ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 17, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

1 ຄົນທຸກຄົນເກິດມາແລ້ວຈະຕ້ອງ ແກ່ເຖົ້າ ເປັນທັມມະດາ ບໍ່ມີໃຜລ່ວງພົ້ນຈາກຄວາມ ແກ່ ໄປໄດ້

2,/ ຄົນທຸກຄົນເກິດມາແລ້ວຈະຕ້ອງເຈັບປ່ວຍເປັນທັມມະດາ ບໍ່ມີໃຜລ່ວງພົ້ນຈາກຄວາມ ເຈັບ ໄປໄດ້

3,/ຄົນທຸກຄົນເກິດມາແລ້ວຈະຕ້ອງ ຕາຍ ເປັນທັມມະດາ ບໍ່ມີໃຜລ່ວງພົ້ນຈາກຄວາມ ຕາຍ ໄປໄດ້

4,/ ຄົນທຸກຄົນເກິດມາແລ້ວຈະຕ້ອງພັດພາກຈາກຂອງຮັກ ຂອງຊອບໃຈ ໄປເປັນທັມມະດາ ບໍ່ມີໃຜລ່ວງພົ້ນຈາກຄວາມພັດພາກຈາກຂອງຮັກຂອງຊອບໃຈໄປໄດ້

5,/ ຄົນທຸກຄົນເກິດມາແລ້ວຈະຕ້ອງມີກັມເປັນຂອງຕົນບໍ່ມີໃຜລ່ວງພົ້ນຈາກຄວາມກັມໄປໄດ້

ກັມ ເເປ່ວ່າ: ການເຮັດການກະທຳ      ທຳສີງໃດ ໄດ້ສີ່ງນັ້ນແນ່ນອນ

<!--EndFragment--> <!--EndFragment--> <!--EndFragment--> <!--EndFragment--> <!--EndFragment-->
ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ວັນອາທິດ 25/07/2011 ທີມU16 ຂອງລາວຈະ ເຕະກັບ ທີມU16ຂອງຍີ່ປຸ່ນ ທີ່ສະໜາມແຫ່ງຊາດຫຼັກ16  ເວລາ 17:00  ໄປເຊຍ U16ຂອງລາວ ອິກ  ນັດອຸ່ນເຄື່ອງກ່ອນຈະເຖີງການເຕາະບານຊີງແຊມອາຊີ ທີຈະມາເຖີງໄວໆນີ້ ທີລາວເປັນເຈົ້າພາກອີກຄັ້ງໃນກຸ່ມ F ຂອງ U16 ໃນເດືອນກັນທີ່ນຈະມາເຖີ່ງນີ້.

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ວັນທີ 23/07/2011 ທີຊາດລາວສຸດໃຫຍ່ ຈະໄປຟາດແຂ່ງກັບ ນັກເຕະທີມຊາດຂອງຈີນ ຮອບຄັດເລືອກບານໂລກ ຂໍໃຫ້ທ່ານຊາວພັນລາວ ສົ່ງແຮງຈິດ ແຮງໃຈ ເຊຍທີມຊາດລາວ ໃຫ້ມີໄຊຊະນະກັບມາ

ວັນນທີ່ 28/07/2011 ຈີນຈະມາຟາດແຂ່ງກັບນັກເຕະທີມຊາດລາວຢູ່ທີ່ສາໜາມກິລາແຫ່ງຊາດ ຫຼັກ16 ຂໍໃຫ້ທຸກທ່ານຈົງໄປເຊຍທີມຊາດໃຫ້ຫຼາຍເໝື່ອ U16 ທີ່ຜານມາ,

ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

                  ຂາບໄຫວ້ຜູ້ມີພຣະຄຸນ

 

ຍົກມື ຂື້ນເຖີດໜາ         ທ່ານທີ່ມາໃນກອງທັບທັມ

ບູຊາ ຄຸນພຣະພຸດ        ທີ່ບໍລິສຸດ ແລະຜ່ອງໃສ

ບູຊາ ຄູນພຣະທັມ             ທີ່ທ່ານນ້ອມນຳ ເຊີດຊູໄວ້

ບູຊາ ຄຸນພຣະສົງ          ທີ່ທ່ານດຳຣົງພຣະສາດສະໜາ

ຂາບໄຫ້ວ ລົງເຖີດໜາ     ທ່ານທີ່ມາໃນກອງທັບທັມ

ຂາບໜື່ງ ຄຸນພຣະພຸດ      ທີ່ບໍລິສຸດ ແລະຜ່ອງໃສ

ຂາບສອງ ຄຸນພຣະທັມ     ທີ່ທ່ານນ້ອມນຳ ເຊີດຊູໄວ້

ຂາບສາມ ຄຸນພຣະສົງ      ທີ່ທ່ານດຳລົງພຣະສາດສະໜາ

ຂາບສີ່ ບິດາມານດາ       ທີ່ລ້ຽງເຮົາມາຈົນເຕີບໃຫ່ຍ

ຂາບຫ້າ ຄູອາຈານ        ທີ່ທ່ານບັນດານ ວິຊາໃຫ້ໄວ້

ຂາບໄຫ້ວ ໃຫ້ໄດ້ຫ້າຄັ້ງ         ເພື່ອພຣະລັງພຣະສາດສະໜາ

ຕໍ່ໄປ ພາຍພາກໜ້າ       ເຮົາຈັກເຖີງເຊີ່ງນີບພານ(ຊ້ຳ).

