ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Sep. 14, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຕາມຂ່າວCRI: ໃນລະຫວ່າງວັນທີ1ຫາວັນທີ21ກັນຍານີ້,  ພະນັກງານລະດັບຫົວໜ້າ,  ຮອງຫົວໜ້າພະແນກ ແລະ​ນັກວິຊາການວຽກງານພົວພັນຮ່ວມມືກັບຕ່າງປະເທດຂອງລາວຈາກສູນກາງ​ແລະທຸກແຂວງຈຳນວນ20ທ່ານໄດ້ໄປອົບຮົມແລະທັດສະນະສຶກສາຢູ່ຈີນໂດຍແມ່ນຄະນະກຳມະການຮ່ວມມືຈີນ-ລາວ ແລະ​ກະຊວງການຄ້າຂອງຈີນເປັນຜູ້ຊ່ວຍທຶນທັງໝົດ.​ສຳມະນາກອນທີ່​ເຂົ້າຮ່ວມອົບຮົມເທື່ອນີ້ ,ນອກຈາກໄດ້ຮຽນພາກທິດສະດີກ່ຽວກັບວຽກງານການພົວພັນຮ່ວມມືຊ່ວຍເຫຼືອສາກົນ​ແລະ​ຜົນສຳເລັດຂອງການປະຕິຮູບ​ແລະ​ໄຂປະຕູສູ່ພາຍນອກຂອງຈີນ​ຢູ່ສະຖາບັນການຄ້າສາກົນຢູ່ປັກກິ່ງແລ້ວຍັງໄດ້ໄປທັດສະນະສຶກສາຢູ່ນະຄອນຊຽງໄຮ, ​ແຂວງຫູໜານ​ແລະ​ນະຄອນຄຸນໝິງຂອງແຂວງຢຸນນານອີກ.  ຊຸດນີ້ຖືວ່າເປັນຊຸດທີ3ຂອງປີ2010.

ໃນໂອກາດນີ້ທ່ານບົວມິນ ຈ້ວງລາສີ, ຫົວໜ້າພະແນກການຕ່າງປະເທດແຂວງຄຳມ່ວນ, ​ໃນນາມຫົວໜ້າຄະນະສຳມະນາກອນລາວໄດ້ໃຫ້ສຳພາດຕໍ່ນັກຂ່າວCRIເຖິງການເຂົ້າຮ່ວມຊຸດອົບຮົມເທື່ອນີ້​ຊຶ່ງໄດ້ຮັບບົດຮຽນທີ່ດີຈາກຈີນຫລາຍຢ່າງ, ໂດຍສະເພາະແມ່ນໄດ້ຮູ້ເຖິງຜົນສຳເລັດ​ແລະ​ບົດຮຽນທີ່ດີໃນ30ປີແຫ່ງການປະຕິຮູບຂອງຈີນ.​ທ່ານກ່າວວ່າ:

"ລະບຽບກໍຄືກົນໄກຂອງພວກເພິ່ນ,​ເຫັນວ່າສອດຄ່ອງກັບທ່າອ່ຽງຂອງຍຸກສະໄຫມ​ແລະ​ທ່າອ່ຽງກັບການຂະຫຍາຍຕົວຂອງເສດຖະກິດສັງຄົມຂອງປະເທດຈີນກໍຄືການຂະຫຍາຍຕົວ​ແລະ​ການພັດທະນາປະເທດຊາດຂອງສປປ.ລາວພວກເຮົາ.​ກົນໄກພວກເຮົາກໍເລີ່ມຫັນເປັນກົນໄກຕະຫລາດແລະເຮັດໃຫ້ການພັດທະນາສດຖະກິດສັງຄົມຢູ່ປະເທດເຮົາຖືວ່າສອດຄ່ອງກັບກົນໄກ​ທີ່ພວກເຮົາມາຖອດຖອນບົດຮຽນ. ສະນັ້ນ, ການມາສຶກສາເທື່ອນີ້ພວກເຮົາກໍ່ຖືວ່າສຶກສາທົ່ວໄປ, ​ແຕ່ວ່າບັນຫາສຳຄັນທີ່ສຸດແມ່ນພວກເຮົາຈະໄດ້ນຳມາໝູນ​ຊ້ໃຫ້ມັນສອດຄ່ອງກັບຈຸດພິເສດແລະ​ສະພາບການຂອງລາວພວກເຮົາ. ເຮັດແນວໃດໃຫ້ມີຜົນດີທີ່ສຸດເທົ່າທີ່ຈະດີໄດ້,​ໂດຍສະເພາະແລ້ວ,​ຢູ່ໃນປະຈຸບັນນີ້,  ຖືວ່າການຮ່ວມມືກໍ່ຄືການພົວພັນມິດຕະພາບລະຫວ່າງລາວ-ຈີນ ເຫັນວ່າ​ຢູ່ໃນສະພາບການທີ່ດີທີ່ສຸດ."

