ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Apr. 28, 2025 | ມີ 1 ຄຳເຫັນ ແລະ 0 trackback(s)

ສະບີດາຍ ສະບາຍດີ ທຸກຄົນ ອ່ານບໍ່ອ່ານ ບໍ່ສົນເພາະຂຽນປະໄວ້ຊື່ໆ

ວັນທີ 28 ເມສາ 2025 ຕື່ນຂື້ນມາດ້ວຍໜ້າຕາສົດໃສ ບໍ່ເຄີຍຫຼັບໄດ້ດີປານນີ້ມາກ່ອນໃນຮອບ 3 ປີ. ຕັ້ງແຕ່ຍ້າຍມາຢູ່ຕ່າງປະເທດ ການນອນຫຼັບຄືສິ່ງດຽວທີ່ເຮັດຍາກ ມັນບໍ່ໄດ້ຄຽດ..ແຕ່ມັນຮູ້ສຶກວ່າໃນຫົວມັນຍັງມີຫຍັງທີ່ຕ້ອງຄິດຢູ່ຕະຫຼອດເວລາ ຄືກັບວ່າ ສະໝອງເຮົາມັນບໍ່ຍອມພັກຜ່ອນມັນຍັງຢາກຄິດເລື່ອງນັ້ນເລື່ອງນີ້ ອາດຈະເປັນເພາະວ່າເຮົາເປັນຄົນທີ່ ຄິດໄວ້ເພື່ອມື້ອື່ນມາຕະຫຼອດວ່າ ມື້ອື່ນສິນຸ່ງຫຍັງ ມືຶ້ອື່ນສິກິນຫຍັງ ມື້ອື່ນສິເຮັດຫຍັງ ມີຫຍັງຕ້ອງເຮັດໃຫ້ແລ້ວແນ່ ບລາໆໆໆໆໆໆໆ

ມັນເລີຍຕ້ອງມານັ່ງຄິດກັບຕົວເອງຢູ່ເລື້ອຍໆວ່າ ເຮົາລອງໃຊ້ຊີວິດແບບ Slow Life ຈັກວັນເບິ່ງບໍ ບໍ່ຕ້ອງທຸກວັນກະໄດ້ ເຮັດ 1-2 ວັນຕໍ່ອາທິດກະຍັງດີ ພໍມາລອງໄດ້ເຮັດເບິ່ງແລ້ວ ມັນຮູ້ສຶກດີແຮງ ຮູ້ສຶກຄືວ່າ ການໄດ້ນັ່ງຊິວໆ ຈິບກາເຟ ຟັງ portcast ເປັນອີ່ຫຍັງທີ່ເອັນຈອຍ ແລະ ຮີວໃຈໄດ້ດີກວ່າການນັ່ງໜ້າຄອມ ຈັບໂທລະສັບອີກ. ແຕ່ວ່າ ສິ່່ງເຫຼົ່ານີ້ມັນຈະມີຂໍ້ເສຍຄື ມັນອາດຕະເຮັດໃຫ້ເຮົາກວາຍເປັນຄົນເສື່ອຍ ອາດກາຍເປັນຄົນບໍ່ແອັກທິບຄືແຕ່ກ່ອນໄດ້ແລ້ວ ເຮົາເລີຍຍັງຕ້ອງຫາໂນ້ນນີ້ນັ້ນເຮັດນຳເຊັ່ນ: ການ VLog(ສາມາດເຂົ້າໄປເບິ່ງໄດ້ໃນຍູທູບ => https://www.youtube.com/@malimanly) 

ຄວາມຝັນອີກຢ່າງຄື ການເປັນຍູທູບເບີ້ ສາມາດເຂົ້າໄປກົດຊັບ ເພື່ອຊັບພອດຄວາມຝັນເລັກໆນ້ອຍໆຂອງນາງ ມລ ແນ່ເດີທຸກຄົນ. ອາດຈະເຮັດຄລິບ ຕັດຄລິບແບບມືບໍ່ໂປຣ ແຕ່ກະຕັ້ງໃຈອັດແລະຕັດໃນແບບສະບັບຂອງ ມລ ມັກບໍ່ມັກສາມາດຄອມເມັ້ນໄດ້ນະ ຈະໄດ້ນຳມາປັບປຸງ. ທຸກຄົນອາດຈະມີການແກ້ໄຂແລະພະຍາຍາມແກ້ໄຂບັນຫາໃນແບບຂອງຕົນເອງ ສ່ວນເຮົາກະຄືກັນເຮົາໃຊ້ຄວາມມັກສ່ວນຕົວໃນການຮີວໃຈຕົວເອງ ເພາະມັນເປັນສິ່ງດຽວທີ່ເປັນເຮົາແລະເຮົາສະບາຍໃຈທີ່ຈະຢູ່ໃນຈຸດໆນີ້

ລອງເຮັດແບບທົດສອບ ລອງເຝິກຕອບຄຳຖາມຕາມອິນເຕີເນັທເບິ່ງ ມັນກະຊ່ວຍໄດ້ໄດ໋ເຊັ່ນວ່າ:

1. ເຮົາເຮັດຫຍັງສຳເລັດໄປແລ້ວແນ່?

2. ມັກຫຼືບໍ່ມັກຫຍັງໃນຕົວເອງຕອນນີ້?

3. ໄດ້ຮຽນຮູ້ຫຍັງແນ່ຈາກມື້ວານ?

4. ຕອນນີ້ມີຫຍັງທີ່ກັງວົນຢູ່?

5. ມີຫຍັງທີ່ປ່ອຍວາງໄດ້ແນ່?

ລອງຕອບຄຳຖາມເຫຼົ່ານີ້ເບິ່ງແລ້ວມັນຈະເຮັດໃຫ້ເຮົາມີຄວາມສຸກຫຼາຍຂຶ້ນ ລອງຫາອີ່ຫຍັງກະໄດ້ທີ່ເຮັດໃຫ້ເຮົາມີຄວາມສຸກງ່າຍຂື້ນ ເຊັ່ນວ່າ: ມື້ນີ້ສິໄດ້ອອກຈາກບ້ານ, ມື້ນີ້ສິໄດ້ນອນໝົດມື້, ມື້ນີ້ສິລອງເຮັດອາຫານເມນູໃໝ່, ມື້ນີ້ສິໄດ້ເດີນທາງ... ລອງຄິດໃຫ້ມັນມີຄວາມສຸກເບິ່ງ ພຽງແຕ່ເຮົາລອງປ່ຽນຄຳເວົ້າມັນກະເຮັດໃຫ້ຄວາມຮູ້ສຶກທີ່ຈະໄດ້ເຮັດມັນປ່ຽນໄປເວີຍ

ທັງໝົດນີ້ ຢາກບອກໂຕເອງວ່າ ມລ ເກັ່ງຫຼາຍແລ້ວ ບໍ່ຕ້ອງພະຍາຍາມເກັ່ງເພື່ອໃຜແລ້ວ ໃຫ້ຄົນອື່ນເຂົາເຮັດບ້າງ ສົນໃຈຄວາມຮູ້ສຶກໂຕເອງແນ່ ແຄຄົນອື່ນໃຫ້ນ້ອຍໆແນ່