ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

              ຜູ້ຊາຍມັກເວົ້າວ່າ: (ຜູ້ຍິງເປັນເພດທີ່ເຂົ້າໃຈຍາກ, ພວກເຂົາຕ້ອງໃຊ້ຄວາມອົດທົນ

ແລະ ຄວາມພະຍາຍາມສູງທີ່ຈະເຮັດຕາມໃຈພວກເຂົາ, )  ແຕ່ໃນຄວາມເປັນຈິງຜູ້ຍິງບໍ່ໄດ້ເຂົ້າ

ໃຈຍາກປານນັ້ນດອກ.   ຜູ້ຍິງຮູ້ດີວ່າ  ຕ້ອງການອັນໃດ  ພຽງແຕ່ໃນບາງຄັ້ງການທີ່ເຮົາບອກ

ຫຍັງໄປກົງໆມັນກໍເຮັດໃຫ້ຜູ້ຍິງເສຍປຽບໄປຈັກໜ້ອຍ.

              ລອງອ່ານເບີ່ງ 3 ຂໍ້ຂ້າງລຸ່ມນີ້ເບີ່ງ ແລ້ວຈະຮູ້ວ່າ ຜູ້ຊາຍຄວາມເຂົ້າໃຈຜູ້ຍິງແດ່!

 

              ທັດສະນະຂອງຜູ້ຍິງປ່ຽນໄປຫຼັງຈາກເປັນແຟນກັນແລ້ວ:

              ສາມເດືອນທຳອິດສຳລັບຄວາມຮັກຂອງເຂົາມັນຊ່າງງົດງາມແທ້ໆ! ນີ້ເປັນສຽງທີ່ຜູ້ຊາຍຫຼາຍໆຄົນເວົ້າອອກມາ,

ພວກເຂົາບໍ່ເຂົ້າໃຈວ່າ  ຜູ້ຍິງມີເຫດຜົນອັນໃດປິດບັງຕົວຕົນທີ່ແທ້ຈິງ  ຊື່ງຕ່າງຈາກໄລຍະທີ່ເລີ່ມຄົບກັນ.ໝາຍຄວາມວ່າ

ຫຼັງຈາກທີ່ເວລາຜ່ານໄປ ທຸກຢ່າງສຳພັດກົງກັນຂ້າມໄປໝົດເພາະ ເບີ່ງຄືວ່າມີການປິດບັງຕົວຕົນທີ່ແທ້ຈິງຫຼາຍຂື້ນ.

               ເປັນຫຍັງຜູ້ຍິງ ປາກບໍ່ກົງກັບໃຈ?

          ເລື້ອງປາກບໍ່ກົງກັບໃຈ ເປັນເລື້ອງທີ່ສ້າງບັນຫາໃຫ້ ກັບບັນດາຜູ້ຊາຍຕ້ອງຄິດທົບທວນຊ້ຳໆວ່າ:

ຄຳທີ່ເວົ້າອອກຈາກປາຜູ້ຍິງນັ້ນເຂົາຮູ້ສຶກແບບນັ້ນແທ້ບໍ່? ເຊັ່ນ: ຖ້າແຟນຂອງທ່ານຂໍເຂົາວ່າ (ຂ້ອຍຫລີ້ນເກມໄດ້ບໍ່)

ເຖິງແມ່ນຜູ້ຍິງວ່າ: (ຕາມໃຈເຈົ້າ) ມັນກໍຍັງເຮັດໃຫ້ທ່ານ ຕ້ອງເກັບໄປຄິດຕໍ່ຢູ່ວ່າ:   ນາງຕອບທ່ານດ້ວຍຄວາມຮູ້ສຶກ

ຍິນຍອມ ແລະເຕັມໃຈຢູ່ບໍ່?ເພາະວ່າຈາກປະສົບການທີ່ຜູ້ຊາຍພົບນັ້ນຄຳຕອບ ແບບນີ້ອາດຕາມມາດ້ວຍອາລົມບູດບຶ້ງ

ເພາະຜູ້ຍິງມັກຈະບໍ່ພໍໃຈ ແລະ ຄິດວ່າທ່ານເຫັນຄວາມສຳຄັນຂອງເກມຫຼາຍກວ່າ!

