ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄຳສຸພາສິດອັງກິດ ພ້ອມຄຳແປ

“The secret of success in life is to be ready for your opportunity when it comes.”
ຄວາມ​ລັບ​ຂອງ​ຄວາມ​ສຳ​ເລັດ​ຄື​ຕຽມ​ຕົວ​ໃຫ້​ພ້ອມ​ຢູ່​ສະເໝີ​ສຳລັບ​ໂອ​ກາດ​ທີ່​ມາ​ເຖິງ


“He who loses money, loses much; He who loses a friend, loses more; He who loses faith, loses all.”

ພວກເຂົາ.. ຜູ້​ສູນ​ສິ້ນ​ຊັບ​ສິນ​ໄປ
ພວກເຂົາ.. ສູນ​ເສຍ​ຫລາຍ​ເຫລືອ​ເກີນ
ພວກເຂົາ.. ຜູ້​ສູນ​ສິ້ນ​ເພື່ອນ​ໄປ
ພວກເຂົາ.. ສູນ​ເສຍ​ຫລາຍກວ່າ
ພວກເຂົາ.. ຜູ້​ສູນ​ສິ້ນ​ຄວາມ​ສັດ​ທາ
ພວກເຂົາ.. ຜູ້​ນັ້ນ.. ສູນ​ເສຍ​ຍິ່ງ​ກວ່າ​ໃຜ​ໆ


“No bird soars too high if he soars with his own wings.”
ບໍ່​ມີ​ນົກ​ຕົວ​ໃດ​ບິນ​ສູງ​ເກີນ​ໄປ​ຖ້າ​ມັນ​ບິນ​ດ້ວຍ​ປີກ​ຂອງ​ມັນ​ເອງ


“Obstacles are those frightful things you see when you take your eyes off your goals.”
ອຸປະສັກ​ຄື​ສິ່ງ​ທີ່​ໜ້າ​ຕົກ​ໃຈ​ກໍ​ຕໍ່​ເມື່ອ​ເຈົ້າ​ບໍ່​ໄດ້​ມອງ​ໄປ​ທີ່​ຈຸດ​ໝາຍ​ປາຍ​ທາງ


“The only man who never makes mistakes is the man who never does anything.”

ຄົນທີ່​ບໍ່​ເຄີຍ​ເຮັດ​ຜິດ​ຄື​ຄົນທີ່​ບໍ່​ໄດ້​ເຮັດຫຍັງ​ເລີຍ


“Even a Step back can be fatal.”
ແມ່ນແຕ່​ການ​ກ້າວ​ຖອຍ​ຫລັງ​ກໍ​ອາດ​ເຖິງ​ແກ່​ຊີວິດ​ໄດ້

Some dream of worthy accomplishments, while others stay awake and do them.”
ບາງ​ຄົນ​ຝັນ​ທີ່​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ຢ່າງ​ງາມ​ຫລູ ໃນ​ຂະນະ​ທີ່​ບາງ​ຄົນ​ກຳ​ລັງ​ລົງ​ມື​ກະທຳ


“Great minds discuss ideas; Average minds discuss events; Small minds discuss people.”
ຈິດ​ໃຈ​ທີ່​ຍິ່ງ​ໃຫຍ່​ວິ​ພາກ​ວິ​ຈານຄວາມ​ຄິດ ຈິດ​ໃຈ​ສາ​ມັນ​ວິ​ພາ​ກວິ​ຈານ​ເຫດການ ແຕ່​ຈິດ​ໃຈ​ທີ່​ຕ່ຳ​ຕ້ອຍ​ນັ້ນ​ວິ​ຈານພຽງ​ຜູ້​ຄົນ


“If you always do what interests you, then at least one person is pleased.”
ຖ້າ​ເຈົ້າ​ລົງ​ມື​ເຮັດ​ໃນ​ສິ່ງ​ທີ່​ເຈົ້າ​ສົນ​ໃຈ​ຢູ່​ສະເໝີ ຢ່າງ​ຫນ້ອຍ​ຈະ​ມີ​ຄົນ​ຄົນ​ໜຶ່ງ​ທີ່​ພໍ​ໃຈ



