ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ວັນທີ່ 13 ສິງຫາ ເປັນວັນສ້າງແນວລາວສ້າງຊາດ

ແລະ ວັນສື່ມວນຊົນລາວ ໃນປີ 2011 ນີ້ຄົບຮອບ 61 ປີ,

ບັນດາທ່ານທັງຫຼາຍກໍ່ຄົງຈະປະຕິບັດຕາມເຄີຍທຸກໆປີ

ຄື:ການຟັງປະຖະກະຖາເລົ່າມູນເຊື໊ອຂອງວັນດັ່ງກ່າວ.

ແຕ່ຢາກຖາມບັນດາທ່ານກ່ຽວກັບມູນເຊື້ອຂອງແນວລາວສ້າງຊາດເທົ່ານັ້ນ:

 

1. ໄລຍະປີໃດທີ່ແນວລາວສ້າງຊາດຖືກວິກການ

ຫຼື ເອີ້ນວ່າມີຄວາມຫຍຸ້ງຍາກສັບສົນກວ່າໄລຍະອື່ນໆ?

 

2. ເນື້ອໃນເອກະສານທີ່ນຳມາປະຖະກະຖາໃນປີນີ້ຄົງຈະເປັນເນຶ້ອໃນອັນດຽວກັນ,

 

ເອກະພາບກັນທົ່ວປະເທດ,ນັບແຕ່ສູນກາງຮອດທ້ອງຖິ່ນ,

ໃນນັ້ນມີບ່ອນໜຶ່ງ(ປະມານວ່າສອງແຖວຂອງເຈ້ຍອ່າ 4 )ຜິດ ແລະ ຄວນປັບປຸງໃໝ່

 

ຢາກຖາມວ່າ:

 

ທ່ານເຫັນເຫັນບ່ອນທີ່ຜິດຂອງເນຶ້ອໃນເອກກະສານນັ້ນບໍ່?ຈົ່ງບອກບ່ອນຜິດນັ້ນມາເບິ່ງ?

 

( ໝາຍວ່າເນື້ອໃນບ່ອນທີ່ຄວນປັບປຸງ ຫຼື ປ່ຽນແປງ)?

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ຍ້ອນໂງ້ຫຼາຍນີ້ລະຈິງຢາກຖາມຕາມຄວາມໂງ້ຂອງໂຕເອງ ຫາກເຫັນວ່າບໍ່ຄັກກໍ່ຂໍແຈ້ງລືບອອກໃຫ້ແດ່ຈະຂອບໃຈລ່ວງໜ້ານຳທຸກທ່ານ

ສົມມຸດ: ນັກຮຽນຮຽນກົດໝາຍ ແຕ່ຕ້ອງໄດ້ໃຊ້ເງິນຈ້າງເຂົ້າຕ່າງຫາກຈິງໄດ້ຮຽນ ຖ້າຈ້າງແລ້ວ ເສງບໍ່ໄດ້ກໍ່ໄດ້ຮຽນ

ຈ້າງເປັນເງິນບາດໄທຊ້ຳອີກ ປະມານ 15.000 ຫາ 25.000 ບາດ ຖ້າບໍ່ມີຄົນພີ່ນ້ອງ,ຄົນຮູ້ຈັກລື່ງເຄີຍຈະໄດ້ເສຍຫຼາຍຂຶ້ນ(ບາງຄົນບໍ່ຮ້ອງເປັນເງິນກີບ)  ເງິນຈຳນວນນີ້ບໍ່ແມ່ນເງິນຄ່າເທີມ ຄ່າເທີມແຕ່ລະເທີມຍັງໄດ້ຈ່າຍຕ່າງຫາກ,ຄ່າຫໍພັກຈ່າຍຕ່າງຫາກ,ຄ່າເອກະສານຈ່າຍຕ່າງຫາກ

ທ່ານຄິດວ່າແບບນີ້ຢຸດຕິທຳແລ້ວຫຼືບໍ່?

ຖ້າເຫັນວ່າຢຸດຕິທຳແລ້ວຂໍໃຫ້ອະທິບາຍເຖິງບ່ອນຢຸດຕິທຳໃຫ້ຟັງແດ່?

ຖ້າເຫັນວ່າບໍ່ຢຸດຕິທຳແມ່ເປັນນຳໃຜ? ເປັນນຳນັກຮຽນບໍ່? ຫຼືພະນັກງານຂອງໂຮງຮຽນ?

ຂ້ອຍຄິດວ່າ ກົດໝາຍນີ້ລະທີ່ຈະເຮັດໃຫ້ສັງຄົມມີຄວາມຢຸດຕິທຳ ແຕ່ສົມມຸດ

ຖ້າໂຮງຮຽນກົດໝາຍຫາກບໍ່ມີຄວາມຢຸດຕິທຳແລ້ວເຮົາຈະຫາຄວາມຢຸດຕິທຳຢູ່ບ່ອນໃດ?