ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 11, 2022 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

"ຄວາມຕາຍແຂນຄໍທຸກບາດກ້າວ ຄັນບໍ່ຟ້າວຢ່ານັ່ງລົດຕູ້ໄປຫຼວງພະບາງ" ປະສົບການສ່ຽງຕາຍ ກັບການນັ່ງລົດຕູ້ໄປຫຼວງພະບາງ (ນີ້ຄືປະສົບການຈິງ ໂນດຣ່າມາ ນະຈະ)

ສະບີດາຍ ສະບາຍດີ ໝູ່ເພືອນຊາວພັນລາວທຸກຄົນນນນນນນ

ໃຜຈະໄປຫຼວງພະບາງ ຕ້ອງອ່ານ!! ປະສົບການການເດີນທາງໄປທ່ຽວຫຼວງພະບາງຄັ້ງນີ້ ມີທຸກລົດຊາດຂອງຊີວິດແລ້ວຕັ້ງແຕ່ທ່ຽວມາ

ເລີ່ມຕັ້ງແຕ່ມື້ຂຶ້ນລົດ ນັ່ງລົດເມຂຶ້ນນະຄອນຫຼວງດ້ວຍສະພາບທີ່ເປັນມື້ທີ່ມີພາຍຸເຂົ້າຈຳປາສັກ (ແຕ່ລະມື້ມັນກະບໍ່ມາ ມາມື້ສິໄປ) ຍັງບໍ່ແລ້ວມື້ທີ່ຂຶ້ນແມ່ນກົງກັບວັນສິນ 15 ຄ່ຳ ແຕ່ກະບໍ່ເປັນຫຍັງດ້ວຍຄວາມຫ້າວມັນບັງຕາ ໃຫ້ອະໄພໄດ້ຢູ່. 7:00 ຮອດສະຖານີລົດເມສາຍໃຕ້ພ້ອມກັບຄວາມຮູ້ສຶກເບີກບານ ມ່ວນຊື່ນ ເຮຮາ ດ້ວຍຄວາມດີໃຈວ່າຈະໄດ້ນັ່ງລົດໄຟໄປຫຼວງພະບາງ ແຕ່..ແຕ່.. ກະຕ້ອງຫຸບຍິ້ມທັນທີເນຶ່ອງຈາກວ່າການຈອງປີ້ລົດໄຟຖືກຍົກເລີກ (ຈອງບໍ່ທັນ ເຕັມທຸກຖ້ຽວ
            </div>
          </td>
        </tr>
      </table>
      
    </div>
    
      <div class=

ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2022 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ຕາມຫົວຂໍ້ເລີຍ ໄປຫຼວງພະບາງຄົນດຽວ ໄດ້ຫຍັງ??? ຫັນຕິ!! ຄັນເປັນຫຼາຍຄົນກະຄືສິບໍ່ມີໃຜຕັດສິນໃຈໄປຄືເຮົາ! ເພາະຖ້າຮູ້ວ່າ

  1. ມີເວລາ 1 ວັນ 1 ຄືນ
  2. ໄປຄົນດຽວ
  3. ບໍ່ມີແຜນໃນການທ່ຽວ
  4. ຈອງທຸກຢ່າງພາຍໃນວັນທີ່ໄປ
  5. ມີງົບຈຳກັດ

ຮູ້ແບບນີ້ແລ້ວ ເປັນເຈົ້າຈະໄປບໍ???enlightened

ສະບີດາຍ ສະບາຍດີ ໝູ່ເພື່ອນພັນລາວທຸກຄົນທີ່ເຂົ້າມາອ່ານ

ນີ້ຄື "ບັນທຶກການທ່ຽວ" ຂອງ ມລ ທີ່ຢາກຈະຂຽນໄວ້ເພື່ອເຕືອນຕົວເອງ ແລະ ເປັນສິ່ງທີ່ຊ່ວຍໃນການຈົດຈຳ ເນື່ອງຈາກເປັນຄົນຂີ້ລືມແຮງງງງງງງ

 

ງົບປະມານທີ່ໃຊ້ໃນການໄປຄັ້ງນີ້ແມ່ນ: 910,000 ກີບ

  • ທີ່ພັກ 1 ຄືນ 30,000 ກີບ
  • ຄ່າປີ້ຍົນໄປນະຄອນຫຼວງ 200,000 ກີບ
  • ຄ່າປີ້ລົດໄຟໄປຫຼວງພະບາງ 198,000 ກີບ
  • ຄ່າລົດເຂົ້າເມືອງ 25,000 ກີບ
  • ຄ່າລົດຕູ້ກັບນະຄອນຫຼວງ 150,000 ກີບ
  • ຄ່າລົດກັບປາກເຊ 170,000 ກີບ
  • ຄ່າກິນ + ອື່ນໆ 137,000 ກີບ

ເລີ່ມເລີຍ ສິ່ງທີ່ເຮັດໃຫ້ຕັດສິນໃຈໄປຄັ້ງນີ້ນັ້ນກໍ່ຄື ປີ້ຍົນຈາກລາວສະກາຍເວ ທີ່ມາລໍ້ຕາລໍ້ໃຈແຮງ ໃນລາຄາ 200,000 ກີບ/ຖ້ຽວ ອ່ານບໍ່ຜິດ! ຖືກສຸດເທົ່າທີ່ມີມາໃນປະເທດລາວ. ງານນີ້ເຮົາກະເລີຍໜ້າມືດຕາລາຍເບິ່ງບໍ່ເຫັນຄວາມຫາຍະນະທີ່ກຳລັງຈະຕາມຫຼັງຈາກຕັດສິນໃຈກົດຈອງ ແລະ ຈ່າຍເງິນໄປແລ້ວ!! 1. ຫາຍະນະເລີ່ມຕົ້ນຫຼັງຈອງໄປກະຄື ບໍ່ສາມາດຈອງກັບໄດ້!!!  ເລີ່ມຕົ້ນທຣິບໄດ້ດີ ມີຄວາມລົ້ມເຫລວໄປເກີນເຄິ່ງ #ມລ.ຜູ້ມາກັບຫາຍະນະ ກະມາ.

ດ້ວຍຄວາມເກັ່ງກາດຂອງ ມລ ຂອງສໍ່ານີ້ເຮັດຫຍັງເຮົາບໍ່ໄດ້ດອກ ຈອງປີ້ຍົນໄດ້ໃນອີກ 2 ວັນຈະເດີນທາງ ເຮົາກະໄດ້ເລີ່ມຫາທີ່ພັກ ຈອງຖ້ຽວລົດໄຟ (ໃນໃຈຕອນນັ້ນກະຄື ເຮັດຈັ່ງໃດ໋ກະໄດ້ຂໍໃຫ້ໄດ້ໄປຮອດຫຼວງພະບາງກ່ອນຈັ່ງວ່າກັນ) ທີ່ພັກທີ່ເຮົາຈອງນັ້ນກະຄື ສາສາລາວ ເກສເຮົາສ໌ ເຊິ່ງໄກຈາກຕົວເມືອງປະມານ 2,5 ກິໂລ ຖາມວ່າໄກບໍ? ໄກ!!! ແຕ່ເນື່ອງຈາກມັນຖືກ!! ເຫັນຂອງຖືກບໍ່ໄດ້ຕ້ອງຈອງທັນທີ!!! ສ່ວນປີ້ລົດໄຟກະໃຊ້ໝູ່ຢູ່ນະຄອນຫຼວງໄປຕໍ່ຄິວຊື້ໃຫ້ສິຄະ ສົງສານໝູ່ຢູ່ນະ ນາງໆໄປຢືນຕໍ່ຄິວໝົດມື້ ແຕ່ກະຕ້ອງຂອບໃຈເປັນຢ່າງສູງມານະທີ່ນີ້ດ້ວຍເດີ້!!! ຈອງໄດ້ທຸກຢ່າງກະ ສະບາຍໃຈແລ້ວ

ເມື່ອຮອດວັນເດີນທາງເຮົາກະເດີນທາງໄປຂຶ້ນຍົນເວລາ 9:25 ນາທີ. ດ້ວຍຄວາມທີ່ແບບ ຄັ້ງແລກໃນການນັ່ງເຄື່ອງ #ລາວສະກາຍເວ ມັນກະຈະຕື່ນເຕັ້ນນິດໆເມື່ອຫຼຽວເບິ່ງຍົນທີ່ເຮົາຈະນັ່ງ ກັບຍົນຂອງອີກສາຍການບິນໜຶ່ງສີຟ້າ ມັນຊ່າງແຕກຕ່າງກັນແຮງ ໃຈກະເລີ່ມຫວິວໆ ແຕ່ກະຕ້ອງສູ້ແລະນາທີນີ້. ໂຊກດີທີ່ເຮົາໄດ້ນັ່ງຄົນດຽວ ເພີ່ມຄວາມສຽວເຂົ້າໄປອີ໊ກກກກກ. ຊ່ວງທີ່ໄປຄືຊ້ວງໂຄວິດລະບາດນະທຸກຄົນມັນກະເລີຍບໍ່ມີການເສີບອາຫານ ໂນບໍລິການຫຍັງພາຍໃນຍົນນະຈະ ເພາະສະນັ້ນກະນັ່ງຍາວໄປເລີຍປະມານ 45 ນາທີ. ພໍລົງເຄື່ອງໄດ້ກະໃຊ້ໝູ່ອ້າຍມາຮັບໄປສົ່ງສະຖານີລົດໄຟທັນທີ ດ້ວຍຄວາມທີ່ເປັນຄັ້ງແລກອະນະ ກະຢ້ານຕົກລົດຕົກຫຍັງ ແລະ ໄປຮອດທັນເວລາ 13:30 ພໍດີ ເຊິ່ງລົດອອກປະມານ 16:30 ນະຄະ ນັ່ງຖ້າວົນໄປ.

ຕອນທີ່ເຮົາໄປ ສະຖານີຍັງບໍ່ມີຮ້ານຄ້າຫຍັງເລີຍນະ ໂລ່ງໆ ແຕ່ຍິ່ງໃຫຍ່ເອົາການຢູ່ເດີ!!! ຈະບອກວ່າລົດໄຟມາຕົງເວລາຢູ່ນະ ຕອນທີ່ເຮົາຈອງຈະມີແຕ່ 2 ຊັ້ນນະ ມີເຟີສຄລາສ ຊັ້ນ 1 ແລະ ຊັ້ນ 2 ໃນສ່ວນຂອງຊັ້ນ 3 ຍັງບໍ່ເປີດໃຫ້ບໍລິການເທື່ອເດີ (ລາຄາຊັ້ນ 3 ຕົກຢູ່ທີ່ 140,000 ເທົ່ານັ້ນນະ) ເມື່ອເຖິງເວລາຂຶ້ນລົດຫາຍະນະທີ 2 ກະເລີ່ມແຜງລິດເດດ ນັ້ນກະຄື: ປີ້ລົດໄຟຫາຍ!! ນະຕອນນັ້ນ ຄິດວ່າເຈົ້າຂອງຫຼົງປະໄວ້ຫ້ອງນໍ້າຫຼືບໍ່? ຫຼືຫຼົງຖິ້ມລົງຖັງຂີ້ເຫຍື່ອພ້ອມຕຸກນໍ້ານັ້ນຫຼືບໍ່?? ກະແລ່ນຊອກຫາເອົາເປັນເອົາຕາຍ ສຸດທ້າຍເຈິະຢູ່ໃນຖົງສົ້ງເຈົ້າຂອງ!!! (ຂີ້ລືມຂອງແທ້ບໍລະ!). ເອົາລະເຫັນແລ້ວກະໄປທີ່ທາງອອກເພື່ອໄປຂຶ້ນລົດໄຟໄດ້ ເຮົາໄດ້ນັ່ງຕູ້ທີ 1 ໂອ້ດີ!! ຕາມຂ່າວລືມານັ້ນນນນ ວ່ານັ່ງລົດໄຟກັບຫຼັງ ມັນຄືເລື່ອງຈິງ!!! ງົງມາກແມ່! ແຕ່ເອົາຈິງໆກະດີຢູ່ ມີວິວມີຫຍັງໃຫ້ເບິ່ງ ຄົນນັ່ງຂ້າງໆກະງານດີຢູ່ນະແມ່ວ່າບໍ່ໄດ້ເດິະ!. ເຮົາໃຊ້ເວລານັ່ງທັງໝົດ 2:30 ກະເຖິງຫຼວງພະບາງແລ້ວວວວ ເຢ້!!

ເວລາ 18:30 ເຖິງຮຽບຮ້ອຍ ໄດ້ອອກມານອກສະຖານີເສັດສັບ ຫາຍະນະທີ 3 ກະເລີ່ມຂຶ້ນອີກແລ້ວ! (ມຶງ! ບັກຫາຍະນະ ມຶງສິມາຢາມກູທຸກໆ 3 ຊມ ບໍ່ໄດ້ນະ) ດ້ວຍຄວາມທີ່ຮອດຄໍ່າເລີ່ມມືດ ຈັງຫວະທີ່ຫາລົດເຂົ້າເມືອງມັນກະມີເຫດການໜຶ່ງທີ່ເຮັດໃຫ້ເກືອບຂຶ້ນລົດຜິດຄັນ ດ້ວຍຄວາມຟ້າວອະເນາະ ເກືອບໄດ້ໄປຮອດເໜືອສຸດລະບໍລະມຶງ! ດ້ວຍຄວາມບຸນຫຼາຍ ພະນະ!! ຍັງມີພໍ່ລຸງຄົນໜຶ່ງຄົນຫຼວງພະບາງເຂົ້າມາຖາມ ວ່າສິໄປໃສແທ້! ກະເລີຍບອກເພິ່ນໄປວ່າ ຫຼານສິໄປໃນເມືອງຫຼວງພະບາງ ໄປບ້ານພັກນີ້ ລຸງຮູ້ບໍ? ເພິ່່ນກະບອກມາວ່າ ຮູ້ໆ ຂຶ້ນລົດດຽວພາໄປ ໄດ້ຕົ໋ວລະບໍ? ອ້າວ!! ຕ້ອງຊື້ຕົ໋ວວ່ະ. ລາວໃຈດີແຮງພາໄປຊື້ຕົ໋ວແລ້ວກະຂຶ້ນລົດເຂົ້າເມືອງ. ນັ່ງລົດປະມານ 20 ນາທີກະຮອດໃນເມືອງ ແຕ່ຍັງບໍ່ຮອດບ່ອນພັກເທື່ອນະ ກະມີຄວາມເອະໃຈວ່າ ຫຶ! ສິໄປສົ່ງຮອດອີ່ຫຼີບໍນໍ? ຈາກກູເກີລແມັບກັບເສັ້ນທາງໂຕຈິງຄືຄົນລະທິດເນາະ? ລົນລານເວີ້ນະຕອນນັ້ນ ສຸດທ້າຍຈຶ່ງຮູ້ວ່າລາວມາສົ່ງຜູ້ໂດຍສານອີກຄົນໜຶ່ງ ໂອຍຍຍຍສັນໂລ່ງເລີຍ.  ແລະແລ້ວເພິ່ນກະມາສົ່ງຮອດທາງລົງບ່ອນພັກເລີຍ ເຫັນປ້າຍບ້ານພັກແລ້ວ ແຕ່ທາງລົງໄປມັນວັງເວງ ໜ້າຢ້ານກົວ  ມືດຕຶ໊ດຕື໊ ແລະທີ່ໜັກໄປກວ່ານັ້ນຄື ຕິດຕໍ່ບ້ານພັກບໍ່ໄດ້! ໂສກບໍບາດນິ  ກະແຊັທກະຫຍັງກັນຢູ່ແຕ່ພໍມາຮອດໂທບໍ່ໄດ້ ບໍ່ຮັບສາຍສັນ!! ວັອທ!! ໂທຢູ່ປະມານ 10 ປາຍສາຍນະກວ່າຈະຮັບ ເນື່ອງຈາກເພິ່ນຄາວຽກ ແຕ່ຍັງໂຊກດີອີກແລ້ວນະ ຄືຫ້ອງທີ່ເຮົາພັກມັນມີ 4 ຕຽງ ໝາຍເຖິງພັກລວມກັນກັບຄົນອື່ນໆນະ ແຕ່ວັນນັ້ນເຮົາໄດ້ພັກຄົນດຽວ ໂອເອັມຈີ!! ເຣີດເວີ້! ທັງໝົດເປັນຂອງເຮົາ!!  ບອກເລີຍວ່າບ້ານພັກສວຍ ຢູ່ກາງທຳມະຊາດ ແລະ ແຄມນໍ້າເລີຍ ບັນຍາກາດດີແຮງນະ ງຽບໆດີ ສັນຊອບ. ເນື່ອງຈາກເຮົາມາຮອດຄໍ່າ ແລະໄກຈາກຕົວເມືອງ ເພື່ອຄວາມປອດໄພເຮົາກະເລີຍບໍ່ໄດ້ອອກໄປໃສ ບໍ່ໄດ້ກິນເຂົ້າແລງ ອາບນໍ້າແລ້ວນອນເລີຍ!! 

 

ຕື່ນມາປະມານ 5 ໂມງເຊົ້ານະ ກະເລີ່ມຈັດການຕົວເອງ ເອີ່...ໝາຍເຖິງ ອາບນໍ້າ ແປງແຂ້ວ ປ່ຽນເຄື່ອງສິນະ! ເພື່ອກຽມທີ່ຈະອອກສຳຫຼວດເມືອງໃຫ້ທັນເວລາ ເຮົາມີເວລາໃນຫານທ່ຽວທັງໝົດ 1 ຄາບຄືຄາບເຊົ້າ ແລະ ຕ້ອງໄດ້ກັບຄາບແລງ (ຖາມຈອງວ່າກັບຈັ່ງໃດ? ບໍ່ຮູ້! ບໍ່ທັນມີແຜນກັບເລີຍ ໄປຫາເອົາທາງໜ້ານະ). ຫຼັງຈາກທີ່ອອກຈາກທີ່ພັກເຮົາກະເລີ່ມຍ່າງ ເຊິ່ງຈຸດໝາຍທຳອິດທີ່ຈະໄປຄື "ການພິຊິດພະທາດພູສີ" ທຸກຄົນມາຫຼວງພະບາງຕ້ອງໄດ້ຂຶ້ນໄປສຳຜັດກັບບັນຍາກາດ ແລະ ວິວຂອງເມືອງແຫ່ງນີ້ ບໍ່ຜິດຫວັງແນ່ນອນ. ແຕ່ການພິຊິດຄັ້ງນີ້ມັນບໍ່ງ່າຍ ເນື່ອງຈາກເຮົາຂຶ້ນຜິດທາງມັນເລີຍເຮັດໃຫ້ເຮົາຍ່າງໄກເກີນໄປ ດ້ວຍຄວາມທີ່ບໍ່ໄດ້ກິນຫຍັງແຕ່ຄືນນີ້ຈົນມາຮອດຕອນນີ້ບໍ່ມີຫຍັງຕົກທ້ອງເລີຍ ດີທີ່ຍັງມີນໍ້າໃຫ້ແດກນະ ແຕ່ຈະວ່າໂຊກຮ້າຍກະບໍ່ທັງໝົດເພາະທາງທີ່ເຮົາຂຶ້ນເຮົາບໍ່ໄດ້ເສຍເງິນຄ່າຂຶ້ນ (ເພາະອີກທາງທີ່ຂຶ້ນງ່າຍ ແລະ ໄວກວ່າຈະໄດ້ເສຍຄ່າເຂົ້າ 5000 ກີບ/ຄົນ). ເມື່ອຂຶ້ນໄປເຖິງຍອດເຂົາ ສິ່ງທີ່ໄດ້ຄື ວິວຫຼັກລ້ານ ຄວາມເມື່ອຍທີ່ສະສົມມາກະຍັງຄົງຢູ່5555 ແຕ່ມັນຄຸ້ມຄ່ານະເວີຍ ມັນຮັກສາຈິດໃຈໄດ້. ກິດຈະກຳຢູ່ເທິງກະຈະມີ ໄຫວ້ພະ ຂໍພອນ ແລະ ປ່ອຍນົກ ທີ່ສຳຄັນຖ່າຍຮູບຄູ່ພະທາດແລ້ວເຊັກອິນ ຖືວ່າສຳເລັດພາລະກິດນະຈະ. 

ລົງຈາກພູສີມາອີກທາງກະຈະເປັນ ຫໍພິພິຕະພັນຫຼວງພະບາງ ເຊິ່ງ......ບໍ່ເປີດໃຫ້ເຂົ້າອີກແລ້ວ!!! ອາໄຣ ຍັງໄງ ທຳໄມສັນມາແລ້ວຕ້ອງປິດ!!! ເຊັງແຮງກະເລີຍຕ້ອງຫາຂອງກິນຍ້ອມໃຈສະກ່ອນ ແລະເຮົາກະຕ້ອງເລືອກຮ້ານທີ່ເປັນສິກເນເຈີ້ຂອງຫຼວງພະບາງສິຄະ ນັ້ນກໍ່ຄື: "ຮ້ານ ປະຊານິຍົມ" ບໍ່ແປກເລີຍເປັນຫຍັງຈຶ່ງໄດ້ຮັບຄວາມນິຍົມຕະຫຼອດການ ເພາະວ່າ ເຂົ້າປຽກເສັ້ນຊອຍແຊັບເວີ້ ລາຄາກະຖືກໄປອີ໊ກ! ແລະທີ່ສຳຄັນເມນູທີ່ຕ້ອງລອງແມ່ນ ກາເຟນົມປະຊານິຍົມ.  ກິນອິ່ມແລ້ວກະເລີ່ມສຳຫຼວດເມືອງໄດ້ ທຣິບນີ້ທັງທຣິບ ຄື ຍ່າງ ແລະ ຍ່າງ ເພາະເຮົາເປັນຄົນປະຫຍັດ ອີກຢ່າງ ເມືອງຫຼວງພະບາງຖ້າຈະທ່ຽວແຕ່ໃນເມືອງຫຼວງ ແລະ ສະຖານທີ່ທ່ຽວຊົມສ່ວນຫຼາຍກະຢູ່ໃນອ້ອມແອ້ມເມືອງເລີຍ ກະບໍ່ແປກທີ່ເຮົາຈະຍ່າງ ຫຼື ຖ້າໃຜບໍ່ຢາກຍ່າງກະມີບໍລິການເຊົ່າລົດຖີບຊົມເມືອງ 15,000 ກີບ/ຄັນ ງ່າຍເວີ້.

ສະຖານທີ່ທີ່ເລືອກໄປກະຈະມີ ວັດຊຽງທອງ ວັດແສນ ວັດຂ້າງຫໍພິພິຕະພັນ(ບໍ່ຈື່ຊື່) ມີແຕ່ວັດນີ້ລະ ເພາະເວລາໝົດແລ້ວ ແລະທີ່ແນະນຳໃນແຖວນັ້ນກະຈະເປັນຮ້ານຄ່າເຟ້ຕ່າງໆນະ ຮິທໆກະຈະມີ ຟໍມູລາ.ບີ ແລະອື່ນໆ ເຍິະແຍະຕ້ອງໄປເບິ່ງເອົາເອງ ເພາະຕອນເຮົາໄປສ່ວນຫຼາຍມັນປິດ!!! (ປິດຕະຫຼອດແຫຼະຄັນກູໄປນະ)

ສຸດທ້າຍກໍ່ເຖິງເວລາທີ່ເຮົາຕ້ອງກັບແລ້ວ!! ກັບແນວໃດ? ກັບດ້ວຍຫຍັງ? ບາດນິ. ໃຊ້ວິທີຖາມເລີຍ ຖາມຄົນແຖວນັ້ນລະ ແລະກໍ່ໄດ້ຄຳຕອບວ່າຕ້ອງໄປຂຶ້ນລົດທີ່ສະຖານີລົດຢູ່ແຖວນອກເມືອງ ວ່າຊ້ານນນ ໂອເຄສຸດທ້າຍເຮົາກະມາຈົບທີ່ການຈ້າງລົດຕຸກໆໄປສະຖານີລົດເພື່ອຂຶ້ນລົດກັບນະຄອນຫຼວງວຽງຈັນ ແລະດ້ວຍທີ່ເຮົາເປັນຄົນມີຫາຍະນະ ທຣິບກຳລັງຈະຈົບໄປດ້ວຍດີກໍ່ເກີດເລື່ອງບໍ່ຄາດຄິດຂຶ້ນນັ້ນກະຄື ພໍແຕ່ຈະລົງລົດເທົ່ານັ້ນລະ ນ້ອງຂາຕັ້ງກ້ອງທີ່ຮັກຂອງສັນ ນ້ອງຕົກ ແລະ ແຕກຫັກໄປເຄິ່ງໜຶ່ງ ນັ້ນກໍ່ໝາຍຄວາມວ່ານ້ອງໃຊ້ການບໍໍໄດ້ອີກຕໍ່ໄປ cryingcrying  ແລະ ສຸດທ້າຍເຮົາກະໄດ້ຂຶ້ນລົດກັບຮອດນະຄອນຫຼວງດ້ວຍຄວາມສະຫວັດດີພາບ ແຕ່ມັນໜ້າຈະຈົບດ້ວຍດີຖ້າບໍ່ມີເລື່ອງເກີດຂຶ້ນອີກ ໂອ໊ຍຍຍຍຍຍ ຊີວິດ ມລ ເປັນຫຍັງຕ້ອງມີແຕ່ອຸປະສັກ ຄວາມສ່ຽງຕາຍ ຄວາມຫາຍະນະ ມາສໍ່າເປັນໝູ່ກັນ. ມັນເລີ່ມຕັ້ງແຕ່ຂຶ້ນລົດຕູ້ຈາກຫຼວງພະບາງ ເວລາ 14:30 ນາທີ ຮອດນະຄອນຫຼວງ 20:30 ເປັນການນັ່ງລົດຕູ້ 6 ຊມ ແລະລົງທີ່ສະຖານີລົດເມສາຍເໜືອ ເນື່ງຈາກສາຍເໜືອມັນຫ່າງຈາກສາຍໃຕ້ໄກເຕີບ ແລະ ດ້ວຍມັນຄໍ່າມັນບໍ່ມີລົດຕໍ່ແລ້ວ ລົດເຮົາເປັນລົດຖ້ຽວສຸດທ້າຍຂອງຄິວນັ້ນ ບອກເລີຍວ່າເຮົາເປັນຜູ້ຍິງຄົນດຽວທີ່ເຫຼືອຢູ່ນັ້ນ ຕອນນັ້ນຄືຕິດຕໍ່ອ້າຍບໍ່ໄດ້ ໂທຫາໝູ່ໝູ່ບໍ່ມີລົດມາຮັບອີກ ແລະ ຖ້າສິຈ້າງລົດຈັກຕໍ່ໄປຫາອ້າຍກະເກີດຄວາມຢ້ານ ດ້ວຍຄວາມທີ່ເຮົາເປັນຄົນຕ່າງແຂວງ ເຮົາກະບໍ່ກ້າທີ່ຈະໄປນຳເຂົາ ແບັທໂທລະສັບກະສິໝົດ ຖ້າເກີດຫຍັງຂຶ້ນໃຜສິຊ່ວຍເຮົາໄດ້ ກະເລີຍຕັດສິນໃຈລໍຖ້າຢູ່ນັ້ນຄົນດຽວກ່ອນ ແຕ່ກະຍັງໂຊກດີຢູ່ວ່າບໍລິເວນນັ້ນມີຮ້ານຂາຍເຄື່ອງເຮັດໃຫ້ເຮົາອຸ່ນໃຈໄດ້ເລັກນ້ອຍ ກະຂໍສາກໂທລະສັບນຳເພິ່ນ ແລະ ພະຍາຍາມໂທຫາອ້າຍ ແລະສຸດທ້າຍອ້າຍກະຮັບແລະກະມາຮັບເຮົາ ແຕ່ກວ່າຈະມາຮັບກະຈົນ 21:30 ສຸດທ້າຍມັນກະບໍ່ມີຫຍັງເກີດຂຶ້ນ ຖືວ່າໂຊກຍັງຊ່ວຍ.

ເລື່ອງທີ່ເກີດຂຶ້ນສອນໃຫ້ຮູ້ວ່າ ມັນຄືປະສົບການສ່ຽງຕໍ່ຄວາມປອດໄພຂອງຊີວິດແລ້ວ ແລະບໍ່ຢາກໃຫ້ທຸກຄົນທີ່ເຂົ້າມາອ່ານເດີນຕາມເສັ້ນທາງທີ່ເຮົາໄປ ແນະນຳອີກຢ່າງຄືຖ້າຈະໄປຫຼວງພະບາງຫຼືກັບຈາກຫຼວງພະບາງຖ້າຈະກັບໂດຍລົດຕູ້ຕ້ອງກັບອອກແຕ່ເຊົ້າ ເພາະຢ່າງນ້ອຍມັນກະຮອດວຽງຈັນໄວຂຶ້ນ ຫຼືຖ້າຈອງລົດໄຟບໍ່ໄດ້ບໍ່ຕ້ອງກັບຫຼືບໍ່ຕ້ອງໄປໂດຍລົດຕູ້ ເພາະມັນເສຍເວລາ ແລະ ສ່ຽງອັນຕະລາຍເກີນໄປ ຂະໜາດ ມລ ເດີນທາງຄົນດຽວມາຫຼາຍເທື່ອແຕ່ມາເຈິະເຫດການນີ້ຮູ້ເລີຍວ່າເຮົາຄວາມວາງແຜນໃຫ້ດີກວ່ານີ້ ຕໍ່ໃຫ້ແຜນທີ່ວາງຈະບໍ່ເປັນໄປຕາມແຜນແຕ່ມັນກະມີສ່ວນຊ່ວຍໃຫ້ເຮົາເດີນທາງ ກຳນົດເວລາ ໄດ້ດີກວ່າ ໄປຫາເອົາທາງໜ້າໂດຍທີ່ບໍ່ຮູ້ຫຍັງເລີຍ.  ຫຼວງພະບາງເປັນເມືອງທີ່ປອດໄພໄດ໋ ແຕ່ການເດີນທາງມັນມີຫຼາຍຮູບແບບ ທຸກຄົນກະຕ້ອງເລືອກວ່າຢາກໄປໃນຮູບແບບໃດນະ.

ສຸດທ້າຍໃຜທີ່ຈະໄປທ່ຽວຫຼວງພະບາງ ທີ່ໄດ້ມາອ່ານບັນທຶກອັນນີ້ອາດຈະບອກວ່າເຮົາເວີ້ ມັນບໍ່ເປັນປານນັ້ນດອກ ອີ່ຫຍັງປະມານນີ້ ແຕ່ເຮົາປະສົບມັນມາແບບນັ້ນຈິງ. ຍົກໃຫ້ທຣິບນີ້ເປັນທຣິບທີ່ດີ ແລະ ໂຫດຮ້າຍສຸດທີ່ເຄີຍເດີນທາງມາ. ແລະຍົກໃຫ້ຫຼວງພະບາງເປັນເດີະເບສເມືອງແຫ່ງການພັກຜ່ອນທີ່ດີທີ່ສຸດໃນປີ 2022 ຂອງເຮົາ. ດ້ວຍຫຼາຍໆຢ່າງບໍ່ວ່າຈະເປັນ ປະຫຍັດງົບ ອາຫານແຊບ ເປັນເມືອງເກົ່າແກ່ແລະຄົງຄວາມເປັນຫຼວງພະບາງໄດ້ດີີທີ່ສຸດ ແທບຈະທຸກສິ່ງທີ່ຢູ່ໃນເມືອງນີ້ຈະເປັນຮູບແບບການກໍ່ສ້າງແບບຫຼວງພະບາງແທ້ໆ ນັບແຕ່ຕູ້ເອທີເອັມ ຍັງເປັນຊົງບູຮານເລີຍ ບໍ່ເແປກທີ່ຍົກຫຼວງພະບາງໃຫ້ເປັນເມືອງມໍລະດົກໂລກຂອງປະເທດລາວ. 

