ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 17, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ພວກເຮົາເລີ່ມຢາດນ້ຳ                ໄຫຼຫຼັ່ງລົງດິນ
ພ້ອມຮັບສິນຟັງທຳ                     ເທດສະໜາຄູບາໃຫ້
ຫຼັງຈາກຕົວເຮົາໄດ້                     ຖວາຍທານມອບສົ່ງ
ເປັນຜົນບຸນກົ່ງນ້າວ                    ໃຫ້ເຮົາຂຶ້ນສູ່ສະຫວັນ

ຄວາມເປັນຈິງສໍ່າໃດນັ້ນ ໃຜບໍ່ຫ່ອນຫວນຈັກ
ເມື່ອໄດ້ຟັງຄືວ່າຄັກ                    ມ່ວນໃຈກໍ່ພໍແລ້ວ
ແນວວ່າຄົນເຮົາສ້າງ                   ປິດສະໜາຊ້ອນເງື່ອນ
ເຕືອນຜູ້ຄົນທົ່ວແຄວ້ນ                ໃຫ້ໝາຍໝັ້ນຮັກກັນ

ໃນເມື່ອຄົນເຮົານັ້ນ                     ຮັກຮໍ່ແພງກັນ
ມັນກໍ່ກາຍເປັນຍຸກ                      ສະຫວັນມາເຖິງແລ້ວ
ສ້າງຫໍໂຮງເຮືອນແກ້ວ                ດາວວະດິງດັ່ງເຂົາວ່າ
ເທວະດາທົ່ວດ້າວ                      ຄືຊາວເຊື້ອຊາດປະຊາ ນີ້ແລ້ວ


ບົວສະບາ ຍິ້ມນ້ອຍໆ                  ໃຫ້ແກ່ ມາລາໃຈ
ແລ້ວກໍ່ໄຂວາຈາ                         ຊື່ນຊົມນາງຫຼິ້ນ
"
ຂ້ອຍສະອອນຕີນສິ້ນ                ລາຍງາມໆທີ່ເຈົ້ານຸ່ງ
ມີຮູບປາແລະກຸ້ງ                        ລາຍຊ້າງຢູ່ຂ້າງຫຼັງ "

ຊ່າງຄົນລາວນີ້ຕັ້ງ                       ປານີດສີມືດີ ແທ້ນໍ
ທຳຫຼາກຫຼາຍສີສັນ                     ວາດຊົງຊວນໃຊ້
ບ້ານໃດເດນໍສ້າງ                        ຈົກລາຍຫູກກີ່
ຄວາມສາມາດເຊັ່ນນີ້                  ຄວນຍ້ອງແລະສົ່ງເສີມ

ໃບໜ້ານາງແດງເພີ້ມ                  ຂຶ້ນຕື່ມຍ້ອນຄວາມອາຍ
ເພາະວ່າຊາຍມາຈາ                   ຍ້ອງສິ້ນຕົນແນວນີ້
ຈະມີຍິງໃດແລ້ວ                        ບໍ່ເຂີນອາຍບໍ່ສ່າງວ່າ
ມາລາໃຈ ແນມເບິ່ງໜ້າ              ເຂົາແລ້ວກໍ່ເຫຼົ່າຫົວ

ບໍ່ແມ່ນຄຳເວົ້າລົ້ວ                       ຫຼືຊົ່ວສັນໃດ
ແຕ່ວ່າໃນໃຈນາງ                       ບໍ່ຖວິນທາງນີ້
ຖ້າຫາກມີຜູ້ຍິງເວົ້າ                     ມາຍໍຍ້ອງຕໍ່
ນາງກໍ່ຄົງຊິຍິ້ມ                           ຫົວໄດ້ຢ່າງຊື່ນໃຈ

