ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 

ພໍ່ເຖົ້າສັ່ງລູກເຂີຍ “ໄປຊຽງຂວາງ ຢ່າລືມຊື້ເຂົ້າໄກ່ນ້ອຍມາໃຫ້ພໍ່ແນ່ເດີ້ ຈັກເປົາຫນຶ່ງ”
ເມື່ອລູກເຂີຍກັບມາຈາກຊຽງຂວາງ ຈຶ່ງຊື້ເຂົ້າປຽນມາໃຫ້ ພ້ອມທັງຈົ່ມ “ເຂົ້າປຽນຢູ່ວຽງຈັນກໍ່ມີ ຍັງສັ່ງໃຫ້ຊື້ໄປແຕ່ຊຽງຂວາງ”
ເມື່ອພໍ່ເຖົ້າເຫັນເຂົ້າປຽນ ຈຶ່ງສົງໄສ ແລ້ວຖາມຄືນໄປ “ພໍ່ບອກໃຫ້ລູກຊື້້ເຂົ້າໄກ່ນ້ອຍ ເປັນຫຍັງຈຶ່ງຊື້ເຂົ້າປຽນມາ?” ລູກເຂີຍ ຕອບໄປແບບຂີ້ສໍ້ວ່າ “ເຂົ້າທີ່ໄກ່ນ້ອຍກິນໄດ້ ກໍ່ມີແຕ່ເຂົ້າປຽນຫັນຕວ່າ”
ລາວບໍ່ເຄີຍຮູ້ຈັກພັນເຂົ້າໄກ່ນ້ອຍ ທີ່ມີຊື່ສຽງຂອງຊຽງຂວາງ ຊັ້ນເຮົາມາຮູ້ຈັກກັບເຂົ້າໄກ່ນ້ອຍກັນເທາະ

ສິນຄ້າເຂົ້າໄກ່ນ້ອຍ

ໂດຍ: ເພັດເມືອງພວນ

ເຂົ້າໄກ່ນ້ອຍ ເປັນເຂົ້າທີ່ມີຊື່ສຽງຂອງແຂວງຊຽງຂວາງ, ຍ້ອນວ່າເຂົ້າໄກ່ນ້ອຍກິນອ່ອນ, ຫອມດີ, ຜົນຜະລິດໄດ້ຫລາຍກວ່າເຂົ້າປະ ເພດອື່ນ. ສະນັ້ນ ແຂວງຊຽງຂວາງໄດ້ຈັດບຸລິມະສິດ ການຜະລິດເປັນສິນຄ້າອັນດັບສອງ ຮອງຈາກການລ້ຽງສັດໃຫຍ່. ປີ 2007 ແຂວງ ຊຽງຂວາງ ສາມາດສົ່ງອອກເຂົ້າໄກ່ນ້ອຍ 2.400 ໂຕນ, ໃນນັ້ນ ສົ່ງອອກຕະຫລາດເອີຣົບ 800 ໂຕນ. ສະເພາະປີ 2008 ນີ້ ອີງໃສ່ ສະພາບໄພທຳມະຊາດ ໄດ້ຄຸກຄາມຫລາຍອັນເຮັດໃຫ້ທົ່ວປະເທດ ມີຜົນກະທົບຕໍ່ຜົນຜະລິດ, ຜູ້ຮັບຜິດຊອບດ້ານນີ້ ຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງກ່າວວ່າ: ຍັງຈະຕ້ອງໄດ້ລໍເບິ່ງສະພາບຕະຫລາດພາຍໃນສາກ່ອນ ເຮັດແນວໃດຕ້ອງໃຫ້ດຸນດ່ຽງຕະຫລາດພາຍໃນເສຍກ່ອນ ຈິ່ງຈະຮູ້ວ່າຈະໄດ້ຂາຍສົ່ງອອກເທົ່າໃດ, ແຕ່ສະເພາະການສົ່ງອອກຕະຫລາດເອີຣົບ ແມ່ນແນ່ນອນແລ້ວຈຳນວນ 800 ໂຕນ ເພາະວ່າທັງຜູ້ສົ່ງອອກໄດ້ສັນຍາກັບປະຊາຊົນໄວ້ ແລະ ລາຄານັ້ນແມ່ນ 2.700 ກີບຕໍ່ກິໂລກຣາມເຂົ້າເປືອກໃນນີ້ລາຄາເຂົ້າເປືອກແມ່ນ 2.500 ກີບ ບວກອີກ 200 ກີບ ແມ່ນເປັນການສົ່ງເສີມການປູກເຂົ້າໄກ່ນ້ອຍ ແບບປອດສານເຄມີ, ປີ 2008 ຄາດວ່າການຜະລິດເຂົ້າໄກ່ ນ້ອຍຈະໄດ້ດີພໍສົມຄວນ. ເຂົ້າໄກ່ນ້ອຍນອກຈາກຈະເປັນສິນຄ້າສົ່ງອອກແລ້ວ ປະຊາຊົນຊາວຊຽງຂວາງ ກໍ່ຍັງນຳມາຜະລິດເປັນເຂົ້າຕົ້ມ, ເຂົ້າຫນົມ, ເຂົ້າຂຽບ, ຜະລິດອາຫານຫວ່າງໄດ້ຫລາຍຊະນິດ ເພື່ອຂາຍທົ່ວໄປນຳອີກ. ການແປຮູບເຂົ້າຫນຽວນີ້ ປະຊາຊົນເຄີຍເຮັດມາ ແລ້ວຫລາຍເຊັ່ນຄົນ ແຕ່ມັກເຮັດໃນຍາມບຸນ ຫລື ງານປະເພນີຕ່າງໆເທົ່ານັ້ນ ການຜະລິດອອກຈຳຫນ່າຍໃນທ້ອງຕະຫລາດ ແມ່ນມີຫນ້ອຍ ບໍ່ຫມາຍຄວາມວ່າບໍ່ມີຄົນບໍລິໂພກ ແລະ ການຜະລິດນັ້ນ ກໍ່ຍັງບໍ່ທັນມີວິທະຍາສາດເຕັກນິກມາຊ່ວຍ ອາໄສແຕ່ການເຮັດດ້ວຍມືຈິ່ງບໍ່ມີຜູ້ ສົນໃຈຜະລິດເປັນສິນຄ້າ, ອີກດ້ານຫນຶ່ງ ກໍ່ແມ່ນການຮັກສາຄຸນນະພາ ບຂອງຜົນຜະລິດນັ້ນໄວ້ດົນບໍ່ໄດ້.

