜຶ່ງຂ້ອຍສັ່ງຕັ້ງສອງຊົ່ວໂມງເມື່ອໃດຈະໄດ້ລະ"
ບ໋ອຍ: "ໃຈເຢັນໆເດີ້ ໂຕະນັ້ນກໍສັ່ງໄກ່ອົບໂຕໜຶ່ງ"
ລູກຄ້າ: "ແລ້ວມັນກ່ຽວຫຍັງກັບຂ້ອຍນຳນິ"
ບ໋ອຍ: "ຄືວ່າຮ້ານເຮົາໄກ່ໝົດຫາຊື້ບໍ່ໄດ້ ເຫຼືອໄກ່ໂຕໜຶ່ງກັບໄຂ່ 1 ໜ່ວຍ ນ້ອງກໍຈະໃຫ້ແມ່ໄກ່ໂຕທີ່ເຫຼືອຟັກໄຂ່ໃຫ້ອອກເປັນໂຕກ່ອນແລ້ວເຖິງຈະຂ້າແມ່ໄກ່ອົບໃຫ້ໂຕະນັ້ນເພາະເຂົາສັ່ງກ່ອນທ່ານ ແລ້ວລູກໄກ່ນ້ອງຈະລ້ຽງໃຫ້ໃຫຍ່ກ່ອນແລ້ວຈຶ່ງຈະອົບໃຫ້ທ່ານ"
ລູກຄ້າ: "!?!"

ມີວິໄສທັດ ^3^

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ຖ້າສິ່ງຂອງເວົ້າໄດ້...ຈະເວົ້າວ່າ

ເກີບ: ຢຽບຂີ້ໝາຈົນໄດ້ ເຕັມຕີນເຈົ້າ ແຕ່ເຕັມໜ້າເຮົາ
ໝໍ້ກະທະ: ເປີດໄຟເບົາໆແດ່ຮ້ອນໄດ໋ເຮີ້ຍ
ເສື້ອຊ້ອນ: ເອົາຟອງນ້ຳມາຍັດຂ້ອຍເລີຍດີບໍ່
ເສື້ອ: ຫັດທາຫີນສົ້ມແດ່ເດີ້ ເຫື່ອອອກເທື່ອໃດ ຈະເປັນລົມ
ໂທລະສັບ: ໃຊ້ຢາຖູແຂ້ວຍີ່ຫໍ້ຫຍັງ ປາກເໝັນໂຄດ
ຕັ່ງ: ໂບ໋ະ...ກົ້ນຊ້າງ ຫຼື ຄົນ
ສະລິບ: ຕົດມາໂລດເຮົາຮັບໄດ້
ກ້ອງຖ່າຍຮູບ: ໜ້າເຫິ! ຍັງຈະຖ່າຍຮູບເກັບໄວ້ເບິ່ງອີກ
ກະສອບຊາຍ: ຂະນ້ອຍໄປເຮັດຫຍັງໃຫ້ອ້າຍແຄ້ນເຄືອງຫຍັງນໍ້..


ພາສາສຳມະປິ ^3^

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

       ບໍ່ຄວນເລີຍກູ

ທະນາຍຄວາມທ່ານໜຶ່ງ ຫຼັງຈາກໄຕ່ຕອງເປັນເວລານານກໍຕັດສິນໃຈເຂົ້າພົບຜູ້ພິພາກສາໃນຫ້ອງເຮັດວຽກເປັນການສ່ວນຕົວ ເພື່ອຂໍຄວາມປານີໃຫ້ແກ່ລູກຄວາມຂອງຕົນ
ທະນາຄວາມ: "ທ່ານຜູ້ພິພາກສາ ຈຳເລີຍເປັນຄົນຍາກຈົນ ມີພາລະຕ້ອງລ້ຽງດູບຸດເຖິງສາມຄົນ ແລະ ໜຳຊ້ຳຍັງຕ້ອງມີໜ້າທີ່ອຸປະກາລະລ້ຽງດູມານດາເຊິ່ງແກ່ຊະລາ ແລະ ຕາບອດອີກດ້ວຍ ດັ່ງນັ້ນຂໍຄວາມກະລຸນາໃຫ້ລົງໂທດໃນສະຖານເບົາ ຄືຈຳຄຸກເລີຍສັກສາມເດືອນກໍພໍ"
ສານ: "ແລ້ວສານຈະຫາທາງຊ່ວຍ"

