ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ສາມເມົານີ້ມີແຕ່ເສຍ

ສາມເມົານີ້ມີແຕ່ເສຍ

      ເມື່ອເວົ້າເຖິງເມົາເຮົາຈະເຫັນໄດ້ວ່າຄົນເຮົາເມົາຫຼາຍສິ່ງຫຼາຍຢ່າງ. ແຕ່ຜູ້ຂຽນຈະຂໍຍົກມາເວົ້າສູ່ທ່ານຜູ້ອ່ານຟັງພຽງແຕ່ “ສາມເມົາ” ຄື ສຸລາ, ນາລີ ແລະ ການພະນັນ ທີ່ຄິດວ່າມັນເປັນເມົາທີ່ສາມາດເຮັດໃຫ້ຜູ້ຄົນເສຍວັດຖຸເງິນຄຳ, ເສຍສຸຂະພາບ, ເສຍອະນາຄົດ, ເສຍຊີວິດ ແລະ ເສຍຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໄດ້.

     ສຸລາ ຖ້າເປັນເຫຼົ້າ ເບຍ ມັນກໍເປັນສຸລາທີ່ຄົນສ່ວນຫຼາຍໃນສັງຄົມຍອມຮັບ ແລະ ນິຍົມດື່ມເພື່ອພົບປະສັງສັນລະຫວ່າງໝູ່ເພື່ອນ, ຍາດພີ່ນ້ອງ ແລະ ແຂກຄົນເຊິ່ງຖືວ່າແມ່ນເຄື່ອງດື່ມທີ່ສາມາດສ້າງຄວາມມ່ວນຊື່ນສາມັກຄີໄດ້ເປັນຢ່າງດີ, ແຕ່ກົງກັນຂ້າມຖ້າດື່ມບໍ່ມີສະຕິ ຫຼື ບໍ່ຖືກກາລະ-ເທສະ ມັນກໍສາມາດສົ່ງຜົນກະທົບທີ່ຮ້າຍແຮງຕໍ່ຜູ້ດື່ມໄດ້ເຊັ່ນກັນ ເຊັ່ນ: ດື່ມທຸກມື້ຈົນເປັນນິດໄສ, ດ່ມຈົນເມົາແລ້ວຂັບຂີ່ລົດພາ​ໃຫ້​ເກີດ​ອຸບັດ​ຕິ​ເຫດ ຫຼື ອາລະວາດຕີກັນ... ການດື່ມແບບນີ້ ນອກຈາກຈະເສຍສຸຂະພາບ, ເສຍເງິນຄຳແລ້ວ ຍັງເສຍກຽດສັກສີ, ເສຍອະນາຄົດ ແລະ ອາດຈະເສຍຊີວິດກໍເປັນໄດ້. ຮ້າຍແຮງກວ່າເຫຼົ້າເບຍແລ້ວກໍຍັງມີ ຢາເສບຕິດ ເປັນຕົ້ນແມ່ນຢາບ້າທີ່ສາມາດເຮັດໃຫ້ຜູ້ເສບກ້າຂ້າແມ່ນແຕ່ພໍ່ແມ່ຂອງຕົນເອງ...

      ນາລີ ຖ້າຜູ້ຊາຍທ່ານໃດບໍ່ສາມາດຢັບຢັ້ງຈິດໃຈຂອງຕົນເອງກໍມັກຈະຕົກຢູ່ໃນວຽນວົນແຫ່ງການເມົານາລີ ເຊິ່ງກໍເປັນເມົາໜຶ່ງທີ່ສາມາດສ້າງຄວາມເສື່ອມເສຍ ທາງດ້ານວັດຖຸເງິນຄຳ, ກຽດຍົດສັກສີ, ວັດທະນະທຳ ແລະ ເຮັດໃຫ້ສະຖາບັນຄອບຄົວອ່ອນແອ ຈົນບາງເທື່ອກໍເຖິງຂັ້ນແຕກຫັກກໍມີ.

      ການພະນັນ ເຄີຍໄດ້ຍິນຄຳຄະຕິພົດບົດໜຶ່ງບໍວ່າ “ໂຈນປຸ້ນສິບເທື່ອ ກໍບໍ່ທໍ່ໄຟໄໝ້ເຮືອນເທື່ອດຽວ, ໄຟໄໝ້ເຮືອນສິບເທື່ອ ກໍບໍ່ທໍ່ເສຍການພະນັນເທື່ອດຽວ” ຄະຕິພົດດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຖືກໂຈນປຸ້ນກໍເສຍແຕ່ເງິນຄຳ ຍັງເຫຼືອເຮືອນໃຫ້ອາໄສຢູ່, ໄຟໄໝ້ເຮືອນກໍຍັງເຫຼືອດິນໃຫ້ອາໄສຢູ່ ແຕ່ເສຍການພະນັນບາງເທື່ອແມ່ນແຕ່ດິນກໍບໍ່ເຫຼືອໃຫ້ຢູ່ ຍ້ອນຖືກຢຶດ ຫຼື ຂາຍມາແທນໜີ້.

       ມີບາງຄົນຖາມວ່າ ການຊື້ເລກເປັນການພະນັນບໍ? ຄຳຕອບກໍຄືເຂົ້າຂ່າຍການພະນັນແນ່ນອນ, ແຕ່ມັນພັດຖືກກົດໝາຍຍ້ອນວ່າແມ່ນການທ້ອນໂຮມທຶນຮອນໄປພັດທະນາປະເທດຊາດ (ຖ້າເລກທີ່ທ່ານຊື້ນັ້ນບໍ່ແມ່ນເລກເຖື່ອນ). ແນວໃດກໍຕາມທ່ານກໍຄວນຄຳນຶງເຖິງລາຍໄດ້-ລາຍຈ່າຍຂອງທ່ານ​ໄປ​ພ້ອມ ແລະ ຢ່າໄປຈົມຢູ່ກັບການສ່ຽງໂຊກຈົນມືນຫູມືນຕາບໍ່ຂຶ້ນກໍແລ້ວກັນ ບໍ່ແມ່ນເຫັນຕົ້ນກ້ວຍເໜັງຕິງຍ້ອນລົມພັດກໍໄປຂໍເລກ ຫຼື ຝັນເຫັນໜອນຢູ່ໃນຖົງປາແດກກໍຕີວ່າແມ່ນເລກເດັດກໍບໍ່ສົມຄວນເດີ້ !

      ສະຫຼຸບແລ້ວທ່ານຈະເຮັດອັນໃດກໍໄດ້, ຈະກິນອັນໃດກໍກິນ ຖ້າການເຮັດການກິນຂອງທ່ານບໍ່ຜິດກົດໝາຍ ຫຼື ບໍ່ສົ່ງຜົນກະທົບທີ່ບໍ່ດີຕໍ່ຕົວຂອງທ່ານ ແລະ ຄົນຮອບຂ້າງ ຈົນເຂົາເວົ້າວ່າທ່ານກຳລັງເມົາ.

ເບີ່ງແລ້ວບໍ່ຄວນເຮັດຕາມເພາະມັນເປັນສິ່ງບໍ່ດີ                     ຂອບໃຈທີ່ອ່ານຈົບ

ຊໍ້ມູນນີ້ໄດ້ມາຈາກເວັບແສນສຸກ