 

ໄວ້ເທື່ອໜ້າຈະມາອັບຄວາມລັນທົດຂອງການເດີນທາງດ້ວຍລົດຕູ້ໃຫ້ອ່ານກັນອີກນະຈະ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2021 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

"ມລ ມີສາລະ" ໃຜທີ່ຈະໄປຍີ່ປຸ່ນຕ້ອງອ່ານ!!!

ສະບີດາຍ ສະບາຍດີ ພີ່ນ້ອງຊາວ ພັນລາວທຸກຄົນ ມື້ນີ້ ມລ ກັບມາອີກແລ້ວ ພະນະ 

ມື້ນີ້ ມລ ຈະມາເລົ່າປະສົບການໄປທ່ຽວຍີ່ປຸ່ນແບບງົງໆ ຟັງບໍ່ຜິດ ແບບງົງໆ(ແຕ່ຈະພະຍາຍາມອະທິບາຍໃຫ້ລະອຽດ) ແຕ່ໃຜທີ່ບໍ່ມີແຜນຈະໄປຫຼືບໍ່ມັກທ່ຽວຍີ່ນປຸ່ນກະຂ້າມໄປອ່ານອັນອື່ນໄດ້ເລີຍ ເພາະນີ້ຄືຄວາມໃນໃຈຂອງສັນເອງ

ຍີ່ປຸ່ນ ເປັນປະເທດທີ່ເປັນ The Best Destination ຂອງ ມລ ອາດຈະເປັນເພາະ ມັນງ່າຍ ໃກ້ ໃຊ້ງົບປະຫຍັດ ຖ່າຍຮູບງາມ ອາຫານແຊບ ອາກາດດີ ບລາໆໆໆໆ ມັນເລີຍກາຍເປັນຈຸດເລີ່ມຕົ້ນເຮັດໃຫ້ ມລ ຢາກທ່ຽວຫຼາຍຂຶ້ນ. ມລ ເລີ່ມທ່ຽວທຳອິດຄື ປະເທດຍີ່ປຸ່ນເລີຍ ຕອນນັ້ນໄປກັບໂຄງການ Jenesys 2.0 2016 ເປັນໂຄງການແລກປ່ຽນກ່ຽວກັບວັດທະນະທຳ ຄວາມຮູ້ ອື່ນໆ ແຕ່ ມລ ໄປເປັນຫົວຂໍ້ກ່ຽວກັບ "ການເບິ່ງແຍງຜູ້ພິການ, ຜູ້ສູງອາຍຸ ແລະ ເດັກພິເສດ"  ຫົວຂໍ້ນີ້ຄືດີມາກເວີ້!!!  ແລະ ມັນເປັນໂຄງການທີ່ຟຣີ!! ທຸກຢ່າງຟຣີ!! ສາມາດສະໝັກໄດ້ທຸກປີເລີຍ ອາຍຸ 18-25 ປີນະຈະ. ຕອນທີ່ໄປຮອດກະມີຄວາມຄິດໜຶ່ງຂຶ້ນມາວ່າ "ກູມາຮອດຍີ່ປຸ່ນແລ້ວເບາະນິ! ມັນຄືຝັນເລີຍ! ຝັນກຳລັງຈະເປັນຈິງແລ້ວວະນິ! OMG" ໄປຄັ້ງແລກຄືໄປ 8 ວັນ ແຕ່ໃນ 8ໍ ມື້ຄືໄວແຮງ ຜ່ານໄປແປັບດຽວສິຮອດມື້ກັບລະ ມັນຍິ່ງເຮັດໃຫ້ເຮົາຫຼົງຮັກຄວາມເປັນຍີ່ປຸ່ນແຮງອ່ະນະ ຄວາມສະໂລໄລຟ໌ ຄວາມສະຫງົບ(ນອກເມືອງ) ຄວາມສີວິໄລທີ່ເຖິງແມ່ນເຮົາສິຢູ່ນອກເມືອງມັນກະຍັງມີຄວາມເທັກໂນໂລຍີແທບຈະທຸກພື້ນທີ່ ມັນເລີຍເປັນເລື່ອງງ່າຍ.

ແລ້ວປີນັ້ນເປັນປີແລກທີ່ທ່ຽວ ດ້ວຍຄວາມທີ່ແບບຄົນບໍ່ເຄີຍມ່ຽວອະເນາະ ມັນກະບໍ່ຮູ້ແລະວ່າຕ້ອງໄດ້ຖືຫຍັງແນ່ ໄປກະໄປແບບເອີ໋ໆ ງົງໆ ມຶນໆ ຝັນອະ ເຂົ້າໃຈສັນໄໝ??  ຄວາມເປັນນັກຮຽນແລກປ່ຽນຄັ້ງແລກອະ ມືກະຕ້ອງຈົດ ຫູກະຕ້ອງຟັງ ສະໝອງກະຕ້ອງແປພາສາ ອະນະ(ສະໄໝປຶກອັງກິດໃໝ່ໆວ່າຊ້ານ) ເໝືອນໄປກັບທົວຫັ້ນລະ ບໍ່ຕ້ອງເປັນຫ່ວງວ່າສິຫຼົງ ວ່າສິຫິວ ວ່າສິບໍ່ມີໝູ່ ເພາະມີຄົນຄຸມບໍ່ໃຫ້ເຮົາອອກນອກລູ່ນອກທາງ. ມື້ທຳອິດທີ່ໄປຮອດນະຂຶ້ນຊື່ວ່າ "ມລ ຜູ້ມາກັບພາຍຸ" ພໍຮອດສະໜາມບິນຮາເນດະປັບ ພາຍຸຝົນມາເລີຍຈະ ເປີດປະຕູສິຂຶ້ນລົດບັສທັງລົມທັງຝົນ ໜາວກະໜາວ ເສື້ອກັນໜາວກະກາກບໍ່ກັນຫຍັງຈັກຢ່າງ ໄປຕອນນັ້ນຄືເດືອນ 9 ຊ້ວງຝົນຂອງປະເທດເຂົາ ກູຜູ້ບໍ່ສຶກສາຫ່າເຫວຫຍັງ ກະບໍ່ໄດ້ກຽມຫຍັງເລີຍບໍ່ຮູ້ຫຍັງເລີຍຍຍຍຍຍຍຍ ແຕ່ໃນຄວາມໂງ່ ມັນກະເປັນປະສົບການຄັ້ງແລກ ມັນຕື່ນເຕັ້ນ ມັນເຮັດໃຫ້ເຮົາຮຽນຮູ້ທີ່ຈະຈື່ໄວ້ວ່າຖ້າມາຄັ້ງໜ້າເຮົາຈະບໍ່ເປັນແບບນັ້ນ ເຮົາຈະບໍ່ເຈິະສະຖານະການແບບເກົ່າແນ່ນອນ ຄອນເຟີມ!!! ໃນມື້ທີ 1 ກະບໍ່ມີຫຍັງຫຼາຍກະແນະນຳໂຕ ແລະ ທີມງານກະຈະເປັນຄົນພາເຮົາໄປເບິ່ງສະຖານທີ່ຄ້າວໆ ມີແລັກເຈີ້ກ່ຽວກັບໂຄງການນີ້. ໄດ້ໄປຫຼາຍສະຖານທີ່ທີ່ກ່ຽວຂ້ອງກັບວັດທະນະທຳ ແລະ ປະຫວັດສາດເຊັ່ນ: ເອໂດະມິວຊ້ຽມ, ພະລາດຊະວັງໂຕກຽວ, ສວນເອັນໂດກູເອິນ, ເມືອງມໍລະດົກໂລກຂອງຍີ່ປຸ່ນນັ້ນກໍ່ຄື ຊິຣາຄະວະໂກະ ສວຍງາມອາລັງການເວີ້ວັງແຮງ. ນອກຈາກນັ້ນໂຄງການກໍ່ພາເຮົາໄປຮຽນການເຮັດອາຫານແບບຍີ່ປຸ່ນຍີ່ປຸ່ນ ໄປເຮັດໄມ້ຖູ່ສະບັບຍີ່ປຸ່ນ ພະນະ (ຖາມວ່າປະຈຸປັນນີ້ໄດ້ໃຊ້ບໍ? ຫຶ ບໍ່ ກູບໍ່ກ້າໃຊ້ ໄດ້ແຕ່ແຍງ). ຂໍ້ດີຂອງງທຣິບນີ້ກໍ່ຄື ເຂົາເອົາໃຈໃສ່ໃນການແຊຄວາມຮູ້ ສອນເຮົາໃຫ້ເຫັນຕົວຈິງເລີຍວ່າສະພາບມັນເປັນແບບໃດ ມັນຄ້າຍໆເຮົາໄປທັດສະນະ ຮຽນແລັກເຈີ້ແລ້ວກະພາໄປຮຽນໂຕຈິງ ສິນະ, ແຕ່ຂໍ້ເສຍກໍ່ຄື ເວລາມັນໄວເກີນ ໄປແຕ່ລະບ່ອນໄວເວີ້ຕ້ອງແລ່ນນຳເວລາຕະຫຼອດ ແລະເວລາຄືເຊັທໄວ້ເລີຍ ຕ້ອງຕື່ນຈັກໂມງ ນອນຈັກໂມງ ຂຶ້ນລົດຈັກໂມງ ພຸ້ນໄດ໋ ເພາະສະນັ້ນມັນເລີຍບໍ່ເໝາະກັບຄົນຄືເຮົາ ເຮົາມັນສາຍລຸຍ ສາຍບໍ່ໄປຕາມແຜນ ສາຍບໍ່ກຳນົດເວລາ ສາຍທຸກຄັ້ງ!! ມັນເລີຍກາຍມາເປັນການໄປທ່ຽວຍີ່ປຸ່ນຮອບທີ 2 ຂອງ ມລ.

ຈາກການໄປຄັ້ງແລກ ເຮົຮຽນຮູ້ທີ່ຈະເຈັບແລ້ວຈຳ ເຮົາຈະຕ້ອງວາງແຜນໃຫ້ດີ ສຶກສາຂໍ້ມູນໃຫ້ແໜ້ນເພື່ອທີ່ຈະໄປໂດຍທີ່ບໍ່ເຈິະບັນຫາໜັກ ວ່າຊັ້ນເດະ!! ສິ່ງທີ່ຕ້ອງກຽມກ່ອນໄປຄື:

  1. ຫາຂໍ້ມູນກ່ຽວກັບສະຖານທີ່ຢາກທ່ຽວ, ສະພາບອາກາດທີ່ຈະໄປເປັນແນວໃດ ເພື່ອງ່າຍທີ່ຈະຈັດກະເປົ໋າ, ຈອງໂຮງແຮມສາມາດຈອງແບບຈ່າຍໜ້າໂຮງແຮມເລີຍກະໄດ້, ຈອງປີ້ຍົນມີຫຼາຍສາຍເລືອກເອົາຕາມລາຄາທີ່ມັກ, ສຶກສາວິທີໃຊ້ລົດໄຟເພາະມັນຫຼາຍສາຍເວີ້ ແລະ ທີ່ສຳຄັນຄືຕົ໋ວແບບຄຸ້ມຄ່າແບບເໝົາວັນຕໍ່ວັນມັນຖືກ. 
  2. ວີຊ້າ ເປັນເລື່ອງທີ່ບໍ່ງ່າຍບໍ່ຍາກກະພຽງແຕ່ກຽມ ຟອມຂໍວີຊາ(ຫາໃນເວັບຂອງສະຖານທູດຍີ່ປຸ່ນປະຈຳລາວໄດ້ເລີຍ) ຮູບພື້ນຂາວ 4"4 2 ໃບ, ບັດປະຈຳໂຕແບບກັອບປີ້ສີ, ເງິນ 230,000 ກີບ, ຕົ໋ວເຄື່ອງບິນທີ່ຈອງໄວ້ ສາມາດຂໍນຳເອເຈັນຊີຫຼືສາຍການບິນລາວໄດ້ເລີຍ, ເອກະສານການຈອງໂຮງແຮມຢູ່ຍີ່ປຸ່ນ, ເອກະສານການເງິນຂໍນຳທະນາຄານໄດ້ເລີຍ ແຕ່ຕ້ອງມີເງິນໝູນວຽນໃນບັນຊີຢ່າງນ້ອຍ 10 ລ້ານກີບ(ໄປຫາຍືມໃຜມາໃສ່ກ່ອນກະໄດ້555) ແລະອັນສຳຄັນຄືແຜນການທ່ຽວໃນຍີ່ປຸ່ນຍິ່ງລະອຽດຍິ່ງດີ. ໃຊ້ເວລາໃນການເຮັດເພື່ອໄວ້ 1 ອາທິດ.
  3. ແລກເງິນໄປຕິດໂຕແລ້ວແຕ່ ຫຼາຍນ້ອຍຂື້ນກັບສະຖານະການເງິນຂອງແຕ່ລະທ່ານເດິ້ະ, 
  4. ອິເຕີເນັທ ສາມາດຊື້ໄດ້ຕາມສະໜາມບິນ ຫຼື ຈະເປີດໂຣມມິ່ງຂອງປະເທດໄປເລີຍກະໄດ້ ເພາະມັນສຳຄັນເວລາຫາຂໍ້ມຸນຕ້ອງມີ!!!
  5. ກຽມໝູ່ ເມື່ອບໍ່ກ້າໄປຄົນດຽວກະເອົາໝູ່ໄປນຳ ໄປຫຼົງນຳກັນ

ເມື່ອກຽມໄດ້ແລ້ວເຮົາກະພ້ອມລຸຍຍີ່ປຸ່ນກັນ!! ຕອນທີ່ ມລ ໄປ ມລ ເລືອກໄປຍາມໝາວແຕ່ບໍ່ເອົາຫິມະຕົກ ກະສິປະມານເດືອນ11-12 ພໍດີ ອາກາດກະປະມານ 6-14 ອົງສາປະມານນີ້. ແຜນທີ່ໄປຄືໄປ 5 ວັນ 4 ຄືນ ໄປທັງໝົດ 2 ເມືອງຄື: ໂຕກຽວ ກັບ ຟູຈິຍາມະ. ທີ່ເລືອກສອງເມືອງນີ້ເພາະວ່າ ຢາກໄປສຳຫຼວດມະຫານະຄອນໂຕກຽວທີ່ມີຈຸດຫຼັກໆຄື: 5 ແຍກຊິບູຍ້າ, ຍ້ານຊິນຈຸກຸ, ຕະຫຼາດອາເມໂຍໂກ, ໂຕກຽວທາວເວີ້, ສະຖານີລົດໄຟໂຕກຽວ.... ເຍິະແຍະ. ແລະອີກເມືອງກະຄືຟູຈິຍາມະ ເປັນເມືອງທີ່ຕັ້ງຂອງຟູເຂົາໄຟຟູຈິນັ້ນເອງ!!! 

ຖ້າໃຜທີ່ສຶກສາກ່ຽວກັບປະເທດຍີ່ປຸ່ນກະຈະຮູ້ວ່າ 2 ເມືອງນີ້ມີຄວາມແຕກຕ່າງກັນຫຼາຍແຮງ. ໂຕກຽວຈະເປັນເມືອງທີ່ມີຄວາມທັນສະໄໝ ສີວິໄລ ວຸ້ນວາຍ ຜູ້ຄົນຫຼາຍ ຕ່າງຈາກຟູຈິຍາມະທີ່ເປັນເມືອງທີ່ສະຫງົບ ຜູ້ຄົນບໍ່ຫຼາຍ ອາກາດດີ ເນັ້ນທຳມະຊາດ. ສ່ວນຕົວ ມລ ມັກເມືອງນີ້ແຮງມັນໄດ້ບັນຍາກາດຂອງປະເທດຍີ່ປຸ່ນທີ່ແບບຍີ່ປຸ່ນດັ້ງເດີມ ຄົງຄວາມເປັນຍີ່ປຸ່ນແຕ່ຍັງມີຄວາມສະດວກສະບາຍ ເດີນທາງງ່າຍສະບາຍສະບາຍ ແລະ ທີ່ເປັນໜ້າຈົດຈຳທີ່ສຸດໃນເມືອງນີ້ ໃນການໄປຄັ້ງນີ້ນັ້ນກໍ່ຄື ຄວາມພີກທີ່ມາແບບບໍ່ໄດ້ວາງແຜນ ມາແບບປຸບປັບ ຮັບມືບໍ່ທັນ. ທຸກຄົນຈື່ບໍວ່າ "ມລ ມາກັບພາຍຸ" ຄັ້ງນີ້ກະຄືກັນແຕ່ບໍ່ໄດ້ແມ່ນພາຍຸຝົນ ແຕ່ໜັກກວ່ານັ້ນຄື ພາຍູຫິມະ!! ວາງແຜນມາອາກາດ 6-14 ອົງສາ ພໍມາຮອດ -4 ອົງສາຈາ ພ້ອມດ້ວຍຫິມະແລກຂອງປີຈ້ອນຮັບ! ແລ້ວເສື້ອທີ່ໃສ່ມາເດະລະ ບາງ ກັນຫຍັງບໍ່ໄດ້ ວັອທ ເດິະ ຟັກ! ຂຶ້ນມາທັນທີເລີຍ! ມັນເປັນບົດຮຽນໜຶ່ງໃຫ້ເຮົາໄດ້ເລີຍວ່າ "ວາງແຜນເພື່ອເປັນແນວທາງ ແຕ່ມັນຈະບໍ່ເປັນໄປຕາມແຜນ 100%". ຖ້າເຈີະສະຖານະການແບບນີ້ສິ່ງທີ່ຕ້ອງເຮັດກະຄື ຫາບ່ອນຫຼົບຫິມະກ່ອນ ບໍ່ວ່າຈະເປັນຮ້ານສະດວກຊື້ 7-11 ເຂົ້າໄປແລ້ວສິຮູ້ວ່ານັ້ນຄືສະຫວັນ! ແລະ ວິທີທີ 2 ຫາໂຮງແຮມບ່ອນພັກໃຫ້ໄດ້ໄວທີ່ສຸດ ກັນໜາວຕາຍ.

ປະສົບການການທ່ຽວຍີ່ປຸ່ນຄັ້ງນີ້ອາດຈະບໍ່ລະອຽດ ແຕ່ກະສາມາດຖາມໄດ້ນະ

ມື້ໜ້າຈະມາອັບເດດ ແລະ ວາງແຜນ ການໄປທ່ຽວຍີ່ປຸ່ນອີກ ຄັ້ງນີ້ຈະໄປໂອຊາກ້າ ແບບຈັດເຕັມ ນັບຕັ້ງແຕ່ການວາງແຜນ ຄ່າໃຊ້ຈ່າຍ ການຈອງຕົ໋ວ ການເຮັດວີຊ້າ ການເດີນທາງອື່ນໆ ມັນຈະລະອຽດກວ່ານີ້ຫຼາຍ ກະຢ່າລືມຕິດຕາມກັນນະຈະ

ມື້ນີ້ ມລ ໄປລະ ບ໊າຍ ບ່າຍ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 15, 2021 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບີດາຍ ສະບາຍດີ ໝູ່ເພື່ອນຊາວພັນລາວທຸກຄົນwink ມາພົບມາເຈິະກັນອີກແລ້ວກັບ ມລ ຄົນເກົ່າຄົນເດີມ ເພິ່ມເຕີມຄືໜ້າຮັກຂຶ້ນ55555

ຖ້າເພື່ອນໆຄົນໃດທີ່ໄດ້ອ່ານໄດອາຣີ້ກ່ອນໜ້ານີ້ຈະຮູ້ດີວ່າ ມລ ຈະມາເລົ່າເລື່ອງທີ່ໄປທ່ຽວ ເມືອງເຫວ້ ປະເທດຫວຽດນາມມມມມມມ

 

ແຕ່! ແຕ່! ແຕ່!! ເລື່ອງທີ່ເຮົາຈະມາແຊຣ໌ໃນມື້ນີ້ບໍ່ໄດ້ມີແຕ່ເລື່ອງທ່ຽວຢ່າງດຽວ ມລ ຈະມາເລົ່າປະສົບການການໄປກິນກາເຟສຸດຫຼູຫຼາໝາເຫົ່າໃນນະຄອນເຫວ້ ນັ້ນເອງ!!!!

ເລົ່າກ່ອນນະວ່າ ເຫວ້ ເປັນເມືອງມໍລະດົກໂລກ ຂື້ນຊື່ທາງດ້ານການທ່ອງທ່ຽວຂອງຫວຽດນາມທີ່ມີຫຼາຍສະຖານທີ່ໃຫ້ໄປຊົມ ໄປຖ່າຍຮູບຫຼາຍບ່ອນ ເຊິ່ງເຮົາໄປມາຫຼາຍເທື່ອແລ້ວແລະບໍ່ເບື່ອ. ສ່ວນຕົວແລ້ວ ມລ ເບິ່ງວ່າ ເມືອງນີ້ເປັນເມືອງທີ່ທ່ຽວງ່າຍ ກິນງ່າຍ ຢູ່ງ່າຍ ແລະ ທີ່ສຳຄັນຄືຄ່າຄອງຊີບໂຄດຖືກ!!!! ແນະນຳໃຫ້ໄປ!!!! ສ່ວນຫຼາຍການໄປທ່ຽວຂອງຫຼາຍຄົນທີ່ໄປແມ່ນຈະໄປທ່ຽວຕາມສະຖານທີ່ຕ່າງໆທີ່ສຳຄັນທາງປະຫວັດສາດຂອງປະເທດຫວຽດນາມເຊັ່ນ: ພະຊາລະວັງໄດນອຍ ສຸສານບູຮານຕ່າງໆ ຕະຫຼາດດົງບາ ອື່ນໆ ແລ້ວແຕ່ຄົນທີ່ສະດວກຫຼືມັກສະໄຕລ໌ການທ່ອງທ່ຽແບບໃດ. ສຳລັບ ມລ ມັກທ່ຽວແບບລຽບໆໄປສຳຜັດກັບວີຖີຊີວິດການເປັນຢູ່ຂອງເຂົາເຈົ້າ ທີ່ເດັດໄປກວ່ານັ້ນກໍ່ຄືການໄປນຳຫາຂອງກິນ!! #ເຈົ້າແມ່ສາຍກິນແຂວງຈຳປາສັກ ແບບເຮົາກະບໍ່ມີທາງທີ່ລະພາດໄດ້! 

ເດັດທີ່ສຸດນັ້້ນກໍ່ຄືອາຫານພື້ນເມືອງ ມລ ເລີຟແຮງງງງງງງງ ເຊັ່ນ: ເຂົ້າຈີ່ຍັດໄສ້ບັ໋ນໂບດັອກ ຖ້າຄິດພາບບໍ່ອອກຈິນຕະນາການນຳກັນເດີວ່າ ເຂົ້າຈີ່ກອບໆໃສ່ຕັບບົດເລັກນ້ອຍ ໃສ່ໝາກຫຸ່ງໝາກແຕງດອງ ໂຮຍໝາກພິກແລະຊີອິ໋ວ ສຸດທ້າຍຍັດແຕດຫວຽດທີ່ເປັນໄສ້ຖົ່ວເຫຼືອງຕາມດ້ວຍກາກໝູ ນັ້ນລະຄືທີ່ສຸດຂອງທີ່ສຸດ!!, ເຂົ້າປຽກປາສະໄຕລ໌ເຫວ້ຫາກິນໄດ້ທົ່ວໄປແຊບຄືກັນ, ຂະໜົມປັງປາໄສ້ຄຣີມ, ນໍ້າຫວານຫວຽດນາມຫາໄດ້ຕາມສາຍທາງຍາມແລງ ບໍ່ອຶດ! ແລະ ອັນສຸດທ້າຍທີ່ບໍ່ຄວນພາດນັ້ນກໍ່ຄື ຈຶ໊ງ ຄັອຟຟີ້ (Throung Cafe = Egg coffee) ເອົາງ່າຍໆວ່າ ກະເຟໃສ່ໄຂ່. ອ່ານບໍ່ຜິດດອກ ຕາມນັ້ນລະ ອັນນີ້ແລ້ວແຕ່ຄວາມມັກຂອງແຕ່ລະຄົນເດີ້ ມລ ເປັນຄໍກາເຟຢູ່ແລ້ວ ໂດຍສະເພາະແມ່ນ =ກາເຟດຳ ຫຼື ອາເມຣິກາໂນ່ ຫຼື ແບລັກຄັອຟຟີ່ ຫຼື ເອສເປສໂຊ່ຊ໊ອດ= #ສາຍຂົມ 

 

ຈຶ໊ງ ຄັອຟຟີ້ (Throung Cafe = Egg coffee) ເອົາງ່າຍໆວ່າ ກະເຟໃສ່ໄຂ່    ເປັກກາເຟດຳທີ່ ອອນທັອປ ດ້ວຍໄຂ່ແດງຕີລະອຽດໃສ່ນໍ້າຕາລຫຼືໄຊຣັບນໍ້າເຜິ້ງ ເວລາຈະກິນຕ້ອງຄົນໃຫ້ສອງສ່ວນເຂົ້າກັນກ່ອນກິນ ມັນຈະໃຫ້ລົດຊາດຂົມໆ ແຕ່ຫວານປາຍລິ້ນ (ເວົ້າມາລະຄິດຮອດ....cryingcrying) ແຕ່ວ່າ!!!! ຄວາມພີກຂອງເຮົາບໍ່ໄດ້ແມ່ນກາເຟ ແຕ່ມັນແມ່ນເຫດການກ່ອນໜ້ານັ້ນທີ່ຈະເກີດຂຶ້ນ. 

 

ເລີ່ມຕົ້ນ ທຳອິດມີເອື້ອຍຮັກແນະນຳມາວ່າ "ຢາກໃຫ້ ມລ ໄປລອງກະເຟໄຂ່ເດ" ເມື່ອໄດ້ຍິນຄຳວ່າກາເຟ ທາງນີ້ກະຫູຕັ້ງຂຶ້ນທັນທີ ຖາມກັບເລີຍວ່າຢູ່ໃສ?? ກະໄດ້ຄຳຕອບມາວ່າ ມັນຢູ່ເຫວ້. ຕັດສິນໃຈໄປເຫວ້ທັນທີແບບບໍ່ຄິດໜ້າຄິດຫຼັງ ດ້ວຍຄວາມທີ່ເຮົາຊິນ(ເບາະຫວະ!) ກັບັານເດີນທາງໃນເຫວ້ຢູ່ແລ້ວ ເລື່ອງສໍ່ານີ້ບໍ່ຄະນາມື ມລ ດອກຈະ. ເລີ່ມເດີນທາງໄປເຫວ້ດ້ວຍລົດຕູ້ປະຈຳທາງ ປາກເຊ-ເຫວ້ ໃນລາຄາ 120,000ກີບ/ຖ້ຽວ. ທຣິບທີ່ເຮົາໄປເປັນທຣິບ 3 ວັນ 2 ຄືນ ໄປສະເພາະເຫວ້ເມືອງດຽວນະ ສ່ວນຄ່າໃຊ້ຈ່າຍຈະສະຫຼຸບໃຫ້ທາງລຸ່ມເດີ. ຂື້ນລົດແລ້ວກະບອກເຂົາເລີຍວ່າ ດີ້ ເບັນແຊ ເຫວ້  ແປວ່າ ໄປຄິວລົດເຫວ້ (ເບິ່ງມີຄວາມຮູ້... ໄດ້ສໍ່ານັ້ນລະທ່ອງເອົາ ເຂົາເວົ້າຫຍັງມາບໍ່ຮູ້) ໄປຮອດຄິວລົດກະປະມານທ່ຽງພໍດີ ສິ່ງແລກທີ່ຈະເຮັດຄື ກິນ!! ໄປກິນເຂົ້າທ່ຽງກ່ອນຕິເນາະ ບ້າເບາະສິທ່ຽວ ເຂົ້າຍັງບໍ່ທັນໄດ້ກິນແຕ່ເຊົ້າພຸ້ນນະ ໃຈເຢັນນະໄວລຸ້ນ!!!! ເຫັນໃຈ ມລ ໜ່ອຍນະຈະ.  ມາຫວຽດທັງທີ່ສິໄປກິນອາຫານປະເທດອືື່ນກະບໍ່ແມ່ນແນວແລ່ວວວວ ແນະນຳໃຫ້ກິນເຂົ້າຫວຽດ ເປັນແບບບ້ານເຮົານັ້ນລະ ມີອາຫານໃຫ້ເລືອກເລືອກໄດ້ 3-4 ຢ່າງ ລາຄາກະຖືກໂຄດ ຄົນລະ 30,000 ດົ໋ງ = 12,000 ກີບ/ຫົວຄົນ ຫາໄດ້ທົ່ວໄປ. 

ກິນອິ່ມແລ້ວກໍ່ໄປຫາທີ່ພັກ ທີ່ພັກກະແນະນຳໃຫ້ຫາທີ່ພັກໃກ້ ບິ໊ກຊີ ເພາະມັນງ່າຍໃນການເດີນທາງເປັນຈຸດສູນລວມຂອງເມືອງນີ້ນະ ຫາໄດ້ງ່າຍຕາມເວັບໄຊທ໌ www.booking.com ຖືກ ກາງ ແພງ ມີຫຼາຍລາຄາໃຫ້ເລືອກກໍ່ແລ້ວແຕ່ຄວາມສະດວກຂອງທຸກຄົນເດີ. ເມື່ອໄດ້ທີ່ພັກແລ້ວກະນອນ ພັກສິ! ສິຟ້າວໄປໃສພັກຜ່ອນກ່ອນມື້ອື່ນຈັ່ງໄປ. ມລ ຈະບໍ່ໄດ້ເລົ່າລະອຽດການທ່ຽວເດີ ຈະເນັ້ນບາງສະຖານທີ່ທີ່ມີປະສົບການພົບເຈີ້ແບບແປກໆມາແຊຣ໌ກັນ ຂຳໆເດີ

ແລະແລ້ວກໍ່ຮອດມື້ທີ່ເຮົາຈະໄປລອງກະເຟໄຂ່ແລ້ວວວວວວວເຢ້!! ຢາກບອກວ່າຫຼູຫຼາໝາບໍ່ເຫົ່າເພາະບໍ່ມີໝາ ຍິ່ງໃຫຍ່ອາລັງການ ງານດີ ຜູ້ດີ ໄຮໂຊເວີ້!! ສະຖານທີ່ຮ້ານຕັ້ງຢູ່ຊັ້ນສູງສຸດຂອງຕຶກນີ້ ເຊິ່ງມີຊື່ວ່າ Vincom Plaza ນັ້ນເອງ ເປັນຕຶກທີ່ລວມທຸກຢ່າງໄວ້ແລ້ວບໍ່ວ່າຈະເປັນ ຮ້ານອາຫານ ໂຮງແຮມ ສຳນັກງານ ຊຸບເປີ້ມາກເກັທ ຫ້າງ ເຍິະແຍະມາກມາຍ. ແລະຊັ້ນທີ່ເຮົາຈະໄປນັ້ນກໍ່ຄືຊັ້ນທີ 32. ຄວາມຍິ່ງໃຫຍ່ຂອງການໄປກິນກາເຟຄັ້ງນີ້ນັ້ນກໍ່ຄື ເຮົາສິໄປຊັ້ນ 32 ໄດ້ແນວໃດ?? ບັນຫາບໍ່ໄດ້ຢູ່ທີ່ທາງໄປ ມັນຢູ່ທີ່ເຮົາ!! ເຮົາຕ້ອງໃຊ້ລິບຂຶ້ນໄປຢ່າງດຽວ ຖາມວ່າບໍ່ເຄີຍຂີ່ລິບບໍ ກະບໍ່ ເຄີຍຂີ່ຢູ່ ໃຊ້ງານກະເປັນຢູ່. ແຕ່ແຕ່ແຕ່!!!! ຄວາມພີກຢູ່ທີ່ຄົນອື່ນເຂົ້າລີບໄປແລ້ວມັນໃຊ້ການໄດ້ ບອກກ່ອນວ່າມັນມີລິບທັງໝົດ 4 ຕົວລຽງກັນ ເຮົາກະລອງເຂົ້າໄປ ພໍແຕ່ກົດຊັ້ນ 32 ທໍ່ນັ້ນລະ ບໍ່ເຂົ້າບໍ່ອອກ ບໍ່ໄປໃສປະຕູໄຂອອກຄືນ ສັນເກີດຄວາມງົງໃນງົງ ເກີດຄຳຖາມມາວ່າ ມັນຢູ່ຊັ້ນ 32 ອີ່ຫຼີເບາະ! ຄັນສິວ່າບໍ່ມີຊັ້ນ 32 ກະຄືມີເລກ 32 ໃຫ້ກົດຢູ່ນາ. ລິບມີ 4 ໂຕ ລອງທຸກໂຕ ຖາມວ່າຂຶ້ນໄດ້ເບາະ ຫຶ!!! ບໍ່ໄດ້!! WTF!!! 