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  • ອັນເວລາ........ນະທີ.................ທີ່ໄຫຼລັບ

ບໍ່ໄຫຼກັບ..................ຫວນຄືນ...........ໃຫ້ຂຶ່ນຂົມ


ສິ່ງໃດທຸກ ................ຈົ່ງປ່ວຍໄປ..........ຢ່າຊື່ນຊົມ


ຢ່າມົວດົມ.................ຄວັນພິດ............ໃຫ້ຈິດໝອງ


  • ຈົ່ງໝັ່ນສ້າງ.........ກຸສົນ................ຂຶ້ນດົນຈິດ

ເປັນເຂັມທິດ.................ນຳໄປ...............ໃນທາງສຸກ


ເມື່ອຜິດຫວັງ.................ມື່ນລົ້ມ..............ຈະໄດ້ລຸກ


ດ້ວຍຄວາມສຸກ...............ສົ່ງໃຫ້...............ໄດ້ມີທັມ


  • ອອກກຳລັງ...........ທາງກາຍ...........ຕ້ານໄພໂຣກ

ຝ່າຍທຸກໂສກ.................ໃຫ້ຂະຫຍັນ..........ໝັ່ນຝຶກຝົນ


ອອກກຳລັງ...................ທາງໃຈ..............ໄວ້ຊ່ວຍຕົນ


ເກີດເປັນຄົນ..................ຖ້າເຮັດຄົບ...........ພົບສຸກແລ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເກິດເປັນຄົນ         ຈົ່ງທຳດີ       ມີນ້ຳໃຈເອົາໄວ້ເຖິດ

ສີ່ງປະສິດ            ຄືຫົວໃຈ       ໃຫ້ເປັນທານ

ເພື່ອລູກຫລານ    ຄົນລຸ້ນຫລັງ  ຈາລຶກຄຸນ

 

 

ຄວາມດີ         ຄົນຊົ່ວທຳຍາກ        ຄົນດີທຳງ່າຍ

ຄວາມຊົ່ວ       ຄົນດີທຳຍາກ          ຄົນຊົ່ວທຳງາຍ

 

                    ແມ່ນບໍທຸກທ່ານ?

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຍີນດີຕ້ອນທ່ານຜູ້ໃຈກ້າ                              ສາມາດເຂົາມາໄດ້

ໃຈຂອງທ່ານກ້າຍີ່ງໜັກ                             ຈິງເຫັນສີ່ງນີ້

ສີ່ງດີໆໆໆໆໆໆໆ                                 ມີໄວ້່ສຳລັບຄົນກ້າ

ກ້າເຮັດກ້າທຳ                                          ກ້າປະຕິເສດ55555555 ໂດຍລອກແລ້ວ

ເວບໄຊດີ ມີປະໂຫຍດແກ່ທຸກທ່ານ:

www.laointer.110mb.com

www.laoinfo.110mb.com

ເຊີນເຂົ້າໄປແລ້ວທ່ານຈະບໍ່ຜິດຫວັງແນ່ນອນ

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 13, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຂອງດີກັ່ນຈາກຄຳສອນຂອງພຮະພຸດທະເຈົ້າ ອ່ານແລ້ວມີກຳລັງໃຈສູ້ໆໆ