ຕໍ່ມາຄະດີຈົບສິ້ນ ຈຳເລີຍຖືກຕັດສິນໃຫ້ຈຳຄຸກສາມເດືອນ ທະນາຍຄວາມກໍເຂົ້າພົບກັບຜູ້ພິພາກສາເພື່ອຂອບໃຈແທນຈຳເລີຍ
ສານ: "ບໍ່ເປັນຫຍັງດອກ ຄວາມຈິງຄະດີນີ້ຜູ້ພິພາກສາຄົນອື່ນເຂົາມີຄວາມເຫັນໃຫ້ປ່ອຍໂຕຈຳເລີຍໄປ ແຕ່ເຈົ້າຂອງເຫັນວ່າໄດ້ຮັບປາກກັບເຈົ້າແລ້ວຕ້ອງຂໍຮ້ອງພວກເຂົາດົນເຕີບກວ່າເຂົາຈະຍອມໃຫ້ຈຳຄຸກສາມເດືອນ"

ເປັນຊັ້ນໄປ..^3^

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2010 | ມີ 11 ຄຳເຫັນ ແລະ 0 trackback(s)


            ພາສາໃນວັນນີ້

ນົມບູດ: ຈະເກີດຂຶ້ນກັບບຸກຄົນທີ່ມີພັນລະຍາອາຍຸ 60 ປີຂຶ້ນໄປ
ຫົວຊ້າງ: ບາງຄັ້ງກໍນ້ອຍກວ່າຫົວຄົນ ຖ້າເປັນຊື່ຂອງສິວ
ບີບສິວ: ປຽບເໝືອນພໍ່ແມ່ທຳຮ້າຍລູກ ແລ້ວຕົວເອງເຈັບຍິ່ງກວ່າ
ທອງ:  ຂອງມີຄ່າທີ່ຄົນຢາກໄດ້ ແຕ່ຈະໄຮ້ຄ່າເມື່ອເປັນໄວຂອງຜູ້ຍິງ
ໄຊຊະນະ: ເກີດຂຶ້ນໄດ້ຈາກຄວາມພ່າຍແພ້ຂອງຝ່າຍກົງກັນຂ້າມ
ລິຂະສິດ: ສິ່ງທີ່ບົ່ງບອກວ່າ "ກູນີ້ແຫຼະ ເປັນເຈົ້າຂອງ"      
ກະເທີຍ: ເພດທີ່ຄວບຄຸມການເພີ່ມປະຊາກອນໂລກໄດ້ດີທີ່ສຸດ
ສະລາມ: ສັດທີ່ບໍ່ຢາກເກີດມາມີຫູ
ປອດ: ອະໄວຍະທິ່ມີຄວາມສຳພັນເລິກເຊິ່ງກັບຢາສູບ
ງານສົບ: ເປັນງານທີ່ເຈົ້າໂຕບໍ່ເຄີຍອອກມາຕ້ອນຮັບແຂກເລີຍ
ປະທັບໃຈ: ຄວາມຮູ້ສຶກດີໆ ທີ່ເກີດຂຶ້ນ ຖ້າເປັນກິລິຍາໝາຍເຖິງ ເອົາມືໄປຈັບໜ້າເອິກຂອງຜູ້ຍິງດ້ານຊ້າຍ ແລ້ວ  ກົດເບົາໆ ໃຫ້ຖືກກາງຫົວໃຈ (ເຮິໆໆ)


