ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

  ແມ່ຍິງ​ສ່ວນ​ຫລາຍ​ມັກ​ຜູ້​ຊາຍ​ທີ່​ມີບຸກ​ ຄະ​ລິກ​ກະ​ພາບ​ທີ່​ເຄັ່ງຂຶມ, ຫລາຍ​ກວ່າ​ຜູ້ຊາຍ​ທີ່​ມີ​ອາລົມ​ດີ​ຍິ້ມແຍ້ມ​ແຈ່ມ​ໃສແຕ່​ໃນ​ທາງ​ ກົງກັນຂ້າມຜູ້​ຊາຍ​ຜັດ​ມັກ​ແມ່ຍິງ​ທີ່​ອາລົມ​ດີຍິ້ມເກ່ງຫລາຍ​ກວ່າ​ແມ່-ຍິງ​ ທີ່​ມີ​ຄວາມ​ຫມັ້ນ​ໃຈ​ໃນ​ຕົວ​ເອງ​ສູງ, ແມ່ຍິງ​ທີ່​ເຄັ່ງຂຶມແລະແມ່ຍິງ​ທີ່ຂີ້​ຄຸຍ.

   ຈາກ​ການ​ສຶກ​ສາ​ຂອງ​ມະຫາວິທະຍາໄລ​ບຣິ​ຕິ​ຊ​ໂຄ​ລຳ​ເບຍນຳທີມ​ໂດຍສາດສະດາຈານເຈ​ ສ​ຊີ​ກ້າເທ​ຊີລະບຸ​ວ່າ: ເປັນ​ສິ່ງ​ຮູ້-ຈັກ​ກັນ​ດີ​ວ່າການ​ມີ​ໃບ​ຫນ້າທີ່​ຍິ້ມແຍ້ມ​ແຈ່ມ​ໃສເປັນ​ ສິ່ງຊ່ວຍ​ໃຫ້​ຄົນ​ເຮົາ​ເຂົ້າ​ສັງຄົມ​ໄດ້​ງ່າຍ​ຂຶ້ນລວມ​ເຖິງ​ຍັງ​ດຶງ​ດູດ​ເພດ ​ກົງກັນຂ້າມ​ນຳແຕ່​ຜົນ​ສຳຫລວດ​ຜັດ​ພົບ​ວ່າຜູ້​ຊາຍແລະແມ່ຍິງມີ​ການ​ໂຕ້​ຕອບ​ ຕໍ່ການສະແດງ​ອາລົມ​ຂອງ​ເພດ​ກົງ​ກັນຂ້າມ​ທີ່​ແຕກ​ຕ່າງ​ກັນ​ໄປໂດຍ​ແມ່ຍິງ​ສ່ວນ ​ຫລາຍ​ມັກ​ຜູ້​ຊາຍ​ທີ່​ງຽບ​ຂຶມ, ແຕ່​ຜູ້​ຊາຍ​ມັກ​ແມ່ຍິງ​ອາລົມ​ດີ.