ທຸກໆທ່ານ ທີ່ໄດ້ມີໂອກາດ


ອ່ານບົດຄວາມ100 ຂໍ້ລຸ່ມນີ້ ຂ້າພະເຈົ້າ ຮັບຮອງວ່າ ຖ້າທ່ານອ່ານໝົດແລ້ວ


ນຳໄປປະຖິບັດຈະເກິດປະໂຫຍດຢ່າງມະຫາສານ ແລະຊີວິດປ່ຽນແນ່ນອນ


1. ເອົາໃຈເຂົາມາໃສ່ໃຈເຮົາ


2. ເຊື່ອໝັ້ນໂຕເອງ


3. ຢ່າເບິ່ງຄົນອື່ນຢູ່ແຕ່ໜ້າຕາຢ່າງດຽວ


4. ກ້າຄິດ, ກ້າເວົ້າ ແລະ ກ້າເຮັດ


5. ເມື່ອມີບັນຫາ ຈົ່ງໝັ່ນປຶກສາຄົນອື່ນທີ່ເຮົາໄວ້ໃຈ


6. ແລະກໍ່ເປັນທີ່ປຶກສາໃຫ້ຜູ້ອື່ນນໍາ


7. ຢ່າຂີ້ຕົວະໃນເລື່ອງທີ່ເຈົ້າຄິດວ່າຜິດ


8. ໄວ້ໃຈບຸກຄົນທີ່ສົມຄວນໄວ້ໃຈ


9. ເປີດໃຈໃຫ້ກວ້າງ


10. ເບິ່ງການໄກ


11. ວາງແຜນອະນາຄົດ


12. ຢ່າໂທດໂຕເອງ


13. ມີຄວາມຮັບຜິດຊອບ


14. ຕອບແທນເມື່ອໄດ້ຮັບ


15. ໃຫ້ໃນສິ່ງທີ່ຜູ້ອື່ນຢາກໄດ້ ແລະ ບໍ່ມີ


16. ຢ່າໃຊ້ແຕ່ອາລົມ ແຕ່ຈົ່ງໃຊ້ຄວາມຄິດ


17. ຄິດເຖິງສ່ວນລວມໃຫ້ຫຼາຍໆ


18. ເບິ່ງແຍງຕົນເອງໃຫ້ເປັນ


19. ຮູ້ຜິດ, ຖືກ, ຊົ່ວ, ດີ


20. ຢ່າປະໃຫ້ເວລາເສຍໄປລ້າໆ


21. ຢ່າເຫັນຄ່າສິ່ງທີ່ຢູ່ກັບເຮົາເມື່ອເຮົາເສຍມັນໄປແລ້ວ


22. ຮູ້ຈັກໂຕເອງຢູ່ສະເໝີວ່າຕອນນີ້ກໍາລັງເຮັດຫຍັງ


23. ສິ່ງທີ່ເຮົາເຮັດຢູ່ມີຜົນດີ, ຜົນເສຍ ຫຼື ບໍ່ມີປະໂຫຍດເລີຍ


24. ຢ່າໃຫ້ງົວເສຍແລ້ວຈຶ່ງເຮັດຄອກຂັງໄວ້


25. ໃຫ້ອະໄພແກ່ຕົນເອງ ແລະ ຜູ້ອື່ນ


26. ຢ່າເກັບເອົາອາດີດມາທໍາລາຍຕົນເອງ ແຕ່ຈົ່ງຮຽນຮູ້ຈາກມັນ


27. ຄົນທີ່ບໍ່ເຄີຍເຮັດຜິດຄືຄົນທີ່ບໍ່ເຄີຍເຮັດຫຍັງເລີຍ


28. ໄດ້ໜ້າຢ່າລືມຫຼັງ


30. ເຈົ້າບໍ່ແມ່ນເທວະດາ ຢ່າໄປຄິດສ້ອມແປງຄວາມຄິດ ແຕ່ຈົ່ງຄິດທີ່ຈະເບິ່ງແຍງມັນ


31. ຢ່າອ່ານຂໍ້ຄວາມທີ່ມີປະໂຫຍດແບບຜ່ານໄປຊື່ໆ


32. ອ່ານແລ້ວຄິດ, ຄິດແລ້ວເຮັດ, ໝັ່ນພັດທະນາຕົນເອງ


33. ສ້າງປະໂຫຍດໃຫ້ແກ່ສ່ວນລວມແດ່


34. ຢ່າເຫັນແກ່ໂຕ


35. ຢ່າລໍຖ້າໃນສິ່ງທີ່ຍັງມາບໍ່ເຖິງ


36. ຢ່າຢ້ານໃນສິ່ງທີ່ຕົນເອງສາມາດສູ້ ແລະ ປ່ຽນແປງມັນໄດ້


37. ກໍາລັງໃຈເປັນສິ່ງທີ່ສໍາຄັນ ໝັ່ນຕື່ມໃຫ້ຄົນອື່ນແນ່ ແລ້ວເຂົາຈະກັບມາຕື່ມໃຫ້ເຈົ້າເຊັ່ນກັນ


38. ໝູ່ເພື່ອນບໍ່ຈໍາເປັນຕ້ອງພົບໜ້າກັນ ແຕ່ກໍ່ລົມກັນໄດ້


39. ຢ່າຄິດວ່າເຂົາບໍ່ໂທມາ ຖ້າເຈົ້າກໍ່ບໍ່ໂທໄປ


40. ຈົ່ງເປັນຝ່າຍໃຫ້ຫຼາຍກວ່າເປັນຝ່າຍຮັບ


41. ເບິ່ງແຍງພໍ່ແມ່ໃຫ້ດີເມື່ອເຈົ້າມີໂອກາດ ກ່ອນທີ່ຈະບໍ່ມີໂອກາດເບິ່ງແຍງເພິ່ນ


42. ຢ່າເສຍໃຈກັບສິ່ງທີ່ບໍ່ດີ ຫຼືສູນເສຍໄປແລ້ວ ມັນບໍ່ມີທາງກັບມາ ແຕ່ເຈົ້າສາມາດເຮັດມັນໃໝ່ ຫຼືຮຽນຮູ້ຈາກມັນ


43. ຄໍາເວົ້າເມື່ອເວົ້າໄປແລ້ວ ບໍ່ສາມາດເອົາກັບຄືນມາໄດ້ ດັ່ງນັ້ນຈົ່ງຄິດກ່ອນເວົ້າ


44. ຢ່າທຸ່ມເທໃນສິ່ງທີ່ບໍ່ມີປະໂຫຍດ


45. ຄໍາເວົ້າໃຫ້ກໍາລັງໃຈໄດ້, ປອບໃຈໄດ້, ຍຸແຍ່ໃຫ້ຄົນຜິດກັນຫຼື ຂ້າກັນໄດ້, ເຮັດໃຫ້ເສຍຄວາມຮູ້ສຶກໄດ້ ດັ່ງນັ້ນຈົ່ງຮູ້ທີ່ຈະເວົ້າຄໍາໃດໃນເວລາໃດ


46. ຊີວິດບໍ່ແມ່ນເກມ, ພາດໄປແລ້ວບໍ່ສາມາດຈະກົດເລີ່ມໃໝ່ ຫຼື ໂຫຼດໃໝ່ໄດ້


47. ຫາຈຸດໝາຍໃຫ້ແກ່ຊີວິດ


48. ຄຽດໄດ້ ແຕ່ຄຽດໃຫ້ເປັນ


49. ຖ້າງົງ ຂຽນໜັງສືໄດ້ ແຕ່ຂຽນໃຫ້ເປັນພາສາ


50. ມື້ໜຶ່ງໆ ເຈົ້າເຮັດຫຍັງແດ່ ທີ່ບໍ່ແມ່ນ ກິນ, ນອນ ລະກະ ຫຼິ້ນ


51. ບໍ່ມີໝໍຄົນໃດທີ່ຈະຖ້າໃຫ້ຄົນປ່ວຍໃກ້ຈະຕາຍແລ້ວຈຶ່ງຊ່ວຍ


52.ເພື່ອນເຈົ້າກໍ່ຄືກັນຢ່າປະໃຫ້ເຂົາຕາຍແລ້ວຈຶ່ງໄປຖາມຫາຫຼືເບິ່ງແຍງ


53. ຮ່າງກາຍຄົນບໍ່ແມ່ນເຄື່ອງຈັກ ໃຫ້ມັນພັກຜ່ອນແດ່


54. ເຈົ້າຊື້ໂມງໄດ້ ແຕ່ເຈົ້າບໍ່ສາມາດຊື້ເວລາໄດ້


55. ຕອນນີ້ມີໃຜບາງຄົນຖ້າເຈົ້າຢູ່ຫຼືບໍ່ ຖ້າມີກໍ່ຈົງກັບໄປຫາເຂົາສາ


56. ຕອນນີ້ເຈົ້າກໍາລັງລໍຖ້າໃຜບາງຄົນບໍ ແລ້ວຈະລໍຖ້າແບບນີ້ໄປດົນປານໃດ ພະຍາຍາມເຮັດອັນອື່ນແນ່


57. ຢ່າເວົ້າຄໍາວ່າຂໍໂທດດຸຫຼາຍ ເພາະມີອີຫຍັງດີໆຕັ້ງຫຼາຍຢ່າງໃຫ້ເຮັດແລ້ວບໍ່ຕ້ອງຕາມໄປຂໍໂທດ


58. ຕອນເຈົ້າທຸກຍາກລໍາບາກເຈົ້າຄິດຮອດໃຜ ເຈົ້າຢາກໃຫ້ໃຜຊ່ວຍເຫຼືອ?