ໃຫ້ເອື້ອຍທີ່ໄປນຳກັນເວົ້າພາສາຫວຽດຖາມເຂົາເຈົ້າ ກະບໍ່ໄດ້ເລື້ອງໄດ້ລາວ ຍິ່ງບໍ່ຮູ້ວ່າຈະເຮັດແນວໃດ.... ສຸດທ້າຍດ້ວຍຄວາມທີ່ເຮົາເປັນຄົນສະຫຼາດ ຫຼັກແຫຼມ (frown) ຄວາມຫ້າວຢາກໄປຕ້ອງໄດ້ໄປ ສິ່ງທ້າທາຍຍາກສ່ຳໃດແຫ່ງກະຕຸ້ນຄວາມຢາກຮູ້ຢາກເຫັນຂອງ ມລ ແຮງ.  ເຮົາກະສະປີກອິງລີສແບບປູປູປາປາ ຖາມເຂົາເຈົ້າວ່າສິໄປໄດ້ແນວໃດ ກະໄດ້ຄວາມມາວ່າ ມີລິບຢູ່ 1 ຕົວທີ່ຂຽນຄຳວ່າ "Sky bar" ແລ້ວໃນລິບຕົວນັ້ນແມ່ນລິບຕົວທີ 3 ມີປຸ່ມຂຽນວ່າ "Sky bar"  ວັອທ!!! ເຮົາຄືບໍ່ເຫັນວ່ະ! ຫຼື ທີ່ຈິງແລ້ວເຮົາບໍ່ຮູ້ວ່າຮ້ານກາເຟຮ້ານນັ້ນຢູ່ຊັ້ນ "Sky bar" ມັນບໍ່ໄດ້ຢູ່ຊັ້ນ 32 ເດີ້ພີ່ນ້ອງ ແຕ່ຊັ້ນ 32 ຫັ້ນມີຢູ່ໄດ໋ ແຕ່ມັນປິດຢູ່ເລີຍຂຶ້ນບໍ່ໄດ້ ມັນຢູ່ລຸ່ມຊັ້ນ "Sky bar" ໂອເຄ ຮູ້ເລື້ອງ!!!!   ພໍແຕ່ເຂົ້າໄປປຸບ ກົດປັບ ແລ່ນຂື້ນປຶບ ຕິ່ງ!!!! ພໍແຕ່ລິບເປີດອອກທໍ່ນັ້ນລະ ຄວາມເປັນຄົນລາວກະອຸທານອອກມາໂລດວ່າ =ອໍ..............................indecision) ປຶກແນວບໍ່ປຶກ ງຶດເຈົ້າຂອງ.

ບັນຍາກາດຊັ້ນ "Sky bar" ກະຈະເປັນແບບເປີດ ອ້ອມດ້ວຍກຳແພງທີ່ເປັນແກ້ວໜາ ສູງປະມານ 150 ຊມ ມີເຄົ້າເຕີບາ ແບ່ງອອກເປັນ 2 ໂຊນຄື ໂຊນດາດຟ້າບໍ່ມີເພດານເປີດກວ້າງ ກັບໂຊນທີຕິດກັບເຄົ້າເຕີ້ ບັນຍາກາດຄຸ້ມຄ່າກັບຄວາມໂງ່ທີ່ເສຍໄປ ຈະເວົ້າໄດ້ວ່າເປັນຈຸດຊົມວິວທີ່ສູງທີ່ສຸດໃຈກາງເຫວ້ກະວ່າໄດ້ ສາມາດແນມເຫັນທິວທັດຂອງເມືອງເຫວ້ໄດ້ 190 ອົງສາກັນເລີຍທີດຽວ. ຄຸ້ມຄ່າຄຸ້ມລາຄາແນ່ນອນ ຄອນເຟີມ!!! 

       " ວິວດີດີ ອາກາດເຢັນໆ ຈິບກາເຟຂົມໆຫອມໆ ກັບຂະໜົມຄຣົວຊອງຮ້ອນໆກອບໆຫອມໆ ມັນສາມາດຢຽວຢາຈິດໃຈທີ່ກຳລັງດິ່ງລົງເຫວຂອງຄົນໆໜຶ່ງໄດ້ຢ່າງ່າຍດາຍ ຄວາມຂຸ້ນມົວໝອງໃຈທີ່ຄ້າງຄາໃນຫົວສະໝອງ ສິ່ງທີ່ໜັກຢູ່ໃນໃຈ ຖືກຍົກອອກແບບບໍ່ຮູ້ຕົວ ຈາກທີ່ຄອຍຖາມຕົວເອງວ່າ: "ເຮົາທົນເຮັດກັບສິ່ງນັ້ນມາດົນປານນີ້ໄດ້ແນວໃດວ່ະ! ເຮັດໄປເພື່ອ??" ສຸດທ້າຍກໍ່ໄດ້ຄຳຕອບແບບຊັດເຈນເກີດຂຶ້ນມາທັນທີ ເຮົາຄວນປ່ອຍວາງ ແລະ ໃຫ້ທຸກສິ່ງທຸກຢ່າງເປັນໄປຕາມສິ່ງທີ່ມັນຄວນຈະເປັນ ສິ່ງທີ່ມັນເກີດຂຶ້ນຈາກຄວາມໂລບຂອງຄົນອື່ນກໍ່ຕາມກໍ່ປ່ອຍໃຫ້ເຂົາຮັບຜົນກຳນັ້ນໄປ ເຮົາຕ້ອງເຮັດທຸກສິ່ງທີ່ຄວນຈະເຮັດເພື່ອພັດທະນາຕົນເອງ ເພື່ອຊີວິດທີ່ດີຂຶ້ນ ຢ່າມົວແຕ່ສົນໃຈໃນສິ່ງທີ່ຄົນອື່ນເຮັດກັບເຮົາ ຮັກຕົວເອງໃຫ້ຫຼາຍພໍ ຢືດໝັ້ນກັບສັດທາຂອງຕົວເອງໃຫ້ຫຼາຍພໍ ເທົ່ານັ້ນລະ 

       ສຸດທ້າຍແລ້ວ ຊີວິດນີ້ເປັນຂອງເຮົາ ຢ່າປ່ອຍໃຫ້ຄົນອື່ນມາກຳນົດມັນ ເຂົາອາດກຳນົດເສັ້ນທາງ ກຳນົດອຸປະສັກໄດ້ ແຕ່ຄົນທີ່ຈະໄປຫຼືບໍ່ໄປແມ່ນເຮົາ ເວລາເຈິະບັນຫາ ບອກກັບຕົວເອງໂລດວ່າ ມາແມ ມາໂລດ ເຂົ້າມາໂລດ! "

ທ້າຍສຸດ ແຕ່ບໍ່ສຸດທ້າຍ ແນະນຳໃຫ້ທຸກຄົນໄປທ່ຽເພາະນອກຈາກທີ່ເຮົາຈະເສຍເງິນແລ້ວ ຍັງເສຍເວລານຳອີກ ແຕ່ສິ່ງທີ່ໄດ້ກັບມາ ມັນຫຼາຍກວ່າເງິນທອງ ມັນຄືປະສົບການທີ່ຫາຈາກໃສບໍ່ໄດ້

 

ສະຫຼຸບ: ໃຊ້ເງິນໄປກັບການທ່ຽວຄັ້ງນີ້ຄື:

  1. ຄ່າເດີນທາງ ໄປ-ກັບ: 240,000 ກີບ
  2. ຄ່າທີ່ພັກ 2 ຄື 300,000 ດົ໋ງ: 120,000 ກີບ
  3. ຄ່າເຊົ່າລົດຈັກ 2 ວັນພ້ອມນໍ້າມັນ 200,000 ດົ໋ງ: 80,000 ກີບ
  4. ຄ່າກິນກາເຟ ຈອກລະ 100,000 ດົ໋ງ : 40,000/ຈອກ

ລວທັງໝົດ 480,000 ກີບ/ຄົນ ເບັດເສັທີ່ຖືໄປປະມານ 750,000 ກີບຕໍ່ຄົນ ເຫຼືອໆ ຊິວໆ /ທຣິບ ບອກແລ້ວວ່າສະບາຍກະເປົ໋າ

 

ຂອບໃຈທຸກຄົນທີ່ເຂົ້າມາອ່ານຫຼືບໍ່ອ່ານ5555 ກະແລ້ວ

ຮັກບນະຄົນອ່ານ ຈຸ໊ບໆkiss

See you

ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2021 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບີດາຍ ສະບາຍດີ ເພື່ອນໆຊາວພັນລາວທຸກຄົນນນນນນsurprise   ດົນນານແຮງບໍ່ໄດ້ຂຽນໄດອາຣີ່ ແພງຄົນອ່ານທຸກຄົນເດີ

ຕາມຫົວຂໍ້ເລີຍເດີ້ທຸກຄົນ ຕອນນີ້ ສະຖານະການໂຄວິດກໍ່ເລີ່ມຈະໜັກຂຶ້ນ ເຊື້ອໃໝ່ຫຼາຍຂຶ້ນ ເຮັດໃຫ້ຫຼາຍຄົນລວມທັງ ມລ ຕ້ອງທ່ຽວທິພໄປກ່ອນ WTF man!!!

 

ແຕ່ວ່າທຸກຄັ້ງທີ່ເຮົາຈະທ່ຽວ ເຮົາຕ້ອງວາງແຜນກ່ອນວ່າ ເຮົາຢາກໄປໃສ? ທຸກຄົນຢາກໄປປະເທດໃດ ຄອມເມັ້ນມາແນ່!!!

ສ່ວນຕົວນະ ມີ 3 ປະເທດທີ່ຈະໄປນັ້ນກໍ່ຄື..... ຄື....... ຄື.......

  1. ເຫວ້ ປະເທດຫວຽດນາມ
  2. ໂຊ ປະເທດເກົາຫຼີ
  3. ປັກກິ່ງ ປະເທດຈີນ

3 ປະເທດນີ້ຄືແພລນກ່ອນໂຄວິດລະບາດແຕ່ຕ້ອງຢຸດໄວ້ເນື່ອງຈາກສະຖານະການບໍ່ປອດໄພ (ໝາຍເຖິງສະຖານະການທາງດ້ານການເງິນຫັ້ນນະcrying)  ແຕ່ຕອນນີ້ພ້ອມແລ້ວ! ພ້ອມແຮງ!!! ຢາກທ່ຽວແລ້ວ!!!! 

ເປັນຫຍັງຕ້ອງເປັນ 3 ບ່ອນນີ້?

1. ເຫວ້ ເປັນບ່ອນທີ່ໃກ້ ໄປງ່າຍ ບໍ່ຮູ້ພາສາຫວຽດກະໄປໄດ້ ແລະ ເຄີຍໄປມາແລ້ວ55555. ມີຄວາມຊົງຈຳໜຶ່ງເຮັດໃຫ້ຢາກໄປອີກ (ດຽວຈະມາເລົ່າໃຫ້ຟັງເດີ)

2. ກຸງໂຊ ແຫ່ງ ສສ ເກົາຫຼີ: ທ່ຽວງ່າຍ, ໃຊ້ງົບນ້ອຍ ຫຼັກໆຄືຢາກໄປກິນ ໄປຊ໊ອບປິ້ງ. ເກົາຫຼີເປັນປະເທດທີ່ຖ່າຍຮູບງາມ ຖ່າຍຫຍັງກະງາມໄປໝົດ ຖ່າຍໜ້າຫ້ອງນໍ້າຍັງໄດ້ຟີລ ແລະ ຄວາມຝັນຄືຢາກໄປຕາມຮອຍຊີຣີ້ເກົາຫຼີ (ຊ້ວງນີ້ຄືຕິດແຮງບໍ່ວ່າຈະເປັນ Vincenzo, ໄປເບິ່ງແມງກະເບື້ອຢູ່ຫ້ອງເຮົາບໍ? ໂອຍຍຍຟິນ). ນອກຈາກນັ້ນ, ຍັງມີຄາເຟ່ ເດັດໆ ນ້າຮັກໆ ນຳອີກ.

3. ປັກກິ່ງ ສປ ຈີນ: ງ່າຍໆ ຢາກລອງນັ່ງລົດໄຟລາວເບິ່ງ5555 ລາຄາລົດໄຟລາວໄປຈີນກະໂຄດດດດດດດ ຖືກກກກກກກ (145,000/ຖ້ຽວ ເຂົາວ່າ) ເພາະສະນັ້ນ ງານນີ້ ມລ ຈະບໍ່ພາດແນ່ນອນ ຫຶ!!! ແລະ ຈະຕ້ອງໄປຍາມໜາວ ຫິມະຕົກ ໄປຊົດເສສວນຮ້ອນໆເຜັດໆ ຫຶຍຍຍຍຍຍຍຍ ຢາກໄປ!!!!!

 

ສ່ວນເລື່ອງແຜນທີ່ຈະທ່ຽວທິພ ຈະອັບໃຫ້ມື້ໜ້າເດີ ຈະອັບແບບລະອຽດຍິບ ທຸກຂັ້ນຕອນເພື່ອທຸກຄົນຢາກໄປຫຼົງ ເອິ້ຍ!! ຢາກໄປທ່ຽວຕາມຮອຍ ມລ ສິນະ

ແລ້ວທຸກຄົນເດ ຢາກໄປທ່ຽວປະເທດໃດຄອມເມັ້ນມາໃຫ້ແນ່ ບາງທີສິໄປທ່ຽວນຳ

ແລ້ວເຈິະກັນໃໝ່ນ້າາາາາາ ຫວັງວ່າຈະໄດ້ທ່ຽວໄວໄວນີ້

ຮັກເດີຄົນອ່ານ ຈຸ໊ບໆkiss

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2021 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບີດາຍ ສະບາຍດີ ໝູ່ເພື່ອພັນລາວ ທຸກຄົນ!!! ຍັງມີໃຜຢູ່ບໍນໍຄອມເມັ້ນໃຫ້ເບິ່ງແນ່

ມື້ນີ້ ມລ ສິມາເລົ່າຕໍ່ຈາກຕອນເກົ່າທີ່ແລ້ວເດີ້ ໃຜທີ່ຍັງບໍ່ທັນອ່ານ ສາມາດເຂົ້າໄປລັກອ່ານໄດ້ນ້າາາາາ

 

ຫຼັງຈາກທີ່ເຮົາຜ່ານຜ່າອຸປະສັກການຂີ່ຍົນຫວຽດນາມມາແລ້ວ ແລະກໍ່ຮອດສະໜາມບິນນອຍໄບ ຈັກທີ!! ເຫີ..... ພິມມາຮອດນີ້ກະເມື່ອຍບໍ່ຢາກສິເລົ່າ ເອະ! ລືມໄປ ພິມເອົາຕົວນິ 55555 (ມຸກ 5 ບາດ 10 ບາດ ກະອົດເອົາເດີ). ເຮົາເຖິງສະໜາມບິນປະມານ 21:40 ກວ່າຈະອອກຈາກເກທໄດ້ເນາະ. ອອກມາກໍ່ພົບວ່າ ບັນຫາມັນມາອີກລະ 

ຫຼາຍຄົນຄືສິງົງວ່າ ເອະ ອີ່ນີ້ມັນໄປໃສຄືມີຕາຍແຕ່ບັນຫາວ່ະ??? (ຜູ້ຂຽນກະງົງຄືກັນ) ບັນຫາມັນຄື ຖ້າຫາລົດບໍ່ໄດ້ຈະໄດ້ນອນສະໜາມບິນ ເນື່ອງຈາກວ່າ ທີ່ຮ່າໂນ້ຍ ລົດສາທາລະນະຈະປິດໃຫ້ບໍລິການເວລາ 22:00. ອີກ 20 ນາທີຈະໝົດລະ ແລ້ວກູສິໄປຫາຢູ່ໃສລະບາດນິ ຫໍພັກກະສິປິດ ລົດກະຫາບໍ່ທັນໄດ້ ຫິວກະຫິວ.. ແຕ່!! ດ້ວຍຄວາມບາບບຸນ ສັນມີຄົນມາຮັບວ່ະ ນັ້ນກໍ່ຄືເອື້ອຍສຸດທີ່ຮັກ ນາງມາຮັບແລະນາງກະມາທັນຕອນຖ້ຽວລົດສຸດທ້າຍ ພະນະ!! ແລ້ວທີກູເດະ ນັ່ງຖ້າແຕ່ດົນບໍ່ຫຍັງ ວັ ອ ທ!!!

ດ້ວຍຄວາມທີ່ວ່າມາເຖິງຊ້າ ແລະກະເດິກອີກ ເຮັດໃຫ້ຮ້ານອາຫານເກືອບທຸກຮ້ານ ປິດ!!! ອື ດີ ໃຫ້ມັນໄດ້ແນວນີ້...... ສຸດທ້າຍຄື ແວະສັ່ງພິຊຊາມານັ່ງກິນຢູ່ຫໍ ຈົບ!!

ຄວາມພິເສດຂອງຮ່າໂນ່ຍ ໃນຄວາມຄິດສ່ວນຕົວນະ ໂນດຣາມ່ານະຈະ ເປັນເໝືອນປະເທດໜຶ່ງເລີຍທີ່ໄປທຸກຄັ້ງມັນກະປ່ຽນໄປຕາມລະດູການ ຖ້າທຸກຄົນໄປແນະນຳໃຫ້ໄປຍ່າງຫຼິ້ນເຂດ ໂຫຍກຽມ (HoaKiem) It's very good ແຮງງງງງງງ ໃຫ້ຍ່າງໝົດມື້ກະຍ່າງໄດ້ ຢູ່ຫັ້ນໝົດມື້ກະຢູ່ໄດ້ພີ່ນ້ອງ ສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ເຮົາກະຈະລິສໄວ້ໃຫ້ເນາະວ່າ ໄປຮ່າໂນ້ຍ ສິ່ງທີ່ຕ້ອງເຮັດ ຕ້ອງໄປມີຫຍັງແດ່....... ພ້ອມແລ້ວ ໄປລຸຍກັນເລີຍຍຍຍຍຍຍ

Day1: ຄວາມຊວຍ ກັບ ເຮົາ ຄືໝູ່ກັນ.

ທີ່ເວົ້າແນວນີ້ຍ້ອນວ່າ ສິ່ງທີ່ເຮົາລິສໄວ້ວ່າ ຖ້າເຮົາມາເຮົາຈະຕ້ອງໄປຖ່າຍຮູບກັບບ່ອນນັ້ນໃຫ້ໄດ້ ທາງເຈ້ໆກະສົ່ງຮູບມາໃຫ້ເບິ່ງ ມັນດີຈັ່ງຊັ້ນ ດີຈັ່ງຊີ້ ສຸດທ້າຍຄື =ປິດຈາ= ກ່ອນໜ້າກູບໍ່ມາກະບໍ່ປິດ ພໍກູມາທໍ່ນັ້ນລະປິດ ປິດປັບປຸງ ປິດກໍ່ສ້າງຢູ່... ມຶງມາກໍ່ສ້າງສ້ອມແປງປັບປຸງຫາສະແຕກຫຍັງຕອນນີ້!! ຫຶ! ພິມໄປພິມມາກູນສູນແລ້ວບາດນິ! ສະຖານທີ່ທີ່ເຮົາຢາກໄປມີ 3 ບ່ອນຄື: ສຸສານໂຮຈິມິນ (Ho Chi Min musolium) (ປິດ) ເກິ່ນກ່ອນວ່າ ສຸສານນີ້ເປັນບ່ອນເກັບຮ່າງທ່ານໂຮ່ຈິມິນໄວ້ໃຜທີ່ຢາກເຫັນທາງໃນສາມາດເຂົ້າເບິ່ງໄດ້ ເຂົາເຈົ້າຈະບໍ່ໃຫ້ຖ່າຍຮູບ ຖືກ້ອງຖືໂທລະສັບກະບໍ່ໄດ້ເດະ ບໍ່ໃຫ້ບົນແຊວ ບໍ່ໃຫ້ເວົ້າກັນ ເພື່ອເປັນການໃຫ້ກຽດເພິ່ນ ແຕ່ກະຄືສິບໍ່ໄດ້ເວົ້າຫຍັງກັນດອກເຂົ້າໄປພຽງອຶດໃຈສິໃຫ້ກູໂສຫຍັງກັນ ມຶງເຂົ້າໄປນີ້ນະມຶງສິຮູ້ສຶກແບບຄືຖືກມົນສະກົດໃຫ້ຫຼຽວເບິ່ງລາວຢ່າງດຽວເລີຍ ຫ້າມລະສາຍຕາເດະ ຈັກນ່ອຍສິຈື່ໜ້າເພິ່ນບໍ່ໄດ້. ສະຖານທີ່ຕໍ່ມາຄື: ທາງລົດໄຟໃຈກາງເມືອງ (ປິດປັບປຸງ) ປິດຈົນຮອດມື້ສຸດທ້າຍ ຫຼັງຈາກກູກັບໄດ້ 1 ວັນ ມັນເປີດດດດດດ ໂອຍພະເຈົ້າ!!! ຖ້າພວກເຈົ້າໄດ້ໄປນະ ບອກເລີຍສາຍຮີບເຕີ້ຕ້ອງຖືກໃຈ ມັນກະສິໄດ້ຟິວແບບ ນັ່ງຈິບກາເຟຂ້າງທາງລົດໄຟ ສິນະ ຈິນຕະນາການເບິ່ງວ່າຮ້ານຄາເຟ້ນ່າຮັກນ້າຮັກ ຕໍ່ໜ້າຮ້ານເປັນທາງລົດໄຟ 2 ສາຍ ສາຍລົມປິວ ມີດອກໄມ້ຫ້ອຍທາງໜ້າ ອາກາດເຢັນໆ ຈິບກາເຟໄປນຳ ໂອຍຍຍຍ ຟິນ! ໃຜໄປກະໄປນຳຫາເດີ ມລ ລືມວ່າມັນຢູ່ຈຸດໃດ໋ອະ ຊໍຣີ້ນະ!. ສະຖານທີ່ທີ 3ຂອງມື້ນີ້ນັ້ນກໍ່ຄື: ວັດເຕິນກວັກ (ປິດ) ເປັນວັດສັກສິດທີ່ຂໍພອນກ່ຽວກັບລູກ ໃຜຢາກໄດ້ລູກກະໄປຂໍພອນກະຈະສົມຫວັງ ແຕ່ທີ່ເຮົາໄປເຮົາບໍ່ໄດ້ໄປຂໍລູກ ເຮົາໄປເພາະເຮົາຢາກໄປຖ່າຍຮູບກັບເຈດີ 9 ຊັ້ນ ມັນເຣີດມາກ ເກ໋ເວີ້ ດີງາມພະຣາມ9 ມັນອາທອ່ະເນາະ ກະເລີຍໄດ້ແຕ່ຖ່າຍທາງນອກ ຖ່າຍໄກໆ ຫ່າງໆຢ່າງຫ່ວງໆ. ໃຜໄດ້ແວະໄປກະຢ່າລືມໄປແວະກິນກະແລັມໝາກພ້າວໂຮ້ເຕີຍເດີ ແຊບແບບອໍຣິຈິນອລ ເລີຍຈາ. ຈົບມື້ທີ 1 ແບບບໍ່ມີຫຍັງcrying

Day2: ມັນຄືວັນຂອງເຮົາເວີຍ ຮາຮາຮາຮາຮາຮາຮາ

ມື້ນີ້ເຮົາບໍ່ຜິດຫວັງເນື່ອງຈາກວ່າເຮົາຕື່ນເຊົ້າກະເລີຍລອງແວ່ໄປສຸສານ ປະກົດວ່າໄດ້ເຂົ້າ ແລະ ໄດ້ເຂົ້າໄປທາງໃນເລີຍໄດ້ເຫັນທຸກຢ່າງທາງໃນ ບັນຍາກາດກະຈະເປັນແບບຄຶ້ມໆ ຂັງໆ ເວງໆນ່ອຍໆ ບັນຍາກາດມາຄຸ ອ່ະທຸກຄົນ ຂົນລຸກເລີຍແມ່! ແຕ່ເປັນສະຖານທີ່ທີ່ຕ້ອງມາ ແນະນຳຕ້ອງໄປເດີເພາະເປັນສັນຍາລັກຂອງຮ່າໂນ້ຍ ແລະ ຂ້າງໆສຸສານກະເປັນສຳນັກງານລັດຖະບານຫຍັງຈັກຢ່າງນີ້ລະທີ່ເປັນສີເຫຼືອງເດັ່ນເວີ້ວັງອາລັງການງານສ້າງ ຮູບທີ່ຖ່າຍອອກມາດີ!!! ແຕ່ຢູ່ດົນບໍ່ໄດ້ເຈົ້າໜ້າທີ່ໄລ່ກ່ອນ!! ເຊັງ!! ເສຍດາຍເວັນພັນລາວອັບຮູບບໍ່ໄດ້ຊັ້ນນະສິໄດ້ແນບຮູບສວຍໆໃຫ້ເບິ່ງລະ. ມາມາຕໍ່ກັນທີ່ສະຖານີຕໍ່ໄປ ນັ້ນກໍ່ຄື Time City ເປັນເມືອງທີ່ສ້າງຂຶ້ນໃໝ່ ຕ່າງກັບເມືອງເກົ່າຊໍ່າຟ້າກັບເຫວ ຢູ່ຄົນລະໂລກເລີຍລະ ໃນນັ້ນກະຈະມີຄົບທຸກຢ່າງ ເອົາງ່າຍໆວ່າບໍ່ຕ້ອງອອກຈາກນັ້ນກະໄດ້ ແຕ່ຕ້ອງມີເງິນເດະຈັ່ງລອດ ມັນກະສິເໝາະກັບຄົນທີ່ເປັນນັກທຸລະກິດອອນໄລນ໌ສິນະ ຕັດຂາດຈາກໂລກພາບນອກ ຕ່າງກັນຫຼາຍທຸກຄົນ ຕ່າງຮອດປະຕູທາງເຂົ້າພຸ້ນນະ ເຂົ້າໄປຮູ້ສຶກເຖິງຄວາມເປັນຜູ້ດີ ໄຮໂຊໂບໃຫຍ່ ປະມານນີ້ນະ ເອົາງ່າຍໆຄືເຂົ້າໄປຖ່າຍຮູບ ກິນເຂົ້າ ເລາະຫຼີ້ນ ໃນນັ້ນມີລານສະເກັທນໍ້າແຂງໃຫ້ຫຼິ້ນນຳ ກູ໊ດໄປອີ໊ກ ວິຖີຄົນຣວຍອ່ະເນາະ!!!ຕາມນໍ້າຕິເຮົາລອງທຸກຢ່າງ (ເຖິງກັບບ້ານແລ້ວ ເຮົາສິກິນແກບໄປອີກ 3 ເດືອນກະຍອມ)  ອອກຈາກນນັ້ນຄືແນະນຳໃຫ້ໄປຊັອບຂອງຝາກ ໄປເລາະກິນອາຫານທີ່ເປັນຮ່າໂນ໊ຍຮ່າໂນ້ຍຂອງຂຶ້ນຊື່ຫັ້ນນະ ມື້ໜ້າຈະເລົ່າໃຫ້ຝັງເດີວ່າອາຫານຮ່າໂນ້ຍທີ່ຕ້ອງລອງມີຫຍັງແດ່!!! ພໍຕົກຄໍ່າແນະນຳວ່າຕ້ອງໄປຖະໜົນຄົນເດີນ ໂຮນກຽມ ເພາະມັນຈະໄດ້ຄວາມຮູ້ສຶກອີກແບບ ມັນບໍ່ຄືໄປຍ່າງຖະໜົນຄົນເດີນແບບບ່ອນອື່ນ ຄວາມພິເສດຂອງບ່ອນນີ້ນັ້ນກະຄື ການຂາຍເຄື່ອງຂອງ ແປກແຮງຈົນຢາກໄປສຶກສາການຕະຫຼາດບ່ອນນີ້ເລີຍ ຂາຍຄືກັບເປັນສິບກວ່າຮ້ານ ຂອງຫຼິ້ນກະຄືກັນ ແບບດຽວກັນ ລາຄາຄົນລະເລື້ອງ ແຕ່ຂາຍໄດ້ເວີຍບໍ່ໄດ້ຂາຍຮ້ານດຽວເດະໄດ້ຂາຍທຸກຮ້ານ ການຕະຫຼາດແບບໃດ ແມ່ຄ້າອອນໄລນ໌ຄືກູງົງຈ໊ະ. ອາຫານກະຄືກັນ ຂາຍໝາກໄມ່ສຽບ ຍ່າງແຕ່ທາງເຂົ້າຈົນສຸດກະຂາຍຈົນໝົດ ແລະ ໃນເສັ້ນນັ້ນ ຮ້ານຄາເຟ້ມີເປັນ 100 ພຸ້ນກູວ່ານະ ຄົນເຕັມທຸກຮ້ານ ໂດຍສະເພາະຖ້າມີງານ ເຕະບານ, ປີໃໝ່, ກຸດຫວຽດ ບໍ່ມີບ່ອນນັ່ງ! ຢາກໃຫ້ທຸກຄົນລອງໄປສຳຜັດກັບບັນຍາກາດເບິ່ງ ມັນບໍ່ໄດ້ເປັນຄວາມຮູ້ສຶກອຶດອັດເດະ ມັນຮູ້ສຶກຕຶ່ນເຕັ້ນ ຄຶກຄຶ້ນຕະຫຼອດເວລາອີ່ຫຼີ ເປີດກັນຈົນຮອດ 22:30 ກະປິດເດີ ແຕ່ຕ້ອງກັບກ່ອນ 22:00 ຈັກນ່ອຍລົດໝົດນະຈະ.

ຄວາມຮາ ຄວາມມັນຍັງບໍ່ຈົບ ດ໊ຽວມື້ອື່ນຈະມາອັບໃຫ້ອ່ານອີກນະຈະ

ຖືກໃຈກໍ່ຄອມເມັ້ນປະໄວ້ເດີ ບ່າຍໆ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 13, 2021 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບີດາຍ ສະບາຍດິີ ພີ່ນ້ອງຊາວພັນລາວ ທຸກຄົນ

ມາເຈິະກັບ ມລ ອີກແລ້ວວວວ ຫຼັງຈາກທີ່ຫ່າງຫາຍກັນໄປດົນນານແຮງ ຕ້ອງຂໍອາໄພ ເນື່ອງຈາກ ມລ ຕິດພາລະກິດຊ່ວຍຊາດກະເລີຍຈຳເປັນຕ້ອງໄດ້ຢຸດຕິການອັບເດດເລື່ອງລາວໃນພັນລາວໄປ

ແຕ່ມື້ນີ້ ມລ ຄົນນີ້ ກັບມາແລ້ວວວວວວວ ເຢ້!!! (ບໍ່ມີໃຜດີໃຈກະຢ່າindecision

ເຂົ້າເລື່ອງເລີຍກະແລ້ວກັນ! ຕາມຫົວຂໍ້ຂອງເຮົາໃນມື້ນີ້ ເຮົາຈະພາທຸກຄົນໄປຫຼິ້ນປະເທດ ຫວຽດນາມກັນ!