ພາສາວິບັດ ^3^

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

                               ຊ່ວຍແດ່ເອື້ອຍ


ເມຍຜູ້ຮັບເໝົາກໍ່ສ້າງຍ່າງມາເປີດປະຕູບ້ານທັນທີທີ່ໄດຍິນສຽງເຄາະຈາກຊາຍແປກໜ້າ

"ເຈົ້າຮູ້ຈັກວິທີການມີ sxx ບໍ່"  ຊາຍແປກໜ້າຖາມ
"ບັກບ້າໂລກຈິດ" ເມຍຜູ້ຮັບເໝົາຕອກໜ້າໃສ່ຊາຍແປກໜ້າຄົນນັ້ນເຂົາລົບກວນລາວຢູ່ຢ່າງນີ້ຕະຫຼອດທິດ ລາວທົນບໍ່ໄຫວຈຶ່ງໄປບອກຜົວ ຜົວລາວຈຶ່ງວາງແຜນຈະສັ່ງສອນບັກຄົນແປກໜ້ານີ້ຈັກຕັ້ງ

ຮຸ່ງເຊົ້າຂຶ້ນມາຜູ້ຜົວຢືນຖືປືນລົບຢູ່ຫຼັງປະຕູ ເມື່ອຊາຍແປກໜ້າມາເຄາະປະຕູດ້ວຍຄຳຖາມເດີມໆ ເມຍກໍຕອບໄປຕາມວາງແຜນກັບຜົວໄວ້ວ່າ "ຮູ້ຕວະ ແຮງຮູ້ດີອີກ"
ຍັງບໍ່ທັນທີ່ຜົວເມຍຄູ່ນັ້ນຈະເຮັດຫຍັງ ຊາຍແປກໜ້າຄົນນັ້ນກໍເວົ້າວ່າ


"ດີແລ້ວ...ຖ້າຈັ່ງຊັ້ນເຈົ້າກໍຊ່ວຍປະຕິບັດກັບສາມີຂອງເຈົ້າດ້ວຍ ມັນຈະໄດ້ເລີກໄປຫຍຸ້ງກັບເມຍຂອງຂ້ອຍເສຍທີ!!!"

ຕາຍຄັກໆ ^3^

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

                                                                       ໄພຫ້ອງນ້ຳ

ຢາກຈະເຕືອນເພື່ອນໆເຂົ້າຫ້ອງນ້ຳສາທາລະນະ ລະວັງ! ແມ້ກະທັ້ງ...ຜູ້ຊາຍ ເຄີຍເຈິແບບນີ້ບໍ່ ຂ້ອຍເອງກໍເປັນຊາຍ ໃນຂະນະນັ້ນຂ້ອຍກຳລັງຂັບລົດກັບບ້ານຄົນດຽວ ເຈັບທ້ອງສຸດໆ ເລີຍແວະເຂົ້າຫ້ອງນ້ຳ
ປິດປະຕູ ປັງ! ບຶດໜຶ່ງກໍມີຄົນຍ່າງມາເຂົ້າຫ້ອງນ້ຳຫ້ອງຂ້າງໆຂ້ອຍ ແລ້ວມີສຽງລອດອອກມາ

ຊາຍນິລະນາມ:  "ບາຍດີ ເປັນຈັ່ງໃດ ສະບາຍດີບໍ່"
ຂ້ອຍ:         ນຶກໃນໃຈ ອືມ ແມ່ນຫຍັງຂອງມັນວະ ແຕ່ເຮັດໃຈດີສູ້ເສືອ ເປັນແນວໃດກະເອົາຫວະ     ເລີຍຕອບກັບໄປ   "ເອີ່..ສະບາຍດີ"
ຊາຍນິລະນາມ:  ຖາມຕໍ່ "ແລ້ວເຮັດຫຍັງຢູ່ລະ"
ຂ້ອຍ:
:         ຄິດໃນໃຈ ຈະໃຫ້ກູເຮັດຫຍັງຫວະນັງ່ຢູ່ໃນວິດ "ເອີ່..ຄືວ່າຖ່າຍໜັກຢູ່ນະ"
ຊາຍນິລະນາມ:  ຖາມອີກ "ນອນເດິກແທ້ ປານນີ້ຍັງບໍ່ຫລັບບໍ່ນອນ ຈະໄປໃສນິ"
ຂ້ອຍ:         ອືມ ແປກດີເວີ້ຍ ມີຄົນຊວນລົມ ຄົງກຳລັງຫາເພື່ອນລົມ "
ເອີ່ ກັບບ້ານທີ່ໜອງບອນ
                ຕ້ອງໄປງານແຕ່ງແຕ່ເຊົ້າ"