ແຕ່ເຫດສັນໃດນີ້                        ເປັນໜຸ່ມຄົນຊາຍ
ໝາຍສາຍຕາມາແນມ                ຍິ່ງຕ່າງກັນຜັນປີ້ນ
ຜູ້ຊາຍແນມຕີນສິ້ນ                     ຄົນລາວວ່າຂອງຕໍ່າ
ບໍ່ນຶກທຳເຊັ່ນນັ້ນ                        ກໍ່ແຝງຊ້ອນເງື່ອນງຳ

ບົວສະບາ ບໍ່ຄິດຊ້ຳ                     ເຖິງເລື່ອງຄວາມເກີນ
ເຂົາຄິດພຽງສັນລະເສີນ               ຊ່າງທໍທີ່ດີລົ້ນ
ສີມືຄົນລາວນີ້                             ກໍ່ງາມດີລະອຽດອ່ອນ
ພາກພຽນປ່ອນເສັ້ນຝ້າຍ             ທັງດ້າຍແລະເສັ້ນໃໝ

ກວ່າທີ່ຈະສຳເລັດໄດ້                  ຕ້ອງສອດຕໍ່າຫຼາຍວັນ
ມານະຈິດຂະຫຍັນເຮັດ               ແຜ່ນແພທີ່ງາມລ້ຳ
ແຕ່ຫັນມາທາງກ້ຳ                      ຄົນຍິງຍິ່ງຄິດຕ່າງ
ຄິດວ່າເຂົາສ່າງຍ້ອງ                   ແຕ່ມອງຂ້າມສິ່ງທີ່ຈາ

ນີ້ລະຄຳວ່າເວົ້າ                          ຫຼາກຕ່າງຈິດຕັງ
ຫຼາຍຄົນຟັງຫຼາຍຄິດ                   ຕ່າງກັນຄົນເລື້ອງ
ແຕ່ຢ່າເປືອງສະໝອງຄົ້ນ            ອະນາຈານຄາວກິ່ນ
ຟັງເປັນສິນກໍ່ແລ້ວ                      ຢ່າຫາຫຍຸ້ງສິ່ງເສື່ອມຊາມ

ເຖິງນາງຊິຫັກຫ້າມ                     ຄວບຄຸມຕໍ່ອາລົມຈິດ
ຄວາມເຂີນອາຍຍັງມີລິດ             ໃຫ້ໜ້ານາງແດງໄດ້
ນາງຈິ່ງໄຂຄຳເວົ້າ                      ວາຈາຕອບຕໍ່
"
ຂ້ອຍຂໍຮ້ອງໃຫ້ເຈົ້າ                  ຍໍຍ້ອງສິ່ງອື່ນດີ ກວ່າໃດ "

ສະເພາະໃນມື້ນີ້                         ນາງນຸ່ງຊຸດສີຂຽວ
ຄັນເຮົາຫຼຽວແຕ່ໄກໆ                  ດັ່ງສີໃບຕອງກ້ວຍ
ເທິງຫົວມວຍຜົມເກົ້າ                  ເປັນເງົາຕົກແຕ່ງ
ສີແດງປັກປິ່ນເກົ້າ                       ຂັດໄວ້ໃຫ້ຢູ່ຊົງ

ສອງຂ້າງແກ້ມນາງຈົ່ງໄວ້            ໃຫ້ມັນຢ່ອນລົງມາ
ແລ້ວດັດພຽງຫາງຕາ                  ໃຫ້ຜົມງໍໂຄ້ງ
ເບິ່ງແລ້ວຜົມຊົງນີ້                       ບໍ່ມີໃຜແລ້ວຊິແຕ່ງ
ຄັນຫາກແຍງເບິ່ງແລ້ວ        ກໍ່ງາມເຂົ້າທ່າດີ