ຫວຽດນາມເປັນປະເທດທີ່ບ່ອນທ່ອງທ່ຽວຫຼາຍ ງາມ ລາຄາໂຄດຖືກ ໄປງ່າຍ??? ມັ້ງ!. ສຳລັບ ມລ ຫວຽດນາມເປັນໜຶ່ງໃນປະເທດທີ່ໄປບໍ່ຍາກແຕ່ກະບໍ່ງ່າຍ ສຳລັບຄົນທີ່ບໍ່ຮູ້ພາສາແລ້ວຈະຮູ້ສຶກວ່າມັນເປັນປະເທດບໍ່ປອດໄພ ເດີນທາງຍາກ ສື່ສານຍາກ. ແຕ່ທີ່ຈິງແລ້ວມັນກະຍາກ55555 ແຕ່ກະບໍ່ເໜືອຄວາມພະຍາຍາມຂອງເຮົາ. ມລ ເຄີຍໄປຫວຽດນາມ 5 ຄັ້ງ ແຕ່ທຸກຄັ້ງທີ່ໄປຄືຈະມີຄົນທີ່ເວົ້າພາສາຫວຽດໄດ້ໄປນຳ ກະເລີຍບໍ່ມີບັນຫາຫຍັງ? ແຕ່ຄັ້ງນີ້ເປັນການໄປຄົນດຽວຄັ້ງແລກ ແລະ ຂີ່ຍົນຫວຽດຄັ້ງແລກ ພ້ອມແລ້ວເຮົາເລີ່ມເດີນທາງໄປກັນເລີຍຍຍຍຍຍຍlaugh

ມື້້ທີ 1: ເລີ່ມເດີນທາງອອກຈາກປາກເຊແຕ່ 4:00 ເຊິ່ງຂື້ນລົດທີ່ຫຼັກ8 ໃຕ້ ໄປຊອດໃສ່ດ່ານລາໄລຂ້າມໄປເຫວ້ (ລົດທີ່ນັ່ງໄປຈະເປັນລົດຕູ້ ເຊິ່ງມີຄ່າໃຊ້ຈ່າຍປະມານ 3 ແສນດົ້ງ ເປັນເງິນກີບ 120,000 ກີບ) ໃຊ້ເວລາປະມານ 8 ຊມ ຮອດເຫວ້, ແຕ່ຄວາມພິດນາດກະໄດ້ບັງເກີດຂຶ້ນຈົນໄດ້ ເນື່ອງຈາກວ່າເຮົາໄດ້ທຳການຈອງປີ້ຍົນຂອງສາຍການບິນ Vietjet Airline ໄວ້ລ່ວງໜ້າ(ຍ້ອນລາຄາມັນຖືກກະເລີຍຈອງ =_=..=_=.. ) ເມື່ອລົດເລີ່ມກ້າວເຂົ້າສູ່ນະຄອນເຫວ້ ດ້ວຍຄວາມທີ່ເຮົາເປັນຄົນທີ່ເວົ້າພາສາຫວຽດບໍ່ໄດ້ ກະເວົ້າຢູ່ນິສນຶ່ງ ກະພະຍາຍາມສື່ສານກັບຄົນຂັບລົດວ່າ ໄປສົ່ງຢູ່ສະໜາມບິນຟູໄບໄດ້ບໍ? ເຂົາກະບໍ່ເຂົ້າໃຈອີກ ເວົ້າອັງກິດກະບໍ່ເຂົ້າໃຈ. ດ້ວຍຄວາມທີ່ເຮົາເປັນຄົນສະຫຼາດ(ນ້ອຍ) ເຮົາກະເລີຍພິມເຂົ້າກູເກິ້ນທຣານສເລທ (Google Translate) ກະຄິດວ່າມັນສິຊ່ວຍໄດ້ ສຸດທ້າຍງົງໄປອີກກກກກ. ຈົນສຸດທ້າຍໂທຫາເອື້ອຍທີ່ເວົ້າພາສາຫວຽດໃຫ້ ກະໄດ້ຂໍ້ສະຫຼຸບມາວ່າ ເຮືອນຄົນຂັບລົດກະຜ່ານທາງສະໝາມບິນພໍດີ!! ໂອເຄ ສະບາຍໃຈແລ້ວບາດນິ. ຫຼັງຈາກທີ່ເຂົາສົ່ງຄົນໝົດແລ້ວ ເຂົາກະມາສົ່ງຢູ່ສະໜາມບິນອີ່ຫຼີ ໃນລົດມັນກະຈະມີແອັດລົດ ຄວາມພີກໃນພີກຄື ແອັດລົດເວົ້າພາສາລາວໄດ້ ວັອທ! ເດິະ! ຟັກ! ແລ້ວມຶງສິໃຫ້ກູນັ່ງເຈັບຫົວ ຄຸມແປພາສາ ໂທຫາຜູ້ນັ້ນຜູ້ນີ້ເຮັດຫຍັງ??? ມຶງຄືບໍ່ເວົ້າກັບກູ.......... ແຕ່ມັນຍັງດີທີ່ມັນເອີ້ນລົດຈັກໃຫ້ໄປສົ່ງຢູ່ໃນສະໜາມບິນ ແລະ ກະຍໍ້າກັບເຮົາອີກວ່າໃຫ້ຄ່າລົດແຕ່ 30 ພັນດົ້ງເທົ່ານັ້ນເດີບໍ່ຕ້ອງໃຫ້ເກີນ!! ຍໍ້າແລ້ວຍໍ້າອີກ!! (ໃນຄວາມໂຊກຮ້າຍກະຍັງມີຄວາມໂຊກດີນຳຢູ່)

ຫຼັງຈາກທີ່ເຮົາຮອດສະໜາມບິນແລ້ວ ກະເຊັກອິນ ໂຫຼດກະເປົ໋າເປັນທີ່ຮຽບຮ້ອຍຫຍັງແລ້ວ ກະເຖິງເວລາທີ່ຈະເຂົ້າເກທໄປລໍຖ້າຂຶ້ນເຄື່ອງ ພໍເຂົ້າໄປໃນເກທກະພໍດີເຖິງເວລາຂຶ້ນເຄື່ອງ ເວລາ 16:30 ກະໄດ້ຍິນສຽງປະກາດຈາກເຄົ້າເຕິ້ວ່າເຄື່ອງດີເລໄປ 2 ຊມ (ໝາຍເຖິງເຮົາຈະຕ້ອງໄດ້ຖ້າອີກ 2 ຊົ່ວໂມງ) ກະນັ່ງເຊັງໄປອີກ ມລ ເປັນຄົນນັ່ງເສີຍໆບໍ່ເປັນກະຫາເຮັດນັ້ນເຮັດນີ້ໄປເລື້ອຍ ແລະຄວາມຈັນໄລກະມາເຢືອນອີກຄັ້ງນັ້ນກະຄື ໃນຂະນະທີ່ລໍຖ້າຂຶ້ນເຄື່ອງຢູ່ກະເບິ່ງໂມງຍັງອີກ 20 ນາທີ ຂຶ້ນເຄື່ອງເພື່ອບໍ່ເປັນການເສຍເວລາກະເລີຍໄປນັ່ງຕັ່ງນວດຈັກ 5 ນາທີ ເອີ່.....  ພໍແຕ່ຍອດເງິນປຸບເຄື່ອງກະທຳງານປັບ ສຽງປະກາດກະດັງປຸບວ່າ =ທ່ານຜູ້ໂດຍສານໂປດຊາບ ຂະນະນີ້ເປັນເວລາ 18:10 ນາທີໄດ້ເວລາເຊັກອິນຂຶ້ນເຄື່ອງເພື່ອກຽມທີ່ຈະເດີນທາງສູ່ສະໜາມບິນນອຍໄບ =.. ວັອທ! ເດິະ! ຟັກ! ອີກຮອບ ກູຍັງບໍ່ທັນໄດ້ນວດ ກົ້ນນັ່ງບໍ່ທັນຮອດອຸ່ນ ພີ່ນ້ອງງງງງງງ ເອີ້ນກູແລ້ວ ແລະກູສິອອກຈາກເຄື່ອງຈັ່ງໃດລະບາດນິ ຈິນຕະນາການວ່າເຄື່ອງນວດມັນຫຸ້ມໂຕຫຸ້ມແຂນຂາກູໄວ້ ສິອອກຈັ່ງໃດບາດນິ. ສຸດທ້າຍດ້ວຍຄວາມໂຊກດີ ຄິວມັນຍາວ ເຄົ້າເຕີ້ເປີດຕົວດຽວ ກູເປັນຄົນສຸດທ້າຍທີ່ຂຶ້ນເຄື່ອງ ເກືອບຕົກຍົນຍ້ອນຄວາມບໍ່ຢູ່ຊື່ໆຂອງເຈົ້າຂອງ.. 

ຄວາມປະທັບໃຈຄັ້ງແລກທີ່ນັ່ງຍົນກັບສາຍການບິນ ຫວຽດເຈັທ ແອລາຍ ກູປະທັບໃຈແຮງງງງງງງງ ຈື່ຈົນຮອດມື້ຕາຍ ຈື່ບໍ່ມີວັນລືມ ຄັ້ງດຽວ ແລະ ຄັ້ງສຸດທ້າຍທີ່ກູສິນັ່ງ!! ບໍ່ຮູ້ວ່າຖ້ຽວອື່ນເປັນຄືກັນບໍ່ ແຕ່ຖ້ຽວກູນັ່ງ ຄວາມໂຊກຮ້າຍ ກະມາເຢືອນ ອີກແລ້ວ!!! ນັ່ງໄປປະມານ 30 ນາທີ ກຳລັງຈະຫຼັບ ມັນກະມີກິ່ນຕຸຕຸລອຍມາ ໝັ້ນໃຈໄດ້ເລີຍວ່າຄົນໆນັ້ນເຈັບທ້ອງ ກິ່ນປານນີ້ບໍ່ແມ່ນມຶງຂີ້ແຕກໃສ່ສົ້ງລະບໍ??? ເມື່ອເຮົາຄິດໄດ້ ທົນກັບກິ່ນບໍ່ໄດ້ ເຮົາກະເລີຍສິລຸກໄປເຂົ້າຫ້ອງນໍ້າຄິດວ່າໄປນັ່ງຖ້າໃນຫ້ອງນໍ້າໃຫ້ກິ່ນມັນຫາຍກ່ອນຈັ່ງສິກັບມາ ພໍແຕ່ກູລຸກປັບ ໄຟສັນຍານເຕືອນຂຶ້ນທັນທີ ຍົນຕົກຫຼຸມອາກາດ ສາວແອຍ່າງມາ Sit down sit down ໂອຍຍຍຍຍຍ ສາວແອລາວກະຄືສິຮູ້ແລ້ວແລະວ່າກູເໝັນຕົດລາວກະບໍ່ປາກ ກູກະໄດ້ແຕ່ເຮັດຕາມນັ່ງລົງ. ແຕ່ຍັງບໍ່ຈົບ ສາຍຕາສາວແອຫຼຽວເບິ່ງກູ ບົ່ງບອກໄດ້ວ່າລາວຕ້ອງຄິດວ່າກູເປັນຄົນຕົດແນ່ນອນ!!!! 

ສຸດທ້າຍເຮົາກະລົງຮອດສະໜາມບິນນອຍໄບຢ່າງປອດໄພ ທ້າມກາງສາຍຕາສາວແອທັງຫຼາຍທີ່ຫຼຽວເບິ່ງ...

ນີ້ຂະໜາດມື້ທຳອິດນະ ຍັງປານນີ້ ອີກ 4 ມື້ສິເປັນແນວໃດ ຢ່າລືມຕິດຕາກັນນະ

ໃຜມີປະສົບການແປກໆແບບນີ້ ຫຼືໂຫດກວ່ານີ້ ແຊຣ໌ມາໃຫ້ອ່ານແນ່ດຸ

ມື້ໜ້າ ມລ ຈະມາອັບຕອນຕໍ່ໄປ ທີ່ໄປຫຼີ້ນຮາໂນ້ຍ ຕິດຕາມໄດ້ ຍິ່ງກວ່າດົມຕົດອີກ

ແລ້ວເຈິະກັນນະ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2021 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບີດາຍ ສະບາຍດີ ໝູ່ເພື່ອນຊາວພັນລາວທຸກໆຄົນ

ກັບມາອີກແລ້ວກັບ ມລ ຄົນບ້າທ່ຽວ ແຕ່ມື້ນີ້ເຮົາບໍ່ໄດ້ມາເລົ່າເລື່ອງທ່ຽວ ແຕ່ຈະມາເວົ້າເລື່ອງ =ການລົດນໍ້າໜັກ=

ກ່ອນໜ້ານີ້ເຮົາໄດ້ທຳການທ່ຽວມາຫຼາຍບ່ອນ ກິນອາຫານແບບບໍ່ໄດ້ຫ່ວງຮ່າງກາຍໂຕເອງກະເລີຍເຮັດໃຫ້ນໍ້າໜັກຂຶ້ນປີ໊ດດດດດດດດດດດດດດດ 55 ກິໂລ! ວັອທ!!!! ທຸກຄົນເປັນຄືກັນບໍ ເວລາເຫັນນໍ້າໜັກໂຕເອງລະຈະເປັນລົມ ເຫັນປຸ໊ບຕາລາຍປັ໊ບ!! ໂອ້ ມາຍ ບຸດດາ!! ເຖິງເວລາທີ່ຕ້ອງລົດນໍ້າໜັກແລ້ວວວວວວ

ແຕ່ດ້ວຍຄວາມທີ່ເຮົາມີງານຕໍ່ໃນອີກ 2 ວັນເຮົາຕ້ອງລົດນໍ້າໜັກໃຫ້ໄດ້ພາຍໃນ 1 ວັນ (ມັນບໍ່ດີຕໍ່ສຸຂະພາບແລະຮ່າງກາຍ) ຫ້າມເຮັດຕາມ!!

 

ວິທີທີ່ເຮົາໃຊ້ໃນການລົດນໍ້າໜັກ ບອກເລີຍວ່າ ໂຫດ!!! ແຕ່ກໍ່ຍັງມີຄົນເຮັດຕາມຫຼາຍຕໍ່ຫຼາຍຄົນ ເຮົາກະເລີຍລອງເບິ່ງ ນັ້ນກໍ່ຄືການລົດນໍ້າໜັກແບບນາງເອກສາຍຈາກເກົາຫຼີ ນັ້ນກໍ່ຄື ໄອດ້ອນ ເຮົາເອງ ໄອຍູ ນັ້ນເອງງງງງງງງ (ໃຜບໍ່ຮູ້ກະໄປຫາເອົາເອງເດີ້). ສູດມັນກະງ່າຍໆ ຫາໄດ້ຕາມບ້ານເຮົາຄື: 

  1. ຕອນເຊົ້າ: ໝາກແອັບເປິ້ນ 1 ໜ່ວຍ = 150 - 170 ແຄລ
  2. ຕອນທ່ຽງ: ມັນແກວຫຼືມັນຍີ່ປຸ່ນ 2 ຫົວ = 200 - 300 ແຄລ
  3. ຕອນແລງ: ເວຍ໌ໂປຣຕິນ 1 ກວດ = 200 - 270 ແຄລ.

ແຄ່ເຫັນສູດ ກູກະຈິບ້າຕາຍ ນ້ອຍ! ນ້ອຍແຮງ!!! ສິເອົາພະລັງງານທາງໃດ໋ມາໃຊ້ ກິນໄປໝົ້ດມື້ບໍ່ຮອດ 900 ແຄລ(ປະລິມານຕໍ່າສຸດທີ່ຮ່າງກາຍຕ້ອງການກໍລະນີບໍ່ເຮັດຫຍັງ) ແຕ່ເຮົາກະຕ້ອງເຮັດ ມາເລີ່ມກັນເລີຍ! ສູ້ເວີຍ!!

  • ເລີ່ມຕົ້ນອາຫານເຊົ້າຄື: ໝາກແອັປເປິ້ນ 1 ໜ່ວຍ (ກູເລືອກໜ່ວຍໃຫຍ່ສຸດ555) ກະແຊບກະຫຍັງຢູ່ ເຮົາເລີ່ມກິນແມ່ນ 8 ໂມງເຊົ້າກະຮູ້ສຶກອິ່ມໆ ແຕ່ຫຼັງຈາກນັ້ນ 2 ຊມ ຄືສິ່ງທີ່ໜ້າກົວ ຄວາມຫິວເຂົ້າຄອບງຳ ຕາລາຍ ເລີ່ມຫງຸດຫງິດ ຕະງິດໆ ຢູ່ ແຕ່ສິ່ງທີ່ກິນໄດ້ຄືນໍ້າເປົ່າ ນໍ້າລ້າໆ (ແນະນຳໃຫ້ຢູ່ຊື່ໆ ນອນເສີຍໆ ແດກນໍ້າລ້າໆໄປ ແລະ ມຶງຕ້ອງກິນນໍ້າບໍ່ຕໍ່າກວ່າ 2 ລິດ ບໍ່ຊັ້ນບໍ່ລອດ ໄດ້ຫາມເຂົ້າສຸກເສີນແນ່ນອນ)
  • ຜ່ານຊ້ວງເຊົ້າໄປແບບທໍລະຫົດ ດີໃຈແຮງທີ່ຈະໄດ້ກິນເຂົ້າທ່ຽງ ນັ້ນກໍ່ຄື ມັນແກວ(ເຮົາກິນ 3 ຫົວປະມານ 3 ກຣາມ) ກັດເຂົ້າໄປຄຳໜຶ່ງໂອຍຍຍ ຟິນ ຄ່ອຍໆກິນຢ້ານໝົ້ດກ່ອນອິ່ມ ແຊບມື້ນີ້!!! ຢ່າຟ້າວດີໃຈ ເພາະບໍ່ຮອດ 2 ຊມ ມັນຫິວວວວວວ ໂອຍເໜືອນສິເປັນລົມ ຕາລາຍໆ ຮ່າງກາຍລ້າ ໝົດແຮງ ຂະໜາດນີ້ກູກຳລັງພິມເລື່ອງນີ້ຢູ່ ຮູ້ຊະຕາກຳເລີຍວ່າ ກູພິມບໍ່ໄຫວແລ້ວ ຕາລາຍແຮງ ປາກແຫ້ງໆ ຮ້ອນໆ ໜາວໆ ສັ່ນໆ ຕ້ອງແດກນໍ້າດ່ວນ!!!!!!!!
  • ຕອນນີ້ເປັນເວລາ 16:00 ເນື່ອງຈາກເຮົາໃຊ້ພະລັງງານໄປຫຼາຍໃນຄາບທ່ຽງ ຜົນທີ່ໄດ້ຄື ເມື່ອຍແຮງ ຫິວແຮງ ຫງຸດຫງິດແຮງງງງງງງງ ເຫັນຫຍັງກູກະຢາກໄປໝົດເລີຍເວີຍ!!!!! ແລະກູກະຕ້ອງໄປອອກກຳລັງກາຍ(ຄັນໃຜເຮັດສູດນີ້ແນະນຳ ຢູ່ຊື່ໆ ຢ່າເຄື່ອນໄຫວ ນອນໄດ້ນອນ!). ໄປອອກກຳລັງກາຍກະປຽບສະເໝືອນໄປແຕ່ຕົວ ວິນຍານກູຫາຍໄປຢູ່ກັບເວຍ໌ໂປຣຕິນແລ້ວຕອນນີ້. ຫຼັງຈາກອອກກຳລັງກາຍແລ້ວ ພໍຢາກລາກຮ່າງກາຍກັບບ້ານ ຄວາມຮູ້ສຶກຄື =ກູກຳລັງສິຕາາຍ= ຂະໜາດກູຍ່າງຊື່ໆ ຍັງປານນີ້ ໂອ໊ຍຍຍຍຍຍຍ. ພໍໄດ້ກິນເວຍ໌ທໍ່ນັ້ນລະເໝືອນຂຶ້ນສະຫວັນ ຮູ້ສຶກແຊບບບບບແຮງງງງງງ.

ສະຫຼຸບ: ການເຮັດສູດນີ້ມີກຳນົດ 4 - 7 ວັນເທົ່ານັ້ນ ບໍ່ແນະນຳໃຫ້ເຮັດດົນ ເພາະຈະເຮັດໃຫ້ຮ່າງກາຍຂາດສານອາຫານໄດ້. ຜົນຈາກການເຮັດຄື: ຮູ້ສຶກໂຕເບົາຂຶ້ນ ຍ່ຽວຫຼາຍຂຶ້ນ555 ອັນນີ້ບໍ່ໜ້າຈະກ່ຽວ, ນໍ້າໜັກລົງ 1 ກິໂລ/ມື້(ຄັນເຮັດໄປອີກກະໜ້າຈະລົງ) ຮູ້ສຶກຈິດໃຈບໍ່ຢູ່ກັບເນື້ອກັບໂຕ ຮ່າງກາຍຫິວອາຫານຕະຫຼອດເວລາ(ອາດຈະເປັນເພາະ ມລ ເຮັດວຽກໝົດມື້ ຍ່າງດຸ ເຮັດນັ້ນເຮັດນີ້ຕະຫຼອດ ເຮັດໃຫ້ເສຍພະລັງງານຫຼາຍເກີນໄປ ບໍ່ເໝາະກັບສູດນີ້) ສິ່ງທີ່ສຳຄັນທີ່ຕ້ອງຕິດໂຕຕະຫຼອດຄື =ນໍໍ້າ= ກິນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.

ຖ້າໃຜຈະເຮັດ ບອກໄວ້ກ່ອນວ່າ ມື້ຕໍ່ມາ ມຶງຈະກິນແບບຕາຍອົດຕາຍຢາກ!!! ເຕືອນແລ້ວເດີ!!!

ໃຜມີຄຳເຫັນກະຖາມກັນເຂົ້າມາໄດ້ ຫຼັງໄມມາໂລດ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 22, 2021 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ທ່ຽວສິງກະໂປ ໂອ້ໂຫສະບາຍກະເປົ໋າ (ເບາະຫວະ??)

ສະບີດາຍ ສະບາຍດີ ພີ່ນ້ອງຊາວພັນລາວ ທຸກຄົນ(ທີ່ຫຼົງເຂົ້າມາອ່ານ555)

ມື້ນີ້ ມລ ສິມາເວົ້າເລື່ອງ "ການໄປທ່ຽວສິງກະໂປ" ໃຫ້ຟັງ ເນື່ອງຈາກຊ້ວງນັ້ນ ຍໍ້າ! ວ່າຊ້ວງນັ້ນ!

 

ມລ ໄປສິງກະໂປປະມານປາຍປີ 2018 ດ້ວຍຕຄວາມທີ່ວ່າຄ່າປີ້ຍົນຂອງສາຍການບິນສີແດງມີໂປຣ #ສາຍທ່ຽວ ຄືເຮົາກະຕ້ອງຈັດຕິເນາະ ຢ່າຣໍຊ້າ!!  ຈື່ໄດ້ວ່າຈອງຕົ໋ວໄປຕອນນັ້ນປະມານ 1700 ບາດ (ໄປກັບເດີ) ໄປທັງໝົດ 3 ວັນ 2 ຄືນ ໄປຫຼູ ຢູ່ສະບາຍ ງ່າຍໆ ສະໄຕລ໌ #ເຈົ້າແມ່ສາຍກິນສາຍທ່ຽວແຂວງຈຳປາສັກ. 

ຄ່າໃຊ້ຈ່າຍທັງໝົດມີ

  1. ປີ້ຍົນ 1700 ບາດ = 440,000 ກີບ/ຄົນ (ບໍ່ລວມນໍ້າໜັກກະເປົ໋າ ເພາະເຮົາສາຍປະຫຍັດ)
  2. ຄ່າທີ່ພັກ 2 ຄືນ: 20 ຫຼຽນສິງຄະໂປ(SGD) = 140,000 ກີບ
  3. ຄ່າເຂົ້າສວນສະໜຸກ Universal Singapore 4SGD = 28,000 ກີບ
  4. ຄ່າລົດໄຟທີ່ໃຊ້ 20 SGD = 140,000 ກີບ (ໃຊ້ບໍ່ໝົດດອກ)
  5. ຄ່າລົດບັສໄປ Lonely tree 8 SGD = 32,000 ກີບ
  6. ຄ່າລົດໄຟ ອຸບົລ-ດອນເມືອງ 404 Baht = 105,000 ກີບ (ໄປກັບ)

ລວມທັງໝົດ 885,000 ກີບ/ຄົນ WTF!!!!! ຖືກແຮງຈິງ!! (ບໍ່ລວມຄ່າກິນ) 

ເກິ່ນນິສນຶ່ງ: ສາເຫດທີ່ໄປທ່ຽວສິງຄະໂປເພາະວ່າ ເຂົາວ່າ! ສິງຄະໂປຄ່າຄອງຊີບສູງ ອີ່ຫຍັງກະແພງ ແມ້ແຕ່ນໍ້າຊື່ໆຍັງແພງ ໃຜສິໄປສິງຄະໂປຕ້ອງຖືເງິນໄປຫຼາຍໆ ວ່າຊ້ານນນນນນນ. ທາງເຮົາກະຢາກໄປພິສູດວ່າມັນສິແພງຄືເຂົາວ່າກັນເບາະ! "ບໍ່ເຊື່ອ ຕ້ອງພິສູດ" ແລະ ການເດີນທາງສ່ວນຫຼາຍສະດວກແຕ່ຕ້ອງຍ່າງຫຼາຍ. ເປັນທຣິບທີ່ເມື່ອຍກວ່າທຸກທຣິບ.

ເລີ່ມຕົ້ນການເດີນທາງຈາກສະໜາມບິນດອນເມືອງເລີຍ ເພາະຄ້ານເລົ່າແຕ່ນັ່ງລົດໄຟ ເພາະ ມັນ ໂຄດ ຊ້າ! ໃຜຢາກຮູ້ວິທີການນັ່ງລົດໄຟກະທັກມາເດີະ. 

ການເດີນທາງກະງ່າຍຍຸ ນັ່ງເຄື່ອງປະມານຊົ່ວໂມງນິດໆກະຮອດສະໜາມບິນ Changi Airport (SIN) ໄປເຖິງປະມານທ່ຽງ. ຄວາມພີກກະເກີດຂຶ້ນກັບກູອີກລະ! ໄປປະເທດໃດ໋ຕ້ອງມີເລື້ອງຕັ້ງແຕ່ຕົ້ນຈົນຈົບອີ່ຫຼີເບາະຫຶ! ຕມ ໂຫດໃຜເຄີຍໄດ້ຍິນ? ຕມ ສິງຄະໂປບໍ່ໄດ້ໂຫດ ແຕ່ມັນເກີນຄຳວ່າໂຫດ! ຫຼາຍຄົນບອກວ່າຖືກກັກໂຕເຂົ້າຫ້ອງເຢັນ ແລ້ວກູເດະບາດນິ. ຕອນຍ່າງເຂົ້າໄປຜ່ານ ຕມ ກະດີຢູ່ ພໍແຕ່ເຈົ້າໜ້າທີ່ເປີດພັສສະປອດເທົ່ານັ້ນລະ ຄວາມບັນໄລກະບັງເກີດ.

  • ຈນທ(ເຈົ້າໜ້າທີ່): ຖາມກັບມາຄືນວ່າເຈົ້າຊື່ຫຍງັ? ກູກະເຮັດໜ້າເອີ໋ໆເນາະ ກະຄິດວ່າ =ໂອ້ເຂົາອ່ານຊື່ເຮົາບໍ່ອອກ ຊັ້ນເດະ= ກະຕອບເຂົາໄປ. 
  • ກູ: ຊື່...... ນາມສະກຸນ...... ເດະ ພາສາອັງກິດໄດ້ໃຊ້ກະບາດນີ້ລະ. ອິອິອິ
  • ຈນທ: ໜ້າເຈົ້າບໍ່ຄືໃນພາສສະປອດ! ແມ່ນເຈົ້າອີ່ຫຼີເບາະ?
  • ກູ:ເອີ່....ກະແມ່ນລະເນາະ. ກະຂ້ອຍລະຫັ້ນ (ງຶດໜ້າກູກັບໃນຮູບບໍ່ຄືກັນ ວ່າເດະ! ງົງ)
  • ຈນທ: ເຈົ້າເປັນຄົນລາວຊັ້ນເບາະ! (ແນະມີຖາມຕໍ່ອີກ ອັນຈະແມ່ນບໍ່ເບິ່ງ)
  • ດ້ວຍຄວາມທີ່ກູເກັ່ງພາສາອັງກິດແຮງກະຕອບໆຖຽງໆໄປແນ່ວ່າ
  • ກູ: Yes, I am Lao. I love Laos ຊັ້ນເດະ!! ເປັນຫຍັງໜ້າຂ້ອຍບໍ່ຄືຄົນລາວບ່ອນໃດ?
  • ຈນທ: ແມ່ນ! ເຈົ້າບໍຄືຄົນລາວ (ອ້າວ ເຮັດຈັ່ງໃດກູບາດນິ)
  • ກູ: ຕົກລົງຜ່ານລະບໍ? ເຂົ້າປະເທດໄດ້ລະຕິ!?
  • ຈນທ: ຍັງ! (ຫ້ວຍໝໍນິ ສິເອົາຫຍຍັງອີກ) ລາວກະຖາມຕໍ່ກ່ຽວກັບພາສະປອດ ຖາມໄປໝົດໃນຫັ້ນລະ ເລກບໍ່ເອີ່ຍ! ພໍ່ແມ່ ວັນເດືອນແີເກີດ.....
  • ກູ: ຕອບໄດ້ ເພາະເວລາຖ້າຂຶ້ນຍົນເທື່ອໃດບໍ່ມີວຽກກູເປັນຄົນດຸ ກະພໍສິໄດ້ຈັບພາສະປອດໂຕເອງມານັ່ງອ່ານຢຸ່ເດະ 

ງານນີ້ກູລອດໄປ ເຂົ້າເລື່ອງກັນເລີຍ

  ການນັ່ງລົດໄຟແຕ່ສະໜາມບີນເຂົ້າເມືອງຈະບໍ່ໄດ້ເສຍເງິນເດີ ຟຣີ!! (ໃສວ່າໃຊ້ເງິນຫຼາຍ ໃຜວ່າ =ເຂົາວ່າ?? ໃຜ??= ງົງ)  ຍ່າງໄປຕາມປ້າຍທີ່ຂຽນວ່າ Train to City ຍ່າງໄປຕາມຄົນຍ່າງໄປຫຼາຍໆຫັ້ນລະ ຍ່າງໄປໂລດ!!! ຈາກ Terminal 1 ໄປຫາ Terminal 2. ມັນມີປ້າຍຍ່າງໄປໂລດ ພໍມາເຈິະປ້າຍໃຫ້ຍ່າງຂຶ້ນຄັນໄດເລື່ອນໄປຊັ້ນ 2 ຈາກນັ້ນກະຈະເປັນລົດໄຟເພື່ອໄປສະຖານີທຳອິດໃນກາງເມືອງ ຫຼັງຈາກນັ້ນກະຕໍ່ລົດໄຟໄປສະຖານີທີ່ເຮົາຈອງໂຮງແຮມໄວ້ (ກະຈະບໍ່ຂໍອອກຊື່ເພາະເຂົາບໍ່ໄດ້ສະປອນເຊີ້ກູນະ) ເຊິ່ງຍ່ານທີ່ເຮົາພັກຢູ່ແມ່ນ Orchard ກະລົງສະຖານີຫັ້ນລະລະກະຍ່າງໄປໂຮງແຮມໄດ້ເລີຍ ໃກ້ເວີ້!

