ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Jul. 16, 2009 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຖິງເວລາຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໝູ່ເພືອນແລ້ວໃນເລື່ອງກ່ອນໄດ້ມີ

ຫຼາຍຄົນຢາກອ່ານຕອນຕໍ່ໄປໄດ້ເວລາອ່ານຕອນຕໍ່ໄປແລ້ວ.......................

 

ຫຼັງຈາກວັນທີ່ຜູ້ຊາຍຄົນນັ້ນບອກເລີກກັບສາວປະເພດສອງແລ້ວສາວປະເພດສອງກໍ່ໄດ້ກັບບ້ານເມືອຫາ

ພໍ່ແມ່ພໍກັບຮອດບ້ານ

ແມ່ຂອງລາວແນມເຫັນລູກແລ້ວກໍ່ຟ້າວແລ່ນເຂົ້າໄປຫາແລ້ວເວົ້າຂື້ນດ້ວຍຄວາມຕົກໃຈວ່າ:ເປັນຫຍັງລູກຄືເປັນ

ແບບນີ້

ສາວປະເພດສອງກໍ່ເລົ່າເຫດການທັງໝົດໃຫ້ແມ່ຂອງລາວຟັງ

ແມ່: ບໍ່ເປັນຫຍັງດອກລູກເອີຍ! ມາຢູ່ກັບແມ່ນີ້ດີແລ້ວບໍ່ມີໃຜຈະຮັກເຮົາເທົ່າກັບພໍ່ແມ່ດອກ

 

ຈາກນັ້ນເວລາກໍໄດ້ຜ່ານໄປຈາກຫຼາຍວັນເປັນຫຼາຍເດືອນຈາກຫຼາຍເດືອນເປັນຫຼາຍປີສາວປະເພດສອງກໍໄດ້

ຮັບການຜ່າຕັດຕາລາວສາມາດເບິ່ງເຫັນອີກຄັ້ງໜື່ງລາວໄດ້ເລີ່ມຕົ້ນຊີວິດໃໝ່ຢູ່ກັບພໍ່ແມ່ແລະນ້ອງອີກສາມ

ຄົນ, ລາວໄດ້ຕັ້ງໜ້າຕັ້ງຕາເຮັດວຽກຫາເງິນລ້ຽງຄອບຄົວ ແລະ ສົ່ງນ້ອງຮຽນສ່ວນຜູ້ຊາຍຄົນນັ້ນກໍໄດ້ມີ

ຄວາມສຸກກັບຊີວິດໃໝ່ຂອງເຂົາເຂົາໄດ້ແຕ່ງງານກັບຜູ້ຍິງຄົນໜື່ງພວກເຂົາດຳລົງຊີວິດຢູ່ດ້ວຍກັນຢ່າງມີ

ຄວາມສຸກໂດຍທີ່ເຂົາບໍ່ໄດ້ຄິດເຖິງຜູ້ທີ່ມີບຸນຄຸນຕໍ່ເຂົາເລີຍແມ່ນແຕ່ນ້ອຍດຽວແຕ່ຄວາມສຸກຂອງພວກເຂົາ

ກໍຢູ່ບໍ່ໄດ້ດົນເຊີ່ງໄດ້ເກີດໂລກຮ້າຍກັບຊາຍຄົນນັ້ນລາວມີຊີວິດຢູ່ອີກບໍ່ດົນໃນເວລານີ້ເອງຜູ້ຊາຍຄົນນັ້ນກໍຄິດ

ເຖິງສາວປະເພດສອງເຂົາຢາກຂອບໃຈ ແລະ ຂໍໂທດ

 

ຊາຍຄົນນັ້ນໄດ້ເວົ້າກັບເມຍຂອງເຂົາວ່າ: ຂ້ອຍຢາກເຫັນສາວປະເພດສອງຄົນນັ້ນຂ້ອຍຢາກຂອບໃຈ ແລະ ຂໍ

ໂທດກັບສີ່ງທີ່ຂ້ອຍໄດ້ເຮັດກັບເຂົາ

 

ເມຍຂອງເຂົາກໍໄດ້ຮັບປາກ ແລະ ຫຼັງຈາກນັ້ນເມຍຂອງຊາຍຄົນນັ້ນກໍໄດ້ນຳຫາສາວປະເພດສອງຄົນນັ້ນໃນ

ທີ່ສຸດກໍພົບສາວປະເພດສອງ ແລະ ກໍໄດ້ເລົ່າເຫດການທັງໝົດໃຫສາວປະເພດສອງຟັງ, ສາວປະເພດສອງກໍ

ໄດ້ຕົກລົງໄປຫາຊາຍຄົນນັ້ນ, ແຕ່ພໍໄປເຖິງມັນກໍສວາຍເກີນໄປແລ້ວຊາຍຄົນນັ້ນໄດ້ເສຍຊີວິດແລ້ວ

 

ສາວປະເພດສອງໄດ້ຍ່າງເຂົ້າໄປດ້ວຍຄວາມເສຍໃຈພ້ອມກັບເວົ້າຂື້ນວ່າ: ໃຫ້ເຈົ້າໄປດີເດີເຈົ້າບໍ່ຕ້ອງ

ຂໍໂທດຂ້ອຍດອກເລື່ອງທັງໝົດມັນບໍ່ໄດ້ເປັນຄວາມຜິດຂອງເຈົ້າດອກເຖິງຢ່າງໃດຄວາມຮັກຂອງ

ເຮົາສອງຄົນກໍເປັນໄປບໍ່ໄດ້ເພາະມັນຜິດກົດເກນຂອງສັງຄົມ. ຄວາມຮັກຂອງເຮົາໃຫ້ມັນເປັນພຽງ

ຄວາມຊົງຈຳທີ່ດີ ແລະ ຂ້ອຍກໍຈະຈົດຈຳມັນໄວ້ຈົນຕາຍ

 

ມາຮອດນີ້ຄວາມຮັກຂອງເຂົາສອງຄົນກໍໄດ້ຈົບລົງພຽງເທົ່ານີ້ຖ້າຫາກໝູ່ເພື່ອນຄົນໃດບໍ່ຢາກໃຫ້ຄວາມ

ຮັກເຫຼືອໄວ້ພຽງແຕ່ຄວາມຊົງຈຳໃຫໝູ່ເພືອນເອົາໃຈໃສ່ຄົນຮັກໃຫຫຼາຍໆມີຫຍັງກໍປືກສາກັນ, ຖ້າເຮັດ

ຜິດກໍຮູ້ຈັກຂໍໂທດ, ຮູ້ໃຫ້ອາໄພເຊິ່ງກັນແລະ ກັນບໍ່ຢາກໃຫ້ເປັນຄືເລືອງນີ້ກວ່າຈະຮູ້ສຶກຕົວວ່າຕົນເອງ

ຜິດຢາກຂໍໂທດມັນກໍສວາຍເກີນໄປແລ້ວ ແລະ ທີ່ສຳຄັນຢ່າລືມເປັນກຳລັງໃຈໃຫ້ຕໍ່ໄປເດີ.

                              ຂອບໃຈ

Delicious Digg Fark Twitter