“There is Nothing so Sweet as Love’s Young Dreams!”
ບໍ່​ມີ​ສິ່ງ​ໃດ​ຈະ​ຫອມ​ຫວານ​ເທົ່າ​ກັບ​ຄວາມ​ຝັນ​ໃນ​ໄວ​ເຍົາ


“To follow, without halt, one aim: There is the secret of success.”
ເຄັດ​ລັບ​ຂອງ​ຄວາມ​ສຳ​ເລັດ​ຄື​ການເດິນທາງ​ຢ່າງ​ຕໍ່​ເນື່ອງ​ໄປ​ສູ່​ຈຸດ​ມຸ້ງ​ໝາຍ


There is a magnet in your heart that will attract true friends. That magnet is unselfishness,thinking of others first. When you learn to live for others, they will live for you.
ມີ​ແມ່​ເຫລັກ​ຢູ່ໃນ​ຫົວ​ໃຈ​ຂອງ​ເຈົ້າ ຊຶ່ງ​ຈະ​ດຶງ​ດູດ​ມິດ​ແທ້ ແມ່​ເຫລັກ​ຊະນິດ​ນີ້​ຄື ຄວາມ​ບໍ່​ເຫັນ​ແກ່​ຕົວ ແລະ​ ການ​ຄິດ​ເຖິງ​ຄົນ​ອື່ນ​ກ່ອນ ເມື່ອ​ເຈົ້າ​ຮຽນ​ຮູ້​ທີ່​ຈະ​ຢູ່​ເພື່ອ​ຄົນ​ອື່ນ ພວກ​ພວກເຂົາ​ກໍ​ຈະ​ຢູ່​ເພື່ອ​ເຈົ້າ


Remember to always dream. More importantly to make those dreams come true and never give up.
ຈົ່ງ​ຝັນ​ຢູ່​ສະເໝີ ທີ່​ສຳຄັນ​ຫລາຍ​ໄປ​ກວ່າ​ນັ້ນ​ຄື ເຮັດ​ຄວາມ​ຝັນ​ນັ້ນ​ໃຫ້ເປັນ​ຄວາມ​ຈິງ ແລະ​ຢ່າ​ຍອມ​ພ່າຍແພ້


“You get the best out of others when you give the best of yourself.”
“ເຈົ້າ​ຈະ​ໄດ້ຮັບ​ສິ່ງ​ທີ່​ດີ​ທີ່ສຸດ​ຂອງ​ຄົນ​ອື່ນ ເມື່ອ​ເຈົ້າ​ໄດ້​ໃຫ້​ສິ່ງ​ທີ່​ດີ​ທີ່ສຸດ​ຂອງ​ເຈົ້າ​ໄປ”



ເອົາເທົ່ານີ້ກ່ອນນໍ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຜະຫຍາຈີບສາວ

 

- ອ້າຍນີ້ຄິດຮອດນ້ອງ ນອນບໍ່ອິ່ມເຕັມຕາ ນາງເອີຍ

ຜະຫວາເຫັນແຕ່ຄົນຄັກ ຈ່ອຍເຫຼືອງຈົນເປັນໄຂ້

- ຄັນນ້ອງຄິດຮອດອ້າຍ ໃຫ້ນາງເບິ່ງເດືອນດາວ

ອັນວ່າແສງຕາເຮົາ ຊິຈວບກັນຢູ່ເທິງຟ້າ

- ນ້ອງຜູ້ແພຜືນກວ້າງ ປູມາໃຫ້ມັນເຫຼື່ອມ ແດ່ແມ໋

ນ້ອງເຫຼື່ອມອ້າຍ ອ້າຍເຫຼື່ອມນ້ອງ ໃຫ້ປານຟ້າເຫຼື່ອມດິນ

- ນ້ຳຕ້ອງຕາດ ຄືນ້ອງແກວ່ງຫຼາ ແທ້ເດ

ນ້ຳຕ້ອງພູຕ້ອງຜາ ຄືພະນາງແກວ່ງອິ້ວ

ບາດວ່າຟ້າຍິກຄິ້ວ ຄືນ້ອງຊິຍ່າງມາ

- ຄັນບໍ່ໄດ້ເຫັນຫນ້າ ເຫັນຫຼັງຄາກໍພໍຢູ່

ເຫັນແຕ່ເສື້ອພາດແຈ ເຫັນແຕ່ແພພາດຮົ້ວ

ຍິນສຽງຫົວຢູ່ບ້ານ ກໍປານໄດ້ນັ່ງນຳ ນ້ອງເອີຍ!

