ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຜູ້​ທີ່​ສູບ­ຢາ​ແລ້ວ ຢາກ​ອອກ​ຢາ­ສູບ ລອງ​ປະ­ຕິ­ບັດ​ຕາມ 10 ວິ­ທີ ເພື່ອ​ອອກ​ຢາ­ສູບ​ດັ່ງ­ນີ້:

1. ຂໍ​ຄຳ​ປຶກ­ສາ: ເພື່ອ​ໃຫ້​ແນວ­ທາງ​ໃນ ​ການ​ອອກ​ຢາ­ສູບ ໂດຍ​ການ​ຂໍ​ຄຳ​ປຶກ­ສາ​ຈາກ​ຄົນ​ທີ່​ເຄີຍ​ອອກ​ຢາ­ສູບ​ສຳ­ເລັດ​ມາ​ແລ້ວ ຫຼື​ໂທ​ປຶກ­ສາ​ທີ່​ເບີ 243399 ພະ​ແນກ​ກວດ​ເຂດ​ນອກ ໂຮງ­ໝໍ​ມະ­ໂຫ­ສົດ ເພິ່ນ​ໃຫ້​ຄຳ​ຕອບ​ຊ່ວຍ.

2. ຫາ​ກຳ­ລັງ​ໃຈ: ທ່ານ​ຄວນ​ບອກ​ໃຫ້​ຄົນ ​ໃກ້­ຊິດ ຮູ້​ເຖິງ​ຄວາມ​ຕັ້ງ­ໃຈ​ທີ່​ຈະ​ອອກ​ຢາ­ສູບ ເພາະ​ກຳ­ລັງ​ໃຈ​ຈາກ​ຄົນ​ອ້ອມ​ຂ້າງ ຈະ​ຊ່ວຍ​ໃຫ້​ທ່ານ​ມີ​ຄວາມ​ພະ­ຍາ­ຍາມ ທີ່​ຈະ​ອອກ​ຢາ­ສູບ​ໃຫ້​ໄດ້ ເພື່ອ​ຄົນ​ທີ່​ທ່ານ​ຮັກ.

3. ເປົ້າ​ໝາຍ​ຢູ່​ຕໍ່­ໜ້າ: ທ່ານ​ຄວນ​ ວາງ​ແຜນ ວ່າ​ຈະ​ປະ­ຕິ­ບັດ​ແນວ­ໃດ ໃນ​ລະ­ຫວ່າງ​ການ​ອອກ​ຢາ­ສູບ ໂດຍ​ກຳ­ນົດ​ມື້​ທີ່​ຈະ​ອອກ​ຢາ­ສູບ ອາດ​ຈະ​ເລືອກ​ເອົາ​ວັນ​ສຳ­ຄັນ​ຕ່າງໆ ຂອງ​ຄອບ­ຄົວ ເຊັ່ນ: ວັນ​ເກີດ​ຂອງ​ຕົນ​ເອງ ວັນ​ຄົບ­ຮອບ​ວັນ​ແຕ່ງ­ງານ ຫຼື​ວັນ​ເກີດ​ລູກ ແຕ່​ບໍ່​ຄວນ​ກຳ­ນົດ​ມື້​ຫ່າງ​ໄກ​ເກີນ​ໄປ ເພາະ​ອາດ​ເຮັດ​ໃຫ້​ທ່ານ​ໝົດ​ຄວາມ​ຕັ້ງ­ໃຈ​ກ່ອນ.