59. ຕອນນີ້ເຈົ້າກໍາລັງສະບາຍຢູ່ ແລ້ວຄົນທີ່ເຈົ້າຂໍຄວາມຊ່ວຍເຫຼືອຈາກເຂົາເດ ໝົດປະໂຫຍດແລ້ວບໍ?


60. ເຮັດຫຍັງກໍ່ໄດ້ໃຫ້ຕົນເອງມີຄວາມສຸກ ແຕ່ບໍ່ແມ່ນຢູ່ເທິງຄວາມທຸກຂອງຄົນອື່ນ


61. ຕອນນ້ີເຈົ້າກໍາລັງອ່ານປະໂຫຍກນີ້ ແລະ ຈົ່ງຈໍາໄວ້ວ່າເຈົ້າເປັນຄົນ ແລະ ຍັງມີຊີວິດຢູ່


62. ແມ່ນໃຜເປັນຄົນເຮັດໃຫ້ເຈົ້າມີຊີວິດ ຕອບແທນເຂົາແລ້ວຫຼືຍັງ


63.ບໍ່ຕ້ອງລໍຖ້າຮອດວັນພິເສດໃດໆພຽງແຕ່ເຂົ້າໄປບອກຄໍາວ່າຮັກກໍ່ພຽງພໍແລ້ວ


64. ຢ່າຖ້າໃຫ້ຮອດວັນເກີດໝູ່ ແລ້ວຈຶ່ງລົມກັນຫຼືໃຫ້ຂອງຂວັນ


65. ບໍ່ມີກົດໝາຍໃດຫ້າມບໍ່ໃຫ້ຂອງຂວັນໃນວັນທໍາມະດາ


66. ຖ້າເປັນເຈົ້າ ຢູ່ດີໆໝູ່ເອົາເຂົ້າໜົມມາໃຫ້ຈະຮູ້ສຶກດີບໍ ຫຼື ຈະເບິ່ງທີ່ລາຄາເຂົ້າໜົມນັ້ນ


67. ເຫຼົ້າເຮັດໃຫ້ເຈົ້າລືມໄດ້ແຕ່ຕອນເມົາແຕ່ເພື່ອນເຮັດໃຫ້ເຈົ້າລືມເລື່ອງບໍ່ດີໄດ້ຕະຫຼອດຊີວິດ


68.ຢ່າຄິດວ່າຕົນເອງເປັນຄົນໂຊກຮ້າຍທີ່ສຸດແລະຢ່າຄິດວ່າຕົນເອງເປັນຄົນໂຊກດີທີ່ສຸດ


69.ຢ່າເວົ້າວ່າເພິ່ນບໍ່ມາເປັນເຮົາບໍ່ຮູ້ດອກຖ້າເປັນແນວນັ້ນເຈົ້າກໍ່ບໍ່ຮູ້ເລື່ອງຂອງເຂົາຄືກັນ


70. ຖ້າເມື່ອຍຫຼາຍກໍ່ຢຸດພັກແນ່


71. ຢ່າຄິດວ່າຄົນດີບໍ່ມີໃນສັງຄົມ ເພາະເຈົ້າກໍ່ເປັນຄົນພຽງແຕ່ເຈົ້າຍັງບໍ່ໄດ້ເຮັດອີຫຍັງເທົ່ານັ້ນ


72.ປິດສະໜາໃນເກມເຈົ້າແກ້ໄດ້ແຕ່ເປັນຫຍັງປິດສະໜາໃນຊີວິດເຈົ້າແກ້ບໍ່ໄດ້ ໃນເມື່ອບົດສະຫຼຸບມັນຢູ່ໃນໂຕເຈົ້າ


73. ເຈົ້າເບິ່ງເພັດຢູ່ຄວາມງາມພາຍໃນ ຫຼື ປ້າຍລາຄາທາງນອກ


74. ຖ້າເຈົ້າກິນອາຫານເຫຼືອ ລອງຄຶດເຖິງເດັກນ້ອຍທີ່ບໍ່ມີຫຍັງກິນແດ່


75. ມີເລື່ອງຫຼາຍເລື່ອງທີ່ບໍ່ໄດ້ຂຽນໃນໜັງສືລອງຄົ້ນຄວ້າເບິ່ງແລ້ວຈະຮູ້


76.ລູກທະນູທີ່ປ່ອຍອອກຈາກໜ້າໄມ້ຍັງອັນຕະລາຍໜ້ອຍກວ່າຫອກທີ່ແທງມາຈາກທາງຫຼັງ


77. ການຖືກຫັກຫຼັງເປັນສິ່ງທີ່ເຈັບປວດ ຢ່າໃຫ້ມັນເກີດ


78. ຈະປະໃຫ້ຂີ້ລັກຂຶ້ນບ້ານແລ້ວຈຶ່ງໄປເບິ່ງປະຕູຮົ້ວບໍ?


79. ທໍາໃຈກັບສິ່ງຕ່າງໆລ່ວງໜ້າໄວ້ແດ່ກໍ່ດີ


80. ສົມມຸດຄົນທີ່ເຈົ້າຮັກຈາກເຈົ້າໄປໃນຕອນນີ້ ເຈົ້າຄິດວ່າເຈົ້າໄດ້ເຮັດຫຍັງໃຫ້ເຂົາແດ່ແລ້ວ ຫຼືວ່າບໍ່ມີເລີຍ


81. ຢ່າຕອບວ່າ ເຮັດແນວໃດກໍ່ຕອບແທນບໍ່ໝົດ ຂໍຖາມແດ່ວ່າເຮັດຄັ້ງສຸດທ້າຍຕອນໃດ?


