
ຂຽນເມື່ອ: May. 23, 2010
| ມີ
14 ຄຳເຫັນ
ແລະ
0 trackback(s)
ຄືເຮົາຮູ້ກັນທົ່ວໆໄປແລ້ວວ່ານິຍາມຂອງຄວາມຮັກມີຢູ່ຢ່າງຫຼວງຫຼາຍຈົນບໍ່
ສາມາດຮູ້ໄດ້ໝົດວ່າມີຄວາມໝາຍວ່າແນວໃດແດ່? ແຕ່ໃນທີ່ນີ້ເຮົາຈະມາ
ລອງຈັດໝວດເບີ່ງວ່າມັນຈະມີຄືແນວໃດໄປອ່ານກັນເລີຍ.........................
ໝວດຄວາມຮູ້ສຶກ
ຄວາມຮັກແມ່ນຄວາມຮູ້ສຶກດີໆຂອງຄົນສອງຄນທີ່ມີຕໍ່ກັນ
ຄວາມຮັກຄືການໃຫ້
ໝວດອາຫານ ແລະ ຢາ
ຄວາມຮັກຄືກັບກາເຟຂົມ ແຕ່ມັນກະແຊບດີ
ຄວາມຮັກຄືກັບຢາພິດມັນສາມາດເຮັດໃຫ້ຄົນເຮົາຕາຍໄດ້
ໝວດການສື່ສານ
ຄວາມຮັກຄືກັບແບດໂທລະສັບມີຍາມເຕັມແລະກໍມີວັນໝົດ
ຄວາມຮັກຄືກັບໂທລະສັບຖ້າຂາດມັນແລ້ວກໍຮູ້ສືກເຊັງໆ
ໝວດນິເວດວິທະຍາ
ຄວາມຮັກຄືກັນອາກາດມີຢູ່ທຸກທີ່ທຸກເວລາ
ຄວາມຮັກຄືກັບສາຍລົມພັດມາເຢັນສະບາຍແລ້ວກໍຫາຍໄປ
ໝວດສີ່ງເສດເຫຼືອ
ຄວາມຮັກຄືຂີ້ກະເທີ່ຖຶງຈະສົກກະປົກແຕ່ຫຼາຍຄົນກະກືນມັນລົງໄປ
ແລະອື່ນໆອີກຫຼວງຫຼາຍ........ຮ່າ.....ເມືອຍກັບຄວາມຮັກນີ້ມັນມີຫຼາຍ
ຄວ່ມໝາຍເຫຼືອເກີນ