ຂໍແນະນຳໃຜທີ່ຈະໄປ ພັກທີ່ຍ່ານ Orchard ຈະກະສະດວກສະບາຍ ປອດໄພ ເພາະຄົນທຽວຫຼາຍ ໃກ້ລົດໄຟຟ້າ ແນະນຳເດີ້

 

Day1: Merlion, Barina Bay 

ການເດີນທາງກະງ່າຍໆໆໆໆໆໆໆ ງ່າຍແຮງ ນັ່ງລົດໄຟຟ້າມາລົງທີ່ສະຖານີ Marina Bay ເລີຍ ແຕ່ຕ້ອງບອກກ່ອນວ່າ ສິງຄະໂປ ເປັນປະເທດທີ່ເນັ້ນການຍ່າງ ຍ່າງ ຍ່າງ ເພາະວ່າສະຖານທີ່ແຕ່ລະສະຖານທີ່ມັນຢູ່ຫ່າງກັນແຮງ ແມ່ນຢູ່ວ່າລົງສະຖານີດຽວໄດ້ໄປຫຼາຍບ່ອນ ແຕ່ຫຼາຍບ່ອນທີ່ເວົ້ານີ້ຄື ມຶງຕ້ອງຍ່າງໄປ! ຫຼືຖ້າເສຍເງິນເຊົ່າສະກູ໊ດເຕີ້ກະໄດ້. ແລ້ວສາຍປະຫຍັດແບບເຮົາກະບໍ່ຕ້ອງຄິດຫຼາຍ ຍ່າງ ເອົາຕົວ. ໃນສະຖານີນີ້ລົງແລ້ວຍ່າງອອກທາງອອກ 6 ແລະກະຍ່າງໄປຕາມແຖວນັ້ນລະ ຖາມ ຈນທ ແຖວນັ້ນເພິ່ນກະບອກ ຫຼື ຈະໃຊ້ແບບເຮົາ ໃຊ້ Googlr Map ຈົບງ່າຍໃນແອັບດຽວ. 

ສັນຍາລັກຂອງສິງຄະໂປກະຄື =ສິງໂຕທະເລ= ຫຼືເອີ້ນວ່າ Merlion ເປັນຮູບປັ້ນສິງໂຕທະເລສີຂາວ ຕັ້ງສະຫງ່າມີນໍ້າພົ່ນອອກມາທາງປາກ ເຊິ່ງເປັນແລນມ໊າກສຳຄັນທີ່ຕ້ອງມາ. ຢູ່ບໍລິເວນແຖວນີ້ກະຈະມີ Marina bay sand ທີ່ເປັນຕຶກສູງໆມີລັກສະນະຄືເຮືອຕັ້ງຢູ່ເທິງສຸດ ບໍ່ຕ້ອງແປກໃຈວ່າມັນແມ່ນຫຍັງ ມັນຄືໂຮງແຮມ ຮ້ານອາຫານ ສຳນັກງານ ຢູ່ໃນນັ້ນ ຖ້າຈະຈໍຂຶ້ນໄປກະຕ້ອງໄດ້ເສຍເງິນຂຶ້ນໄປເພື່ອໄປເບິ່ງວິວທິວທັດປະເທດສຸດຫູສຸດຕາ ຖາມວ່າເຮົາໄປບໍ່ ບໍ່ໄປເວີຍ!  ແລະ ກໍ່ຈະມີສິງຊ້າສະຫວັນອັນບັກເຍີ່ຕັ້ງຢູ່ ຖ້າຈອງຄິວ Marina bay sand ບໍ່ໄດ້ກະແນະນຳໃຫ້ໄປຂີ່ມັນເຫັນທົ່ວສິງຄະໂປຄືກັນ ພິເສດໃຜໄປເປັນຄູ່ຮັກ ອຸ້ຍ! ແນະນຳ.

ການມາເບິ່ງສິງໂຕທະເລ ຖ້າຢາກຖ່າຍຮູບໃຫ້ມາຕອນເຊົ້າ ແຕ່ຖ້າຢາກໄດ້ບັນຍາກາດມາເບິ່ງໜັງມາເບິ່ງການສະແດງນໍ້າພຸ ຢູ່ໜ້າສິງໂຕພົ່ນນໍ້າໃຫ້ມາຕອນ 18:00 ເປັນຕົ້ນໄປ. ຢ່າໄປຕອນທ່ຽງເດັດຂາດ! ໄໝ້ ໄໝ້ແທ້ໆ ຄວາມຮ້ອນບໍ່ຢາກເວົ້າ ຍົກເວັ້ນໄປຍາມຝົນ! ເຕືອນແລ້ວເດີະ 

 

Day2: Universal Studio Singapore ແວະຊື້ຂອງຝາກ

ວັນທີ 2 ທຳອິດນຶກວ່າສິໄດ້ໄປດິນເນີ້ຫຣູຫຣາ ສຸດທ້າຍມາຕິດແງັກຢູ່ຈຸດດຽວນັ້ນກໍ່ຄື Universal Studio Singapore ກະເປັນອີ່ຫຍັງທີ່ແປກໃໝ່ເພາະນີ້ເປັນຄັ້ງທຳອິດທີ່ໄດ້ເຫັນ ແຕ່ແຕ່ແຕ່ ການທີ່ຈະເຂົ້າໄປໄດ້ຕ້ອງມີບັດຜ່ານເດີ. ການຊື້ບັດກະສາມາດຊື້ຜ່ານແອັບຕ່າງໆໄດ້ ຊື້ໜ້າເຄົ້າເຕີ້ເລີຍກະໄດ້ ລາຄາຈະຕົກຢູ່ທີ່ 60 SGD ປະມານ 420,000 ກີບ/ຄົນ/ມື້ ເຊິ່ງສາມາດໃຊ້ຫຼິ້ນເຄື່ອງຫຼິ້ນແບບບໍ່ຈຳກັດໄດ້. ອ່ານມາຮອດນີ້ຫຼາຍຄົນອາດຈະຄິດວ່າແພງໄປເບາະ ບໍ່ໄດ້ຢາກໄປຫຼິ້ນຫຼາຍປານນັ້ນະ ເຮົາກະຍັງມີແຜນສຳຮອງຢູ່ເດະ 555 ເຮົາຍັງມີຕົ໋ວເຂົ້າລາຄາພຽງແຕ່ 4SGD = 24,000 ກີບ/ຄົນ/ມື້ ແຕ່ບໍ່ສາມາດຫຼີ້ນເຄື່ອງຫຼິ້ນອັນໃດໄດ້ເລີຍ ເຂົ້າໄປເບິ່ງໄປຖ່າຍຮູບຢ່າງດຽວ.  ຄຸ້ມຄ່າເວີ້ ແນະນຳໃຫ້ໄປສຸດໆ ເພາະວ່າເຮົາຈະໄດ້ທັງເຫັນ ແລະ ໄດ້ໄປທະເລໃນເວລາດຽວກັນ. ຖ້າໂຊກດີຄືເຮົາກະຈະໄດ້ເຫັນສິງໂຕທະເລ ເຢເຢເຢ

ກັບມາທີ່ໃນເມືອງກັນຕໍ່ ການຊື້ຂອງຝາກນິໄປສິງຄະໂປຂອງຝາກຈະແພງ ແຕ່ມັນກະຍັງມີບາງຮ້ານທີ່ມັນຖືກໂດຍສະເພາະແມ່ນ ຊຸບເປີ້ມາກເກັທ ແນະນຳໃຫ້ຊື້ໃນນີ້ຈະດີກວ່າ. ຂອງຝາກສ່ວນໃຫຍ່ທີ່ ມລ ຊື້ແມ່ນ ມີ່ເຜັດ ເພາະມັນໂຄດຖືກຖົງລະ 6000 ກີບແຕ່ຢູ່ບ້ານເຮົາ 15,000 ກີບ ສິເຫຼືອບໍລະ ຊື້!໋. ອັນທີ 2 ຄື: ຊັອກໂກແລັທ ຖືກຄືກັນ ແລະອັນທີ່ຢາກແນະນຳໃຫ້ຊື້ຄື =ຂະໜົມປັງເຜືອກ= ສິເປັນແຖວໃດຕ້ອງລອງກິນ ມັນແຊບແບບຫາທີ່ຕິໄດ້ອັນໜຶ່ງນັ້ນກໍ່ຄື ມັນນ້ອຍ. ຂະໜົມສ່ວນຫຼາຍໃນສິງຄະໂປຖືວ່າຖືກຢູ່.

Day3: ກັບບ້ານ (ຈົບ)

 

ທ່ຽວຄັ້ງນີ້ສິ່ງທີ່ຢາກບອກໃຫ້ລະວັງຄື:

  1. ການຂື້ນລົດໄຟ ໃຫ້ສັງເກດເບື້ອງໃຫ້ດີໆວ່າສະຖານີທີ່ເຮົາຈະໄປຂື້ນເບື້ອງຊ້າຍຫຼືຂວາ , ເວລາຂື້ນລົດໄຟຟ້າກະພະຍາຍາມຢ່າສຽງດັງ
  2. ລົດເມສາຍທາງຈະຍຸດໃຫ້ບໍລິການຕັ້ງແຕ່ 20:00 ເປັນຕົ້ນໄປ ສຳລັບສາຍທ່ຽວນອກເມືອງ
  3. ນໍ້າກິນ: ບໍ່ໄດ້ແພງຖ້າຮູ້ຈຸດຊື້ ຫຼືບໍ່ ຖືນໍ້າໄປກິນເອງໄດ້ ແລະ ນໍ້າໃນປະເທດນີ້ກິນໄດ້ຈາກທຸກກັອກ ຖ້າຊື້ຕາມຕູ້ແພງຈິງ!
  4. ອາຫານຕາມຮ້ານຖືກແພງແລ້ວແຕ່ຮ້ານ ຖ້າຢາກປະຍັດກະຊື້ໃນຊຸບເປີ້ມາເຮັດກິນເອງ.
  5. ຂາກັບຈະບໍ່ໄດ້ຈຳພາສປອດ ແຕ່ຈະໄດ້ສະແກນອອກປະເທດເອງເລີຍ ແລະ ຕ້ອງໄປຂຶ້ນເຄື່ອງທີ່ Terminal 3 ເດີ.

ສ່ວນເລື່ອງອາຫານທີ່ແນະນຳໃຫ້ກິນໃນສິງຄະໂປ ແລະ ຫາງ່າຍ ນັ້ນກໍ່ຄື:

- ບາກຸດເຕະ: ມັນກະຄືຕົ້ມຕຸ໋ນກະດູກໝູ

- ເຂົ້າມັນໄກ່: ຍ່ານອັອກຊາດ.

 

ໃຜທີ່ຈະໄປກໍ່ແນະນຳໃຫ້ຫາຂໍ້ມູນຫຼາຍໆ ຖ້າມີອັນໃດຢາກຖາມກະຝາກຫຼັງໄມມາຫາໄດ້ເດີ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 22, 2021 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ທ່ຽວສິງກະໂປ ໂອ້ໂຫສະບາຍກະເປົ໋າ (ເບາະຫວະ??)

ສະບີດາຍ ສະບາຍດີ ພີ່ນ້ອງຊາວພັນລາວ ທຸກຄົນ(ທີ່ຫຼົງເຂົ້າມາອ່ານ555)

ມື້ນີ້ ມລ ສິມາເວົ້າເລື່ອງ "ການໄປທ່ຽວສິງກະໂປ" ໃຫ້ຟັງ ເນື່ອງຈາກຊ້ວງນັ້ນ ຍໍ້າ! ວ່າຊ້ວງນັ້ນ!

 

ມລ ໄປສິງກະໂປປະມານປາຍປີ 2018 ດ້ວຍຕຄວາມທີ່ວ່າຄ່າປີ້ຍົນຂອງສາຍການບິນສີແດງມີໂປຣ #ສາຍທ່ຽວ ຄືເຮົາກະຕ້ອງຈັດຕິເນາະ ຢ່າຣໍຊ້າ!!  ຈື່ໄດ້ວ່າຈອງຕົ໋ວໄປຕອນນັ້ນປະມານ 1700 ບາດ (ໄປກັບເດີ) ໄປທັງໝົດ 3 ວັນ 2 ຄືນ ໄປຫຼູ ຢູ່ສະບາຍ ງ່າຍໆ ສະໄຕລ໌ #ເຈົ້າແມ່ສາຍກິນສາຍທ່ຽວແຂວງຈຳປາສັກ. 

ຄ່າໃຊ້ຈ່າຍທັງໝົດມີ

  1. ປີ້ຍົນ 1700 ບາດ = 440,000 ກີບ/ຄົນ (ບໍ່ລວມນໍ້າໜັກກະເປົ໋າ ເພາະເຮົາສາຍປະຫຍັດ)
  2. ຄ່າທີ່ພັກ 2 ຄືນ: 20 ຫຼຽນສິງຄະໂປ(SGD) = 140,000 ກີບ
  3. ຄ່າເຂົ້າສວນສະໜຸກ Universal Singapore 4SGD = 28,000 ກີບ
  4. ຄ່າລົດໄຟທີ່ໃຊ້ 20 SGD = 140,000 ກີບ (ໃຊ້ບໍ່ໝົດດອກ)
  5. ຄ່າລົດບັສໄປ Lonely tree 8 SGD = 32,000 ກີບ
  6. ຄ່າລົດໄຟ ອຸບົລ-ດອນເມືອງ 404 Baht = 105,000 ກີບ (ໄປກັບ)

ລວມທັງໝົດ 885,000 ກີບ/ຄົນ WTF!!!!! ຖືກແຮງຈິງ!! (ບໍ່ລວມຄ່າກິນ) 

ເກິ່ນນິສນຶ່ງ: ສາເຫດທີ່ໄປທ່ຽວສິງຄະໂປເພາະວ່າ ເຂົາວ່າ! ສິງຄະໂປຄ່າຄອງຊີບສູງ ອີ່ຫຍັງກະແພງ ແມ້ແຕ່ນໍ້າຊື່ໆຍັງແພງ ໃຜສິໄປສິງຄະໂປຕ້ອງຖືເງິນໄປຫຼາຍໆ ວ່າຊ້ານນນນນນນ. ທາງເຮົາກະຢາກໄປພິສູດວ່າມັນສິແພງຄືເຂົາວ່າກັນເບາະ! "ບໍ່ເຊື່ອ ຕ້ອງພິສູດ" ແລະ ການເດີນທາງສ່ວນຫຼາຍສະດວກແຕ່ຕ້ອງຍ່າງຫຼາຍ. ເປັນທຣິບທີ່ເມື່ອຍກວ່າທຸກທຣິບ.

ເລີ່ມຕົ້ນການເດີນທາງຈາກສະໜາມບິນດອນເມືອງເລີຍ ເພາະຄ້ານເລົ່າແຕ່ນັ່ງລົດໄຟ ເພາະ ມັນ ໂຄດ ຊ້າ! ໃຜຢາກຮູ້ວິທີການນັ່ງລົດໄຟກະທັກມາເດີະ. 

ການເດີນທາງກະງ່າຍຍຸ ນັ່ງເຄື່ອງປະມານຊົ່ວໂມງນິດໆກະຮອດສະໜາມບິນ Changi Airport (SIN) ໄປເຖິງປະມານທ່ຽງ. ຄວາມພີກກະເກີດຂຶ້ນກັບກູອີກລະ! ໄປປະເທດໃດ໋ຕ້ອງມີເລື້ອງຕັ້ງແຕ່ຕົ້ນຈົນຈົບອີ່ຫຼີເບາະຫຶ! ຕມ ໂຫດໃຜເຄີຍໄດ້ຍິນ? ຕມ ສິງຄະໂປບໍ່ໄດ້ໂຫດ ແຕ່ມັນເກີນຄຳວ່າໂຫດ! ຫຼາຍຄົນບອກວ່າຖືກກັກໂຕເຂົ້າຫ້ອງເຢັນ ແລ້ວກູເດະບາດນິ. ຕອນຍ່າງເຂົ້າໄປຜ່ານ ຕມ ກະດີຢູ່ ພໍແຕ່ເຈົ້າໜ້າທີ່ເປີດພັສສະປອດເທົ່ານັ້ນລະ ຄວາມບັນໄລກະບັງເກີດ.

  • ຈນທ(ເຈົ້າໜ້າທີ່): ຖາມກັບມາຄືນວ່າເຈົ້າຊື່ຫຍງັ? ກູກະເຮັດໜ້າເອີ໋ໆເນາະ ກະຄິດວ່າ =ໂອ້ເຂົາອ່ານຊື່ເຮົາບໍ່ອອກ ຊັ້ນເດະ= ກະຕອບເຂົາໄປ. 
  • ກູ: ຊື່...... ນາມສະກຸນ...... ເດະ ພາສາອັງກິດໄດ້ໃຊ້ກະບາດນີ້ລະ. ອິອິອິ
  • ຈນທ: ໜ້າເຈົ້າບໍ່ຄືໃນພາສສະປອດ! ແມ່ນເຈົ້າອີ່ຫຼີເບາະ?
  • ກູ:ເອີ່....ກະແມ່ນລະເນາະ. ກະຂ້ອຍລະຫັ້ນ (ງຶດໜ້າກູກັບໃນຮູບບໍ່ຄືກັນ ວ່າເດະ! ງົງ)
  • ຈນທ: ເຈົ້າເປັນຄົນລາວຊັ້ນເບາະ! (ແນະມີຖາມຕໍ່ອີກ ອັນຈະແມ່ນບໍ່ເບິ່ງ)
  • ດ້ວຍຄວາມທີ່ກູເກັ່ງພາສາອັງກິດແຮງກະຕອບໆຖຽງໆໄປແນ່ວ່າ
  • ກູ: Yes, I am Lao. I love Laos ຊັ້ນເດະ!! ເປັນຫຍັງໜ້າຂ້ອຍບໍ່ຄືຄົນລາວບ່ອນໃດ?
  • ຈນທ: ແມ່ນ! ເຈົ້າບໍຄືຄົນລາວ (ອ້າວ ເຮັດຈັ່ງໃດກູບາດນິ)
  • ກູ: ຕົກລົງຜ່ານລະບໍ? ເຂົ້າປະເທດໄດ້ລະຕິ!?
  • ຈນທ: ຍັງ! (ຫ້ວຍໝໍນິ ສິເອົາຫຍຍັງອີກ) ລາວກະຖາມຕໍ່ກ່ຽວກັບພາສະປອດ ຖາມໄປໝົດໃນຫັ້ນລະ ເລກບໍ່ເອີ່ຍ! ພໍ່ແມ່ ວັນເດືອນແີເກີດ.....
  • ກູ: ຕອບໄດ້ ເພາະເວລາຖ້າຂຶ້ນຍົນເທື່ອໃດບໍ່ມີວຽກກູເປັນຄົນດຸ ກະພໍສິໄດ້ຈັບພາສະປອດໂຕເອງມານັ່ງອ່ານຢຸ່ເດະ 

ງານນີ້ກູລອດໄປ ເຂົ້າເລື່ອງກັນເລີຍ

  ການນັ່ງລົດໄຟແຕ່ສະໜາມບີນເຂົ້າເມືອງຈະບໍ່ໄດ້ເສຍເງິນເດີ ຟຣີ!! (ໃສວ່າໃຊ້ເງິນຫຼາຍ ໃຜວ່າ =ເຂົາວ່າ?? ໃຜ??= ງົງ)  ຍ່າງໄປຕາມປ້າຍທີ່ຂຽນວ່າ Train to City ຍ່າງໄປຕາມຄົນຍ່າງໄປຫຼາຍໆຫັ້ນລະ ຍ່າງໄປໂລດ!!! ຈາກ Terminal 1 ໄປຫາ Terminal 2. ມັນມີປ້າຍຍ່າງໄປໂລດ ພໍມາເຈິະປ້າຍໃຫ້ຍ່າງຂຶ້ນຄັນໄດເລື່ອນໄປຊັ້ນ 2 ຈາກນັ້ນກະຈະເປັນລົດໄຟເພື່ອໄປສະຖານີທຳອິດໃນກາງເມືອງ ຫຼັງຈາກນັ້ນກະຕໍ່ລົດໄຟໄປສະຖານີທີ່ເຮົາຈອງໂຮງແຮມໄວ້ (ກະຈະບໍ່ຂໍອອກຊື່ເພາະເຂົາບໍ່ໄດ້ສະປອນເຊີ້ກູນະ) ເຊິ່ງຍ່ານທີ່ເຮົາພັກຢູ່ແມ່ນ Orchard ກະລົງສະຖານີຫັ້ນລະລະກະຍ່າງໄປໂຮງແຮມໄດ້ເລີຍ ໃກ້ເວີ້!

ຂໍແນະນຳໃຜທີ່ຈະໄປ ພັກທີ່ຍ່ານ Orchard ຈະກະສະດວກສະບາຍ ປອດໄພ ເພາະຄົນທຽວຫຼາຍ ໃກ້ລົດໄຟຟ້າ ແນະນຳເດີ້

 

Day1: Merlion, Barina Bay 

ການເດີນທາງກະງ່າຍໆໆໆໆໆໆໆ ງ່າຍແຮງ ນັ່ງລົດໄຟຟ້າມາລົງທີ່ສະຖານີ Marina Bay ເລີຍ ແຕ່ຕ້ອງບອກກ່ອນວ່າ ສິງຄະໂປ ເປັນປະເທດທີ່ເນັ້ນການຍ່າງ ຍ່າງ ຍ່າງ ເພາະວ່າສະຖານທີ່ແຕ່ລະສະຖານທີ່ມັນຢູ່ຫ່າງກັນແຮງ ແມ່ນຢູ່ວ່າລົງສະຖານີດຽວໄດ້ໄປຫຼາຍບ່ອນ ແຕ່ຫຼາຍບ່ອນທີ່ເວົ້ານີ້ຄື ມຶງຕ້ອງຍ່າງໄປ! ຫຼືຖ້າເສຍເງິນເຊົ່າສະກູ໊ດເຕີ້ກະໄດ້. ແລ້ວສາຍປະຫຍັດແບບເຮົາກະບໍ່ຕ້ອງຄິດຫຼາຍ ຍ່າງ ເອົາຕົວ. ໃນສະຖານີນີ້ລົງແລ້ວຍ່າງອອກທາງອອກ 6 ແລະກະຍ່າງໄປຕາມແຖວນັ້ນລະ ຖາມ ຈນທ ແຖວນັ້ນເພິ່ນກະບອກ ຫຼື ຈະໃຊ້ແບບເຮົາ ໃຊ້ Googlr Map ຈົບງ່າຍໃນແອັບດຽວ. 

ສັນຍາລັກຂອງສິງຄະໂປກະຄື =ສິງໂຕທະເລ= ຫຼືເອີ້ນວ່າ Merlion ເປັນຮູບປັ້ນສິງໂຕທະເລສີຂາວ ຕັ້ງສະຫງ່າມີນໍ້າພົ່ນອອກມາທາງປາກ ເຊິ່ງເປັນແລນມ໊າກສຳຄັນທີ່ຕ້ອງມາ. ຢູ່ບໍລິເວນແຖວນີ້ກະຈະມີ Marina bay sand ທີ່ເປັນຕຶກສູງໆມີລັກສະນະຄືເຮືອຕັ້ງຢູ່ເທິງສຸດ ບໍ່ຕ້ອງແປກໃຈວ່າມັນແມ່ນຫຍັງ ມັນຄືໂຮງແຮມ ຮ້ານອາຫານ ສຳນັກງານ ຢູ່ໃນນັ້ນ ຖ້າຈະຈໍຂຶ້ນໄປກະຕ້ອງໄດ້ເສຍເງິນຂຶ້ນໄປເພື່ອໄປເບິ່ງວິວທິວທັດປະເທດສຸດຫູສຸດຕາ ຖາມວ່າເຮົາໄປບໍ່ ບໍ່ໄປເວີຍ!  ແລະ ກໍ່ຈະມີສິງຊ້າສະຫວັນອັນບັກເຍີ່ຕັ້ງຢູ່ ຖ້າຈອງຄິວ Marina bay sand ບໍ່ໄດ້ກະແນະນຳໃຫ້ໄປຂີ່ມັນເຫັນທົ່ວສິງຄະໂປຄືກັນ ພິເສດໃຜໄປເປັນຄູ່ຮັກ ອຸ້ຍ! ແນະນຳ.

ການມາເບິ່ງສິງໂຕທະເລ ຖ້າຢາກຖ່າຍຮູບໃຫ້ມາຕອນເຊົ້າ ແຕ່ຖ້າຢາກໄດ້ບັນຍາກາດມາເບິ່ງໜັງມາເບິ່ງການສະແດງນໍ້າພຸ ຢູ່ໜ້າສິງໂຕພົ່ນນໍ້າໃຫ້ມາຕອນ 18:00 ເປັນຕົ້ນໄປ. ຢ່າໄປຕອນທ່ຽງເດັດຂາດ! ໄໝ້ ໄໝ້ແທ້ໆ ຄວາມຮ້ອນບໍ່ຢາກເວົ້າ ຍົກເວັ້ນໄປຍາມຝົນ! ເຕືອນແລ້ວເດີະ 

 

Day2: Universal Studio Singapore ແວະຊື້ຂອງຝາກ

ວັນທີ 2 ທຳອິດນຶກວ່າສິໄດ້ໄປດິນເນີ້ຫຣູຫຣາ ສຸດທ້າຍມາຕິດແງັກຢູ່ຈຸດດຽວນັ້ນກໍ່ຄື Universal Studio Singapore ກະເປັນອີ່ຫຍັງທີ່ແປກໃໝ່ເພາະນີ້ເປັນຄັ້ງທຳອິດທີ່ໄດ້ເຫັນ ແຕ່ແຕ່ແຕ່ ການທີ່ຈະເຂົ້າໄປໄດ້ຕ້ອງມີບັດຜ່ານເດີ. ການຊື້ບັດກະສາມາດຊື້ຜ່ານແອັບຕ່າງໆໄດ້ ຊື້ໜ້າເຄົ້າເຕີ້ເລີຍກະໄດ້ ລາຄາຈະຕົກຢູ່ທີ່ 60 SGD ປະມານ 420,000 ກີບ/ຄົນ/ມື້ ເຊິ່ງສາມາດໃຊ້ຫຼິ້ນເຄື່ອງຫຼິ້ນແບບບໍ່ຈຳກັດໄດ້. ອ່ານມາຮອດນີ້ຫຼາຍຄົນອາດຈະຄິດວ່າແພງໄປເບາະ ບໍ່ໄດ້ຢາກໄປຫຼິ້ນຫຼາຍປານນັ້ນະ ເຮົາກະຍັງມີແຜນສຳຮອງຢູ່ເດະ 555 ເຮົາຍັງມີຕົ໋ວເຂົ້າລາຄາພຽງແຕ່ 4SGD = 24,000 ກີບ/ຄົນ/ມື້ ແຕ່ບໍ່ສາມາດຫຼີ້ນເຄື່ອງຫຼິ້ນອັນໃດໄດ້ເລີຍ ເຂົ້າໄປເບິ່ງໄປຖ່າຍຮູບຢ່າງດຽວ.  ຄຸ້ມຄ່າເວີ້ ແນະນຳໃຫ້ໄປສຸດໆ ເພາະວ່າເຮົາຈະໄດ້ທັງເຫັນ ແລະ ໄດ້ໄປທະເລໃນເວລາດຽວກັນ. ຖ້າໂຊກດີຄືເຮົາກະຈະໄດ້ເຫັນສິງໂຕທະເລ ເຢເຢເຢ

ກັບມາທີ່ໃນເມືອງກັນຕໍ່ ການຊື້ຂອງຝາກນິໄປສິງຄະໂປຂອງຝາກຈະແພງ ແຕ່ມັນກະຍັງມີບາງຮ້ານທີ່ມັນຖືກໂດຍສະເພາະແມ່ນ ຊຸບເປີ້ມາກເກັທ ແນະນຳໃຫ້ຊື້ໃນນີ້ຈະດີກວ່າ. ຂອງຝາກສ່ວນໃຫຍ່ທີ່ ມລ ຊື້ແມ່ນ ມີ່ເຜັດ ເພາະມັນໂຄດຖືກຖົງລະ 6000 ກີບແຕ່ຢູ່ບ້ານເຮົາ 15,000 ກີບ ສິເຫຼືອບໍລະ ຊື້!໋. ອັນທີ 2 ຄື: ຊັອກໂກແລັທ ຖືກຄືກັນ ແລະອັນທີ່ຢາກແນະນຳໃຫ້ຊື້ຄື =ຂະໜົມປັງເຜືອກ= ສິເປັນແຖວໃດຕ້ອງລອງກິນ ມັນແຊບແບບຫາທີ່ຕິໄດ້ອັນໜຶ່ງນັ້ນກໍ່ຄື ມັນນ້ອຍ. ຂະໜົມສ່ວນຫຼາຍໃນສິງຄະໂປຖືວ່າຖືກຢູ່.

Day3: ກັບບ້ານ (ຈົບ)

 

ທ່ຽວຄັ້ງນີ້ສິ່ງທີ່ຢາກບອກໃຫ້ລະວັງຄື:

  1. ການຂື້ນລົດໄຟ ໃຫ້ສັງເກດເບື້ອງໃຫ້ດີໆວ່າສະຖານີທີ່ເຮົາຈະໄປຂື້ນເບື້ອງຊ້າຍຫຼືຂວາ , ເວລາຂື້ນລົດໄຟຟ້າກະພະຍາຍາມຢ່າສຽງດັງ
  2. ລົດເມສາຍທາງຈະຍຸດໃຫ້ບໍລິການຕັ້ງແຕ່ 20:00 ເປັນຕົ້ນໄປ ສຳລັບສາຍທ່ຽວນອກເມືອງ
  3. ນໍ້າກິນ: ບໍ່ໄດ້ແພງຖ້າຮູ້ຈຸດຊື້ ຫຼືບໍ່ ຖືນໍ້າໄປກິນເອງໄດ້ ແລະ ນໍ້າໃນປະເທດນີ້ກິນໄດ້ຈາກທຸກກັອກ ຖ້າຊື້ຕາມຕູ້ແພງຈິງ!
  4. ອາຫານຕາມຮ້ານຖືກແພງແລ້ວແຕ່ຮ້ານ ຖ້າຢາກປະຍັດກະຊື້ໃນຊຸບເປີ້ມາເຮັດກິນເອງ.
  5. ຂາກັບຈະບໍ່ໄດ້ຈຳພາສປອດ ແຕ່ຈະໄດ້ສະແກນອອກປະເທດເອງເລີຍ ແລະ ຕ້ອງໄປຂຶ້ນເຄື່ອງທີ່ Terminal 3 ເດີ.

ສ່ວນເລື່ອງອາຫານທີ່ແນະນຳໃຫ້ກິນໃນສິງຄະໂປ ແລະ ຫາງ່າຍ ນັ້ນກໍ່ຄື:

- ບາກຸດເຕະ: ມັນກະຄືຕົ້ມຕຸ໋ນກະດູກໝູ

- ເຂົ້າມັນໄກ່: ຍ່ານອັອກຊາດ.