82. ເຈົ້າທໍາໃຈໄດ້ແລ້ວບໍ ຖ້າມັນເກີດຂຶ້ນ ເຈົ້າໄປຮ້ອງໄຫ້ຂ້າງງານສົບ ແນວໃດເຂົາກໍ່ບໍ່ໄດ້ຍິນ


83. ໂຕຂອງເຈົ້າມີຄ່າຢູ່ແລ້ວ ຢູ່ທີ່ວ່າເຈົ້າຮູ້ຈັກດຶງມັນອອກມາໃຊ້ຫຼືບໍ?


84. ຮຽນເວົ້າກັບໂຕເອງແດ່ ແລ້ວເຈົ້າຈະຮູ້ວ່າມັນມີຫຍັງຕັ້ງຫຼາຍຢ່າງທີ່ເຈົ້າຍັງບໍ່ຮູ້


85. ເຈົ້າໃຊ້ຮ່າງກາຍມາຈັກປີແລ້ວ ໝັ່ນເບິ່ງແຍງມັນແດ່ ຫຼືວ່າເອົາໄວ້ໃຫ້ວິນຍານມີບ່ອນສິງສະຖິດຢູ່ຊື່ໆ


86. ການໃສ່ເສື້ອຜ້າງາມໆ ບໍ່ໄດ້ຊ່ວຍໃຫ້ຮ່າງກາຍດີຂຶ້ນດອກ ທີ່ດີຂຶ້ນເປັນບຸກຄະລິກກະພາບເທົ່ານັ້ນ


87. ຫາຄວາມສຸກຂອງໂຕເອງໃຫ້ພົບ ຮຽນມີຄວາມສຸກແນ່


88. ລອງເຮັດແບບບ້າໆບ໋ອງແດ່ກໍ່ດີຢ່າຍຶດຕິດກັບອີຫຍັງຫຼາຍເກີນໄປ


89.ສິ່ງທີ່ເຈົ້າປ່ອຍຜ່ານໆໄປໃນຊີວິດຫຼືເລື່ອງທີ່ເຈົ້າເຫັນວ່າມັນບໍ່ສໍາຄັນ ກັບມາເບິ່ງບ່ອນນັ້ນແດ່ກໍ່ດີ


90. ຢ່າໄວ້ໃຈໃຜຫຼາຍເກີນໄປ ບໍ່ໄດ້ສອນໃຫ້ລະແວງບໍ່ໄວ້ໃຈໃຜ ແຕ່ລະວັງແດ່ກໍ່ດີ


91. ຢ່າຕາມເພື່ອນທີ່ມັກກິນເຫຼົ້າ, ຫຼິ້ນໄພ້ ແລະ ມັກຫຼິນສາວ(ບ່າວ) ຫຼາຍຈົນເກີນໄປ


92. ຢາເສບຕິດທຸກຊະນິດຢ່າຄິດຈະລອງເດັດຂາດ


93. ຢ່າເຮັດຕາມໝູ່ເພາະຮ່າງກາຍເຂົາກັບເຮົາມັນຕ່າງກັນແນ່ນອນຈິດໃຈກໍ່ຕ່າງກັນ


94. ຜູ້ຊາຍຈັ່ງໃດກໍ່ເປັນຜູ້ຊາຍ ຜູ້ຍິງຈັ່ງໃດກໍ່ເປັນຜູ້ຍິງ


95. ບາງຄັ້ງກາຍຢູ່ຄົນດຽວກໍ່ບໍ່ໄດ້ເລວຮ້າຍສະເໝີໄປ


96. ບໍ່ມີມິດຖາວອນແລະສັດຕູທີ່ແທ້ຈິງ


97.ຈົ່ງເຮັດມື້ນີ້ໃຫ້ດີທີ່ສຸດ ເພື່ອຕົວເຮົາເອງ ຄົນທີ່ເຮົາຮັກ ແລະ ຄົນທີ່ຢູ່ອ້ອມຂ້າງເຮົາ


98. ຢ່າຄິດວ່າຕົນເອງຖືກຕະຫຼອດ


99. ຢ່ານ້ອຍໃຈເກີນເຫດ ເພາະອີຫຍັງທີ່ເກີນໆມັນບໍ່ຄ່ອຍຈະດີ


100.ຢ່າຄິດວ່າຕົນເອງບໍ່ມີໝູ່ ຫຼື ບໍ່ມີໃຜ ຢ່າງໜ້ອຍຖ້າເຈົ້າໄດ້ອ່ານຂໍ້ຄວາມນີ້

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ໃຜຮູ້ລະຫັດ Windows Vista ຊ່ວຍບບອກແດ່

ຂຽນເມື່ອ ຂຽນເມື່ອ: ທ.ວ.. 4, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເປັນຫຍັງຄົນເຮົາມີຮັກແລ້ວເປັນຫຍັງຈີງມີເລີກ ຍາມຮັກໃນເບື້ອງຕົນເປັນຫຍັງອ່ອນຫວານ ແລະ ສາມາດທຳທຸກສີ່ງຢ່າງໄດ້ ເພື່ອເຂົາ ແລ້ວເປັນຫຍັງ ເມື່ອຮັກໄປນານຄວາມຮັກເລີ່ມຈາງລົງເລື່ອຍໆໃນທີ່ສຸດກະຕ້ອງເລີກກັນໂດຍບໍ່ມີເຫດຜົນ ແລະຖ້າຈະມີກໍ່ມີໜ້ອຍດຽວເທົ່່ານັ້ນ ນີ້ມັນເປັນເພາະຫຍັງ ຫຼືືເປັນເພາະສະຫວັນລີຄິດໃຫ້ເປັນຢ່າງນີ້.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]><![endif]--><!--[if gte mso 9]>Normal0falsefalsefalseEN-USX-NONETH<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;}<![endif]-->