- ພໍ່ແມ່ອ້າຍ ຢາກໄດ້ນ້ອງ ເມືອເປັນລູກໃພ້ກົກ ເພື່ອສືບແນນໝໍ້ຂາງ ນາງເອີຍ

ພໍ່ແມ່ຊາຍ ເພິ່ນນັ້ນຢາກໄດ້ນາງ ເມືອເປັນລູກໃພ້ກາງເພື່ອສືບແນນໝໍ້ຫ້າ

ພໍ່ແມ່ຮຽມ ຢາກໄດ້ສາວຄຳນາງ ເມືອເປັນລູກໃພ້ຫຼ້າ ເພື່ອສືບໜໍ່ແທນແນວ ວ່າເດ

- ນ້ອງຜູ້ໄດ້ກິນຊີ້ນ ຢ່າລືມຍອດພັກພາ ເດີນ້ອງເດີ

ຄັນເຈົ້າໄດ້ກິນປາ ຢ່າລືມແກງໜໍ່ໄມ້ບ້ອນ

ບາດເຈົ້າມີຊູ້ຊ້ອນ ຢ່າລືມອ້າຍຜູ້ຢູ່ພອຍ ນີ້ເດີ

- ອ້າຍນີ້ ປຽບດັງຈອກຢູ່ນ້ຳ ຮາກຢັ່ງບໍ່ເຖິງດິນ ນາງເອີຍ

ໄຫຼວຽນໄປວຽນມາ ຮອດບໍ່ມີເຟືອຍຄ້າງ

ຄິດຢາກໄຫຼໄປຄ້າງ ຕັກພະນາງຊິໄດ້ບໍ່

ດຳຂໍ້ຫຼໍ້ຄືຈັ່ງອ້າຍ ນາງນ້ອງຊິເມດຕາ ບໍເດ

- ເຫັນອ້າຍດຳຂີ້ຫຼີ້ ຢ່າຟ້າວຂີເຮືອກາຍ ເດີນ້ອງ

ເຫັນອ້າຍດຳຄອຍລອຍ ຢ່າຊູ່ພາຍເຮືອເວັ້ນ

ບາດວ່າເຮືອຄາແກ້ງ ດຳຄອຍລອຍຊິໄດ້ຊ່ອຍ

ຄັນບໍ່ໄດ້ຊ່ອຍຍູ້ ຍັງຊິໄດ້ຊ່ອຍພາຍ ຫັ້ນໄດ໋

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ບັນຫາພາສິດ

    • ກາ​ກິນ​ປິງ​ໄປ​ຄາ​ຄໍ​ແຮ້ງ ເຮືອ​ຄາ​ແກ້ງ​ໄປ​ຫລົ່ມ​ເຄີ່ງ​ວັງ
    • ກົກ​ບໍ່​ເຕື້ອງ​ຕິງ​ຕາຍ​ຕັ້ງ​ແຕ່​ງ່າ ງ່າ​ບໍ່ເຕື້ອງສັງໄປເຫຼື້ອງຕັ້ງແຕ່ໃບ
    • ກຳ​ສັງ​ໂອ້ ໂອ​ທອງ​ສັງ​ມາ​ແຕກ ບາດ​ກະ​ໂປະ​ໝາກ​ພ້າວ​ສັງ​ມາ​ໝັ້ນ​ກວ່າ​ໂອ
    • ເກົ້າ​ຊິຂ້າ​ສິບ​ຊິຂ້າ​ໃຫ້​ເອົາ​ແກ່ນ​ຄະ​ຍູງ​ຕີ ຢ່າ​ໄດ້​ເອົາ​ບາ​ລີ​ຕ່ອຍ​ຕີ​ຕາງ​ຄ້ອນ
    • ເກັບ​ເຫັດ​ໃຫ້​ເຈົ້າ​ແຍງ​ລົງ​ຫ້ວຍ ຢາກ​ໄດ້​ຜັກ​ພີພວຍ​ໃຫ້​ເຈົ້າ​ແຍງ​ລົງ​ບຸ່ງ