 

ໃຜທີ່ຈະໄປກໍ່ແນະນຳໃຫ້ຫາຂໍ້ມູນຫຼາຍໆ ຖ້າມີອັນໃດຢາກຖາມກະຝາກຫຼັງໄມມາຫາໄດ້ເດີ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 19, 2021 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບີດາຍ ສະບາຍດີ ພີ່ນ້ອງຊາວພັນລາວ ທຸກຄົນheart

ມື້ນີ້ ມລ ມີເລື່ອງໃນການໄປທ່ຽວມາເລົ່າໃຫ້ຟັງອີກແລ້ວ ເອົາໃຈສາຍນອນປ່າ ສາຍຮັກທຳມະຊາດ ບອກໂລດຮັກທຳມະຊາດແຮງງງງງງງ

ສະຖານທີ່ທີ່ເຮົາຈະພາໄປນັ້ນກໍ່ຄື “ດ່ານໜອງຫຼວງ” ເຊິ່ງຕັ້ງຢູ່ ເມືອງປາກຊ່ອງ ແຂວງຈຳປາສັກ ເຊິ່ງເປັນແຂວງທີ່ ມລ ອາໄສຢູ່ນີ້ເອງ (ງານນີ້ງານຫິນ ແຕ່ຄົນມັກຍ່າງປ່າ ຖືກໃຈແນ່ນອນ)

ກ່ອນອື່ນ ຂໍອະນຸຍາດເກິ່ນກ່ອນຈະເຂົ້າເລື່ອງ ຂໍແນະນຳວິທີການກຽມຕົວກ່ອນການເດີນທາງ

ການເດີນທາງຄັ້ງນີ້ເປັນການເດີນທາງທີ່ໃຊ້ງົບປະມານໃນການທ່ຽວໜ້ອຍທີ່ສຸດເທົ່າທີ່ເຄີຍທ່ຽວມາແຕ່ເກີດ ງົບປະມານທີ່ເຮົາໃຊ້ໃນຄັ້ງນີ້ແມ່ນ 100,000 ກີບ ແມ່ນແລ້ວ ອ່ານບໍ່ຜິດ 100,000 ເທົ່ານັ້ນ!

ສິ່ງທີ່ຕ້ອງກຽມ (ສິ່ງທີ່ຈຳເປັນເທົ່ານັ້ນເດີ້):

  1. ອຸປະກອນເດີນປ່າ: ມລ ໄປ 1 ຄືນເຄື່ອງກະສິບໍ່ຫຼາຍເພາະໝູ່ຖືໄປນຳ ກະສິມີ ເຕັ້ນ ຜ້າຫົ່ມ ເສື້ອກັນໜາວເພາະເປັນຍາມໜາວ ອຸປະກອນ ແລະຍາສຸກເສີນ(ເປັນສິ່ງຈຳເປັນເວລາເຂົ້າປ່າ) ກະເປົ໋າກັນນໍ້າຖ້າມີ
  2. ອາຫານ: ມລ ເອົາອາຫານແຫ້ງ ມີ່ ຂະໜົມປັງ ນໍ້າດື່ມ(ຂາດບໍ່ໄດ້ຢ່າເອົາໄປຫຼາຍມັນໜັກ) ກາເຟ ໂຈ໊ກກະປ໋ອງ ປາກະປ໋ອງ...ເຮັດຄືສິໄປຢູ່ຫຼາຍມື້ນິເວີຍ
  3. ເຄື່ອງສຳອາງ: ຖາມວ່າຈຳເປັນບໍ່ ຈຳເປັນສຳຫຼັບແມ່ຍິງ ຄວາມສວຍຄວາມງາມຕ້ອງມາອັນດັບແລກ ຫຼືພວກເຈົ້າສິບໍ່ລ້າງໜ້າແປງຟັນຊັ້ນເບາະ! ບໍ່ບຳລຸງຜິວກ່ອນນອນຊັ້ນເບາະ!! ຄິດ ພີ່ນ້ອງຄິດ.
  4. ເງິນ 100,000 ກີບ ຢ່າລືມໄດ໋.

 

ການເດີນທາງກະສິເລີ່ມຕົ້ນລະບາດນິ! ຖ້າພ້ອມແລ້ວກະໄປກັນນນນນນນ

ຍັງບໍ່ເລີ່ມ ບອກກ່ອນວ່າ ມລ ໄປກັບກຸ່ມຄົນກຸ່ມໜຶ່ງທີ່ໝົດໃນກຸ່ມບໍ່ມີໃຜຮູ້ຈັກກັນ 0_0 OMG!!!! ງົງແມ່ນເບາະ ງົງ! ແລ້ວກູເດະ! ກູກະໄປນຳເຂົາ ອີ່ແມ່........ ເປັນກຸ່ມທີ່ເປັນໄວລຸ້ນ ທີ່ຄຶດຊຸ່ມສ່ຽງຢາກເປັນຮິບສເຕີວ່າຊ້ານນນນນນນ ໜຶ່ງໃນນັ້ນ ມີກູ!!! (ເອີ່...ມລ ກະຢາກເປັນແກັງນຳເຂົາຫັ້ນນະ) ມັນເປັນກຸ່ມທີ່ໄປເຈິະໃນເຟສບຸກກະເລີຍທັກເຂົາໄປວ່າຂໍໄປນຳໄດ້ບໍ່? ເຂົາກະວ່າໄປໄດ້. ທາງເຮົາກະກຽມໂຕແລະບາດນິ (ເຫດຜົນທີ່ໄປນຳເຂົາ ທີ່ຈິງແລ້ວວາງແຜນໄປກັບໝູ່ສິໄປນອນກິນໝູກະທະ ອາກາດໜາວໆ ຈິບເບຍເຢັນ ຊັ້ນຕົວ ສຸດທ້າຍຍົກເລີກ!! ວັອທ!! ໝູ່ບໍ່ໄປ ກູໄປເອງກະໄດ້!) ກະເລີຍຕົກລົງປົງໃຈໄປກັບກຸ່ມນີ້ທັນທີ.

ເລີ່ມເດີນທາງອອກຈາກປາກເຊເວລາ 8 ໂມງເຊົ້າ (ຕອນທີ່ ມລ ໄປ ແມ່ນໄປເດືອນ 12) ອາກາດກຳລັງດີວ່າຊັ້ນເດະ! ຄວາມພີກມັນຢູ່ທີ່ຕອນອອກນີ້ລະ ຍັງບໍ່ວິດຫຼັກ 8 ໃຕ້ ບັກສະກຸບລົດຄັນໂປຣດດດດດດດ ກະຮົ່ວ!!! ຫຶຍຍ ເສຍເງິນປ່ຽນຢາງ 30,000 ກີບ (ໂອຍ......ສະມາເອົາເລື່ອງແຕ່ຕົ້ນແທ້ນໍ).

ຫຼັງຈາກນັ້ນ, ພວກເຮົາກະເດີນທາງອອກຈາກປາກເຊ ໄປເຖິງຈຸດໝາຍຢ່າງປອດໄພ (ບໍ່ແມ່ນດ່ານໜອງຫຼວງໃດ໋ ເຮົາໄປຮອດບ້ານໜອງຫຼວງກ່ອນ ເຊິ່ງດ່ານທີ່ເຮົາຈະໄປນອນນັ້ນຕ້ອງຍ່າງອີ 2 ຊມ) ຫ່ະ!! ຍ່າງ 2 ຊມ!! ໂອະ!! ນຶກວ່າສິມີລົດອີ່ແຕ໋ນໃຫ້ຂີ່ຊັ້ນດອກ!!!

ພໍແຕ່ເຮົາເຂົ້າຮອດບ້ານ ສິ່ງທີ່ຕ້ອງເຮັດສິ່ງທຳອິດຄື: ຕ້ອງໄປຫານາຍບ້ານກ່ອນເພື່ອໃຫ້ເພິ່ນຈັດຫາຄົນໃນບ້ານທີ່ຈະພາເຮົາໄປທີ່ຈະໄປນອນເຝົ້້າເຮົາຢູ່ດ່ານຫັ້ນນະ (ຄັນໄປເອງທາງບ້ານບໍ່ຮັບປະກັນຄວາມປອດໄພ ມັນເຄີຍມີເຫດການຫຼົງປ່າແລ້ວ ຫາກັນເປັນທໍ່ໃດມື້ກະບໍ່ເຫັນ ຢ່າຫາເຮັດເດີພີ່ນ້ອງ ຢາກໄປຕ້ອງໄປຕາມຂັ້ນຕອນເດະ). ພໍສັບເສດສຸດສິ້ນການທຳຂໍ້ຕົກລົງກັນແລ້ວ ຕົກຄົນລະ 30,000 ກີບນີ້ລະ ຖືກ!!!!!!!  ພາກັນກຽມຕົວເດີນທາງ.

ພໍແຕ່ອອກເດີນທາງທໍ່ນັ້ນແຫຼະ ໄປບໍ່ທັນຮອດປ່າ ທີມງານທີ່ໄປນຳກັນກະພາກັນຮ້ອງຄັບທີບຄັບແດນ ອາກ! ອາກ! ອາກ! ທາກ ໂຕທາກນີ້ລະພີ່ນ້ອງ ສູພາກັນຮ້ອງເຮັດຫຍັງ? ເພື່ອ? ຖ້າໃຜຢາກຮູ້ວ່າມັນເປັນແບບໃດ ເຂົ້າລິ້ງນີ້ເດີ https://www.youtube.com/watch?v=f6gbNttt8d4 . ພໍຍ່າງເຂົ້າໄປຕາມທາງໄດ້ໄລຍະໜຶ່ງມັນກະຮອດດ່ານທຳອິດທີ່ຈະຕ້ອງຜ່ານໄປໃຫ້ໄດ້ ເຊິ່ງຕ້ອງມີທັກສະການປີນເຂົາສູງ ນັ້ນກໍ່ຄື: =ການໂຫນສະລິງ ໄຕ່ເຊືອກ= ຈາກປະສົບການທີ່ ມລ ເຄີຍທ່ຽວຜ່ານມາ 0 ເລີຍ ໃນຊີວິດນີ້ຍັງບໍ່ເຄີຍໂຫນສະລິງໄຕ່ເຊືອກຈັກເທື່ອ ເພາະສະນັ້ນບໍ່ຕ້ອງຫ່ວງ ຍາກແນ່ນອນ ແລະອີກຢ່າງເຮົາເປັນຄົນໂຕເຕ້ຍແຂນແທບຈະຈັບເຊືອກບໍ່ເຖິງມັນກະເລີຍເກີດຄວາມລຳບາກໃນການໄຕ່ ແລະອີກອັນໜຶ່ງ ມັນບໍ່ມີຂອງເຊັບໂຕເຮົາ ຄັນຕົກຄືເຈັບແລະປຽກແນ່ນອນ ເພາະທາງລຸ່ມມັນເປັນລຳທານທີ່ມີໂຂດຫີນເຕັມໄປໝົດ. ແຕ່ສຸດທ້າຍເຮົາກະລອດມາໄດ້ ເກັ່ງບໍລະຫຶ! ຫຶ! ຫຶ! (ມຶງມັນນາງມານຮ້າຍ)

ດ່ານທີ 1 ຜ່ານໄປໄດ້ແບບທຸລັກທຸເລ ສິກ້າວເຂົ້າດ່ານ 2 ກະໂດນຕົວທາກຈັບ ແມ່ງ! ມັນມາຈັບຕອນໃດ໋ວ່ະ! ຊໍຣີ້ນະຄະ ບໍ່ໄດ້ຈັບກູເດະ ຈັບບັກຜູ້ມັນນຳກົ້ນກູມາຕິດໆ ເລືອດໄຫຼເຕັມຂາວ່າຊັ້ນນນນນນນ ປະຖົມພະຍາບານກັນດົນເຕີບ. ຫຼັງຈາກເຄຍປັນຫາກັນແລ້ວ ດ່ານ 2 ຄືການ "ຍ່າງ" ຍ່າງແທ້ຍ່າງວ່າ ຍ່າງຈົນຂາລາກ ຍ່າງຂຶ້ນພູຂຶ້ນຜາ 3 ລູກ ຍ່າງຜ່ານສວນກາເຟປະມານ 4 ສວນ (ຄັນຈື່ບໍ່ຜິດ) ຄິດເອົາຍ່າງ 11 ໂມງ ຮອດດ່ານໃຫຍ່ 2 ໂມງ ຄິດເບິ່ງ ກູຍ່າງບໍ່ໄດ້ຢຸດ ເສື້ອຈົນປຽກເຫື່ອກວ່າສິຮອດ.

ຫຼັງຈາກໃຊ້ເວລາດົນນນນນນນ ເຕິບ! ກະຮອດດ່ານໃຫຍ່ສົມໃຈ. ຄວາມຮູ້ສຶກຄືຈັ່ງຊື້ເລກແລ້ວເວລາເລກອອກແລະເຮົາບໍ່ຖືກຫັ້ນນະ ຍ່າງນ້ອຍກະສະບາຍໃຈທີ່ມາຮອດ ແຕ່ມັນກະບໍ່ຄືສິ່ງທີ່ຄິດ ໃສໝອກ? ໝອກຢູ່ໃສ? ໝອກຂ້ອຍຢູ່ໃສ???

ສຸດທ້າຍໄດ້ຄວາມວ່າ =ໝອກລົງຕອນ 4 ໂມງເຊົ້າ=. ອື! ໂອເຄ! 4 ໂມງກະ 4 ໂມງ! ພໍແລງມາທຸກຄົນກະຫາຈຸດລວມຕົວກັນ ຊ່ວຍກັນກາງເຕັ້ນ ດັງໄຟ ເຮັດອາຫານການກິນ. ຫຼັງຈາກນັ້ນກະເປັນເວລາທຳຄວາມຮູ້ຈັກກັນທັງໝົດທີ່ໄປມີ 28 ຄົນ ຖາມວ່າຈື່ກັນໝົດບໍ? ຫຶ! ຄວາມຈຳສໍ່າປາທອງສິໃຫ້ຈື່ໝົດກະເປັນໄປໄດ້ຍາກຢູ່ເດະ ແຕ່ກະຮູ້ຈັກໜັາຈັກຕາກັນກ່ອນ ແລ້ວກິດຈະກຳກະເລີ່ມຕົ້ນຂຶ້ນ ຈັກເຂົາເຈົ້າພາກັນເຮັດຫຍັງແດ່ເຍິະແຍະ.

ສຸດທ້າຍກະມາຮອດມາເຖິງເວລາທີ່ເຮົາໄດ້ໄດ້ເຈິະກັບສິ່ງທີ່ເຮົາຕັ້ງໃຈ ດັ້ງດົ້ນມາ ເພື່ອທີ່ຈະມາຫາກັນ ສຸດທ້າຍມັນກະເປັນຈິງ. 4 ໂມງເຊົ້າມາຮອດແລ້ວ ລຸກຂຶ້ນມາປິດຄີງ ຫຼຽວເບິ່ງອ້ອມຮອບດ່ານ ກະເດີດຄຳຖາມຂື້ນມາໃນໃຈວ່າ =ໝອກກູຢູ່ໃສ?, ນ້ອງໝອກຫາຍໄປ= ຄວາມຝັນວ່າສິຖ່າຍຮູບ ຢືນຢູ່ທ່າມກາງໝອກໜາໆຍາມເຊົ້າ ສຸດທ້າຍກະຍັງຄົງເປັນຄວາມຝັນຄືເກົ່າຈົນມາຮອດປະຈຸບັນ ກະລີຍເປັນທີ່ມາຂອງຄຳວ່າ "ສາຍໝອກໃນຈິນຕະນາການ" The end.

 

ເພື່ອນໆຄົນໃດທີ່ຈະເດີນທາງໄປຖ່າຍຮູບກັບສາຍໝອກ ແນະນຳໃຫ້ໄປທ້າຍເດືອນ 1 - 2 ເດີ ເພາະເປັນເດືອນທີ່ໜາວທີ່ສຸດ

ຕອນທີ່ ມລ ໄປອາກາດປະມານ 10 ປາຍອົງສາຍັງບໍ່ມີໝອກໃຫ້ເຫັນ ສະນັ້ນ ຫາຂໍ້ມູນດີໆກ່ອນນະຈະ ດ໋ຽວຈະໄດ້ສາຍໝອກໃນຈິນຕະນາການ ແບບເຮົາ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2021 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ພາກທີ 2: ໄປກັບໝູ່

ສະບີດາຍ ສະບາຍດີ ມາເຈິະກັບກັບ ທຣິບການໄປທ່ຽວມາເລເຊຍ ພາກທີ 2 ຂອງ ມລ ອີກແລ້ວ

ຄວາມເດີມຈາກພາກທີ່ແລ້ວ: ເປັນການໄປມາເລເຊຍຄັ້ງທຳອິດຂອງເຮົາ ທີ່ແສນສາຫັດ ທັງໄຫ້ທັງຫົວ ເຮັດໃຫ້ປະສົບການການໄປມາເລຄັ້ງທີ 2 ດຸເດືອດຂຶ້ນໄປ

ໃນຄັ້ງນີ້ເຮົາຈະລະບຸງົບປະມານ ແຜນການເດີນທາງ ທີ່ພັກ ແລະ ສະຖານທີ່ທ່ອງທ່ຽວທີ່ເຮົາໄປມາໃຫ້ ທັງໝົດ 5 ວັນ 4 ຄືນເລີ່ມກັນທີ່:

  1. ປີ້ຍົນໄປກັບກຸງເທບ-ກົວລາລຳເປີ: 702,000 ກີບ
  2. ທີ່ພັກໃນກົວລາລຳເປີ 2 ຄືນ: 650,000 ກີບ/3 ຄົນ = 216,000 ກີບ/ຄົນ
  3. ທີ່ພັກໃນ Cameron Highland 1 ຄືນ= 56,000 ກີບ/ຄົນ
  4. ຄ່າລົດໄປກັບ ກົວລາລຳເປີ-ຄາເມລອນ = 140,000 ກີບ/ຄົນ
  5. ຄ່າລົດໄຟຟ້າທີ່ໃຊ້ໝົດປະມານ = 100,000 ກີບ/ຄົນ (ແລ້ວແຕ່ໃຜໃຊ້ຫຼາຍໃຊ້ນ້ອຍ)

ສະເລ່ຍຄ່າໃຊ້ຈ່າຍໂດຍລວມ 1,214,000 ກີບ/ຄົນ ໄລ່ຄ່າກິນໂນ້ນນີ້ນັ້ນປະມານ 1.5 ລ້ານກີບເດີ (ປາດດດດດດດ ການໄປທ່ຽວຕ່າງປະເທດຂອງເຮົາຄືມາຖືກແທ້ບາດນິ)

 

       ຫຼັງຈາກທີ່ທຣິບແລ້ວທີ່ເຮົາໄປກັບຄອບຄົວ ແລ້ວເຮົາກໍ່ໄດ້ກັບປະເທດລາວຢ່າງປອດໄພ ຫຼັງຈາກນັ້ນເຮົາກະບໍ່ລໍຊ້າ ເລີ່ມຫາຂໍ້ມູນການທ່ຽວມາເລເຊຍແບບຈິງຈັງຕາມສະບັບແບັກແພັກເກີ້ ສຸດທ້າຍກະໄດ້ເລື້ອງ ໄດ້ວາງແຜນຮຽບຮ້ອຍ (ທີ່ຈິງແຜນທ່ຽວມາເລເຊຍແມ່ນວາງແຜນຈ່ອງປີ້ຍົນຈອງໂຮງແຮມກ່ອນທີ່ທຣິບກັບຄອບຄົວຈະເກີດອີກ) 

       ຄັ້ງນີ້ເຮົາຈະໄປ 2 ເມືອງ ອ່າາາາາາາ.....ຄົນຄື ມລ ໄປຕ່າງປະເທດທັງທີສິໄປເມືອງດຽວໄດ້ແນວໃດ........ 2 ເມືອງທີ່ເຮົາໄປຄື: ກົວລາລຳເປີ ກັບ ຄາເມຣອນ. ເລີ່ມຕົ້ນທີ່ປະເທດລາວກ່ອນເລີຍ ອອກເດີນທາງດ້ວຍລົດໄຟແບບເບສິກໆ ນັ່ງແຕ່ອຸບົລ-ດອນເມືອງ (ສະເຕັບເດີມພີ່ນ້ອງ) ຮອດດອນເມືອງເຊັກອິນໂນ້ນນີ້ນັ້ນເຂົ້າເກັທແລ້ວກຽມບິນເລີຍ.......

     ສາຍການບິນທີ່ເຮົາຈອງເປັນສາຍການບິນແບບ Low cost ປະຫຍັດໆ ສີແດງໆ(ບໍ່ເວົ້າຍາວຈັກນ່ອຍເຂົາສິຮູ້) ເນື່ອງຈາກເຮົາຈອງແບບໂລວ໌ຄອສມັນກະເລີຍຕ້ອງໄດ້ບິນເດິກ..ເດິກເຕີບ.. ໄປຮອດສະໜາມບິນມາເລເຊຍ (KLIA= Kualar Lumpur International Airport) ປະມານ 2 ໂມງເຊົ້າ ແລ້ວເຫດມັນກະເກີດ ເຂົ້າເມືອງບໍ່ໄດ້ເພາະລົດໄຟເປີດໃຊ້ງານ 5:00 ເພາະສະນັ້ນເຮົາກະເລີຍໄດ້ນອນສະໜາມບິນແທນ (ເປັນຈັ່ງໃດລະວາງແຜນມາດີ..ຫຶ) ເປັນການນອນສະໜາມບິນຄັ້ງແລກໃນຊີວິດ. ບອກຄຳດຽວ =ທໍລະມານ= ຄືຖ້າຖາມວ່າມັນບໍ່ມີບ່ອນນອນບໍ? ກະມີ ແຕ່ມັນນອນບໍ່ໄດ້ ເພາະໃນສະໜາມບິນມັນໜາວ ເສື້ອຜ້າທີ່ເອົາມາຄືເສື້ອແຂນຍາວກາກໆ ໂສ້ງຂາຍາວອອກກຳລັງກາຍໂງ່ໆ ຖາມວ່າບໍ່ໜາວເບາະ? ສິເຫຼືອບໍລະບາດນິ. ແຕ່ມັນກະຕ້ອງໄດ້ນອນເພາະມັນບໍ່ມີທາງເລືອກ ສິນອນໂຮງແຮມແຄັບຊູນກະແພງ ເພາະສະນັ້ນຕັດເລີຍ ນອນໜາວໆໄປເລີຍ.

       ພໍເຖິງເວລາ 5:00 ເຄົາເຕີ້ລົດໄຟກະເລີ່ມໃຫ້ບໍລິການທັນທີ (ຕ່າງປະເທດເຂົາເຈົ້າໃຫ້ຄວາມສຳຄັນກັບເວລາຂະໜາດເດີ) ການເດີນທາງເຂົ້າເມືອງແຕ່ສະໜາມບິນຫາກຸງກົວລາລຳເປີມີ 3 ທາງເລືອກຄື: 1. ລົດໄຟທີ່ນັ່ງຍາວເລີຍຮອດ KL central ແຕ່ແພງສຸດ ກັບ ລົດໄຟທີ່ຕ້ອງປ່ຽນຂະບວນລາຄາ 24 ຣິງກິທປະມານ 48.000 ກີບ ນິລະບໍ່ຈື່ເວີຍ. 2.ນັ່ງລົດບາສຫຼືລົດເມ ແອບແພງຄືກັນ ແລະ 3.ນັ່ງແທັກຊີ້ (ສາຍປະຫຍັດຫ້າມນັ່ງ ດຽວບໍ່ມີເງິນກິນເຂົ້າ). ແນ່ນອນສາຍເຮົາເລືອກນັ່ງຍາວ ຖຸ່ຍ!!! ນັ່ງລົດໄຟແບບປ່ຽນຂະບວນເອົາຕົວເນາະຖືກສຸດລະໃນນີ້. ໂດຍບໍ່ຮູ້ເລີຍວ່າ ຄວາມບັນໄລກຳລັງຈະເກີດຂຶ້ນ 555 ເກີດເມື່ອຕອນຈະປ່ຽນຂະບວນເພາະວ່າ 3 ສ່ຽວເພິ່ນຫຼັບໝົດ ກູເປັນຄົນສະເດີດຂຶ້ນມາ ຕາຕີ່ຕາລານ ນຶກວ່າເຈົ້າຂອງເລີຍສະຖານີວ່າຊ້ານນນນນນນ ຈາກຄວາມງ້ວງນອນ ຫາຍບາດນິ ຄວາມເຈັບຫົວມາຕໍ່ ໂອຍຍຍຍຍຍຍ. ພໍຕັ້ງສະຕິໄດ້ທໍ່ນັ້ນ ໂອ້...ຍັງບໍ່ຮອດສະຖານີເທື່ອ ອິອິອິອິ ຈາກທີ່ໜາວໆ 3 ສະຫາຍພາກັນເຫື່ອຊັດອອກຈົນຊ່ວງໝົດ.

       ຍັງບໍ່ທັນຮອດໃສກະເກີດເລື່ອງເກີດລາວໄດ້ຫຼາຍແທ້ນໍ... ສຸດທ້າຍກະມາຮອດຕົວເມືອງແບບງ່າຍໆ (ງ່າຍບ່ອນໃດວ່ະ) ເຮົາຕ້ອງໄດ້ທຳການຝາກກະເປົ໋າໄວ້ທີ່ໂຮງແຮມໃນກຸງກົວລາລຳເປີກ່ອນທີ່ຈະອອກເດີນທາງໄປຄາເມຣອນໄຮແລນ. ເລື່ອງກະເກີດອີກແລ້ວເນື່ອງຈາກຫາໂຮງແຮມບໍ່ເຫັນ ໃຊ້ກູເກີລແມັບ ຫາເສັ້ນທາງ 2 ນາທີຮອດວ່າຊັນ ຍ່າງຫາ 10 ນາທີຍັງບໍ່ເຫັນ ບາດມາຮອດຈຸດກະໄປໂຜ່ເສັ້ນໃໝ່ ຈົນເມື່ອຍຫາແລ້ວບາດນິ ຢືນແນມປ້າຍເອົາພີ່ນ້ອງ ເຫັນ!! ພາກັນຢືນຢູ່ຕໍ່ໜ້າໂຮງແຮມ ເອົ້າ! ບາດຕັ້ງໃຈຫາມັນຄືບໍ່ເຫັນບາດນິ ເອົາສະບໍຈັກບາກບັກກູເກີລແມັບນິ! ສູນແລ້ວເດນິ ຫຶ!!!

Day1: KL central - Cameron Highland

     ການເດີນທາງງ່າຍແສນງ່າຍ (ງ່າຍອີກລະ) ງ່າຍອີ່ຫຼີພີ່ນ້ອງ ໃຫ້ທຸກຄົນນັ່ງລົດໄປຈາກສະຖານີ KL Sentral ໄປ ສະຖານີ BANDAR TASIK SELATAN (ສາຍສີຟ້າ) ສາມາດເບິ່ງຕາມແຜນທີ່ນີ້ໄດ້ https://images.app.goo.gl/Fxz2ZSqhf27aMtat9 ເມື່ອມາຮອດສະຖານີແລ້ວໃຫ້ຍ່າງອອກມາ ກົງກັນຂ້າມຈະເປັນສະຖານີລົດບາສ ເຮົາຈະເດີນທາງດ້ວຍລົດບາສກັນ (ຖ້າມີຄົນມາສະເໜີຂາຍບັດໃຫ້ຢ່າຊື້ເດີ ຕ້ອງຊື້ໜ້າເຄົາເຕີ ຈັກນ່ອຍຖືກໂກງລາຄາ) ເຫັນສະຖານີແລ້ວກະຍ່າງເຂົ້າໄປແບບຄວາມໝັ້ນໃຈໂລດ ເວົ້າໄປເລີຍວ່າ ຄາເມຣອນ ໄຮແລນ ທຣີ ທິກເກັທສ໌ "Cameron Highland 3 tickets"  5555 ລາຄາປີ້ເບົາໆ 35 ຣິງກິທ ປະມານ 70,000 ກີບ/ປີ້. ຫຼັງຈາກນັ້ນກະນັ່ງລົດຍາວໄປ 3 ຊມ ນອນໄປ 3 ຕື່ນຍັງບໍ່ຮອດ.

     ທີ່ຕັດສິນໃຈໄປຄາເມຣອນ ເປັນຄວາມມັກສ່ວນຕົວເລີຍ ຢາກໄດ້ບັນຍາກາດນັ່ງດື່ມຊາຮ້ອນໆ ທ່າມກາງໄຮ່ສວນຊານາຂັ້ນໄດ ສາຍລົມພັດເຢັນໆ ຟິນນນນນນນ ແຕ່ຂໍນຸຍາດຢຸດກ່ອນ ພໍເມື່ອໄປຮອດ ຄໍ່າແລ້ວ!!! ວັອທ ເດິ ຟັກ!!! ມັນແມ່ນວັນອາໄລຂອງກູນິ ບໍ່ໄດ້ເຫັນຫຍັງ ອີ່ແມ່....... ແຕ່ໃນຄວາມໂຊກຮ້າຍ ກະຍັງມີໂຊກດີຢູ່ເດະ ເຮົາສາມາດນຳຫາໂຮສເທລໄດ້ງ່າຍເວີ້ ເຢ່....... ແລ້ວສິຖ້າຫຍັງລະ ນອນຕິເນາະ ເກັບແຮງເດີນສຳຫຼວດມື້ອື່ນ.

Day 2: Cameron Highland 

       ເຮົາຈະພາທ່ຽວຄາເມຣອນ ສັນຍາລັກຂອງເມືອງນີ້ແມ່ນສວນຊາທີ່ເປັນນາຂັ້ນໄດ (ຕົກລົງເປັນສວນຊາ ຫຼື ເປັນນາ) ເຂົາເຈົ້າປູກຊາຕາມເຈີ້ຍພູ ເຮັດໃຫ້ມັນເປັນເອກະລັກຂອງເມືອງນີ້ ຖ່າຍຮູບອອກມາງາມປານເຈົ້າຂອງສວນພຸ້ນລະ. ແຕ່ກ່ອນທີ່ເຮົາຈະໄປ ກອງທັບຕ້ອງຍ່າງດ້ວຍຂາ ແຕ່ຂາຈະມີແຮງເຮົາຕ້ອງກິນກ່ອນ. ຮ້ານອາຫານທີ່ເຮົາຈະກິນເປັນຮ້ານອາຫານສຸດເດັດໃນເນັທບອກ ຢ່າຖາມວ່າໃຜບອກ =ເນັທບອກ=  ເຂົາວ່າເດັດແທ້ເດັດວ່າ #ເຈົ້າແມ່ສາຍກິນແຂວງຈຳປາສັກ ແບບເຮົາກະບໍ່ພາດ ມາຮອດບ່ອນທັງທີເຮົາກະຕ້ອງໄປກິນໃຫ້ມັນຮູ້ເຖິງຄວາມໂດ່ງດັງຂອງມັນຕົວ. ອາຫານທີ່ເຮົາໄປກິນມັນຊື່ວ່າ Steam boat ມັນກະສິເປັນຄ້າຍໆໝໍ້ຮ້ອນ ເຜັດໆ ສົ້ມໆ ຄືຈັ່ງຕົ້ມຍຳນີ້ລະ ແຕ່ມັນບໍ່ແມ່ນຕົ້ມຍຳເດີ ສ່ວນລົດຊາດ ເດັດແຮງງງງງງງ ມາຮູ້ທີຫຼັງວ່າມັນເປັນອາຫານຂຶ້ນຊື່ທີ່ສາມາດກິນໄດ້ແຕ່ຢູ່ຄາເມຣອນບ່ອນດຽວ. ຂິງກັນໄປອີ໊ກກກກກກກ. 