ໂຄງການຊ່ວຍອົບຮົມພະນັກງານຂັ້ນນຳຂອງລາວໃນວຽກງານພົວພັນຮ່ວມມືກັບຕ່າງປະເທດນີ້,​ເປັນໂຄງການໄລຍະ5ປີ,​ຄືແຕ່ປີ2008-2012,​ແຕ່ລະປີຈະມີພະນັກງານລາວໄປອົບຮົມ​ແລະ​ທັດສະນະຢູ່ຈີນ3ຊຸດ,​ຊຸດລະ20ຄົນ.

 

ຂຽນເມື່ອ ຂຽນເມື່ອ: Aug. 16, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

 ອີກສອງມື້ ລະອອງດາວ ຈະ ເຮັດວຽກຢູ່ ວິທະຍຸສາກົນແຫ່ງປະເທດຈີນ ຫລື CRI ຫລື FM93

ຫລືhttp://laos.cri.cn/

ເປີໃຫມ່ຂອງລະອອງດາວ ແມ່ນ 0086 -15510665883

ຍິນດີທີ່ຫມູ່ຄົນລາວໂທມາລົບກວນ

ຂຽນເມື່ອ ຂຽນເມື່ອ: Mar. 22, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ມື້ວານນີ້ໃນເວລາກິນຕຳຫມາກຮຸ່ງກັບຕົ້ມຍຳປານິນແຊບໆຢູ່ເຮືອນອາຈານສັງຂານ(ຫນຸ່ມໃຫຍ່ອາລົມດີ)ທີ່ນະຄອນຫລວງປັກກິ່ງນັ້ນ,

ເພິ່ນ ກໍໄດ້ແນະນຳຂ້ອຍກັບຫມູ່ຄົນຈີນທີ່ຮຽນພາສາລາວວ່າ:

ເປັນຄົນລາວ,ຄວນຮັກແລະສົ່ງເສີມການໃຊ້ພາສາລາວໃຫ້ຖືກຕ້ອງ,

ພວກເຈົ້າເປັນ ຄົນຈີນທີ່ຮຽນພາສາລາວ ກໍຄວນຮຽນຮູ້ການໃຊ້ພາສາລາວວັດທະນະທຳລາວໃຫ້ຖືກຕ້ອງເຫມາະສົມ,

ຢ່າໄປໃຊ້ ພາສາລາວແບບຊອດກະ ຈາກັບພາສາປະເທດອື່ນ ຄື ຊາວຫນຸ່ມລາວບາງຄົນ,ບາງກຸ່ມພວມເຫີ່ຢູ່.

ອາຈານສັງຂານຍັງຍົກຕົວຢ່າງພາສາລາວບາງຄຳສັບທີ່ຊາວຫນຸ່ມລາວດຽວນີ້ເຂົ້າໃຈສັບສົນ,ເຊັ່ນຄຳວ່າ:ຫລໍ່,ເທ້,ມັນບໍ່ແມ່ນຄວາມລາວ,ພາສາລາວຕ້ອງແມ່ນເຈົ້າຊູ້ ທີ່ຫມາຍເຖິງຜູ້ຊາຍງາມ,ແຕ່ບໍ່ໄດ້ແປວ່າຄົນຫລາຍໃຈ ຫລື ຄົນມາກຊູ້ຫລາຍເມຍ ຄືຄວາມຫມາຍໃນພາສາ ໄທ

ຫລືຄຳວ່າແພ້ ແປວ່າ ເສຍໄຊ,ປະລາໄຊໃນພາສາໄທ ແຕ່ໃນພາສາລາວແລ້ວ ແພ້ ແປວ່າ ໄດ້,ຊະນະ.ແລະອີກຫລາຍສັບ ການລົມກັນທັງມ່ວນ ທັງໄດ້ຄວາມຮູ້

ຂຽນເມື່ອ ຂຽນເມື່ອ: Mar. 22, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ວັນອາທິດ ອາຈານສັງຂານຈູມຄຳພັນ ຫລື ຫນຸ່ມໃຫຍ່ອາລົມດີ ຊ່ຽວຊານລາວຂອງCRI ຊວນພວກຂ້ອຍໄປກິນອາຫານລາວຢູ່ບ້ານຂອງອາຈານ

