ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 


ເຖິງມີຄົນຫຼາຍລ້ານ     ຢູຮອບໝູ່ກອງຫຼາຍ
ແຕ່ເລີກໆໃນໃຈ         ໄຜ່ຫາພຽງເຈົ້າ
ຄົນທີ່ຄອຍຄຽງຂ້າງ     ຫົນທາງເຄີຍຜ່ານ
ສາວຢູ່ໃນໃຈນັ້ນ        ເປັນນອ້ງຜູ້ຫ່າງໄກ ຫັ້ນນ໋າ
ຄືນນີ້ດາວເຕັມຟ້າ      ສະຫງ່າແສນງາມ
ແສງໃສສີຂາວ           ສອ່ງນະພາເຮືອງເຮື້ອ
ເໜືອໂລກາໄກກວ້າງ        ທະເລແສນກວ້າງໃຫຍ່
ຝາກໃສ່ດາວສົ່ງບອກໃຫ້    ເຖິງຄົນນັ້ນວ່າຫວ່ງຫຼາຍ
ສາຍລົມໂບຍພັດຕອ້ງ      ໃບໄມ້ລົ່ນເທິງເວຫາ
ລະດູການບອກເວລາ       ຜ່ານຍາມກາຍພົ້ນ
ປີທີສາມແລ້ວຈາກນອ້ງ    ສາວຄົນດີມາຮຽນຕໍ່
ເປັນຈັ່ງໃດຜູ້ຖ້າ                ຍັງຄອຍອ້າຍຢູ່ບໍນໍ
ສວ່ນອ້າຍໝາຍຕໍ່ນອ້ງ     ເຖິງແຕ່ນຳນາງ
ມີອຸປະສັກຂວາງ             ຫຼວງຫຼາຍກາງກັ້ນ
ອ້າຍຈະບຸກບືນສູ້           ບຸໄປບໍ່ໄຫວຫວັ່ນ
ຫົນທາງຄົດຂາດໂຄ້ງ      ກໍຈະສູ້ບໍ່ວາງ
ໃຈນີ້ໝາຍຕໍ່ຕັ້ງ            ເຖິງແຕ່ຄົນດຽວ ເດີນາງ
ບໍ່ວ່າໄລຍະທາງ          ເຮົາສອງຊິໄກໂຄ້ງ
ບໍ່ວ່າແຕ່ສາມປີນອ້ງ      ສິບປີກະບໍ່ປ່ຽນ
ຄົນທີ່ໝາຍຮວ່ມນັ້ນ      ຍັງເປັນນອ້ງຜູ້ດັ່ງເດີມ
ຂໍໃຫ້ດາວບົນຟ້າ         ສົ່ງຕໍ່ເຖິງນາງ
ບອກວ່າມີຄົນໄກ         ສົ່ງຂາວຄາວເຖິງນອ້ງ
ຄົນຢູ່ເມືອງໄກພີ້          ສັນຍາຍັງຈຳຈື່
ຈົບສຶກສາແລ້ວນັ້ນ      ຄືນບ້ານບອ່ນເດີມ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2009 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

   ວັນນີ້ຈຳຕອ້ງຈາກເຈົ້າ .........    ໄປສູ່ເມືອງໄກ

ເພື່ອຈະໄປສຶກສາ ................     ຮ່ຳຮຽນຄວາມຮູ້

ເພື່ອມາຊູຊວນສ້າງ..............     ຄວາມຫວັງປະສານຕໍ່

ຂໍໃຫ້ເຈົ້າຜູ້ຖ້າ .................         ລໍວັນອ້າຍຕ່າວມາ ແທ້ໄດ໋

ວັນທີ່ຂື້ນນ່ານຟ້າ...............      ໃຈຫົດຫູ່ນຳນາງ

ເມື່ອອ້າຍໄກຫລັບຕາ ..........     ຢ້ານມີຜູ້ມາທຽວຕອ້ງ

ໃຈຂອງນາງຢ່າແປປີ້ນ.......       ຄືກົງຝິນສິງຊ້າກົ່ງ

ຄວາມປະສົງຕໍ່ນອ້ງ .........   ...  ບໍ່ມີມື້ເຊື່ອຄາຍດອກນາ

ຢູ່ເດີນບິນວັນນັ້ນ .....  ... ຄົນດີມາສົ່ງ

ພອ້ມຈົດຫມາຍນອ້ຍ ......  ໃຈອ້າຍເກືອບລະບົມ

ຄັນບໍ່ຄາວ່າ ໄປຮຽນຮູ້.........     ຊິບໍ່ຍອມໄກຫ່າງ

ຊິຄຽງຢູ່ຂ້າງຂ້າງ  .............       ແຕ່ວັນນີ້  ຈຳຕອ້ງລາ

ເຈົ້າຜູ້ຄອງຢູ່ບ້ານ .................   ໃຫ້ຕັ້ງຕໍ່ເຝິກຝົນ

ໃຫ້ຮັກສາສັນຍາ................      ກອ່ນທີ່ເຄິຍໃຫ້ໄວ້

ອີກບໍ່ດົນຊິກັບເຄື້ອນ ............   ເຮືອນຊານບ້ານພໍ່ແມ່

ກັບມາຫານາດນອ້ງ..............     ວັນນັ້ນອີກບໍ່ດົນ ດອກນາalt