    ຫຼັງຈາກທີ່ທ້ອງຕຶງ ໜັງຕາກະຍ່ອນ ກ່ອນສິຫຼັບເຮົາຕ້ອງໄປທ່ຽວກັນກ່ອນ ງ່າຍໆ ໃຊ້ເງິນແກ້ບັນຫາອີກລະ ເໝົາແທັກຊີ້ເລີຍມັນຈະມີທົວບໍລິການຢູ່ແລ້ວແຕ່ຕົກລົງກັບເຂົາເຈົ້າ ສ່ວນທາງເຮົາຂໍ 2 ຊມໃນການໄປທ່ຽວ ເຂົາເຈົ້າກະຈັດໃຫ້ເລີຍ ແລພກະພາໄປປະມານ 3 ບ່ອນແລະສຸດທ້າຍກະຈົບທີ່ສວນຊາຕາມຄຳບັນຊາຂອງເຮົາ555555 ຖາມວ່າໄດ້ນັ່ງຈິບຊາຊົມສວນບໍ່? ບໍ່ ເພາະໝົດເວລາ ສັສສສສສສສ ກູສິໄຫ້ອີກລະ ແຕ່ກະປອບໃຈໂຕເອງວ່າຄຸ້ມແລ້ວ ສົມກັບເງິນທີ່ເສຍໄປແລ້ວ (2 ຊມ ຕົກຄົນລະ 20 ຣິງກິທ ປະມານ 40,000 ກີບຕໍ່ຄົນ ຖືວ່າຖືກຢູ່ ໃຫ້ອາໄພໄດ້). ເລາະຊົມເມືອງຈົນຈຸໃຈ ກະໄດ້ເວລາຈາກັນແລ້ວບາດນິກຽມເດີນທາງກັບເຂົ້າກຸງກົວລາລຳເປີກັນ.

    ປະມານ 3 ໂມງແລງຮອດສະຖານີ ເກີດເລື່ອງຂື້ນອີກແລ້ວ ເນື່ອງຈາກວ່າລົດບັສທີ່ເຮົານັ່ງມາເຂົາສົ່ງເຮົາຜິດບ່ອນກະເລີຍເກີດມີການຖົກຖຽງກັນເກີດຂຶ້ນລະຫວ່າງ ນັກທ່ອງທ່ຽວທີ່ບໍ່ໄດ້ມີແຕ່ກຸ່ມເຮົາ ກັບຄົນຂັບລົດ: ຄຂລ: ກະນີ້ລະ KL Sentral, ທາງເຮົາ: ມັນບໍ່ແມ່ນນາ ມັນບໍ່ແມ່ນ. ຖຽງກັນໄປຖຽງກັນມາເຂົາກະໄລ່ລົງລົດເສີຍ ອິຮູ້ສິເຮັດລະບາດນິກະຕ້ອງລົງລະເນາະ ຄັນໄປເລີຍກະຢ້ານເຂົາພາໄປເລື້ອຍ. ພໍລົງມາກະໃຊ້ກູເກີລແມັບເຈົ້າເດີມ. ສຸດທ້າຍ ຖືກຄວາມ ຄຂລ ລາວສົ່ງຖືກບ່ອນແລ້ວ ແຕ່ດ້ວຍຄວາມທີ່ເຮົາບໍ່ຮູ້ວ່າບ່ອນທີ່ລາວສົ່ງນັ້ນເປັນໜ້າສະຖານີ ເພາະມັນບໍ່ຄື ມັນກະຈັ່ງເປັນຕຶກແກ້ວສູງໆ ຈື່ໄດ້ແຕ່ວ່າເຫັນລົດເມຈອດຄັນໜຶ່ງ ດ້ວຍເຊັນສ໌ເຮົາກະເລີຍລອງຍ່າງໆໄປເບິ່ງ ແລະກະຄວາມພີກພໍແຕ່ເຂົ້າໄປທໍ່ນັ່ນລະ 3 ສະຫາຍຮ້ອງອອກເລີຍວ່າ =ໂອ່........=  ທີ່ຈິງຄືກັນມາສົ່ງເຮົາຄົນລະເບຶ້ອງກັບໂຮງແຮມເຮົາ (ກູກະຕົກອົກຕົກໃຈນຶກວ່າຖືກຖິ້ມສະດອກ) ພີກດອກສອງອີກ ຕ່າງປະເທດ 3-4 ຄົນຍ່າງຕາມມາຕິດຕິດ ກະຮ້ອງ =ໂອ່........=   7ສະຫາຍຫຼຽວໜ້າກັນ ເພືອບ! ແລ້ວກະພາກັນສະຫຼາຍມັອບທັນທີ!!....ທີ່ພາກັນຮ້ອງໂອ່ ບໍ່ໄດ້ຮ້ອງເພື່ອຫຍັງໄດ໋ ຮ້ອງເພາະເຂົາມາສົ່ງຫັ້ນຖືກແລ້ວ ແຕ່ມາສົ່ງຄົນລະຟາກກັບບ່ອນທີ່ເຮົາເຂົ້າ ແລະມັນກະເສືອກບໍ່ມີປ້າຍຫຍັງບອກວ່າມັນເປັນສະຖານີ ກູຈະບ້າຕາຍ!!!!!!!frown ບໍ່ຕ້ອງສົງໄສວ່າເປັນຫຍັງຕ່າງປະເທດ 7 ຄົນພາກັນອຸທານຂຶ້ນມາ...ເຫິະໆໆໆໆໆໆ. ຂໍຈົບວັນທີ 2 ດ້ວຍການກິນມີ່ມາເລທີ່ລົດຊາດຄືມ່າມ່າໝູສັບ ກັບຂະໜົມປັງແຫ້ງໆ ຈາກ 7-11 ແລະນອນ.

Day 3: Genting Highland, KLCC, Petronas Tower, street food ALA N JALOR STREET

        ເປັນເຊົ້າທີ່ສົດໃສ ຂ້າງໃນມົ່ນໝອງ ອື໊ຍຍຍຍຍຍ ເປີດມື້ທີ 3 ດ້ວຍການນັ່ງລົດເມຈາກ KL Sentral ໄປ Genting Highland ໃນລາຄາສະບາຍກະເປົ໋າ ໄປກັບ 9 ຣິງກິທ = 18,000 ກີບ/ຄົນ ຕ໊າຍຍຍຍຍຍຍ ຖືກ!!!!!!! (ສະຖານີລົດໄຟກັບລົດເມຢູ່ບ່ອນດຽວກັນເດີບໍ່ຕ້ອງງົງ) ນັ່ງຍາວໄປປະມານ 1 ຊມ ນີ້ລະກະຮອດ. ພໍຮອດແລ້ວມັນຈະມີທາງຂຶ້ນໄປເກັນຕິ້ງອີກ ມີ 2 ທາງຄື: ທາງລົດ ກັບທາງກະເຊົ້າລອຍຟ້າ. ແນ່ນອນແຫຼະເຮົາເລືອກຂີ່ກະເຊົ້າ ບ້ານນອກເຂົ້າກຸງບໍ່ເຄີຍຂີ່ກະຕ້ອງລອງຕົວ ແລະເວລາທີ່ເຮົາຂີ່ກະເຊົ້າມັນຈະແວະທຸກສະຖານີ ເຮົາສາມາດລົງທ່ຽວ ຖ່າຍຮູບ ຊົມວິວໄປເທື່ອລະຂັ້ນໄດ້ໂດຍບໍ່ໄດ້ເສຍເງິນຈັກກີບ ດີໄປອີກ! ຕະຫຼອດທາງມັນຈະມີວັດອັນໜຶ່ງທີ່ຊື່ວ່າ Sin Swee Temple ເປັນວັດທີ່ສວຍງາມອາລັງເວີວັງແຮງ ຖ່າຍຮູບສວຍ ຕ້ອງແວ່!! 

       ຫຼາຍຄົນອ່ານມາຮອດນີ້ກະສິງົງ ແລ້ວວ່າ ເກັນຕິງ ມັນແມ່ນຫຍັງ?? ແນ່ະ.... ເກັນຕິ້ງ ເປັນເກາະສ້າງໃໝ່ ເປັນເກາະແຫ່ງການທ່ອງທ່ຽວ ເຊິ່ງໃນນັ້ນຈະມີ ຄາສິໂນ ສວນສະໜຸກ ໂຮງແຮມ ຮ້ານອາຫານ ຊັອບປິ້ງມໍ ຄົບເຄື່ອງ ເອົາງ່າຍໆ ມັນຊໍ້າເມືອງໆໜຶ່ງພຸ້ນລະທີ່ແບບໂຄດຈະເລີນ ຈະເລີນກວ່າບ້ານເຮົາອີກນະ!  ແລ້ວເກີດຄຳຖາມອີກວ່າ 3 ສະຫາຍໄປເພື່ອຫຍັງ?? ເອີ ກູກະງົງຄືກັນ ເອົາເປັນວ່າມານັ່ງກະເຊົ້າ ຊົມວິວມາເລຫຼິ້ນໆສະເນາະ ກະໄດ້ຊັອບໄດ້ຫຍັງຢູ່ເດະ ໂຊກຮ້າຍກະມາເພາະຕອນທີ່ເຮົາໄປເຂົາປິດປັບປຸງ!! ຕອນຫາຂໍ້ມູນກະຄືບໍ່ວ່າຫຍັງເດະ ພໍກູມາຮອດ ພັດວ່າປິດປັບປຸງ ຊາດດດດດດດດ. ແຕ່ກະເບິ່ງໂລກໃນແງ່ດີ ຖືສະວ່າມາກິນເຂົ້າເທິງພູ ໃນສະຖານີກະເຊົ້າມັນຈະມີຮ້ານອາຫານທີ່ເປັນຂອງມາເລເຊຍຢູ່ ຕ້ອງລອງ ເຂົ້າມັນໄກ່ ເຂົ້າຂາໝູ ແນະນຳແຮງງງງງງງ!!!!!!!! ຕ້ອງລອງ!!!!!!!

     ຫຼັງຈາກນັ້ນເຮົາກະພາກັນກັບມາເມືອງຄືນເພື່ອທີ່ຈະໄປບ່ອນຕໍ່ໄປກັນ ນັ້ນກະຄືຕຶກແຝດ Petronas Tower ເຊິ່ງຕັ້ງຢູ່ສະຖານີ KLCC ລົງປຶບກະຢູ່ໃນຫ້າງກ້ອງຕຶກແຝດເລີຍ ດີງາມພະຣາມແປດເກົ້າສິບ!!!!!!! ຕາມສະເຕັບເດີມພາກ1 ໄປເບິ່ງນໍ້າພຸຄືເກົ່າ ກະມີການສາຍໜັງ ຮ້ອງເພງ ເປີດເພງອາລັງການງານສ້າງແຮງ ປະທັບໃຈblush  ກ່ອນຈະກັບເຮົາກໍ່ໄດ້ແວ່ກິນເຂົ້າ ກັບສະຕຣີທຟູດ ຫຼື ອາຫານຂ້າງທາງ ຂອງມາເລ ພາດບໍ່ໄດ້ກັບຖະໜົນສາຍນີ້ Alan Jalor Street ລົງສະຖານີນີ້ເລີຍ!! ເດັດ ດວງ!! ມັນຈັກເປັນແບບຕະຫຼາດນັດຈີນແບບບ້ານເຮົາແຫຼະ ຕ່າງແຕ່ວ່າມັນມີອາຫານປະຈຳຊາດຂອງມາເລເຊຍ ມາເຖິງທີ່ບໍ່ກິນບໍ່ໄດ້ຖືວ່າມາບໍ່ຮອດແລະ. ບັກກຸດເຕະ ເຂົ້າຫໍ່ສາມຫຼ່ຽມ ຂະໜົມຫວານ ຕ້ອງລອງ!!!! ຈົບວັນທີ 3 ດ້ວຍຮ່າງກາຍທີ່ເກືອບແຫຼກ. ເຈິະກັນວັນສຸດທ້າຍ.

Day 4: Batu Cave 

     ມາມາເລເຊຍ ສິພາດຖ້ຳສັກສິດແຫ່ງນີ້ບໍ່ໄດ້ເພາະເປັນທີ່ທີ່ຕ້ອງມາຂໍພອນ ມາຖ່າຍຮູບທີ່ເປັນເອກະລັກມາເລຊັດໆ ຖໍ້ານັ້ນກໍ່ຄື ຖໍ້າບາຕູ ລັກສະນະມັນຈະເປັນຖໍ້າທີ່ຢູ່ເທິງພູສູງໆ ມີຂັນໄດໃຫ້ຍ່າງຂຶ້ນໄປປະມານ 444 ຂັ້ນ ເບາະ!! (ພິດພາດກະຂໍອາໄພ) ຖາມວ່າຂຶ້ນບໍ່?? ຂຶ້ນ!! ຂຶ້ນມາເພື່ອ??? ຂຶ້ນມາກະຈະໄດ້ຄວາມຮູ້ສຶກ ເມື່ອຍ! ຂາລ່ອຍ! ຫາຍໃຈຫອບ!! ແຕ່ກະຄຸ້ມຄ່າຄວາມອາລັງການ ຄວາມຂລັງຂອງສະຖານທີ່.

     ຄວາມຮ້າຍກາດຂອງການໄປຖໍ້າບາຕູ ນັ້ນກະຄື ການຂຶ້ນລົດໄຟຜິດສາຍ ຍັງບໍ່ແລ້ວ ນັ່ງຖ້າລົດໄຟ 1 ຊມ ກວ່າຈະຫາທາງກັບຈຸດເດີມ ໂຮງແຮມກະຕ້ອງເຊັກເອົ້າ ກະເປົ໋າກະຕ້ອງເອົາອອກ ລົດໄຟກະຍັງບໍ່ທັນຊື້ປີ້ ຊ່າງເປັນຄວາມສ່ຽງທີ່ໜ້າເຫັນໃຈ ສຸດທ້າຍສະຫວັນກະຍັງເຂົ້າຂ້າງຄົນບ້າຄືເຮົາຢູ່ ສົ່ງລົດໄຟມາຮັບໄດ້ທັນເວລາສຸດທ້າຍກໍ່ໄປເຊັກເອົ້າແລ້ວຝາກກະເປົ໋າໄວໜ້າໂຮງແຮມກ່ອນຈະຕັດສິນໃຈນັ່ງລົດໄຟໄປຕໍ່ທີ່ຖໍ້າບາຕູ ຄັ້ງນີ້ບໍ່ມີທາງທີ່ຄົນຄື ມລ ຈະຫຼົງທາງຊໍ້າແນ່ນອນ ຄົນເຮົາມັນສິພາດຈຸດເກົ່າໄດ້ 2 ເທື່ອຊະເບາະ ຫຶຍ!!!!!!! ຍັງ ຍັງບໍ່ໝົດ ຄວາມພີກຂອງທຣິບນີ້ກະຄື ໝູ່ທີ່ໄປນຳກັນເກີດມີຄວາມຫ້າວຢາກເຝິກພາສາອັງກິດ ກະເລີຍແນະນຳໃຫ້ໄປຫາຄົນທີ່ເວົ້າພາສາເຂົ້າໃຈກັນງ່າຍ ດ້ວຍທີ່ຄວາມບັງເອີນ ມີພໍ່ເຖົ້າຜູ້ໜຶ່ງ ເຂົາວ່າລາວເປັນຄົນບ້າ ແຕ່ທາງເຮົາກະງົງ ຍັງມີຄົນບ້າກວ່າເຮົາເບົາະ!! ເອະ!! ກະຖາມໄປມາໄດ້ຄວາມວ່າ ລາວຊື່ພໍ່ເຖົ້າໂຮ ເປັນຄົນສັນຊາດ ຈີນ-ມາເລ ຍ້ານມາຢູ່ມາເລຫຼາຍປີແລ້ວແຕ່ທຸລະກິດຫຼົ້ມລະລາຍບໍ່ມີບ່ອນຢູ່.... ລົມກັນຫຼາຍເລື່ອງ ເປັນຕຸເປັນຕະ  ຈົນຄົນມາເລທີ່ຢູ່ໃນຕູ້ລົດໄຟທີ່ພວກເຮົານັ່ງຢູ່ ຫັນມາເບິ່ງແບບ ອີ່ນີ້ມັນເປັນໃຜ ມາແຕ່ໃສ ຄືລົມກັບຄົນບ້າ ແລ້ວກະເຮັດໜ້າງົງໆ.. ຫຼັງຈາກນັ້ນເຮົາກະເດີນທາງກັບສະໜາມບິນ ແລ້ວກະກັບບ້ານດ້ວຍຄວາມປອດໄພເຊັ່ນເຄີຍ.

ເລື່ອງນີ້ສອນໃຫ້ຮູ້ວ່າ: ໃນການເດີນທາງທີ່ຍາກລຳບາກ ແຕ່ຖ້າເຮົາຕັ້ງສະຕິນິດນຶ່ງບັນຫາມັນກະເປັນເລື່ອງເລັກນ້ອຍ ເພື່ອນຮ່ວມເດີນທາງກະເປັນສ່ວນທີ່ເຮັດໃຫ້ເຮົາທຸ່ນທ່ຽງຫຼາຍຂຶ້ນ (ເຮົາກະແອບດີໃຈທີ່ມີຄົນຫຼົງເປັນໝູ່555) ການເຮັດໂຕແປກໆ ລົມກັບຄົນແປກໆ ແຫກປາກຮ້ອງດັງໆ ເຕັ້ນກະໂຍ່ງກະເຍັ່ງ ໃນຕ່າງປະເທດມັນເປັນເລື່ອງປົກກະຕິ ອັນໃດທີ່ມັນເປັນໂຕເຮົາທີ່ເຮົາສະແດງອອກມາມັນຈະຊ່ວຍໃນການບຳບັດຈິດໃຈເຮົາອີກໜຶ່ງທາງ ວ່າຊ້ານນນນນນນ ມີສາລະຢູ່ 

ໃຜທີ່ຢາກອອກໄປທ່ຽວຖ້າຍັງບໍ່ກ້າລອງທ່ຽວໃນປະເທດກ່ອນກໍ່ໄດ້ ເລີ່ມຈາກກ້າວເລັກໆກ່ອນ ວາງແຜນໃຫ້ດີໆ ອ່ານຣີວິວໃຫ້ລະອຽດ ກຽມໂຕໃຫ້ພ້ອມ ແລ້ວກະໄປໂລດ

ຖ້າໃຜອ່ານມາຮອດຈຸດນີ້ ກະອາດຈະເຫັນເລື່ອງຕະຫຼົກ ແຕ່ວ່າຖ້າໃຜທີ່ມາຕົກໃນສະຖານະການແບບນັ້ນ ຖ້າບໍ່ມີສະຕິແມ່ນແຕກທີບແນ່ນອນ!!! ຖືວ່າເຮົາຍັງຄຸມສະຕິໄດ້ຢູ່

ສຸດທ້າຍກະຂໍຝາກຊ່ອງຍູທູບໄປກົດຊັບໃຫ້ແນ່ເດີ https://www.youtube.com/channel/UC4xX0-Lra2ZWhIfrwdWAEig 

ເຈິະກັນເລື່ອງໜ້າ 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2021 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບີດາຍ ສະບາຍດີ ຊາວພັນລາວທຸກຄົນ ມື້ນີ້ມາພັບກົບ ເອີ້້ຍ ພົບກັບ ເອີ້໊ຍ ຖືກແລ້ວ ມາພົບກັບ ມລ ອີກແລ້ວ

ມື້ນີ້ ມລ ສິມາເລົ່າເລື່ອງການໄປທ່ຽວ ປະເທດມາເລເຊຍ ໃຫ້ຟັງ

ມລ ມີໂອກາດໄດ້ໄປ ມາເລເຊຍ 2 ຄັ້ງເມື່ອທ້າຍໆປີ 2018 ໄປ ຈະເລົ່າເປັນ 2 ພາກ

1. ພາກ 1: ໄປກັບຄອບຄົວ

ບອກໄດ້ຄຳດຽວ ປີນັ້ນເປັນປີທີ່ໄປທ່ຽວຕ່າງປະເທດຄັ້ງແລກ ເປັນການບໍ່ໄດ້ຕັດສິນໃຈໄປເອງ (ເອົາງ່າຍໆຖືກຊື້ຈ້າງຈອບອອຍດ້ວຍຕົ໋ວເຄື່ອງບິນ). ເນື່ອງດ້ວຍ ມລ ເປັນຄົນລະອຽດ?? ໃນການເດີນທາງກະເລີຍຫາຂໍ້ມູນການທ່ອງທ່ຽວໃນມາເລ ຈົນໄດ້ຮູ້ວິທີການເດີນທາງ, ສະຖານທີ່ທ່ອງທ່ຽວຍອດຮິດຂອງປະເທດເພິ່ນ..ອື໊ຍຄວາມຮູ້ມາເຕັມ. ເມື່ອຮອດເວລາເດີນທາງ ກະພາກັນກຽມແລະກະຂຶ້ນເຄື່ອງຈົນໄປຮອດມາເລເຊຍ. ພໍຮອດສະໜາມບິນ ກະເກີດເລື່ອທັນທີ... ແຕ່ບໍ່ໄດ້ເກີດເລື່ອງກັບ ມລ ເດະ ເກີດກັບແມ່ຜູ້ມານຳ ເອົາງ່າຍໆວ່າເຂົາໃຫ້ເຮົາມາເປັນໄກດ໌ນຳທ່ຽວເນື່ອງຈາກວ່າເຂົາຄິດວ່າເຮົາມີປະສົບການການທ່ຽວມາຫຼາຍປະເທດ (ສະມາເຊື່ອໝັ້ນກັນແທ້ນໍພີ່ນ້ອງ). ເກີດເລື່ອງເນື່ອງຈາກວ່າບໍ່ເຫັນກະເປົ໋າ ທາງເຮົາກະຄິດວ່າ ໂອະ! ຄືສິບໍ່ທັນລົງມາແຕ່ຍົນ ວ່າຊ້ານນນນນນ ກະເລີຍພາກັນນັ່ງຖ້າແຫຼະບາດນິ ຖ້າໄປດົນເຕີບກະບໍ່ມາ ກະເ້ວຍທີ່ເປັນຄົນເຄີຍເດີນທາງວ່າຊັ້ນ ມລ ກະເລີຍໄປຖາມເຈົ້າໜ້າທີ່ໂລດແຫຼະໃຫ້ເພິ່ນຫາຊ່ອຍເນາະ ແລະກະໄດ້ຮັບຮູ້ວ່າເຈົ້າຂອງສະມາໂງ່ຕາຍແທ້ ໄປຮັບກະເປົ໋າຜິດບລັອກ -_- ສຸດທ້າຍກະໄດ້ກະເປົ໋າມາຮຽບຮ້ອຍ ກຽມເດີນທາງເຂົ້າສູ່ກຸງ ກົວລາລຳເປີ ເມືອງຫຼວງຂອງປະເທດມາເລເຊຍ.

       ໂຮງແຮມທີ່ເຂົ້າພັກເປັນໂຮງແຮມ 3 ດາວພຸ້ນໄດ໋ ເອີ..ພັກຫຼູຢູ່ຟຣີ ທີ່ພັກໃຈກາງເມືອງໃກ້ລົດໄຟຟ້າ ວ່າຊັ້ນ! ຫຼັງຈາກເຂົ້າພັກແລ້ວເຊັກອິນຮຽບຮ້ອຍແລ້ວກະໄດ້ເວລາໄປທ່ຽວ. ສະຖານທີ່ແລກທີ່ຈະໄປຄື Petronas Tower ຫຼືຄົນລາວເອີ້ນກັນວ່າຕຶກແຝດ (ຄັນໃຜບໍ່ຮູ້ຫຼືບໍ່ເຄີຍເຫັນ ມັນຈະເປັນລັກສະນະຕຶກແຫຼມໆສູງໆ 2 ຕຶກຕັ້ງຄູ່ກັນແລະກະມີຂົວລອຍເຊື່ອມກັນ 2 ຕຶກ) ພໍມາຮອດສະຖານີລົດໄຟ ກະເກີດມີຄວາມລັງເລໃຈ ເນື່ອງຈາກ ມລ ບໍ່ເຄີຍໃຊ້ລົດໄຟຟ້າມາກ່ອນມັນເປັນງົງໆ ແຜນທີ່ ກາງອອກມາລາຍຕາ! ມັນຫຼາຍສາຍ ຫຼາຍສະຖານີແຮງ! ໄອ ແອມ ງົງ. ໃນຕອນນັ້ນຄິດໄດ້ຢ່າງດຽວວ່າ "ຫຼົງກະຫຼົງວະ ເທື່ອດຽວ ລອງຂຶ້ນໄປເບິ່ງກ່ອນ ບໍ່ແມ່ນກະຄ່ອຍລົງຕໍ່ສາຍໃໝ່". 

       ດ້ວຍສະໝອງອັນຊານສະຫຼາດຂອງເຮົາ ມັນກະເປັນໄປຕາມແຜນ ຂື້ນຖືກສາຍ.. ແຕ່ລົງຜິດສະຖານີ ເຮັດໃຫ້ການທີ່ຈະໄປຮອດຕຶກແຝດ ຕ້ອງໃຊ້ສອງຂາຍ່າງຕໍ່ເພາະວ່າຫຼຽວເຫັນມັນຄືສິໃກ້ ຍ່າງໄປຍ່າງມາກວ່າສິຮອດ 2 ກິໂລ ອີ່ພໍ່ອີ່ແມ່!!!! ຂາລ່ອຍ!! ແຕ່ດ້ວຍຄວາມອາລັງການຂອງຕຶກແຝດ ມັນກະຄືຈັ່ງຕຶກສູງໆນີ້ລະ ຕ່າງແຕ່ມັນມີເອກະລັກຂອງມັນຫັ້ນລະກະເລີຍເຮັດໃຫ້ມັນດັງ ເປັນສະຖານທີ່ຍອດຮິດຕິດປາກວ່າ ຄັນບໍ່ໄປຕຶກແຝດບໍ່ໄດ້ໄປມາເລ ພຸ້ນນະ.

       ຫຼັງຈາກສຳເລັດພາລະກິດອັນຊົງກຽດ (ຂໍອະນຸຍາດມອງບົນ) ກະພາກັນຍ່າງອ້ອມຮອບຍ່ານນັ້ນຊົມບ້ານຊົມເມືອງເພິ່ນ ອໍ້ລືມບອກໄປວ່າ ຢູ່ຕໍ່ໜ້າຕຶກແຝດຈະມີການສະແດງແສງສີສຽງອັນອາລັງການຂອງນໍ້າພຸ ເວລາ 19:00 ເປັນຕົ້ນໄປ. ດ້ວຍຄວາມທີ່ເປັນຄົນລາວ ພູມໃຈໃນຄວາມເປັນລາວ ແກັງໄວລຸ້ນລາວ ກະບໍ່ນ້ອຍໜ້າຊາດໃດ ເມື່ອເພງບັນເລງຂຶ້ນ(ເພງສາກົນທີ່ກຳລັງຮິດໃນເວລານັ້ນ) ໄວລຸ້ນລາວ 3 ຄົນ( ມລ ອ້າຍ ແລະ ເອື້ອຍ ) ກະຈັບມືກັນລຸກຂຶ້ນເຕັ້ນ ດ້ວຍລີລາແລະຄວາມຊ່ຽວຊານໃນການເຕັ້ນບາສສະຫຼົບທີ່ເກັ່ງກາດ ຈົນຕ່າງຊາດຫຼຽວເບິ່ງແລ້ວກະມາເຕັ້ນນຳພຸ້ນນະ ຖາມວ່າອາຍບໍ? ອາຍ! ແຕ່ກະຄິດໃນໃຈວ່າ "ເຂົາບໍ່ຈັກເຮົາດອກ555" ນີ້ແຫຼະສະເໜ່ຂອງການທ່ຽວຕ່າງປະເທດ. ຫຼັງຈາກນັ້ນ, ທາງທີມງານກະໄດ້ມີການກະກຽມກັບເພາະເຕັ້ນຫຼາຍແລ້ວ ເມື່ອຍ! ປວດຂາ! ຢາກນອນ! ເມົາ! ເອີ້໊ຍ!! ອັນສຸດທ້າຍໝາຍເຖິງເມົາແສງສີຫັ້ນນາ... ກະສິພາກັນກັບເດະບາດນິ ກະນຳຫາສະຖານີລົດໄຟແຫຼະ. ການຫາກະບໍ່ຍາກເພາະເຮົາໃຊ້ກູເກິນແມັບ (Google Map) ນຳຫາ ເບິ່ງຄືສິງ່າຍແມ່ນບໍ່ ແຕ່ບອກໄດ້ຄຳດຽວ ກູສິບໍ່ໃຊ້ໃນການນຳຫາສະຖານີອີກແລ້ວ!!! ມັນເຮັດໃຫ້ຫຼົງ ຫຼົງແລ້ວຫຼົງອີກ ຍ່າງນຳຫາ 2 ຊມ ຢູ່ກ້ອງຕຶກແຝດບໍ່ເຫັນ! ຖາມ ລປພ ກະຈັກຊີ້ພຸ້ນຊີ້ພີ້ ຫຼົງ! ຄວາມພີກມັນຢູ່ທີ່ທີມງານເມື່ອຍ ເມື່ອຍແລ້ວຄົນທີ່ໂດນດ່າ ຄືກູ (ຂໍອະນຸຍາດໃຊ້ຄຳເວົ້າບໍ່ສຸພາບ) ມັນຫຶນ! ເພາະກູເປັນຄົນພາມາ ແຕ່ຫາທາງກັບບໍ່ເປັນ ຄັນສິກັບທາງເກົ່າວ່າຍ່າງໄກ ຢ້ານລົດໄຟໝົດປະ. ສຸດທ້າຍໄດ້ນັ່ງແທັກຊີ້ກັບ ຟາດໄປ 50 ຣິງກິດນີ້ບໍບໍ່ຈື່.

       ເອົາແທ້ໆມາຮອດຕອນນີ້ ມລ ໄຫ້ ໄຫ້ນໍ້າຕາໄຫຼເລີຍແຫຼະ ເສຍໃຈ ເຮົາຜິດແຮງເບາະທີ່ເຮົາບໍ່ຮູ້ ຫຶ!! ຫຼັງຈາກນັ້ນມື້ຕໍ່ມາ ມລ ກະເລີຍຂໍສະຫຼະສິດເປັນຜູ້ຮ່ວມທຣິບຊື່ໆ ບໍ່ເປັນໄກດ໌ແລ້ວ ໃຜຢາກໄປໃສກະໄປ ໄປລົດແທັກຊີ້ ໄປໂລດ... ມາຮອດນີ້ເບິ່ງຄືວ່າເລື່ອງນີ້ສິຈົບ ແຕ່ຍັງບໍຈົບ ມລ ກະໃຫ້ຄົນອື່ນເປັນໄກດ໌ໃຫ້ທັງທຣິບເລີຍ.ມັນກະທັງມ່ວນທັງເມື່ອຍ ເພາະມາເລເປັນປະເທດທີ່ອາກາດຮ້ອນ ອາຫານອາດຈະບໍ່ຖືກປາກຄົນທີ່ກິນເຜັດບໍ່ໄດ້ ກະຕ້ອງກັບມາເພິ່ງພາມາມ່າລຸ່ມໂຮງແຮມ. 

ສຸດທ້າຍແລ້ວຢາກຈະບອກວ່າ: ມາເລເຊຍ ເປັນປະເທດທີ່ທ່ຽວງ່າຍ ຜູ້ຄົນໜ້າຮັກເປັນກັນເອງເວົ້າພາສາອັງກິດໄດ້ ເດີນທາງງ່າຍ ສະດວກ ປະຫຍັດ ແຕ່ຂໍແນະນຳສຳຫຼັບຄົນທີ່ບໍ່ເຄີຍຂຶ້ນລົດໄຟຟ້າ ແລ້ວມີແຜນຈະໄປ ໃຫ້ຫາຂໍ້ມູນການໄປໃຫ້ລະອຽດທຳອິດອາດຈະຫຼົງ ແຕ່ຖ້າໄດ້ຂຶ້ນຮອບທີ 2 ຈະເຂົ້າໃຈການເດີນທາງແນ່ນອນ ແລະອີກຢ່າງໜຶ່ງ ຕ້ອງເຂົ້າໃຈເລີຍວ່າ ການໄປທ່ຽວຕ່າງປະເທດ ຖ້າຢາກປະຫຍັດ ເຮົາຕ້ອງຍ່າງດຸແນ່ ມັນເປັນເລື່ອງປົກກະຕິຂອງຕ່າງປະເທດ.