      ຢາກ​ໄດ້​ກຸ້ງ​ພາຍ​ຂ້ອງ​ຂຶ້ນ​ງ່າຍາງ ຢາກ​ເປັນ​ຂຸນ​ນາງ​ເກືອກ​ຂີ້​ໝິ່ນ​ໝໍ້
      ຢາກ​ເປັນ​ຄົນ​ສໍ້ຫຼໍ້ໃຫ້​ເຂົ້າ​ວັດ​ຈຳ​ສິນ
    • ຢາກກິນເຂົ້າໃຫ້ປູກໃສ່ພະລານຫິນ ຢາກຖືສິນໃຫ້ຂ້າພໍ່ຕີແມ່ ຢາກໃຫ້ມີຄົນແວ່ໃຫ້ຂ້າໝູ່ດຽວກັນ ຢາກໃຫ້ມີສັນສັນໃຫ້ນອນດິນເກືອກຂີ້ຝຸ່ນ ຢາກໃຫ້ອຸ່ນໃຫ້ອາບນ້ຳຍາມໜາວ ຢາກກິນປາຂາຍໃຫ້ແບກແຫຂຶ້ນໂຄກ ຢາກກິນໄກ່ຜູ້ໂ ອກໃຫ້ແບກຕຸ້ມລົງໜອງ.
    • ຄຶດເລິກໆ ຄືປາຊິວລອຍ ຄຶດຕື້ນໆ ຄືຮາກບົວຢື້ຢັ່ງ
      ຄຶດ​ໃຫ້​ມັນ​ຖ່ອງ​ ຖອງ​ບາ​ລີ​ໃຫ້​ມັນ​ແຕກ ຫຍ້ຳ​ແຫລກໆ ເສຍ​ແລ້ວ​ຈັ່ງ​ຄ່ອຍ​ກືນ
    • ໄຊ​ຫຼາງຫຼ້າ ບໍ່​ໝານ​ປາ​ຖືກ​ແຕ່​ເຕົ່າ ໄປ​ຢາມ​ແຕ່​ເຊົ້າໆ ​ຄຳ​ພໍ້​ວ່າ​ແມ່ນ​ໂພນ
    • ໃດໆ ມີ​ແຕ່​ຫຍ້າ​ທາງ​ໜ້າ​ໄຊ​ມີ​ແຕ່​ຫຍຸ້ງ​ຮາກ​ໄຜ່ ທາງ​ໃນ​ມີ​ແຕ່​ຫຍຸ້ງ​ຄື​ກຸ້ງ​ຊິແກວ່ນ​ດີ
    • ຕາ​ດີ​ໄປ​ຄ້ອງ​ຊ້າງ​ສາມ​ຄືນ​ມາ​ເປົ່າ ຕາບອດ​ໄປ​ຄ້ອງ​ຊ້າງຄາວ​ມື້​ຂີ່​ມາ
    • ບ້ານ​ເມືອງ​ຂ້ອນ​ຂຸນ​ກວານ​ຍາດ​ໄພ່ ເມືອງ​ຂວາ​ໄດ້​ໄກ່​ໂຈ້ນ​ເມືອງ​ຊ້າຍ​ໄດ້​ໄກ່​ຍອງ
      ເມືອງ​ຊອງ​ໄດ້​ໄກ່​ແຈ້ ຄາວ​ນີ້​ພ່າຍໄພ່​ເມືອງ
    • ເປັນ​ສັງ​ພາ​ກັນ​ໂຕນ​ລົງ​ນ້ຳ​ຫາ​ກິນ​ຕັ້ງ​ແຕ່​ເຕົ່າ ສັງ​ບໍ່​ຂຶ້ນ​ໂຄກ​ກວ້າງ​ຫາ​ຊ້າງ​ຄ່າ​ແພງ
    • ໄປ​ບໍ່​ກັບ ຫລັບ​ບໍ່ຕື່ນ ຟື້ນບໍ່ມີ ໜີບໍ່ມົ້ມ ກົ້ມບໍ່ຫວິດ
