ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Sep. 30, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
i feel so lonely ,i am a chinese girl ...i have been in lao for several days...lao people who knows me can call me,i can speak lao...
ຂຽນເມື່ອ ຂຽນເມື່ອ: Sep. 16, 2008 | ມີ 6 ຄຳເຫັນ ແລະ 0 trackback(s)

ຈັກຫນ້ອຍ ລະອອງດາວຈະໄປລອຍນ້ຳ

ເຖິງວ່າບຸນໄຫວ້ພະຈັນ(Mid-Autumn Day)ໄດ້ຜ່ານໄປແລ້ວກໍຕາມ ອາກາດກໍຍັງຮ້ອນຢູ່(ລະອອງດາວຢູ່ພາກໃຕ້ຂອງຈີນ)

ລະອອງດາວລອຍນ້ຳບໍ່ເກັ່ງປານໃດ ລອຍໄດ້50ແມັດ

ແຕ່ມັກລອຍນ້ຳທີ່ສຸດໆໆໆໆ

ມັກໄປລອຍນ້ຳຢູ່ສະລອຍນ້ຳ ເພາະວ່າມັນທັງສະອາດແລະປອດໄພ

ຫລັງຈາກລະອອງດາວໄປລາວແລ້ວ ພວກເຮົາໄປລອຍນ້ຳນຳກັນເດີ

ມາແຂ່ງຂັນກັນ ຫຶໆໆໆໆໆໆ

ຂຽນເມື່ອ ຂຽນເມື່ອ: Aug. 27, 2008 | ມີ 3 ຄຳເຫັນ ແລະ 0 trackback(s)

ຄຳສອງອັນນີ້ຍາກເນາະ

ຍັງໂງ່ຢູ່ ຮູ້ແຕ່ວ່າ ບາງເທື່ອກົງກັນຂ້າມກັບພາສາຈີນ

ແຕ່ໃນກໍລະນີໃດ ໃຊ້ໄປ ໃນກໍລະນີໃດ ໃຊ້ມາ

ຂຽນເມື່ອ ຂຽນເມື່ອ: Aug. 26, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
ມື້ນີ້ ຂ້ອຍລອກອິນພັນລາວ ເຫັນຫມູ່ຜູ້ຫນຶ່ງຂຽນໃສ່ my blogດ້ວຍພາສາຈີນວ່າ ເຈົ້າຢູ່ຫນານຫນິງບໍ່ ຂ້ອຍຮຽນຢູ່ມະຫາວິທະຍາໄລຊົນເຜົ່າກວາງຊີ wow!!!!!!!!ພວກເຮົາຮຽນຢູ່ໂຮງຮຽນດຽວກັນ ພັດພົບກັນຢູ່ພັນລາວ ໂລກນີ້ຈັ່ງແມ່ນນ້ອຍນໍ ແຕ່ເສຍດາຍແຕ່ກ່ອນບໍ່ໄດ້ຮູ້ຈັກກັນ ເດືອນຫນ້າຂ້ອຍຈະໄປລາວແລ້ວ