ເຂັດລັບສູຄວາມສຳເລັດ

1. ເອົາໃຈເຂົາ ມາໃສ່ໃຈເຮົາ

2. ເຊື່ອໝັ້ນໂຕເອງ

3. ຢ່າເບິ່ງຄົນອື່ນຢູ່ແຕ່ໜ້າຕາຢ່າງດຽວ

4. ກ້າຄິດ, ກ້າເວົ້າ, ກ້າເຮັດ  ກ້າທໍາ,ກ້າຮັບຜິດຊອບ

 5. ເມື່ອມີບັນຫາ ຈົ່ງໝັ່ນປຶກສາຄົນອື່ນທີ່ເຮົາໄວ້ໃຈ

6. ແລະກໍ່ເປັນທີ່ປຶກສາ ແລະ ປືກສາຄົນທີ່ມີປະສົບການ

 7. ຢ່າຂີ້ຕົວະໃນເລື່ອງທີ່ເຈົ້າຄິດວ່າຜິດ

 8. ໄວ້ໃຈບຸກຄົນທີ່ສົມຄວນໄວ້ໃຈ ຢ່າໄວ້ໃຈຄົນແປກໜ້າ

9. ເປີດໃຈໃຫ້ກວ້າງ 

<!--[if gte mso 9]><![endif]--><!--[if gte mso 9]>Normal0falsefalsefalseEN-USX-NONETH<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;}<![endif]-->

10. ເບິ່ງການໄກ ແລ້ວໄປໃຫ້ເຖີງ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ປະລາວເຮົາຈະເຮັດວຽກຫຍັງກະຕ້ອງໄດ້ໃຊ້ ດວງ ທັງນັ້ນ ເພີ່ນວ່າ ດວງ ນີ້ຫຍໍ້ມາຈາກ 

1. ຄຳວ່າ ຫຍໍ້ມາຈາກ ເດັກຂອງໃຜ (ລູຸກຂອງໄຜ , ລູກເຈົ້າລູກນາຍ)

2. ຄຳວ່າ ຫຍໍ້ມາຈາກ ວົງຕະກຸນ 

3. ຄຳວ່າ ຫຍໍ້ມາຈາກ ເງີນ

   ເພາະສາມຕົວນີີ້ເອງຈິ່ງພາໃຫ້ຄົນທີ່ມີຖານະຕໍ່າຈິງບໍ່ໄດ້ເຮັດວຽກດັງທີໃຈຕົວເອງຄາດຫວັງໄວ້   ເພາະລູກເຈົ້າລູກນາຍ ພາກັນໃຊ້ ດວງ ເຂົ້າໃນການເຮັດວຽກ, ອາໃສ່ວົງຕະກູນ ແລະ ອາໃສເງີນ ຊື້ຈ້າງເອົາ ສ່ວນຄົນທີ່ບໍ່ມີເສັນສາຍ ແລະ ວົງຕະກູນທີ່ບໍ່ໃຫຍ່ໂຕ ຈິ່ງໄດ້ແຕ່ມອງ

                                                                         ທຸກທ່ານເຄີຍໄປສະໝັກວຽກ ແລ້ວ ໄດ້ເສຍເງີນກ່ອນເຂົ້າເຮັດວຽກບໍ່ ຕັ້ງເປັນ 2-3 ໝື່ນຂື້ນໄປ

1. ບໍ່ເຄີຍ ເພາະ

2. ເຄີຍ  ເພາະ

ສ່ວນຜູ່ຂຽນບໍເຄີຍ ເພາະຍັງບໍ່ໄດ້ເຮັດວຽກ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

1. ອະດິດ ຄືື ຄວາມຝັນ ປະຈຸບັນຄືຄວາມຈິງ ສີ່ງທີ່່ບໍ່ທັນມາເຖີງ ຄື ອານາຄົດ

2. ແສ່ງສະຫວ່າງຂອງໂລກ ຄື ພະອາທິດ ແສງສະຫວ່າງຂອງຊີວິດ ຄືການສືກສາ

3. ອະດີດ ອະນາຄົດບໍ່ສຳຄັນ ແຕ່ເຮັດປະຈຸບັນໃຫ້ດີທີ່ສຸດ

4. ບໍ່ຮຽນບໍ່ຮູ້ ບໍ່ສູ້ບໍ່ໄດ້ ບໍ່ໄປບໍ່ເຫັນ ບໍ່ເປັນເຮັດບໍ່ຖືກ

5.ບ່ອນໃດມີທຸກ ບ່ອນນັ້ນຕ້ອງມີສຸກ ບ່ອນໃດມີອຸປະສັກ ບ່ອນນັ້ນຕ້ອງມີຜົນສຳດລັດ

6. ບ່ອນໃດມີຊີວິດ ບ່ອນນັ້ນມີຄວາມຫວັງ

7. ຄວາມສວຍທີ່ຂາດຄຸນນະທຳ ກໍ່ເໝືອນດອກໄມ້ບໍ່ມີກີ່ນ

     ໃຜມີເລືອງດີ ໃຜມີເລືອງເດັດ ໃຜຮູ້ເຂັດລັບດີໆໆໆ ທີ່ນີ້ເຊີ່ນທ່ານຂຽນໃສ່ ເພື່ອຈະແບ່ງປັນໃຫ້ຄົນອື່ນຮູ້ນຳ

                             ຂໍອບໃຈ ທີ່ທ່ານໃຫ້ຄວາມເຫັນດີີໆໆໆ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 5, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

ຄວາມສວຍສະດຸດຕາ

ຄວາມດີສະດຸດໃຈ

ຄວາມສວຍບໍ່ຄົງທີ່

ຄວາມດີຊິຄົງທົນ

ຄວາມພຽນເປັນສົມບັດຂອງນັກສູ້

ຄວາມຮູ້ເປັນສົມບັດຂອງນັກປາດ

ຄວາມສະຫຼາດເປັນສົມບັດຂອງບັນດິດ

ຄວາມຄິດເປັນສົມບັດຂອງຕົນເອງ.