ຕົວຢ່າງການຜະລິດເຂົ້າຂຽບ ແມ່ນນຳເອົາເຂົ້າທີ່ອ່ອນທີ່ສຸດນຳມາຫມ່າ ແລະ ຫນຶ້ງໃຫ້ສຸກຈົນຫນຽ ວແລ້ວກໍ່ນຳໄປຕຳເວລາຍັງຮ້ອນ ປະສົມກັບນ້ຳອ້ອຍ ຫລື ນ້ຳຕານທີ່ຕົ້ມຂ້ຽວໃຫ້ເຂັ້ມຂຸ້ນ ແຕ່ຕ້ອງໃຫ້ຫວານພໍດີ ຈິ່ງຈະສາມາດຂາງ ຫລື ໃຫ້ພອງໄດ້ແລ້ວນຳມາລີດໃສ່ແພຢາງ ທີ່ທາດ້ວຍນ້ຳມັນພືດ ຫລື ນ້ຳມັນຫມູທີ່ປະສົມກັບໄຂ່ແດງສຸກ, ລີດໃຫ້ເປັນແຜ່ນມົນແລ້ວນຳໄປຕາກໃສ່ຜືນສາດໃຫມ່ ຫລືສາດທີ່ໃຊ້ ສະເພາະຕາກເຂົ້າຂຽບ ເມື່ອຕາກແຫ້ງຫນຽວ (ບໍ່ໃຫ້ກອບ) ແລ້ວກໍ່ນຳໄປຂາງ ຫລືຈືນຮັບປະທານໄດ້. ການຜະລິດເຂົ້າຂຽບສາມາດເຮັດ ຮອດຂັ້ນຕອນຕາກແຫ້ງ ແລ້ວນຳໄປຈຳຫນ່າຍໄດ້ຍາວນານ. ສ່ວນເຂົ້າຕົ້ມເຂົ້າຫນົມຫນຽວອື່ນໆ ສາມາດເຮັດຈຳຫນ່າຍໄດ້ພຽງມື້ດຽວ.ການເຮັດເຂົ້າຂຽບຂອງຊາວຊຽງຂວາງ ໃນມື້ງານບຸນຫລືງານທຳອູ່ສູ່ຂວັນ ເຂົາເຈົ້າຈະຜະລິດໃນຈຳນວນ 1.000ຫາ 2.000 ແຜ່ນ ແລະ ກໍ່ແມ່ນການຊ່ວຍເຫລືອກັນ ຕາມປະເພນີໄປຊ່ວຍຂວັນ, ຊ່ວຍທານກັນເຂົ້າຂຽບນອກ ຈາກຈະເປັນອາຫານຫວ່າງ ສຳລັບສູ່ແຂກຄົນແລ້ວ ຍັງເອົາເປັນຂອງຕ້ອນຂອງຝາກໃຫ້ແຂກ ທີ່ມາຮ່ວມງານກ່ອນຈະກັບບ້ານຕື່ມອີກ.

ທ່ານ ດຣ. ຄຳປາວ ຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຊຽງຂວາງໄດ້ກ່າວວ່າ: ປະຈຸບັນນີ້, ແຂວງຊຽງຂວາງຍັງ ຕົກຢູ່ໃນຂັ້ນດ່ອຍພັດທະນາ ເພາະວ່າຍອດລາຍຮັບດ້ານກະສິກຳຍັງກວມເຖິງ 53% ຂອງ GDP ຂອງແຂວງ,ອຸດສາຫະກຳກວມ 34% ແລະ ການບໍລິການກວມ 13% ເທົ່ານັ້ນ.

ສະນັ້ນ ການແປຮູບຜົນຜະລິດກະສິກຳ ຍັງເປັນບັນຫາທີ່ຈະຕ້ອງໄດ້ຊຸກຍູ້ສົ່ງເສີມໃຫ້ພາກເອກະຊົນ, ປະຊາຊົນນຳໃຊ້ວິທີການຕ່າງໆ ເຂົ້າສູ່ການຜະລິດ ເພື່ອເປັນການແປຮູບຜົນຜະລິດກະສິກຳ, ຍົກສູງຄຸນນະພາບ, ເພີ່ມສະມັດຖະພາບຂອງຜົນຜະລິດເລ່ງ ໃສ່ການເພີ່ມ ລາຍຮັບທັງເປັນການກະຕຸກຊຸກຍູ້ການຜະລິດກະສິກຳໃຫ້ຫລາຍຂຶ້ນ.

Delicious Digg Fark Twitter