ເກືອບຫນຶ່ງປີແລ້ວບໍ່ໄດ້ຊິມລົດຊາດຂອງອາຫານລາວ ຄິດຮອດຈົນໃຈຊິຂາດ

ອາຈານວ່າຂ້ອຍປາກຫວານ ແຕ່ຂ້ອຍບໍ່ໄດ້ປາກຫວານຂ້ອຍຄິດຮອດອີ່ຫລີ

ອາຫານຂອງມື້ນີ້ເປັນອາຫານທີ່ແຊບທີ່ສຸດທີ່ຂ້ອຍກິນຢູ່ປັກກິ່ງ

ມີຕຳຫມາກຮຸ່ງ ຕົ້ມຍຳ ຂົ້ວຊິ້ນງົວ ແລະ ອື່ນໆ(ຂ້ອຍລືມຊື່ແລ້ວ)

ພວກເຮົາພາກັນກິນເຂົ້າຢ່າງມ່ວນຊື່ນ ກິນຈົນອີ່ມຫນຳສຳລານ

ແລ້ວກໍເບິ່ງໂທລະພາບ ແລະ ລົມກັນ ລົມກັນກ່ຽວກັບພາສາ ວັດທະນະທຳ ຫລາຍໆຢ່າງສາລະພັດ

ຂ້ອຍຢາກເວົ້າວ່າໂຮງຮຽນຂອງນ້ອງ ແຕ່ເວົ້າອອກມາພັດເປັນໂຮງຮຽນຂອງຂ້າພະເຈົ້າ

ເວົ້າຍັງບໍ່ສຸດຄວາມ ທຸກຄົນກໍພາກັນຫົວຈົນທ້ອງແຕກ

ອາຈານສັງຂານຍັງຢອກຂ້ອຍວ່າ ເປັນແນວໃດ ໂຮງຮຽນຂອງທ່ານ?

 

 

ຂຽນເມື່ອ ຂຽນເມື່ອ: Mar. 12, 2010 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ກັບມາປະເທດຈີນ9ເດືອນແລ້ວ

ແຕ່ຍັງຄິດຮອດປະເທດລາວທຸກມື້

ຢູ່ດີໆກະຄິດຮອດ

ຄິດຮອນເບຍລາວ ອາຫານລາວ ອາກາດຢູ່ລາວ

ແລະຄົນລາວ ຄົນລາວໃຈດີ ບໍ່ມັກຖືຕົວ ຜູ້ຊາຍລາວກໍບໍ່ສູບຢາຫລາຍຄືຜູ້ຊາຍຈີນ

ປະເທດລາວມີຄົນຫນ້ອຍ

ຂ້ອຍຮູ້ສືກສະບາຍ

ຢູ່ຈີນມີຄົນຫລາຍ ຮູ້ສຶກຫງຸດຫງິດ

ບ້ານຂ້ອຍຢູ່ກວາງຊີ ດຽວນີ້ຢູ່ປັກກິ່ງ

ແຕ່ຂ້ອຍບໍ່ຄິດຮອດກວາງຊີ ຊ້ຳພັດຄິດຮອດປະເທດລາວ

ຂ້ອຍບໍ່ຮູ້ວ່າເປັນຫຍັງຂ້ອຍຈຶ່ງເປັນແບບນີ້

ຂຽນເມື່ອ ຂຽນເມື່ອ: Mar. 12, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ດຽວນີ້ລະອອງດາວ ແລະ ຫມູ່ຮ່ວມຫ້ອງ4ຄົນກຳລັງຝຶກງານຢູ່CRIທີ່ນະຄອນຫລວງປັກກິ່ງ

ຢູ່ນີ້ກໍມີພະນັກງານລາວສອງຄົນ

ຜູ້ຫນຶ່ງຊື່ວ່າສັງຂານ ອີກຜູ້ຫນຶ່ງຊື່ວ່ານ້ອຍ

ວຽກຂອງລະອອງດາວ ກະແມ່ນແປພາສາ

ຂ່າວທີ່ລະອອງດາວແປ

ຢູ່ທີ່http://laos.cri.cn

ບາງເທື່ອ

ຂ່າວທີ່ລະອອງດາວແປ

ເອື້ອຍແສງແກ້ວກໍເອົາໄປອ່ານ

ລະອອງດາວຍັງຂຽນລາຍການເພງອີກ