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄົນບໍ່ຮຽນເປັນຄົນພານ                                      ຄົນບໍ່ທຳງານເປັນຄົນຮົກໂລກ

ຄົນທີ່ຖືແຕ່ໂຊກຄືຄົນປະໝາດ                              ຄົນທີ່ສະຫຼາດຄືຄົນຮູ້ພັດທະນາຕົນເອງ

ຄົນທີ່ຊອບຮ້ອງເພງຄືຄົນມັກມ່ວນ                         ຄົນທີ່ຊວນຫົວຄືຄົນຕະລົກ

ຄົນທີອົກຮັກຄືຄົນຖືກແຟນທີ້ງ                                        ຄົນທີ່ຈີງໃຈຄືຄົນຮັກແທ້

ຄົນທີ່ຂໍຍອມແພ້ເພາະຮັກແທ້ແພ້ໄກ້ສິດ.                ຄົນທີ່ຄິດແຍ້ງແຟນຄົນອື່ນຄືຄົນເຫັນແກ່ຕົວ

 ຄົນທີ່ຫົວຕອນນີ້ຄືຜູ້ອ່ານ                                         5555555555555555555555555555

             ຂຽນດ້ວຍຄວາມບັງເອີນ  ຂໍຜູ້ອ່ານຈົ່ງຈະເລີນ ເຊີນໃຫ້ຄວາມເຫັນໄດ້

                                (ຂໍໍໂທດຂໍອາໄພຖ້າຂຽນບໍ່ເໝາະສົມ)

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 1, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

ສີ່ງທີ່ເຈົ້າຄວນມີຄື                                   ສະຕິປັນຍາ

ສີ່ງທີ່ເຈົ້າຄວນສະແຫວງຫາຄື                  ກັນລະຍາມິດ

ສີ່ງທີ່ເຈົ້າຄວນຄິດຄື                                 ຄວາມດີງາມ

ສີ່ງທີ່ເຈົ້າຄວນພະຍາຍາມຄື                     ການສືກສາ

ສີ່ທີ່ເຈົ້າຄວນເຂົ້າຫາຄື                             ນັກປາດ

ສີ່ງທີ່ທເຈົ້າຄວນສະຫຼາດຄື                      ການເຂົ້າສັງຄົມ

ສີ່ທີ່ເຈົ້າຄວນນີຍົມຄື                              ຄວາມຊື່ສັດ

ສີ່ງທີ່ເຈົ້າຄວນຕັດຄື                              ອະກູສົນລະມູນ

ສີ່ງທີ່ເຈົ້າ່ຄວນເພີມພູນຄື                       ບຸນກູສົນ

ສີ່ງທີ່ເຈົ້າຄວນອົດທົນຄື                        ການດູໝີ່ນ

ສີ່ທີ່ເຈົ້າຄວນໄດ້ຍີນຄື                           ພຸດທະທຳ

ສີ່ທີ່ເຈົ້າຄວນຈຳຄື                                 ຜູ້ມີພະຄຸນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 30, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ແຕ່ລະຄົນມີເລື່ອງລາວຄວາມຮັກແຕຫຕ່າງກັນ

ແລະ ທຸກຄົນບອກວ່າຄວາມຮັກຄືສີ່ງທີ່ສວຍງາມທີ່ສຸດ 

ແຕ່ຄວາມຮັກຍັງມີອີກດ້ານໜື່ງ ທີ່ລືກລັບ ທີ່ມາກັບຄວາມຮັກ ຄື ...?.....ທີ່ທຸກໆຄົນ ບໍ່ກ້າເປິດເຜີຍຄວາມຮັກນັ້ນ

ເພາະວ່າຄວາມຮັກ ກັບ...?..ຄື ຂອງຄູ່ກັນ ຫຼື ເຈົ້າຄິດວ່າບໍ່ຈີງ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

                       ໜ້າຄົນເຮົາມີ3ໜ້າຄື໊

    - ໜ້າ  ນອກ ສະແດງເຖີງເຖີງຄວາມງາມ

     -ໜ້າ ໃນ ສະແດງເຖີງຄວາມດີ

    - ໜ້າ ທີ່  ສະແດງເຖີງຄວາມສາມາດ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

                           ກີນເທົ່າໃດບໍ່ຫາຍຢາກ            ນອນມາກບໍ່ຮູ້ຕຶ່ນ             ຮັກຄົນອື່ນຫຼາຍກ່ວາຕົນເອງ

                                                                              ອະທິບາຍ

1 .  ກິນເທົ່າໃດບໍ່ຫາຍຢາກ:  ໝາຍເຖີງຄວາມໂລພະຄືຄວາມໂລບມາກໂລພາ ຫຼື ຕັນຫາຄືຄວາມຢາກໄດ້ ຢາກມີ ຢາກເດັ່ນ ຢາກດັງ ຄືສີ່ງລໍ້ໃຈໃຫ້ເກິດຄວາມໂລບເປັນສີ່ງແວດລ້ອມທີ່ລໍ້ໃຈກະຕຸ້ນທຳໃຫັເກິດກິເລດຄີືຄວາມຢາກນັ້ນເອງ.

2. ນອນເທົ່າໃດບໍ່ຮູ້ຈັກຕື່ນ: ໝາຍເຖີງໂມຫະຄືຄວາມຫຼົງ ຫຼົງຮັກ ຫຼົງຊົ່ວ ຫຼົງດີ ຫຼົງຊັງ ຫຼົງເຂົາ ບໍ່ມີເວລາຕື່ນເໝືອນການນອນຫຼັບເປັນຄົນປະມາດໃນໄວຄື:

                               -ໄວເດັກບໍ່ສະແຫວ່ງຫາຄວາມຮູ້

                              -ໄວຜູ້ໃຫຍ່ບໍ່ສະແດງຫາຊັບ

                             -ໄວຜູ້ເຖົ້າບໍສະແຫວງຫາບຸນກູສົນ

3. ຮັກຜູ້ອື່ນຫຼາຍກ່ວາຕົນເອງ: ໝາຍເຖີງ ຕົນເຫດແຫ່ງຄວາມໂລບຄື: ໂມຫະ ທີ່ຫຼົງຕິດໃນຕັນຫາເພາະສີ່ງນີ້ເປັນເຄື່ອງຊັກພາໃຫ້ຍືນດີໃນຮູບໃນສຽງ ໃນກີ່ນ ໃນຣົດຊາດ ກ່າວຄືຮັກຜົວ ຮັກເມຍ ຮັກລູກ ຈື່ງຍອມເອົາຕົງເຂົາແລກກັບການທຳທຸກສີ່ງຢ່າງ.