ຊາຍນິລະນາມ:  "ເຮີ້ຍໆ! ວາງກ່ອນເດີ້ ຫ້ອງຂ້າງໆ ເປັນບ້າຫຍັງບຸ ລົມຕອບມາຕະຫຼອດເລີຍ!!!"

ຄົນນອນເດິກ ^3^

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

                                                   ໃນຝັນ

ຊາຍສາມຄົນນອນບຽດກັນຢູໃນສວນສາທາລະນະຫຼັງຈາກໄປດື່ມເຫຼົ້າສະຫຼອງການຖືກລາງວັນເລກທ້າຍສອງໂຕງວດທີ່ຜ່ານມາຈົນກັບບ້ານບໍ່ໄດ້
ຮຸງເຊົ້າຂຶ້ນມາຊາຍທີ່ນອນດ້ານຂວາມືຈົ່ມເບົາໆວ່າ "ເມື່ອຄືນຝັນວ່າມີຄົນມາດຶງນ້ອງໜູເຮົາແລ້ວບິດແຮງໆຫຼາຍໆຄັ້ງ"
ຊາຍຄົນທີ່ນອນທາງຊ້າຍມືກໍຮີບບອກດ້ວຍຄວາມປະຫຼາດໃຈຄືກັນວ່າ "ແມ່ນໆ ສ່ຽວ ເຮົາກໍຝັນຢ່າງນັ້ນຄືກັນ ແຕ່ຂອງເຮົາຈັບໆ ມາຍໆ ບໍ່ບິດ"
ຊາຍຄົນທີ່ນອນທາງກາງຕື່ນຂຶ້ນມາພໍດີ ບອກກັບເພື່ອນວ່າ


" ເອີ້ ເມື່ອຄືນເຮົາລະຝັນບັກຄັກໆເລີຍ ຝັນວ່າໄດ້ຂີ່ລົດຊັອບເປີ້ຄັນໂກ້ພຸ້ນໄດ໋ຫັ້ນ!!!"

ຝັນໄປໄດ້ ^3^

ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

          ຢາກໃຊ້ໄວໆ

ເມຍ:  "ຂ້ອຍອຸດສາຊື້ເສື້ອໃໝ່ໃຫ້ເຈົ້າ ແຕ່ເປັນຫຍັງບໍ່ເຫັນໃສ່ເລີຍ ເຖິງມັນຈະບໍ່ຖືກໃຈເຈົ້າກໍໜ້າຈະທົນໆໃສ່ໄປສາ       ຊື້ມາແລ້ວບໍ່ໄດ້ໃຊ້ເສຍດາຍເຄື່ອງເດ"
ສາມີ:  "ສ່ຳນີ້ລະເຮັດເປັນຈົ່ມ ທີຂ້ອຍຊື້ໃຫ້ເຈົ້າເປັນລ້ານແລ້ວຍັງບໍ່ໄດ້ໃຊ້ຂ້ອຍຍັງບໍ່ວ່າອິຫຍັງເຈົ້າຈັກຄຳເລີຍ"
ເມຍ:  "ມີຫວະ ເຈົ້າຊື້ຫຍັງໃຫ້ຂ້ອຍແລ້ວຍັງບໍ່ໄດ້ໃຊ້ຮຶ!"
ສາມີ: 
"ປະກັນຊີວິດຫັ້ນເດະ"
ເມຍ:  "!?!"