                ຜູ້ຍິງຖືເອົາການແຕ່ງງານເປັນຈຸດປະສົງໃນຊີວິດ:

             ເປັນການຍາກທີ່ຜູ້ຊາຍຈະເຈົ້າໃຈວ່າ:  ເປັນຫຍັງຜູ້ຍິງຈຶ່ງຢາກແຕ່ງງານ ແລະ ພວກເຂົາກໍບໍ່ເຂົ້າໃຈເລີຍ ວ່າ:

ເປັນຫຍັງຜູ້ຍິງຈຶ່ງຄາດຫວັງກັບການແຕ່ງງານສູງຂະໜາດນັ້ນ? ນອກຈາກເຂົາຈະຮູ້ສຶກ ວ່າ: ຜູ້ຍິງມັກປຽບທຽບໂຕ

ເອງຄືກັບເຈົ້າຍິງໃນນິທານ ຄື ເມື່ອຜູ້ຊາຍມາຂໍແຕ່ງງານ ກໍຈະເຮັດໃຫ້ນິທາເລື່ອງນັ້ນຈົບແບບສົມບູນ.

    ແຕ່ວ່າຜູ້ຊາຍຊຳພັດຮູ້ສຶກອຶດອັດກັບພຶດຕິກຳທີ່ຜູ້ຍິງກົດດັນໃຫ້ແຕ່ງງານ.

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ວັນໜື່ງ. ຂ້ອຍຢ່າງອອກໄປຫລີ້ນເດີ່ນເຕະບານ ຂ້ອຍພົບຜູ້ຊາຍຄົນໜື່ງ ທີ່ບໍ່ມີໝູ່ມາຫລີ້ນນຳຄືກັບຂ້ອຍ

ຂ້ອຍຢາງໄປຖາມເຂົາວ່າ : ໂຕຊື່ຫຍັງ ຄືນັງເສົ້າຢູ່ຄົນດຽວແທະ !

ເຂົາຕອບ: ເຮົາຊື່ ອິດ ລະໂຕເດ່ຊື່ຫຍັງ !

ຂ້ອຍຕອບ: ເຮົາຊື່ ອິດໃບ. ໂຕບໍ່ມີໝູ່ຄືເຮົາຫວ໋າ ເຮົາກະບໍ່ມີໝູ່ຫລີ້ນນຳຄືກັນເດີ້

ເຂົາຕອບ: ມີຢູ່ແຕເຂົາບໍ່ຫລີ້ນນຳເຮົາໆ ກະເລີຍມາຫລີ້ນຄົນດຽວ ເຮົາຫລີ້ນບານຄົນດຽວບໍ່ມ່ວນກະເລີຍນັ່ງເສົ້າຢູ່ນີ້ລະ

ຂ້ອຍຕອບ: ຊັນເຮົາຂໍເປັນໝູ່ຫລີ້ນນຳເດີ້ໄດ້ບໍ່. ອິດ

ເຂົາຕອບ: ຕົກລົງ ວ່າເຮົາເປັນໝູ່ກັນ. ໂຕຫລີ້ນສົ່ງບານກັບເຮົາແດ່, ຂ້ອຍຕອບ: ໂອເຄ

ພໍໍດີ 2 ຄົນຂ້ອຍຫລີ້ນຍາດບານຢ່າງມ່ວນຊື່ນ. ເວລາຜ່ານໄປ 3:55 ໂມງ. ຂ້ອຍບອກເຂົາວ່າ: ອິດພໍແລ້ວເຮົາເມື່ອຍແລ້ວ

ເຂົາຕອບ: ໂຕບໍ່ໄປພັກຜ່ອນຢູ່ເຮືອນເຮົາເບາະ.    ຂ້ອຍຕອບ: ຊັນພາເຮົາໄປແດ່

ພໍລາວພາຂ້ອຍມາຮອດເຮືອນລາວແລ້ວ ລາວໄດ້ເອົານ້ຳເຢັນ ແລະໝາກໄມ້ມາສູ່ຂ້ອຍກີນ ຈົນອີ່ມ. ພວກຂ້ອຍໄດ້ນັ່ງພັກຜ່ອນ ແລະ ລົມກັນ

ແບບທຳມະດາ.