ໃຜໄດ້ເຫັນໃນມື້ນີ້                       ຕ້ອງບອກວ່າສຸດສວຍ
ຢາກຊ່ວຍເປັນກຳລັງໃຈ ຢູ່ຮຽງຄຽງໃກ້
ໃຜກໍ່ໝາຍຕາໄວ້                        ເປັນຂວັນໃຈຈັບຈ່ອງ
ບົວສະບາ ກໍ່ຮໍ່າຮ້ອງ                   ໝາຍປອງໝັ້ນຕໍ່ນາງ

ພວກເຂົາຄ່ອຍຍ່າງຍ້າຍ             ຄຽງຄູ່ກັນໄປ
ຜູ້ໃດເຫັນກໍ່ອິດສາ                      ຊ່າງວ່າງາມສົມກັນແທ້
ຍາມເມື່ອແລດູຈ້ອງ          ແນມເຂົາສອງຕ້ອງຍ້ອງວ່າ
ໜ໊າຕາຂອງຄູ່ນີ້                          ສົມກັນແທ້ອີ່ຫຼີ

ພວກເຂົາມີຮອຍຍິ້ມ                   ເສີມສົ່ງສະເໜຫາ
ມີວາຈາໄພເລາະ                        ຊ່າງຊວນເຊີນເວົ້າ
ພວກເຂົາມີໃຈໝັ້ນ                     ໃນການງານເອົາໃຈໃສ່
ໄທບ້ານເໜືອບ້ານໃຕ້                 ໃຜກໍ່ຍ້ອງວ່າດີ

ຕ່າງຢາກໃຫ້ຄູ່ນີ້                         ເປັນຄູ່ທີ່ສຸກສັນ
ນັ້ນເປັນຄຳວາຈາ                       ຜູ້ທີ່ເປັນຄອບຄົວແລ້ວ
ຜູ້ທີ່ມີແວວຕາກວ້າງ                   ບໍ່ອິດສາບັງບຽດໝູ່
ບົວສະບາ ດູເບິ່ງໜ້າ         ແລ້ວຈາເວົ້າຕໍ່ນາງ

"
ມື້ນີ້ ຕົວເຈົ້າອະທິຖານສ້າງ        ໝາຍມຸ່ງສັນໃດ
ຢາດນ້ຳໃສລົງໄປ                       ຢາກໄດ້ຫຍັງໃນໃຈເຈົ້າ
ສ່ວນໃນໃຈຂອງເຮົາເວົ້າ             ຄວນຄາງຄ່ອຍໆ
ວ່າມັນຄອຍຖ້າເຈົ້າ                     ມາໄວ້ຄູ່ກັນ "

"
ເຈົ້ານັ້ນມາຈາຫຼິ້ນ                    ໃຫ້ມັນເໝື່ອຍຫຍັງເດ
ດວງບຸບເພຄົນງາມ                    ເຈົ້າມີມາກມາຍແລ້ວ
ຕິມາແຊວມາປຶ້ມ                        ລວງເຮົາໃຫ້ຫຼົງທ່າ
ຂ້ອຍຢ້ານຍິງລໍຖ້າເຈົ້າ                ເຮົາຢ້ານນັບບໍ່ໄຫວ "

"
ໃຫ້ສາບານກໍ່ໄດ້                      ຂ້ອຍຍັງບໍ່ມີແຟນ
ຍັງຂາດຍິງຫວງແຫນ                 ຫ່ວງຄະນິງຕົວຂ້ອຍ
ໃຈຫວັງຄອຍພຽງເຈົ້າ                 ຍິງດຽວນີ້ລະອຸ່ນ
ຢ້ານແຕ່ບຸນຂ້ອຍສ້າງ                 ບໍ່ສົມເຈົ້າຜູ້ຮ່າງງາມ ນີ້ແລ້ວ "

"
ຂ້ອບຂໍຖາມຕົວເຈົ້າ                  ໄດ້ບໍ່ ບົວສະບາ
ຕ້ອງບອກມາຕາມຄວາມຈິງ        ເຈົ້າຄິດຫຍັງກັບຂ້ອຍ ? "
"
ຂ້ອຍຫວັງຄອຍຢາກມີເຈົ້າ        ເປັນແຟນເຮົາໄດ້ບໍ່
ຂ້ອຍພໍໃຈຕໍ່ເຈົ້າ                         ໃຈຝັນເຝົ້າໄຝ່ຈິງ "