    • ພັດ​ແຕ່​ເປັນ​ມັນ​ອີ​ອ້ອນ​ໃຜ​ກະ​ຊອນ​ສຽມ​ໃສ່ ພັດ​ແຕ່​ເປັນ​ມັນ​ອີ​ມູ້​ໃຜ​ກະ​ຫິ້ວ​ກະ​ຕ່າ​ກາຍ
    • ຜັກ​ຫົມ​ຫ້ຽນ​ກາງ​ທາງ​ເຈົ້າ​ຢ່າ​ຟ້າວ​ຍ່ຳ ບາດ​ຫ່າ​ຖອດ​ຍອດ​ຂຶ້ນ​ຍັງ​ສິ​ໄດ້​ກ່າຍ​ເກີນ
    • ໄມ້​ລຳ​ດຽວ​ລ້ອມ​ຮົ້ວ​ບໍ່ໄຂວ່ ໄພ່ບໍ່​ພ້ອມ​ແປງບ້ານບໍ່ເຮືອງ
    • ສັ້ນ​ຂໍ້​ຫຼໍ້ມືຢື້ບໍ່ເຖິງ ສູງ​ເຈວ​ເວວ​ຊົ່ວ​ສາ​ມວາ​ຮີ້ນ
    • ສອງ​ເຂືອ​ເຖົ້າ​ເຮັດ​ນາ​ກາງ​ໂຄກ ປີ​ບໍ່​ໂຊກ​ໄດ້​ສາມ ປີ່​ງາມ​ໄດ້​ສີ່ ປີ​ບໍ່​ໄດ້​ດີ້​ໆ ຂາຍ​ໃຫ້​ສູ່​ຄົນ
    • ຫາບບໍ່ໜັກ ຕັກບໍ່ເຕັມ ເຄັມບໍ່ຈືດ ມືດບໍ່ແຈ້ງ
    • ອັດສະຈັນ​ໃຈ​ແຂ້​ຫາງ​ຍາວບໍ່ໄດ້ຮອງນັ່ງ ບາດ​ກະ​ຕ່າຍ​ຫາງ​ກ້ອມໆ ສັ່ງ​ມາ​ໄດ້​ນັ່ງ​ຮອງ
    • ໃຫ້​ເອົາ​ຍາວ​ໆໄວ້​ຄື​ຫົງຄຳຄາບ​ເຕົ່າ ຢ່າ​ໄດ້​ເຮັດ​ອຸ້ງ​ປຸ້ງ​ຄື​ຮຸ້ງ​ຄາບ​ງູ
      ໃຫ້​ເອົາ​ຍາວ​ໄວ້​ຄື​ສິນ​ໄຊ​ຖາງໄຮ່ ປີ​ນີ້​ໄດ້ແຕ່ປ້ຳ ປີ​ໜ້າ​ຈັ່ງ​ຄ່ອຍຮອນ
    • ກຳ​ຂີ້​ດີກວ່າ​ກຳ​ຕົດ ຫຳ​ຫົດ​ດີກວ່າ​ຄວາຍປຽກ
    • ບໍ່​ເປັນ​ນາຍ​ຢ່າ​ເວົ້າ​ການ​ເມືອງ ບໍ່​ໄດ້​ຕົດ​ໃສ່​ຜ້າ​ເຫລືອງ​ຢ່າ​ເວົ້າ​ການ​ວັດ
    • ສະ​ໜຸກ​ໃນ​ເມືອງ​ຟ້າ​ມີ​ແຕ່​ແດດ​ກັບ​ຝົນ ສະ​ໜຸກ​ໃນ​ເມືອງ​ຄົນ​ມີ​ແຕ່​ກິນ​ກັບ​ຫລິ້ນ
    • ບໍ່ໄດ້ນ້ອງ​ຊາດ​ນີ້​ຊິໜີ​ໄປ​ບວດ​ເປັນ​ສົງ ຊົງ​ສິກ​ຂາ​ຢູ່​ກຸ​ຕິ​ນອນ​ແລ້ງ
      ເອົາ​ໃຫ້​ຫົວ​ຫອມ​ແຫ້ງ​ເຖິງ​ຍາມ​ແລງ​ຕັກ​ນ້ຳ​ຈຸ່ມ ໃຫ້​ຊຸ່ມຢູ່​ເລື້ອຍໆ​ຄວາມ​ແຫ້ງ​ບໍ່ໃຫ້ມີ