ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2014 | ມີ 10 ຄຳເຫັນ ແລະ 0 trackback(s)

ສົມມຸດເຈົ້າໄດ້ເງິນມາ(ບໍ່ໃຫ້ທ້ອນຫລືຊື້ຄຳ) ແລ້ວເຈົ້າຈະຈ່າຍຫຍັງແດ່  ທີ່ວ່າຈ່າຍແລ້ວເຈົ້າມີຄວາມສຸກ ແລະເຕັມໃຈ

ສົມມຸດວ່າມັນບໍ່ໄດ້ແມ່ນເງິນກ້ອນໃຫຍ່ ແຕ່ມັນມາຕະຫລອດ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2013 | ມີ 11 ຄຳເຫັນ ແລະ 0 trackback(s)

ຕອນຮຽນມະຫາໄລ ຝັນວ່າຈົບມາແລ້ວຈະຫາເງິນຊື້ເຄື່ອງທີ່ຢາກໄດ້ແລ້ວຈະມີຄວາມສຸກ ມີເງິນຫລາຍໆ

ແຕ່ກົງກັນຂ້າມ ຈົບມາຕ້ອງເປັນທາດຂອງເງິນ ຕ້ອງຫາເງິນໃດ້ຫລາຍໆ ບໍລິຫານເງິນ ແຖມເຄື່ອງຂອງທີ່ຊື້ມາຍັງຕ້ອງໄດ້ຮັກສາອີກ

ເງິນທີ່ມີກໍ່ ໃຊ້ບໍ່ໄດ້ຕ້ອງທ້ອນໄວ້

ຍາມຮຽນ ບໍ່ມີຫຍັງ ເງິນບໍ່ມີ ເຄື່ອງບໍ່ມີ ຢາກໄປກິນເບຍກໍ່ໄປ ເດິກຊໍ່າໃດກໍ່ໄດ້

ທຸກມື້ນີ້ຈົບມາ ເຮັດວຽກມື້ລະ 10 ຊົ່ວໂມງ ເມື່ອຍຊໍ່າໃດກໍ່ຕ້ອງໄປ ບໍ່ຢາກພໍ້ຫນ້າຄົນກໍ່ຕ້ອງໄດ້ດັດຈະລິດເອົາ

ຄິດວ່າຕໍ່ໄປແຮ່ງຊິ ບໍ່ມ່ວນ ຖ້າວ່າ ອາຍຸແກ່ຂຶ້ນ,ຊັບສິນໃຫ້ຮັກສາຫລາຍຂຶ້ນ, ຈໍານວນສະມາຊິກຄອບຄົວທີ່ເພີ່ມຂຶ້ນ

ຫລືເປັນນໍາເຮົາໃຊ້ເວລາຕອນຮຽນ ຫລິ້ນບໍ່ເຕັມທີ່ບໍ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2013 | ມີ 11 ຄຳເຫັນ ແລະ 0 trackback(s)

ມື້ວານ ໄປທ່ຽວຫີນຄັນນາ ຮູ້ສຶກຜິດຫວັງສົມຄວນເພາະວ່າ

- ທາງສວນນ້ຳແມ່ນຫນ້າເງິຫລາຍ ເກັບທັງຄ່າລົດ,ຄ່າຄົນ ລົດ ກະບະ 1 ຄັນກັບ ຄົນ 6 ຄົນເປັນເງິນ 27,000 ກີບ

- ເຊົ່າຕູບ 20,000, ເຊົາສາດ 10,000 ມັດຈຳ 80,000 

- ເບຍລັງ 150,000

- ຫ້ອງນ້ຳຄັ້ງລະ 2,000

- ບ່ອນລ້າງມືກະບໍ່ມີໄດ້ເອົານ້ຳກິນລ້າງ

- ຄົນກະແອອັດຄືຮັງປວກນິ

- ນ້ຳກະເປື້ອນມີຮອດຄົນຢຽບແກ້ວ(ແກ້ວເບຍທີ່ເຂົາເອົາໄປກິນຢູ່ນ້ຳ)

- ແນວກິນກະເອົາໄປເອງ ແບກຫາມຂຶ້ນລົງລົດ

- ຄ່າເຊົ່າເຮືອຢາງ 25,000/1 ຊົ່ວໂມງ

ທີ່ຈຶງຂ້ອຍໄປຕາມພີ່ນ້ອງຊື່ໆດອກ

ຂ້ອຍຄິດວ່າຄັນເປັນແບບນີ້ ໄປນັ່ງຢູ່ມຸກມິວຫລື jimmy ຊິບໍ່ດີກ່ອນບໍ

ຢາກກິນຫຍັງກະສັ່ງ ຫ້ອງນ້ຳກະບໍ່ໄດ້ເສຍ ນ້ຳລ້າງມືກະມີ

ເດີນທາງກະຕັ້ງວ່າ 1 ຊົ່ວໂມງກ່ວາຈະຮອດເສຍຄ່ານ້ຳມັນອີກ