ນາງຄ່ອຍຫຼິງລໍ່າໄວ້                    ແລ້ວຍິ້ມຕໍ່ກັບເຂົາ
ຫົວອົກຂອງເຮົາເອີຍ                  ຈົ່ງຄ່ອຍອົດເອົາຖ້ອນ
ນາງຄ່ອຍຖອນໃຈນິ້ງ                  ກົວຄວາມຈິງທີ່ເຄີຍກ່າວ
ຫຼືວ່າ ສຸມາລີ ບອກຂ່າວໃຫ້          ວ່າເຮົານັ້ນຮັກເຂົາ

ນອກນັ້ນ ຂ້ອຍບໍ່ເຄີຍກ່າວເວົ້າ     ບອກກ່າວກັບໃຜ
ວ່າຫົວໃຈຂອງເຮົາ                     ໄຝ່ພະວົງຕົວເຈົ້າ
ດວງໃຈເຮົາວັນນີ້                       ດີໃຈເດທີ່ເຈົ້າວ່າ
ເຈົ້າຫ່ວງຫາຮັກຂ້ອຍ                  ຢາກໝາຍມຸ້ງຮ່ວມຮຽງ

ໄດ້ຍິນສຽງເຈົ້າບອກເວົ້າ             ເຮົາຊຶ້ງຊ່ານສຸກໃຈ
ໃຫ້ເປັນຄວາມນິລັນດອນ            ທີ່ຢັ້ງຍືນຈິງຖ້ອນ
ຫົວໃຈເຮົາວອນໄຫວ້                  ຫົວໃຈເຂົາໃຫ້ແນ້ວແນ່
ໃຫ້ເປັນຮັກທີ່ທ່ຽງແທ້                  ຢ່າມີມື້ປ່ຽນແປງ

ນາງຄ່ອຍຈາຖະແຫຼງເວົ້າ            ເພື່ອເຂົ້າທ່າຕົວເອງ
ສະແດງຄວາມເກງໃຈ                ກ່າວໄຂຂານເວົ້າ
ເພື່ອໃຫ້ເຂົາໃຈຄ້ອຍ                   ຄອງຄອຍນາງຢ່າງໝັ້ນແກ່ນ
ກາຍເປັນແຟນທີ່ໜ່ຽວແໜ້ນ        ສິ່ງໃດກັ້ນບໍ່ປ່ຽນໃຈ

"
ຂ້ອຍບໍ່ຊ່າງຊິໃຫ້                      ຄວາມຮັກໃນໃຈ
ພວກເຮົາເດັກເກີນໄປ                 ເລື່ອງຄູ່ຄວງບໍ່ຄວນແທ້
ເຫັນແກ່ໃຈຂອງຂ້ອຍ                 ເປັນຈິງຈັກຄັ້ງໜຶ່ງ ສານໍ
ຂ້ອຍເສຍໃຈຄວາມຊາບຊຶ້ງ         ທີ່ຕົວເຈົ້າມອບໃຫ້ຮຽມ

ຂ້ອຍບໍ່ເຄີຍກຽມໄວ້                     ເລື່ອງຄົນຮັກໃນໃຈ
ສິ່ງຂ້ອຍກຽມຄືການໄປ                ຮໍ່າຮຽນຄວາມຮູ້
ຢ່າມາລົມເປັນຊູ້                         ກັບເຮົາເລີຍຈະດີກວ່າ
ເຮົາຮັກກັນກໍ່ໜ໊າ                        ຈະຮຽນຮູ້ຮ່ວມກັນ "

 

( ຍັງມີຕໍ່ )

Delicious Digg Fark Twitter