ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2012 | ມີ 18 ຄຳເຫັນ ແລະ 0 trackback(s)

ເວລາສອນໃຫ້ເຮົາຮູ້ວ່າ:

1 ປີ ມີຄ່າຖ້າເຮົາໄດ້ຮຽນຮູ້ໃຜຈັກຄົນ.

1 ຊົ່ວໂມງ ມີຄ່າຖ້າເຮົາໄດ້ລົມກັບໃຜຈັກຄົນທີ່ເຂົ້າໃຈເຮົາ.

1 ນາທີ ມີຄ່າຖ້າເຮົາໄດ້ເວົ້າບາງສິ່ງບາງຢ່າງອອກໄປ.

1 ວິນາທີ ມີຄ່າຖ້າເຮົາສາມາດຢຸດໃຜຈັກຄົນໄວ້ໄດ້.

ຢ່າໃຫ້ພຽງວິນາທີດຽວເຮັດໃຫ້ຄົນທີ່ເຮົາຮັກຈາກເຮົາໄປ

ເພາະເຮົາອາດໃຊ້ເວລາທັງຊີວິດເພື່ອລືມມັນ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ພາບນີ້ອາດຈະໃຫ້ຂໍຄິດແກ່ທ່ານບໍ່ຫຼາຍກະໜ້ອຍ

 

ໃຫ້ທຸກແກ່ຄົນອື່ນທຸກນັ້ນເຖິງຕົວ

 

 

ຄວາມປະໝາດນຳມາເຊິ່ງຄວາມເຈັບປວດ

 

 

ຄວາມຫິວບໍ່ເຄີຍປານີໃຜ

 

 

ໂຮມກັນເຮົາຢູ່ແຍກໝູ່ເຮົາຕາຍ

 

 

ເລືອກເກີດບໍ່ໄດ້ແຕ່ເລືອກທີ່ຈະເປັນໄດ້

 

 

ຄວາມໂລບມາກໂລພານຳມາເຊິ່ງຄວາມຈິບຫາຍວາຍວອດ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2012 | ມີ 21 ຄຳເຫັນ ແລະ 0 trackback(s)

ເຄີຍສົງໄສບໍວ່າສັດທີ່ເຮົາລ້ຽງເປັນຫຍັງມັນຈັ່ງເຊື່ອຟັງເຮົາ

ກໍ່ເພາະວ່າເຮົາລ້ຽງເພາະເຮົາຮັກມັນ

ແຕ່ວ່າແຟນນີ້ຕີ ໃຫ້ຄວາມຮັກມັນໄປເທົ່າໃດມັນຍັງບໍ່ຟັງເຮົາຈັກຄຳ

 

ໝາໜ້າຮັກກວ່າແຟນເພາະວ່າ

  1. ໝາຄິດຮອດເຈົ້າເວລາທີ່ເຈົ້າບໍ່ຢູ່ເຮືອນ
  2. ໝາຮູ້ສຶກຜິດເວລາທີ່ມັນເຮັດຫຍັງຜິດພາດໄປ
  3. ໝາບໍ່ເຄີຍວິພາກວິຈານໝູ່ເພື່ອນຂອງເຮົາ
  4. ໝາບໍ່ເຄີຍຮູ້ສຶກອຶດອັດ ຫຼື ກົດດັນເວລາທີ່ຢູ່ກັບເຮົາ
  5. ເຮົາສາມາດສອນໝາໄດ້
  6. ເຮົາບໍ່ຕ້ອງວິຕົກກັງວົນ ຫຼື ສົງໄສເວລາທີ່ໝານອນລະເມີແປກໆ
  7. ໝາເຂົ້າໃຈວ່າ "ຢ່າ" ໝາຍເຖິງຫຍັງ
  8. ໝາເຂົ້າໃຈວ່າໝູ່ຂອງມັນບໍ່ມີສິດເຂົ້າມາໃນເຮືອນໂດຍບໍ່ໄດ້ຮັບອະນຸຍາດ
  9. ໝາໄວກາງຄົນບໍ່ເຄີຍຖິ້ມເຮົາໄປຫາເຈົ້າຂອງໃໝ່ທີ່ໜຸ່ມກວ່າ
  10. ໝາຈູບເຮົາດ້ວຍຄວາມຈິງໃຈທຸກຄັ້ງ