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

ຄົນຊ່າງປະຈົບ

ທ່ານໄອຍະການເມືອງໄດ້ອອກໄປກວດກາລາຊະການທີ່ຕ່າງເມືອງແລະໄດ້ແວະກິນເຂົ້າສວາຍ ຢູ່ຮ້ານອາຫານໜຶ່ງເຊິ່ງມີຊື່ປະຈຳເມືອງແລະຮູ້ສຶກປະທັບໃຈໃນການເອົາອົກເອົາໃຈຂອງພະນັກງານຕ້ອນຮັບໜຸ່ມຄົນໜຶ່ງຫຼາຍຈຶ່ງເອີ້ນມາລົມນຳ

ທ່ານໄອຍະການເມືອງ:"ຫຼານຊື່ຫຍັງ ນໍ້"
ພະນັກງານຕ້ອນຮັບ: "ແລ້ວແຕ່ທ່ານຈະຮຽກຂ້ານ້ອຍທ້ອນ"
ທ່ານໄອຍະການເມືອງ: "ລຸງວ່າຫຼານບໍ່ຊື່ສົມສິນ ກໍ ສົມສັກ"
ພະນັກງານຕ້ອນຮັບ: "ທ່ານເດົາໄດ້ຖືກຕ້ອງເລີຍ"
ທ່ານໄອຍະການເມືອງ: "ຮ້າ! ຈະຖືກໄດ້ຈັງໃດ໊"
ພະນັກງານຕ້ອນຮັບ: "ຄືຕອນຍັງນ້ອຍໆ ຫຼານຊື່ສົມສິນ ພໍໃຫຍ່ຂຶ້ນມາຫຼານເລີຍໄປປ່ຽນຊື່ເປັນສົມສັກ"
ທ່ານໄອຍະການເມືອງ: "ຊັ້ນ ຕອນນີ້ຫຼານອາຍຸເທົ່າໃດແລ້ວ"
ພະນັກງານຕ້ອນຮັບ: "ທ່ານວ່າເທົ່າໃດກໍເທົ່ານັ້ນແລ້ວ"
ທ່ານໄອຍະການເມືອງ: "ລຸງກະວ່າຮາວໆ 23 ຫຼືບໍ່ກະ 25"
ພະນັກງານຕ້ອນຮັບ: "ຖືກຕ້ອງທີສຸດເລີຍ"
ທ່ານໄອຍະການເມືອງ: "ຈະເປັນໄປໄດ້ບໍ"
ພະນັກງານຕ້ອນຮັບ: "ຄວາມຈິງຫຼານອາຍຸ 23 ປີ ແຕ່ໝໍດູບອກວ່າຕົວເລກນີ້ຈະເປັນອັບປະມົງຄຸນ  ຫຼານເລີຍເພີ່ມອາຍຸເປັນ 25"
ທ່ານໄອຍະການເມືອງ: "ແລ້ວຫຼານເກີດເດືອນຫຍັງລະ"
ພະນັກງານຕ້ອນຮັບ: "ທ່ານວ່າເກີດເດືອນໃດກໍເດືອນນັ້ນແລ້ວ"
ທ່ານໄອຍະການເມືອງ: "ລຸງວ່າບໍ່ເດືອນຕຸລາກໍເດືອນພຶດສະພານີ້ແຫຼະຫວາ"
ພະນັກງານຕ້ອນຮັບ: "ທ່ານເວົ້າຖືກອີກແລ້ວ"
ທ່ານໄອຍະການເມືອງ: "ດຽວກ່ອນໆ ລຸງຈະໄປເວົ້າຖືກໄດ້ຈັງໃດ໊!?"
ພະນັກງານຕ້ອນຮັບ:"ຄືເລື່ອງມີຢູ່ວ່າ ແມ່ຫຼານກຳນົດເກີດຫຼານໃນເດືອນຕຸລາ  ແຕ່ພໍນ້ຳຖ້ວມ   ແມ່ຫຼານກະເລີຍເລື່ອນໄປເກີດເດືອນພຶດສະພານີ້ແຫຼະທ່ານ"