ຖ້າຖາມຄວາມຮູ້ສຶກວ່າການໄປທ່ຽວກັບຄອບຄົວເປັນແນວໃດ? ມລ ຂໍຕອບເລີຍວ່າ ມັນເມື່ອຍ!  ມັນເມື່ອຍ້ອນວ່າເຮົາມີຄວາມກັງວົນວ່າຢ້ານເພິ່ນບໍ່ສະບາຍ ຢ້ານເພິ່ນເມື່ອຍເກີນໄປ ຢ້ານເພິ່ນບໍ່ເອັນຈອຍກັບເຮົາ // ເອົາງ່າຍໆວ່າ ເຮົາເປັນສາຍທ່ຽວແບບແບັກແພັກ ຊິວໆ ປະຫຍັດ ລຸຍໆ ແຕ່ເມື່ອເຮົາມາກັບຄອບຄົວມັນຈະໄດ້ຟິວແບບ ຊ້າໆ ເຮົາສິໄວກະບໍ່ໄດ້ເພິ່ນບໍ່ທັນ. ເອົາເປັນວ່າໃຜສິພາຄອບຄົວໄປທ່ຽວຕ່າງປະເທດ ກະຂໍແນະນຳໃຫ້ໄປກັບທົວ ສະບາຍສຸດໆ ຫຼືບໍ່ກະທ່ຽວໃນປະເທດເອົາສະບາຍ!

 

ຖ້າຢາກເບິ່ງຄລິບສາມາດກົດເຂົ້າທີ່ລິ້ງ: https://www.youtube.com/channel/UC4xX0-Lra2ZWhIfrwdWAEig 

ເປັນ youtube channel ຂອງ ມລ ເອງເດີ ກົດຊັບກັນແນ່ເດີ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2021 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບາຍດີ ນີ້ເປັນກະທູ້ອັນທຳອິດທີ່ເລີ່ມຂຽນຂອງເຮົາເອງ ຜິດຖືກກະຂໍອາໄພນະຈະ ເຂົາຊື່ ມລ ເດີ "ມະລິ" ຫັ້ນນະ

 

ມລ ເປັນຄົນມັກໄປທ່ຽວແບບແບັກແພັກໄປເອງ ມັນໄດ້ອາລົມຫຼາຍກວ່າ ແລະ ມັນຖືກກວ່າcheeky

ເຮົາຈະມາຣີວິວການໄປທ່ຽວຍີ່ປຸ່ນຄັ້ງທຳອິດ (ທີ່ໄປດ້ວຍຕົນເອງ) ກ່ອນໄປບອກເລີຍອ່ານທຸກຣີວິວໃນເວັບພັນທິບ (ເປັນພາສາໄທອ່ານງ່າຍດີ)

ເຮົາໄປທັງໝົດ 5 ວັນ 4 ຄືນ ໄປທັງໝົດ 4 ຄົນ (ແນະນຳຄົນທີ່ຈະໄປຕ້ອງຫາໝູ່ຊ່ວຍຫຼົງທາງນໍາເດີ555)

ໄປ 2 ເມືອງຄື: ຄາວາກູຈິໂກະ (Kawaguchiko) ແລະ ໂຕກຽວ (Tokyo) ເຊິ່ງ 2 ເມືອງຈະມີຄວາມແຕກຕ່າງກັນແຮງງງງງງງ

ຄ່າໃຊ້ຈ່າຍ:

1. ຄ່າປີ້ຍົນ: 1,388,000 ກີບໄປກັບ ບໍ່ລວມນໍ້າໜັກກະເປົ໋າ (ບອກແລ້ວວ່າໄປແບບປະຫຍັດ)

2. ຄ່າລົດຈາກສະໜາມບິນເຂົ້າເມືອງໂຕກຽວ: 2000 ເຢນ = 160,000 ກີບ/ຄົນ/ໄປກັບ

3. ຄ່າທີ່ພັກໃນຄາວາກູຈິໂກະ 1 ຄືນ: 150,000 ກີບ/ຄົນ (ມີຖືກກວ່ານັ້ນ ແຕ່ເຮົາຢາກໄດ້ວິວຫຼັກລ້ານກະເລີຍເລືອກບ່ອນນີ້)

4. ຄ່າທີ່ພັກໃນໂຕກຽວ 3 ຄືນ: 280,000/3ຄືນ/ຄົນ

5. ຄ່າລົດອອກໄປຄາວາກູຈິໂກະ ໄປກັບ : 4000 ເຢນ = 326,000 ກີບ 

6. ຄ່າຕົ໋ວລົດໄຟທີ່ໃຊ້ໃນໂຕກຽວ: 1200 ເຢນ = 98,000 ກີບ/3ວັນ (ຊື້ບັດແບບເໝົາບໍ່ຈຳກັດຖ້ຽວແນະນຳ)

7. ການເດີນທາງຈາກປະເທດລາວໄປປະເທດໄທເພື່ອໄປຕໍ່ຍົນ ຈກທ(ເຈົ້າຂອງກະທູ້) ໃຊ້ລົດໄຟຖ້ຽວທີ່ຖືກທີ່ສຸດ 202 ບາທ = 53,000/ຖ້ຽວ ໄປກັບ 106,000 ກີບ ນັ່ງລົດໄຟຈາກສະຖານີອຸບົລ ໄປລົງ ສະຖານີດອນເມືອງ ເພາະເຮົາຈະໄປຂື້ນຍົນຢູ່ດອນເມືອງ.

ລວມທັງໝົດ 2,508,000 ກີບ/ຄົນ (ບໍ່ລວມຄ່າກິນ ຄ່າຂອງຝາກເດີ້) ສ່ວນ ຈກທ ຄືຖືໄປ 5,500,000 ກີບ

 

ຄົນພ້ອມ ກາຍພ້ອມ ໃຈພ້ອມ ພາສປອດພ້ອມ ເງິນໃນກະເປົ໋າພ້ອມ ກະໄປກັນເລີຍຍຍຍຍຍຍ

Description: https://f.ptcdn.info/525/072/000/qoalsv55mAcBqg57QuS-o.jpg

Day1: ຈື່ວັນບໍ່ໄດ້ ໄປແຕ່ປີ 2019 ແຕ່ຈື່ວ່າໄປຕົ້ນເດືອນ 12 ກ່ອນການລະບາດຂອງ COVID-19 ວ່າຊ້ານນນນນນ

ເລີ່ມຈາກສະຖານີດອນເມືອງເລີຍສາ

ພໍເຖິງສະຖານີດອນເມືອງກະລົງ ແລະ ມັນຈະມີທາງສະພານລອຍໃຫ້ຍ່າງຂ້າມໄປຊອດໃສ່ ສະໜາມບິນດອນເມືອງເລີຍ ສະດວກເວີ້ວັງອາລັງການ ແມ່ເຈົ້າ

                  ຂັ້ນຕອນແລກຄື ຕ້ອງຫາເຄົ້າເຕີ້ສາຍການບິນກ່ອນເພື່ອທີ່ຈະເຊັກອິນກ່ອນທີ່ຈະໄປຂື້ນເຄື່ອງກ່ອນ  ການເຊັກອິນກະບໍ່ຍາກ ຍ່າງໄປຕໍ່ຄິວໂລດງ່າຍໆ ແຕ່ມັນຈະບໍ່ງ່າຍຖ້າກະເປົ໋າເຮົານໍ້າໜັກເກີນ 7 ກິໂລເດີ. ຄົນໜຶ່ງສາມາດຖືເຄື່ອງໄດ້ແຕ່ 7 ກິໂລ(ແບບວ່າເຮົາປະຫຍັດສິນະ ກະເລີຍບໍ່ຊື້ນໍ້າໜັກ ແຕ່ກະແນະນຳເວລາຈອງຕົ໋ວເຄື່ອງບິນຊື້ໂຕທີ່ມັນແຖມນໍ້າໜັກກະເປົ໋ານຳເດີ ຢ່າເຮັດຄືເຮົາ ມັນຍາກ) ເຕືອນແລ້ວໄດ໋

 ຫຼັງຈາກນັ້ນຜ່ານການເຊັກອິນ ກະຫາທາງເຂົ້າໄປເກທ (Gate) ເລີຍ ຖ້າບໍ່ຮູ້ກະຖາມເຈົ້າໜ້າທີ່ແຖວນັ້ນແຫຼະ ຖາມໂລດເພິ່ນຍືນກຽມໃຫ້ຄວາມຊ່ວຍເຫຼືອຢູ່ເດະ. ເມື່ອເຂົ້າໄປເກທແລ້ວກະຫາເບິ່ງວ່າເຈົ້າຂອງຢູ່ເກທໃດ(ໃນປີ້ຍົນມີບອກ) ກະໄປນັ່ງຖ້າກຽມຂຶ້ນຍົນໄດ້ເລີຍ ງ່າຍແຮງ!!!!

ເມື່ອໄປຮອດສະໜາມບິນ ນາຣິຕະ ແລ້ວ ກະຍ່າງຕາມປ້າຍ Arrival ໄປເລີຍ ຫາບໍ່ເຫັນກະຍ່າງຕາມທາງທີ່ຄົນໄປຫຼາຍໆຫັ້ນລະແມ່ນໂລດ ກະຈະເຈິະ ຕມ

ໄປເທື່ອນີ້ບໍ່ໂດນ ເພາະເຮົາແຕ່ງໂຕດີ ໜ້າຕາດີນິສນຶ່ງ 555 ມລ ກະເລີຍຜ່ານໄປແບບສະບາຍໆ ສ່ວນໝູ່ທີ່ໄປນຳກະຜ່ານຄືກັນ

ວັນແລກທີ່ໄປຮອດຄືເຮົາຈະແຍກກັບໝູ່ ເພາະ ມລ ຢາກເຫັນພູເຂົາໄຟຟູຈິ ກະເລີຍຕ້ອງອອກເດີນທາງໄປນອນຢູ່ເມືອງຄສວາກູຈິໂກະ 1 ຄືນ ການເດີນທາງກະງ່າຍ ເພາະເວລາເຮົາເດີນທາງເຂົ້າເມືອງ ມລ ແນະນຳໃຫ້ນັ່ງລົດເມເຂົ້າເມືອງເພາະມັນຖືກສຸດ ແລະ ລົດເມມັນລົງທີ່ສະຖານີຊິນຈູກຸເລີຍ ມັນເລີຍງ່າຍທີ່ເຮົາຈະຕໍ່ລົດໄປຄາວາກູຈິໂກະ 

ມື້ທຳອິດທີ່ໄປຮອດຄາວາກູຈິໂກະ ຄື ຫິມະຕົກ ອຸນຫະພູມ 2 ອົງສາອີ່ແມ່ ເຊິ່ງທາງເຮົາກະເຊັກມາແລ້ວວ່າບໍ່ມີຫິມະຕົກແນ່ນອນ ແຕ່ມັນກະຕົກ ຕົກແບບປອຍໆ ແລະບັນຫາມັນກະເກີດເພາະ ເຄື່ອທີ່ໃສ່ໄປບໍ່ໄດ້ກັນໜາວໃຫ້ເຮົາແຕ່ຢ່າງໃດ ໄປຮອດກະຄໍ່າແລ້ວປະມານ 5 ໂມງແລງຄໍ່າແລ້ວ ໂອ້ມາຍກອດ 

ສະພາບຕອນນັ້ນຄື ມືໜຶ່ງກັ້ງຄັນຮົ່ມ ທ່າມກາງສາຍຝົນປົນຫິມະເລັກນ້ອຍ ອີກມືໜຶ່ງລາກກະເປົ໋າ ຄວາມແຂັງຂອງມືບໍ່ຢາກບັນຍາຍ ເຈັບແລະງະບໍ່ອອກ

ທາງໄປໂຮງແຮມນະ ມືດໆໆໆໆໆໆ ມືດ ແຕ່ໄຄທີ່ວ່າເຈົ້າຂອງເພິ່ນຊ່ວຍເຫຼືອຕະຫຼອດ ສົ່ງແຜນທີ່ມາໃຫ້ ບອກພິກັດໃຫ້ ໂອເຄລອດ ເຖິງໂຮງແຮມຢ່າປອດໄພ

Description: https://f.ptcdn.info/525/072/000/qoamh53432V6xz3H8NH-o.png

ນີ້ຄືໜ້າຕາ ແລະຊື່ໂຮງແຮມທີ່ເຮົາໄປພັກກັນ (ບໍ່ໄດ້ຄ່າໂຄສະນາ ແຕ່ຢາກບອກ ມັນດີ ວິວຫຼັກລ້ານ)

ໂຮງແຮມຊື່ວ່າ K's House Fuji view ໃນແອັບຫາໂຮງແຮມມັນມີຫຼາຍບ່ອນ ເລືອກໃຫ້ດີ ຕາມຮູບນີ້ລະເປະ

Description: https://f.ptcdn.info/525/072/000/qoampj2372F6Bf54l3N-o.jpg

Day2: ຍັງຢູ່ທີ ຄາວາກູຈິໂກະ

ມື້ຄືນຄືເຮົາແບບ ຫຼັບບໍ່ແຈບ ເພາະອັນຂ້າງຫ້ອງຈັກແມ່ນຟັງອີ່ຫຍັງກັນໝົດຄືນບໍ່ຢູ່ບໍ່ນອນແມະ ລຸກມາກະຄືໄດ້ຍິນ ເບິ່ງດວງ ສູເບິ່ງດວງກັນໝົດຄືນເບາະຫຶ ສູນເດະ

ແຕ່ຍັງດີຢູ່ທີ່ມັນເຮັດໃຫ້ເຮົາຕື່ນທັນກ່ອນທີ່ຕາເວັນຂື້ນ ເຮົາກະເລີຍເກັບພາບບັນຍາກາດດາດຟ້າໂຮງແຮມມາໃຫ້ເບິ່ງບອກເລີຍ ວິວຫຼັກລ້ານອີ່ຫຼີ

 

Description: https://f.ptcdn.info/526/072/000/qoauu81vz8stpZo2kmy6-o.png

ຫຼັງຈາກນັ້ນເຮົາກະຈະພາໄປຢ້ຽມຊົມທະເລສາບແຫ່ງຄາວາກູຈິໂກະ ບອກເລີຍຍ່າງໄປ ເພື່ອຊຶມຊັບບັນຍາກາດຍີ່ປຸ່ນ ລົມໜາວ ເໝາະແກ່ການກິນຊຸບເຫັດຮ້ອນໆ ແຊບດີ ເຂົ້າກັບບັນຍາກາດສຸດໆ ສາມາດຫາຊື້ໄດ້ທີ່ຮ້ານສະດວກຊື້ ທີ່ມີຢູ່ທົ່ວທຸກບ່ອນໃນຍີ່ປຸ່ນ 

Description: https://f.ptcdn.info/525/072/000/qoano6s5ShPyD1R7Uu-o.jpg

ທະເລສາບທັງໝົດມີ 5 ບ່ອນ ແຕ່ເຮົາຈະພາໄປບ່ອນທີ່ມັນໄປງ່າຍ ຍ່າງໄປຄາວດຽວກະຮອດ ຄົນບໍ່ຫຼາຍ ເນື່ອງຈາກເວລາ ແລະ ການຍ່າງສຳຫຼວດເມືອງແບບເອີ້ລະເຫີຍ ຍ່າງໄປຍ່າງມາ ມົວແຕ່ຖ່າຍຮູບຢູ່ນັ້ນລະ ມັນກະເລີຍເຮັດໃຫ້ເຮົາໄດ້ໄປແຕ່ບ່ອນດຽວ ແຕ່ກະໄດ້ມູມຖ່າຍຮູບແບບສວຍໆ ເກ໋ໆ ຫຼາຍບ່ອນ

Description: https://f.ptcdn.info/525/072/000/qoanug2d1p3c1gLHe12t-o.jpgDescription: https://f.ptcdn.info/525/072/000/qoanuq5nh8Q9kYuMQzW-o.jpgDescription: https://f.ptcdn.info/525/072/000/qoao0uao7e33u15Cl5H-o.jpgDescription: https://f.ptcdn.info/525/072/000/qoao0ulfspUip7zMIDT-o.jpgDescription: https://f.ptcdn.info/525/072/000/qoao13njnBEaq8hj2zS-o.jpgDescription: https://f.ptcdn.info/525/072/000/qoao1c291Cs9L7jWxUE-o.jpgDescription: https://f.ptcdn.info/525/072/000/qoao1hk002yIcOrYn02-o.jpg

ເທົ່ານີ້ແຫຼະ ໃຜຢາກຊຶມຊັບບັນຍາກາດກະແນະນຳໃຫ້ຢູ່ອີກ 1 ວັນຮັບຮອງໄດ້ຮູບງາມກວ່ານີ້ແນ່ນອນ ຈາກນັ້ນເຮົາກໍ່ນັ່ງລົດກັບໂຕກຽວ

ນີ້ແມ່ນສະຖານີຄາວາກູຈິ ຫຼຽວເບິ່ງທາງໃດກະເປັນຕາຖ່າຍຮູບໄປໝົດ

Description: https://f.ptcdn.info/525/072/000/qoapnm2sd33a1TrvzXBe-o.jpg

ກ່ອນກັບກໍ່ແວ່ກິນເຂົ້າແບບຍີ່ປຸ໊ນ ຍີ່ປຸ່ນ ກັບຣາເມັງກັນກ່ອນ ມາຍີ່ປຸ່ນຕ້ອງໄດ້ລອງກິນເດີ້ ອັນນີ້ລາຄາ 580 ເຢນ

Description: https://f.ptcdn.info/525/072/000/qoapm66v0yWeHOF9h5I1-o.jpg

ເດີນທາງຮອດໂຕກຽວປະມານ 5 ໂມງແລງ (ວົນວຽນແຕ່ກັບເລກ 5 ນິລະ) ກະເຊັກອິນເຂົ້າທີ່ພັກ ເຊິ່ງທີ່ພັກເຮົາຫາໄດ້ຈາກ airbnb ເດີ ເປັນເຮືອນພັກຂອງຄົນຍີ່ປຸ່ນທີ່ເຂົາເຈົ້າປ່ອຍໃຫ້ເຊົ່າ ເຮົາກະຈະໄດ້ຟີວເໝືອນຢູ່ເຮືອນຄົນຍີ່ປຸ່ນເລີຍແຫຼະ (ແຕ່ບໍ່ມີຮູບເດີ ບໍ່ໄດ້ຖ່າຍ)

Day3: ກັບມາຢູ່ທີ່ໂຕກຽວ ເຊິ່ງໃນໂຕກຽວກະບໍ່ມີຫຍັງຫຼາຍ ກະຈະໄດ້ຟິວລິ້ງແບບຊີວິດໃນເມືອງ ແສງສີສຽງ ຄົນລະແບບກັບນອກເມືອງເລີຍ 

ມັື້ນີ້ເຮົາກະເລີ່ມຕົ້ນກັນທີ່ ຊູຊິກ່ອນ ເຮົາໄປກິນຊູຊິທີ່ສະຖານີ ??? https://www.youtube.com/watch?v=d_KduiAwTPk ລິ້ງຊື່ສະຖານີ ບໍ່ຈື່ໄປເບິ່ງເອົາ 

ອັນທີ່ຈິງແລ້ວກິນຮ້ານໃດກະໄດ້ ເພາະທີ່ເຮົາໄປເຮົາໄປເພື່ອຢາກເຫັນບ້ານເມືອງເພິ່ນ ຢາກໄດ້ບັນຍາກາດພິເສດໆ ແຕ່ຮ້ານນີ້ອາຣ່ອຍດີ 

Description: https://f.ptcdn.info/525/072/000/qoapxr8geqSuDPHjs5CM-o.jpg

ສ່ວນສະຖານທີ່ທີ່ເຮົາຈະພາໄປກະເປັນສະຖານທີ່ທີ່ບໍ່ຕ້ອງເສຍເງິນເຂົ້າແມ້ແຕ່ກີບດຽວສະບັບຄົນງົບນ້ອຍ ນັ້ນກະຄື ພະລາຊະວັງ imperial ເຊິ່ງເປັນພະລາຊະວັງອັນເກົ່າແກ່ ແລະ ມີຊື່ສຽງໃນມາຫານະຄອນໂຕກຽວ, ສະຖານີໂຕກຽວທີ່ເປັນສະຖານນີຫຼັກຂອງໂຕກຽວ, ຫໍຄອຍໂຕກຽວທາວເວີ້ (Tokyo Tower) ແລະ ໂຕກຽວສະກາຍທຣີ. ທັງໝົດຄືສະຖານທີ່ທີ່ບໍ່ໄດ້ເສຍເງິນ ຍົກເວັ້ນເຮົາຈະຂຶ້ນໄປກໍ່ຈະໄດ້ເສຍຄ່າເຂົ້າ. ເອີ່....ຮູບໄດ້ມານ້ອຍໜຶ່ງ...ນ້ອຍອີ່ຫຼີ ມານ້ອຍແຕ່ມາຢູ່ເດະ

ໃນໂຕກຽວເຮົາຈະໃຊ້ບັດເດີນທາງ ຄືບັດ Tokyo Subway ບັດສີຟ້າສາມາດໃຊ້ໄດ້ 2ວັນ ແລ້ວແຕ່ໃຜຈະໃຊ້ອັນໃດກໍ່ໄດ້ມີຕັ້ງແຕ່ 24 ຊມ 48 ຊຊ ແລະ 72 ຊມ ກະຂຶ້ນຢູ່ກັບວ່າເຮົາຈະຢູ່ໂຕກຽວຈັກວັນກະເລືອກເອົານະຈະ. ໜ້າຕາບັດກະຈະປະມານນີ້

Description: https://f.ptcdn.info/526/072/000/qoaqix352cWezv0k7OM-o.png

ເລີ່ມທ່ຽວໄດ້

1. ສະຖານີໂຕກຽວ ຫຼື Tokyo station ເປັນສະຖານີທີ່ໃຫຍ່ສຸດໃນໂຕກຽວ ທີ່ມີລົດໄຟຫຼາຍສາຍແຮງບໍ່ໄດ້ນັບເພາະຄາແຕ່ຫຼົງທາງໃນສະຖານີຫາທາງອອກບໍ່ເຫັນເປັນຊົ່ວໂມງ. ໃຜທີ່ມາແນະນຳໃຫ້ມາເພາະມັນເປັນທາງໄປພະລາຊະວັງເລີຍໃກ້ໆກັນ. ສາມາດເດີນທາງມາໄດ້ງ່າຍໆ ນັ່ງລົດໄຟມາລົງທີ່ສະຖານີ Tokyo ທາງອອກ 7 ມັ້ງຄັນຈື່ບໍ່ຜິດ 5555

ໄດ້ຟິວເໝືອນຢູ່ຕ່າງປະເທດເລີຍ.. ເອ໋ະ ກະຕ່າງປະເທດໃດ໋ເນາະ!!! ລືມ

Description: https://f.ptcdn.info/526/072/000/qoaqoc7s83tOYMHrzt2X-o.jpg

ຫຼັງຈາກນັ້ນຍ່າງອອກມາກົງກັນຂ້າມກັບສະຖານີ ຍ່າງຊື່ເປັນເລີຍຈະຫຼຽວເຫັນພະລາຊະວັງທັນທີ ເຫັນເບາະ ງ່າຍນິດດຽວ

2. ພະລາຊະວັງ ຖ້າໄປຕອນເຊົ້າຈະຄົນຫຼາຍເຖິງຂັ້ນຕ້ອງໄດ້ຕໍ່ແຖວກັນເຂົ້າ ຫຼື ບໍ່ກໍ່ເວລາທີ່ມີງານຄົນຈະແໜ້ນແຮງງງງງງ ມລ ໄປເຈິະເຂົາຈັດງານ ກວ່າຈະອອກມາໄດ້ໃຊ້ເວລາເປັນ ຊມ ເຫິະ 

ໄດ້ຮູບດຽວພໍລະ ວິດນ້ອງໂຄຄ່ອຍມາໃໝ່

Description: https://f.ptcdn.info/526/072/000/qoat1hao3h1qY5K5WRs-o.jpg

ກ່ອນຈະໄປສະຖານທີ່ຕໍ່ໄປ ຂໍແວະກິນເຂົ້າຈັກແປັບໜຶ່ງ ເປັນຕະຫຼາດທີ່ເຕັມໄປດ້ວຍຂອງກິນ ດີດີຕໍ່ໃຈແຮງ #ສາຍກິນ ຕ້ອງມາ ຄືນັ່ງລົດໄຟມາລົງທີ່ສະຖານີ Ameyogo ງ່າຍໆ ແລະກະຍ່າງອອກມາເຈິະເລີຍ. ຮ້ານທີ່ເຮົາໄປກິນຄື ຊູຊິສາຍພານ ເປັນອີ່ຫຍັງທີ່ຕ້ອງລອງ ມັນເຈັ໋ງທີ່ວ່າ ບໍ່ຕ້ອງສັ່ງ ບໍ່ຕ້ອງເວົ້າກັບໃຜ ເຂົ້າໄປນັ່ງຕັ່ງ ມັນກະໄຫຼມາຈັບກິນໄດ້ເລີຍ ງ່າຍສຸດໆ ດີ!! ມີຫຼາກຫຼາຍຮ້ານໃຫ້ເລືອກ ຢາກກິນຮ້ານໃດກະເລືອກ ສ່ວນ ມລ ເລືອກຮ້ານທີ່ມີຄົນບໍ່ຫຼາຍ (ບໍ່ຢາກຖ້າ)

Description: https://f.ptcdn.info/526/072/000/qoatih21rrNMJ9hPrlA-o.jpg

Street food ຍີ່ປຸ່ນຄືດີ ດີເກືອບທຸກຢ່າງ ເສຍດາຍບໍ່ໄດ້ເກັບພາບ ທາໂກຍາກິ ເຈົ້າດັງມາໃຫ້

3. ພ້ອມແລ້ວໄປສະຖານທີ່ທີ 3 ກັນເລີຍ ນັ້ນຄື: Tokyo Sky Tree ມັນເປັນຕຶກສູງໆຖ່າຍຮູບຈົນສິບໍ່ເຫັນຍອດ ເປັນຕຶກທີ່ທາງເທິງມີຮ້ານອາຫານນຳ ມີຈຸດຊົມວິວທີ່ສາມາດເບິ່ງເຫັນທິວທັດຂອງໂຕກຽວໄດ້ແຈ່ມແຈ້ງ (ຄັນບໍ່ມີໝວກຫັ້ນນະ) ເວລາທີ່ ມລ ໄປຄືຕອນຄໍ່າວິວທີ່ໄດ້ກະຈະຄົນລະແບບກັບຕອນກາງເວັນ

ມາຄົນດຽວມັນສິມ່ວນເບາະ ມາກັບໝູ່ຕິເນາະ ພໍໄດ້ມີຄົນພາຫຼົງ

Description: https://f.ptcdn.info/526/072/000/qoatti237l0IW6yC10v-o.jpg

4. Tokyo Tower ຫຼືທີ່ຮູ້ກັນວ່າ ຫໍຄອຍໂຕກຽວ ຕັ້ງຢູ່ໃນກາງເມືອງໂຕກຽວ ຢູ່ໃນເຂດ ອາກາບາເນບາຊິ ລົງສະຖານີນີ້ເລີຍ ອອກປຸບເຫັນປັບ 

ມັນເປັຕຶກທີ່ເອົາໄວ້ສົ່ງສັນຍານໂທລະທັດຂອງໂຕກຽວ ສ້າງມາຄ້າຍໆກັບຫໍໄອເຟວທີ່ຝຣັ່ງ ແຕ່ວ່າໂຕນີ້ຈູສູງກວ່າ ເຊິ່ງມີຄວາມສູງປະມານ 333 ແມັດ ສາມາດຂຶ້ນໄປຊົມວິວກາງຄືນໄດ້ ແຕ່ຈະປິດ 22:30 ເດີ ສ່ວນເຮົາບໍ່ຂຶ້ນ ເພາະງົບບໍ່ມີ555 ສ່ວນໃຜສິຂຶ້ນກະຂຶ້ນໄດ້ ໄປຊົມວິວສິນະຄ່າເຂົ້າກະບໍ່ແພງງງ 2800 ເຢນ ຕົກເປັນເງິນກີບກະປະມານ 230,000 ກີບ ເທົ່ານັ້ນ.

Description: https://f.ptcdn.info/526/072/000/qoau7t4e7mq2IqQKM5Dp-o.jpgDescription: https://f.ptcdn.info/526/072/000/qoau827ax9yhD8hrRDA-o.jpg

ແຖມໃຫ້ສະຖານທີ່ສຸດທ້າຍທີ່ຕ້ອງມາ ນັ້ນກະຄື ວັດອະຊະກຸສະ ຫຼື ວັດ Sensoji ຫຼື ວັນ ໂຄມແດງ ນັ້ນເອງງງງງງງງງງງງງງ ລົງສະຖານີ Asakusa ເລີຍ

ດ໋ຽວຈະປຽບທຽບຮູບກາງຄືນກັບກາງເວັນໃຫ້

ກາງເວັນຄົນແອອັດເວີ້ ແນະນຳໃຫ້ມາຕອນທ່ຽງເດີ

 

ຍ່າງມາເລື້ອຍໆເຂດນັ້ນກະຈະເຫັນ ສັນຍາລັກ ຟອງເບຍ ທີ່ດັງໆຂອງໂຕກຽວຫັ້ນນະ ຈັກຊື່ຫຍັງເຫັນແຕ່ໃນໜັງກາຕູ່ນ

Description: https://f.ptcdn.info/526/072/000/qoaueujz1jRM96rEF0G-o.jpg

ຍັງບໍ່ຈົບ ຍັງມີອີກບ່ອນໜຶ່ງ ເຊິ່ງເຮົາຈະພາທຸກຄົນໄປຫາໝູ່ ຢູ່ຍ່ານ ຊິບູຍ້າ Shibuya ຫຼື 5 ແຍກກຊິບູຍ້າ ນັ້ນຄື ເຈົ້າໝາ ຮາຈິໂກະ ເຊິ່ງເປັນໝາທີ່ຊື່ສັດຈົນໄດ້ນຳມາສ້າງເປັນໜັງ ເປັນສັນຍາລັກແຫ່ງຄວາມຊື່ສັດ

Description: https://f.ptcdn.info/526/072/000/qoaumy8cjH3212XMVx7-o.jpg

ທ໋ຽວຍີ່ປຸ່ນ ຈະໄປຄົນດຽວ ຫຼືທ່ຽວຍົກແກ໊ງ ກະໄດ້ອາລົມຄົນລະແບບ ນະຈະ

ອາດຈະງົງໆ ແຕ່ຖ້າຢາກຮູ້ລາຍລະອຽດກະຄອມເມັ້ນປະໄວ້ດຽວຈະມາຕອບເດີ 

ຖ້າໃຜຢາກຮູ້ຢາກເຫັນຮູບ ແນະນຳເບິ່ງຄລິບນະຈະ ເຮັດ Vlog ໄວ້ໃຫ້ແລ້ວ ຂໍຂາຍຂອງນິສນຶ່ງເນາະ

https://www.youtube.com/channel/UC4xX0-Lra2ZWhIfrwdWAEig

 

ອ່ານຄືນຫຼັງ
ໝວດໝູ່