                                                                 ປິດສະໜາອັນດັບ2 ແມ່ນ:

ຢາກກີນເຂົ້າຕ້ອງປູກໃສ່ພະລານຫີນ   ຢາກມີສີນໃຫ້ຂ້າພໍ່ ຕີແມ່...................ການລຸນາຕິດຕາມໄດອາຣີ່ຂອງ ຜູ້ກໍ່ການດີ ໄດ້ສະບັບຕໍ່ໄປ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:DokChampa;mso-bidi-theme-font:minor-bidi;}<![endif]-->

                      ຊີວິດເໝືອນລະຄອນ

              ທ່ານຄິດບໍ່ວ່າຊີວິດຂອງຄົນປຽບດັ່ງການສະແດງລະຄອນໃນບົດໜື່ງບໍ?. ຄົນເຮົາທູກຄົນຕ່າງກໍ່ຖືກກຳນົດໃຫ້ສະແດງລະຄອນດ້ວຍກັນທຸກຄົນ ບົດບາດທີ່ສະແດງນັ້ນມີມາກມາຍກາຍກອງ ການສະແດງບາງຄາວກໍ່ໂສກເສົ້າເສຍໃຈ ບາງຄາວກໍ່ຊື່ນບານມ່ວນຊື່ນ ບາງຄາວກໍ່ໂກດແຄ້ນ ຊີວິດໂລດແລ່ນໄປຕາມບົດບາດການສະແດງໄລຍະການສະແດງກໍ່ຖືກກຳນົດມາເໝືອນກັນ ສະແດງກັນມາຕັ້ງແຕ່ເກິດຈົນກະທັງຕາຍ ບາງຄົນສະແດງດົນນານກ່ວາຈະຈົບລົງ ບາງຄົນກໍ່ສະແດງສັ້ນ ບໍ່ເທົ່າໃດກໍ່ຕາຍເສຍແລ້ວ ເຮົາຮຽກວ່າມີບົດບາດໜ້ອຍເກີນໄປ. ເລື່ອງການເກິດ, ແກ່, ເຈັບ, ຕາຍ ຈີ່ງເປັນເລື່ອງທັມມະດາຂອງມະນຸດ. ຊີວິດເປັນຂອງແທ້ແນ່ນອນ ບໍ່ມີກົດເກນໃດວ່າຄົນໂຊກດີຈະໂຊກດີສະເໝີໄປ ແລະ ຄົນໂສກຮ້າຍຈະໂຊກຮ້າຕະຫຼອດໄປ ຊີວິດຕ້ອງມີຂື້ນໆ ລົງໆ ເໝືອນກັບພະອາທິດກໍ່ມີຂື້ນແລ້ວກໍ່ຕົກໃນທຸກໆວັນ. ຊີວິດຕ້ອງມີ ສູກແດ່, ທຸກແດ່, ອີ່ມແດ່, ຫີວແດ່ ປົນເປກັນໄປ ບໍ່ມີມະນຸດຄົນໃດໃນໂລກທີ່ຈະມີຄວາມສຸກຕະຫຼອດຊີວິດຕັ້ງແຕ່ເກິດຈົນກະທັງຕາຍ. ອ່ານຕໍ່ໃນສະບັບຕໍ່ໄປ.

                           (ໃຫ້ຄວາມເຫັ່ນ ແລະ ເພີມເຕີມໄດ້)

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin:0cm;mso-para-margin-bottom:.0001pt;mso-pagination:widow-orphan;font-size:11.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:DokChampa;mso-bidi-theme-font:minor-bidi;}<![endif]-->

            ແບບຫຍໍ້ທີ່ສຸດ Structuer of 12 Tenses ຕ້ອງແບບນີີີ້

  Present Tenses

Affinitive

interrogative

Negative

Simple

I go

Do you go?

We don’t go

Continues

I am going

Are you going?

we aren’t going

Perfect

I have gone

Have you gone?

We haven’t gone

Perfect Continuous

I have been going

Have you been going?

We haven’t been going

 

 Past Tenses

Affinitive

interrogative

Negative

Simple

I went

Did you go?

We did not go

Continues

I was going

Were you going?

We were not going?

Perfect

I had gone

Had you gone?

We had not gone.

Perfect Continuous

I had been going

Had you been going?

We had not been going.

 

Future Tenses

Affinitive

interrogative

      Negative

Simple

I shall go

Will you go?

We shall not go.

Continues

I shall be going

Will you be going?

We shall not be going.

Perfect

I shall have gone

Will you have gone?

We shall have not gone.

Perfect Continuous

I shall have been going

Will you been going?

We shall have not been going

               Present        Simple:               Subject + verb1 + object

           Continuous:       Subject + is, am, are + verb1ing

      Perfect:              Subject + have, has + verb3

                     Perfect Conti:   Subject +have, has +been+ verb1ing

                               Past                Simple:              Subject +verb2+object

            Continuous:          Subject +was, were +verb 1ing

           Perfect:                 Subject + had +verb3+object

                Perfect Conti:      Subject +had +been + verb 1ing

                          Future                  Simple:            Subject + will, shall + verb1 + object

                                                       Continues:        Subject+ will, shall + be + verb1ing

           Perfect:            Subject + will, shall + have + verb3Perfect

          Conti:               Subject +will, shall +have +been+verb1ing