4. ບໍ່​ລໍ­ຖ້າ ...ລົງ­ມື​ເລີຍ: ທ່ານ ​ຄວນ​ກຽມ​ໂຕ​ໃຫ້​ພ້ອມ ດ້ວຍ​ການ​ຖິ້ມ​ອຸ­ປະ­ກອນ​ທີ່​ກ່ຽວ­ຂ້ອງ​ກັບ​ການ​ສູບ­ຢາ​ໃຫ້​ໝົດ ກຽມ​ໝາກ​ໄມ້ ຫຼື​ຂະ​ໜົມ​ທີ່​ບໍ່​ຫວານ ແລະ ໄຂ­ມັນ​ຕ່ຳ ເພື່ອ​ຊ່ວຍ​ໃນ​ການ​ຫຼຸດ­ຜ່ອນ​ຄວາມ​ຕ້ອງ­ການ​ສູບ­ຢາ ລວມ​ທັງ​ປ່ຽນ​ກິດ­ຈະ­ກຳ​ທີ່​ທ່ານ​ມັກ​ເຮັດ​ເວ­ລາ​ສູບ­ຢາ ເຊັ່ນ: ອ່ານ​ປຶ້ມ​ແທນ​ການ​ສູບ­ຢາ ເວ­ລາ​ຢູ່​ໃນ​ຫ້ອງ​ນ້ຳ ດື່ມ­ນ້ຳ ກິນ​ໝາກ​ໄມ້ ຫຼື​ອົມ​ປ່ຽງ​ໝາກ​ນາວ​ບາງໆ ອົມ​ຂະ​ໜົມ​ທີ່​ມີ​ລົດ​ເຜັດ ແລະ ລຸກ​ອອກ​ຈາກ​ພາ­ເຂົ້າ​ທັນ­ທີ ກິນ​ເຂົ້າ​ແລ້ວ ຫຼື​ຖູ­ແຂ້ວ​ຫຼັງ​ກິນ​ເຂົ້າ ເພື່ອ​ຫຼຸດ­ຜ່ອນ​ຄວາມ​ຢາກ​ສູບ­ຢາ​ຫຼັງ​ກິນ​ເຂົ້າ.

5. ຢຶດ​ໝັ້ນ ... ບໍ່​ຫວັ່ນ­ໄຫວ: ເມື່ອ​ ເຖິງ​ລົງ­ມື​ຂໍ​ໃຫ້​ທ່ານ​ຕື່ນ​ນອນ​ດ້ວຍ​ຄວາມ​ສົດ­ຊື່ນ ບອກ​ຕົນ​ເອງ​ວ່າ​ທ່ານ​ກຳ­ລັງ​ເຮັດ​ສິ່ງ​ທີ່​ດີ​ທີ່​ສຸດ​ໃຫ້​ກັບ​ຕົນ​ເອງ ແລະ ຄົນ​ໃກ້­ຊິດ ເມື່ອ​ຢາກ​ສູບ­ຢາ ຂໍ​ໃຫ້​ທ່ານ​ທົບ​ທວນ​ເຖິງ​ເຫດ­ຜົນ ທີ່​ເຮັດ​ໃຫ້​ທ່ານ​ຕັດ­ສິນ​ໃຈ​ອອກ​ຢາ­ສູບ ປ່ຽນ­ແປງ​ພຶດ​ຕະ​ກຳ​ລ້າງ​ໜ້າ ດື່ມ­ນ້ຳ ແລະ ຢູ່​ໃກ້­ຊິດ​ກັບ​ຄົນ​ທີ່​ບໍ່​ສູບ­ຢາ ຫຼື​ຫຼິ້ນ​ກັບ​ລູກ​ໃຫ້​ຫຼາຍ​ຂຶ້ນ ກໍ​ຈະ​ຊ່ວຍ​ໃຫ້​ທ່ານ​ຜ່ານ​ພົ້ນ​ຄວາມ​ຢາກ​ສູບ­ຢາ​ໄດ້​ງ່າຍ​ຂຶ້ນ.

6. ຫ່າງ​ໄກ​ສິ່ງ​ກະ​ຕຸ້ນ: ໃນ​ລະ­ຫວ່າງ​ ນີ້ ຂໍ​ໃຫ້​ທ່ານ​ຫຼີກ­ເວັ້ນ​ກິດ­ຈະ­ກຳ​ທີ່​ເຮັດ​ໃຫ້​ທ່ານ​ຢາກ​ສູບ­ຢາ ເຊັ່ນ: ຖ້າ​ເຄີຍ​ດື່ມ​ກາ­ເຟ ຫຼື​ເຫຼົ້າ ແລ້ວ​ຕ້ອງ​ສູບ­ຢາ​ນຳ ກໍ​ຄວນ​ເຊົາ​ດື່ມ​ໃນ​ໄລ­ຍະ​ນີ້ ລວມ​ທັງ​ຫຼີກ­ເວັ້ນ​ການ​ຢູ່​ຮ່ວມ​ກັບ​ຜູ້​ສູບ­ຢາ.