   ການ​ວິໄຈ​ເທື່ອ​ນີ້ທີມ​ວິໄຈ​ໄດ້​ໃຊ້​ອາສາ​ສະຫມັກ​ຈຳ-ນວນ1.000 ກວ່າ​ຄົນໃຫ້​ພວກເຂົາ​ເບິ່ງ​ຮູບ​ພາບ​ຂອງ​ເພດ​ກົງກັນຂ້າມເຊິ່ງ​ຮູບ​ດັ່ງກ່າວ​ ຈະ​ມີ​ທັງ​ຮູບ​ຄົນ​ທີ່​ຍິ້ມ​ປາກ​ກວ້າງ, ຮູບຄົນ​ທີ່​ກຳລັງ​ຍືດ​ເອິກ​ດ້ວຍ​ຄວາມພາກພູມ​ໃຈແລະຮູບ​ຄົນ​ທີ່​ມີ​ທ່າ​ທີ​ ເຄັ່ງຂຶມ, ຜົນ​ປາກົດ​ວ່າ: ອາສາ​ສະຫມັກ​ເພດ​ຍິງຈະ​ເລືອກ​ຮູບ​ຜູ້​ຊາຍ​ທີ່​ມີ​ທ່າ​ທີ​ເຄັ່ງຂຶມແລະມີ​ ຈຳນວນ​ຫນ້ອຍ​ຄົນ​ທີ່​ເລືອກຮູບ​ຜູ້​ຊາຍ​ທີ່​ຍິ້ມແຍ້ມແຕ່​ສຳລັບ​ຜູ້​ຊາຍ​ຜັດ​ ເລືອກ​ຮູບ​ຂອງ​ແມ່ຍິງ​ທີ່​ອາລົມ​ດີ​ຍິ້ມ​ເກ່ງແລະບໍ່​ມີຜູ້​ຊາຍ​ຄົນ​ໃດ​ທີ່​ ເລືອກ​ຮູບ​ແມ່ຍິງ​ທີ່​ຂີ້​ຄຸຍແລະເຄ່ັງ​ຂຶມ​ເລີຍ.

   ທີມ​ວິໄຈ​ໄດ້​ກ່າວ​ວ່າ: ການ​ວິໄຈ​ເທື່ອ​ນີ້​ໄດ້​ສຶກ​ສາ​ເລື່ອງ​ປະຕິກິລິຍາແລະຄວາມ​ປະ​ທັບໃຈ​ຕອນ​ທຳ​ ອິດ​ທີ່​ພົບ​ເຫັນຕໍ່​ຮູບ​ລັກ​ຂອງ​ເພດ​ກົງກັນຂ້າມ​ເທົ່າ​ນັ້ນບໍ່ໄດ້​ໃຫ້​ອາສາ ​ສະຫມັກຊອກ​ຫາກຸ່ມເປົ້າ​ຫມາຍ​ທີ່​ຈະ​ມາ​ເປັນ​ຄົນ​ຮັກຫລືສາມີພັນ​ລະ​ຍາ​ໃນ​ ອະນາຄົດ.

   ນັກ​ວິໄຈ​ກ່າວ​ຕື່ມ​ອີ​ກວ່າ: ງານ​ວິໄຈ​ນີ້​ ໄດ້​ສຶກ​ສາເພື່ອ​ໃຫ້​ເຂົ້າໃຈ​ລົດ​ນິຍົມ​ທາງ​ເພດຂອງ​ຜູ້ຊາຍແລະແມ່ຍິງ​ໃນ​ປະຈຸ ​ບັນ​ນີ້ເຊິ່ງ​ອາດ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໄປ​ໃນ​ແຕ່​ລະ​ສັງຄົມໂດຍ​ສິ່ງທີ່​ ເກີດ​ຂຶ້ນ​ອາດ​ອະທິບາຍ​ໄດ້​ວ່າ: ເປັນ​ຫລັກການ​ຂອງ​ການ​ປ່ຽນແປງ​ທາງ​ຈິດຕະວິທະຍາ, ບັນທັດ​ຖານ​ເລື່ອງ​ເພດແລະສະພາບ​ທາງ​ສັງ-ຄົມແລະວັດທະນະທຳ​ທີ່​ປ່ຽນ​ໄປ.

   ທີ່​ສຳຄັນຍັງ​ສະແດງ​ໃຫ້​ເຫັນ​ວ່າ: ລົດ​ນິຍົມ​ທາງ​ເພດ​ຂອງ​ຜູ້​ຊາຍ​ແມ່ຍິງ​ບໍ່​ແມ່ນ​ສິ່ງ​ທີ່​ຕາຍ​ຕົວຈະ​ມີ​ການ​ ປ່ຽນແປງ​ຢູ່​ເລື້ອຍໆ.

Delicious Digg Fark Twitter