ພໍດີຕາເວັນຕົກໄກ້ຄ່ຳແລ້ວ ຂ້ອຍບອກເຂົາວ່າ: ເຮົາເມືອກ່ອນເດີ້ ມັນສີ່ຄຳແລ້ວ ມື້ໜ້າສີ່ມາຫລີ້ນນຳໄໝ່ ລາກ່ອນ.

ເຂົາຕອບຂ້ອຍໂດຍຄວາມດີໃຈທີ່ຈະໄດ້ພົບກັນໃນມື້ໜ້າ: ໂຊກດີເດີ້

ແລ້ວຂ້ອຍກໍ່ເມືອ....

 

1 ອາທິດຜ່ານໄປຂ້ອຍໄດ້ໄປຫລີ້ນກັບລາວອີກ. ພໍຂ້ອຍຮູ້ຈັກເຂົາໄດ້1ເດືອນ.      ຂ້ອຍຈະໄດ້ພັດພາກຈາກເຂົາໄປຢູ່ກັບປ້າຢູ່ຄົນລະແຂວງ

ຕື່ນເຊົ້າມາມື້ໄໝ່ທີ່ຂ້ອຍຈະຈາກເພື່ອນຄົນນັ້ນ ຂ້ອຍໄປບອກເຂົາວ່າ: ອິດ ເຮົາຈະຈາກໂຕໄປຢູ່ກັບປ້າ ອີກບໍ່ດົນເຮົາສີ່ກັບມາຫາໂຕອີກ

ເຂົາຕອບ: ກ່ອນທີ່ໂຕຈະຈາກໄປໂຕຕ້ອງຈຳເຮົາໄວ້ ແລະຢ່າລືມເຮົາເດີ້

ຂ້ອຍຕອບ: ບໍ່ລືມດອກເຮົາສັນຍາວ່າ ເຮົາຈະເປັນເພື່ອນທີ່ດີຕໍ່ກັນຕະຫລອດໄປ.  ລົດບ້ານໄກ້ຈະອອກແລ້ວເຮົາລາກ່ອນ

ເຂົາຕອບ: ຈົ່ງຈຳໄວ້ເດີ້ວ່າ ເຮົາຮັກໝູ່ທີ່ສຸດ....ໂຊກດີ         ຂ້ອຍຕອບ: ໂດຍເຮົາຈະຈຳຄຳນີ້ໄວ້...ລາກ່ອນເພື່ອນຮັກ

ຂ້ອຍຈາກເຂົາໄປໄກພໍຂ້ອຍມາຮອດເຮືອນປ້າ ຂ້ອຍຢູ່ໄດ້4ເດືອນແລ້ວຂ້ອຍຄິດຮອດບ້ານແລະໝູ່. ຂ້ອຍບອກປ້າວ່າ: ຫລານຈະກັບບ້ານ

ເພີ່ນອະນຸຍາດໃຫ້ກັບ ຂ້ອຍກໍ່ກັບ.            ພໍຂ້ອຍກັບມາຮອດບ້ານຂ້ອຍກໍ່ໄດ້ພົບລາວອີກ...................( ຈົບແລ້ວ)

 

 

 

 

ສັນຍາໃຫ້ມິດ ຊີວິດມີແຄ່ເພື່ອນ ຈາກກັນໄປບໍ່ລືມເຮືອນ ຄຳວ່າເພື່ອນບໍ່ມີວັນຕາຍ