7. ບໍ່​ກະ­ວົນ­ກະ­ວາຍ: ເມື່ອ​ຮູ້­ສຶກ​ ຫງຸດ​ຫງິດ ຫຼື​ກະ­ວົນ­ກະ­ວາຍ ໃຫ້​ຢຸດ​ພັກ​ສະ­ໝອງ​ກ່ອນ ຜ່ອນ­ຄາຍ​ດ້ວຍ​ການ​ໂອ້​ລົມ​ກັບ​ຜູ້​ອື່ນ ຫຼື ຊອກ​ປຶ້ມ​ກາ​ຕຸນ​ຕະ­ຫຼົກ​ມາ​ໄວ້​ອ່ານ​ກໍ​ໄດ້ ຄິດ​ສະ­ເໝີ​ວ່າ​ມີ​ຄົນ​ບໍ່​ສູບ­ຢາ​ອີກ​ຫຼາຍ​ຄົນ ທີ່​ຜ່ອນ­ຄາຍ​ດ້ວຍ​ການ​ບໍ່​ສູບ­ຢາ.

8. ຊອກ​ເວ­ລາ​ອອກ­ກຳ­ລັງ​ກາຍ: ທ່ານ​ຄວນ ​ຈັດ​ເວ­ລາ​ອອກ­ກຳ­ລັງ​ກາຍ ຢ່າງ​ໜ້ອຍ​ມື້​ລະ 15-20 ນາ­ທີ ເພາະ​ນອກ­ຈາກ​ຈະ​ເປັນ​ການ​ຄວບ​ຄຸມ​ນ້ຳ­ໜັກ ທີ່​ອາດ​ຈະ​ເພີ່ມ​ຂຶ້ນ​ແລ້ວ ຍັງ​ເຮັດ​ໃຫ້​ສະ­ໝອງ​ປອດ­ໂປ່ງ ເພີ່ມ​ປະ­ສິດ­ທິ­ພາບ​ໃນ​ການ​ເຮັດ​ວຽກ​ຂອງ​ຫົວ­ໃຈ ແລະ ປອດ.

9.ບໍ່​ທ້າ​ທາຍ​ຢາ­ສູບ: ຢ່າ ​ຄິດ​ວ່າ­ການ​ລອງ​ສູບ­ຢາ​ບາງ​ຄັ້ງ​ຄາວ ອາດ​ຈະ​ບໍ່​ເປັນ​ຫຍັງ ເພາະ​ການ​ທົດ​ລອງ​ສູບ­ຢາ​ພຽງ​ກອກ​ດຽວ ອາດ​ໝາຍ​ເຖິງ​ການ​ກັບ​ຄືນ​ໄປ​ສູ່​ພຶດ­ຕິ​ກຳ​ເກົ່າໆ​ອີກ ທ່ານ​ມາ​ໄກ​ແລ້ວ ບໍ່​ຄວນ​ປ່ອຍ​ໃຫ້​ຕົນ​ເອງ​ຖອຍ­ຫຼັງ​ກັບ​ອີກ.

10. ຫາກ​ຕ້ອງ​ເລີ່ມ​ຕົ້ນ​ໃໝ່​ອີກ ຢ່າ​ ທໍ້­ຖອຍ ຫາກ​ຕ້ອງ­ການ​ເລີ່ມ​ຕົ້ນ​ໃໝ່​ອີກ​ເທື່ອ​ໜຶ່ງ ກໍ​ຢ່າ​ຟ້າວ​ທໍ້­ຖອຍ ຖ້າ​ທ່ານ​ກັບ​ຄືນ​ໄປ​ສູບ​ອີກ​ນັ້ນ​ບໍ່​ໄດ້ ໝາຍ​ຄວາມ​ວ່າ​ທ່ານ​ປະ​ລາ​ໄຊ ຢ່າງ​ໜ້ອຍ​ທ່ານ​ກໍ​ໄດ້​ຮຽນ​ຮູ້ ທີ່​ຈະ​ປັບ­ປຸງ​ຕົວ​ເອງ​ໃນ​ເທື່ອ​ຕໍ່​ໄປ ຂໍ​ໃຫ້​ຖື​ວ່າ​ທ່ານ​ອາດ​ຈະ​ບໍ່​ສາ­ມາດ​ເລີກ​ສູບ­ຢາ​ໄດ້​ໃນ​ຕອນ​ນີ້ ແຕ່​ທ່ານ​ຈະ​ເປັນ​ຜູ້​ຊະ­ນະ​ໃນ​ທີ່​ສຸດ ຂໍ​ພຽງ​ແຕ່​ພະ­ຍາ­ຍາມ​ຕໍ່​ໄປ ຈົ່ງ​ກຽມ­ພ້ອມ​ກຳ­ນົດ​ວັນ​ທີ​ຈະ​ເຊົາ ແລະ ຕໍ່​ເນື່ອງ​ຕະ­ຫຼອດ​ໄປ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