!!! ''o'' !!! ບໍ່ຄ່ອຍຈະປານໃດເລີຍ >.<

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

ເຈົ້າສາວຈອມທໍລະຫົດ

ພີ່ນ້ອງຝາແຝດສອງຄົນຊື່ຈຸ໋ມກັບຈິ໋ມ ຈຸ໋ມແຕ່ງງານແລ້ວແຕ່ຈິ໋ມຍັງເປັນໂສດ ສິ່ງທີ່ຈິ໋ມຮັກຄືເຮືອຍົນເກົ່າໆລຳໜຶ່ງ ເຊິ່ງເຂົາຮັກມັນເໝືອນກັບເມຍກໍຍັງບໍ່ປານ
ວັນໜຶ່ງເກີດເຄາະກຳຂຶ້ນແກ່ພີ່ນ້ອງຝາແຝດຄູ່ນີ້ພ້ອມກັນໃນມື້ດຽວກັນ ຄືເມຍຂອງຈຸ໋ມເກີດຫົວໃຈວາຍຕາຍ ສ່ວນເຮືອຂອງຈິ໋ມກໍແຕກລົງສູ່ກົ້ນແມ່ນ້ຳ
ອີກສອງມື້ຕໍ່ມາຈິ໋ມກໍພົບໝູ່ຄົນໜຶ່ງຢູ່ຫົນທາງເຊິ່ງໝູ່ຜູ້ນັ້ນເຂົ້າໃຈວ່າລາວແມ່ນຈຸ໋ມ ແລະໄດ້ສະແດງຄວາມເສຍໃຈໃນເຄາະກຳທີ່ໄດ້ຮັບ ຈິ໋ມຕອບວ່າ
"ຂອບໃຈເດີ້ ເຮົາເສຍໃຈກໍແມ່ນແທ້ ແຕ່ກໍບໍ່ມີຫຍັງຫຼາຍດອກ ສະພາບຂອງລາວກໍບໍ່ດີມາແຕ່ທຳອິດແລ້ວ ສົມບຸກສົມບັນເຮັດວຽກມາຢ່າງໜັກ ກົ້ນລາວກໍກະໂພກກະເພກເຕັມທີ່ ແຖມຍັງມີກິ່ນຄືກັບປາເໜົ່າ ຕອນທີ່ຂ້ອຍໄດ້ລາວມາໃໝ່ໆ ລາວກະຍັງເບິ່ງຄ່ອງແຄ້ວດີຢູ່ດອກ ແຕ່ດ້ານຫຼັງລາວກໍມີແຜແຕກ ແຖມດ້ານໜ້າຍັງມີຮູໃຫຍ່ ຮູນີ້ຍິ່ງໃຊ້ກໍຍິ່ງໃຫຍ່ຂຶ້ນທຸກເທື່ອ ຖືກໂຫມໜັກໆເຂົ້າ ນ້ຳກໍໄຫຼພູ່ອອກ ແຕ່ເຖິງຢ່າງນັ້ນລາວກໍຍັງອົດທົນ ມາຮອດມື້ກ່ອນນີ້ຫັ້ນຕິເຈົ້າ ໝູ່ຂອງເຮົາສີ່ຫ້າຄົນມາຂໍຢືມລາວໄປຈາກເຮົາ ເຮົາກໍບອກແລ້ວວ່າສະພາບລາວບໍ່ຄ່ອຍດີປານໃດ ແຕ່ພວກເຂົາວ່າບໍ່ເປັນຫຍັງ ເຮົາຈຶ່ງໃຫ້ຢືມໄປ ມາຮູ້ເອົາຕອນຫຼັງວ່າພວກເຂົາພາເພື່ອນໆອີກເປັນຂະໂຍງລົງມາໂດດທັບໃສ່ລາວພ້ອມໆກັນ ຄາວດຽວ ເຮີ້! ລາວຈະໄປທົນທານໄຫວ ເອິກຂອງລາວຖືກຈີກຄວັກ ແຕກໄປເຖິງສະໂພກເລີຍ"

ເລົ່າມາເຖິງຂັ້ນນີ້ແລ້ວ ປະກົດວ່າໝູ່ຜູ້ນັ້ນເກີດເປັນລົມລົ້ມຟຸບໄປຕໍ່ໜ້າທັນທີ

ຄົນລະເລື່ອງດຽວກັນ!