  ແມ່ຍິງ​ສ່ວນ​ຫລາຍ​ມັກ​ຜູ້​ຊາຍ​ທີ່​ມີບຸກ​ ຄະ​ລິກ​ກະ​ພາບ​ທີ່​ເຄັ່ງຂຶມ, ຫລາຍ​ກວ່າ​ຜູ້ຊາຍ​ທີ່​ມີ​ອາລົມ​ດີ​ຍິ້ມແຍ້ມ​ແຈ່ມ​ໃສແຕ່​ໃນ​ທາງ​ ກົງກັນຂ້າມຜູ້​ຊາຍ​ຜັດ​ມັກ​ແມ່ຍິງ​ທີ່​ອາລົມ​ດີຍິ້ມເກ່ງຫລາຍ​ກວ່າ​ແມ່-ຍິງ​ ທີ່​ມີ​ຄວາມ​ຫມັ້ນ​ໃຈ​ໃນ​ຕົວ​ເອງ​ສູງ, ແມ່ຍິງ​ທີ່​ເຄັ່ງຂຶມແລະແມ່ຍິງ​ທີ່ຂີ້​ຄຸຍ.

   ຈາກ​ການ​ສຶກ​ສາ​ຂອງ​ມະຫາວິທະຍາໄລ​ບຣິ​ຕິ​ຊ​ໂຄ​ລຳ​ເບຍນຳທີມ​ໂດຍສາດສະດາຈານເຈ​ ສ​ຊີ​ກ້າເທ​ຊີລະບຸ​ວ່າ: ເປັນ​ສິ່ງ​ຮູ້-ຈັກ​ກັນ​ດີ​ວ່າການ​ມີ​ໃບ​ຫນ້າທີ່​ຍິ້ມແຍ້ມ​ແຈ່ມ​ໃສເປັນ​ ສິ່ງຊ່ວຍ​ໃຫ້​ຄົນ​ເຮົາ​ເຂົ້າ​ສັງຄົມ​ໄດ້​ງ່າຍ​ຂຶ້ນລວມ​ເຖິງ​ຍັງ​ດຶງ​ດູດ​ເພດ ​ກົງກັນຂ້າມ​ນຳແຕ່​ຜົນ​ສຳຫລວດ​ຜັດ​ພົບ​ວ່າຜູ້​ຊາຍແລະແມ່ຍິງມີ​ການ​ໂຕ້​ຕອບ​ ຕໍ່ການສະແດງ​ອາລົມ​ຂອງ​ເພດ​ກົງ​ກັນຂ້າມ​ທີ່​ແຕກ​ຕ່າງ​ກັນ​ໄປໂດຍ​ແມ່ຍິງ​ສ່ວນ ​ຫລາຍ​ມັກ​ຜູ້​ຊາຍ​ທີ່​ງຽບ​ຂຶມ, ແຕ່​ຜູ້​ຊາຍ​ມັກ​ແມ່ຍິງ​ອາລົມ​ດີ.

   ການ​ວິໄຈ​ເທື່ອ​ນີ້ທີມ​ວິໄຈ​ໄດ້​ໃຊ້​ອາສາ​ສະຫມັກ​ຈຳ-ນວນ1.000 ກວ່າ​ຄົນໃຫ້​ພວກເຂົາ​ເບິ່ງ​ຮູບ​ພາບ​ຂອງ​ເພດ​ກົງກັນຂ້າມເຊິ່ງ​ຮູບ​ດັ່ງກ່າວ​ ຈະ​ມີ​ທັງ​ຮູບ​ຄົນ​ທີ່​ຍິ້ມ​ປາກ​ກວ້າງ, ຮູບຄົນ​ທີ່​ກຳລັງ​ຍືດ​ເອິກ​ດ້ວຍ​ຄວາມພາກພູມ​ໃຈແລະຮູບ​ຄົນ​ທີ່​ມີ​ທ່າ​ທີ​ ເຄັ່ງຂຶມ, ຜົນ​ປາກົດ​ວ່າ: ອາສາ​ສະຫມັກ​ເພດ​ຍິງຈະ​ເລືອກ​ຮູບ​ຜູ້​ຊາຍ​ທີ່​ມີ​ທ່າ​ທີ​ເຄັ່ງຂຶມແລະມີ​ ຈຳນວນ​ຫນ້ອຍ​ຄົນ​ທີ່​ເລືອກຮູບ​ຜູ້​ຊາຍ​ທີ່​ຍິ້ມແຍ້ມແຕ່​ສຳລັບ​ຜູ້​ຊາຍ​ຜັດ​ ເລືອກ​ຮູບ​ຂອງ​ແມ່ຍິງ​ທີ່​ອາລົມ​ດີ​ຍິ້ມ​ເກ່ງແລະບໍ່​ມີຜູ້​ຊາຍ​ຄົນ​ໃດ​ທີ່​ ເລືອກ​ຮູບ​ແມ່ຍິງ​ທີ່​ຂີ້​ຄຸຍແລະເຄ່ັງ​ຂຶມ​ເລີຍ.

   ທີມ​ວິໄຈ​ໄດ້​ກ່າວ​ວ່າ: ການ​ວິໄຈ​ເທື່ອ​ນີ້​ໄດ້​ສຶກ​ສາ​ເລື່ອງ​ປະຕິກິລິຍາແລະຄວາມ​ປະ​ທັບໃຈ​ຕອນ​ທຳ​ ອິດ​ທີ່​ພົບ​ເຫັນຕໍ່​ຮູບ​ລັກ​ຂອງ​ເພດ​ກົງກັນຂ້າມ​ເທົ່າ​ນັ້ນບໍ່ໄດ້​ໃຫ້​ອາສາ ​ສະຫມັກຊອກ​ຫາກຸ່ມເປົ້າ​ຫມາຍ​ທີ່​ຈະ​ມາ​ເປັນ​ຄົນ​ຮັກຫລືສາມີພັນ​ລະ​ຍາ​ໃນ​ ອະນາຄົດ.

   ນັກ​ວິໄຈ​ກ່າວ​ຕື່ມ​ອີ​ກວ່າ: ງານ​ວິໄຈ​ນີ້​ ໄດ້​ສຶກ​ສາເພື່ອ​ໃຫ້​ເຂົ້າໃຈ​ລົດ​ນິຍົມ​ທາງ​ເພດຂອງ​ຜູ້ຊາຍແລະແມ່ຍິງ​ໃນ​ປະຈຸ ​ບັນ​ນີ້ເຊິ່ງ​ອາດ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໄປ​ໃນ​ແຕ່​ລະ​ສັງຄົມໂດຍ​ສິ່ງທີ່​ ເກີດ​ຂຶ້ນ​ອາດ​ອະທິບາຍ​ໄດ້​ວ່າ: ເປັນ​ຫລັກການ​ຂອງ​ການ​ປ່ຽນແປງ​ທາງ​ຈິດຕະວິທະຍາ, ບັນທັດ​ຖານ​ເລື່ອງ​ເພດແລະສະພາບ​ທາງ​ສັງ-ຄົມແລະວັດທະນະທຳ​ທີ່​ປ່ຽນ​ໄປ.

   ທີ່​ສຳຄັນຍັງ​ສະແດງ​ໃຫ້​ເຫັນ​ວ່າ: ລົດ​ນິຍົມ​ທາງ​ເພດ​ຂອງ​ຜູ້​ຊາຍ​ແມ່ຍິງ​ບໍ່​ແມ່ນ​ສິ່ງ​ທີ່​ຕາຍ​ຕົວຈະ​ມີ​ການ​ ປ່ຽນແປງ​ຢູ່​ເລື້ອຍໆ.