ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕໍ່ຈາກ " ຮັກແທ້ມີຢູ່ໃສ 4.5 ? "

ຢູ່ຂ້າງເບື້ອງໃຕ້ນັ້ນ                    ຍັງມີກຸ່ມຍິງສາວ
ພວກຜີວຂາວກາຍງາມ              ຢອກກັນຫົວຍິ້ມ
ບາງຄົນຕາງຕິຊິ້ມ                      " ເຮືອໄຟໂຕລອຍລ່ອງດີນໍ
ອະທິຖານຮຽກຮ້ອງ                   ຊາຍໃດແລ້ວຢູ່ທີ່ໃຈ"

ອີກສາວໜຶ່ງນັ້ນໄດ້                    ຫົວຢູ່ອິກໆ
"
ໂຄຄິດຫຍັງມາລາໃຈ             ເບິ່ງເຮືອໄຟໂຕແມ້
ໄຫຼແວ່ມາທຽມເຂົ້າ                    ແຄມຂອງທຽບຝັ່ງ"
ມາລາໃຈຍັງຢາກຮູ້                   ຊາຍຄົນນັ້ນຊິຮັກນາງຢູ່ບໍ

ເມື່ອນາງວາງເຮືອໄຟລົງນ້ຳ      ພ້ອມພໍ່າອະທິຖານ
'
ຖ້າຕຳນານເປັນຈິງ                  ຈົ່ງສະແດງໃຫ້ເຫັນດ້ວຍ
ຈົ່ງຊ່ວຍແລທາງຊີ້                     ວິຖີທາງໃຫ້ດັ້ນດຸ່ງເບິ່ງດູ'
ອະທິຖານແລ້ວກໍ່ຍູ້                    ເຮືອໄຟນ້ອຍນັ້ນອອກໄປ

ຫຼັງຈາກນັ້ນນາງໄດ້                   ສືບຕໍ່ອະທິຖານ
'
ຂໍສົມຫວັງໃນຄວາມຮັກ           ໄດ້ຄູ່ບົວສະບາຖ້ອນ'
ເໝືອນເປັນລາງສັງຫອນໃຫ້      ເຮືອໄຟ​ໄຫຼມາຈອດຝັ່ງ
ເໝືອນດັ່ງມີສິ່ງເຕືອນບອກໃຫ້   ນາງນັ້ນຢ່າຮັກເຂົາ

ແລ້ວນາງຈິ່ງກ່າວເວົ້າ                ເຖິງ' ເລື່ອງການຮຽນ'
ເຮືອໄຟໄຫຼວົນວຽນ                   ສູ່ແປວກະແສນ້ຳ
ບາງຄັ້ງໄຫຼໄວຊ້ຳ                      ບາງຄາວໄຫຼຄ່ອຍໆ
ບາງເທື່ອວຽນເລັກໜ້ອຍ            ແລ້ວໄຫຼເລີ້ມຕໍ່ໄປ

'
ວຽກງານເດຈະເຮັດໃຫ້                        ນາງຢູ່ສະບາຍສຸກບໍ່ນໍ'
ເໝືອນມີແນວມາຊຸກ                 ສູ່ແປວກະແສນ້ຳ
ແລ້ວໄຫຼນຳໄປໃກ້                     ຮຽງແຄມເຮືອໄຟໃຫຍ່
ຂໍໃຫ້ນາງລຸລາບໄດ້                   ວຽກງານນ້ອຍໃຫຍ່ເດີ

ທິບພະວົງນັ່ງເກີ້                       ແນມເບິ່ງວາລີ
ເບິ່ງນະທີສາຍຂອງ                    ລ່ອງໄຫຼລົງໃຕ້
ເຫັນແສງໄຟທຽນນ້ອຍ              ໄຫຼນຳເຮືອໄຟລ່ອງ
ບາງເທື່ອນາງສ່ອງຫັ້ນນີ້            ເມື່ອມີເລື້ອງທີ່ແປກໃຈ

ບົວສະບານັ້ນໄດ້                      ນັ່ງຄຽງຄູ່ສຸມາລີ
ທ່າທາງເຂົາມີຄວາມສຸກ             ເພີດເພີນຈິງແທ້
ດົນໆແລເຫັນເຂົານັ້ນ                ຈັບມືກັນຈັກຄັ້ງໜຶ່ງ
ເຫັນແລ້ວມັນຊາບຊຶ້ງ                ໃຈລະຫ້ອຍຄິດຢາກມີ

ເບິ່ງໄປແລ້ວຄູ່ນີ້                        ມັນກໍ່ສົມກັນຢູ່ໃດ
ພວກເຂົາມີສຳພັນ                      ຕໍ່ກັນດົນແລ້ວ
ນາງມີແວວພໍໃຈໃຫ້                   ສົນໃຈເຂົາຢ່າງຕັ້ງຕໍ່
ພ້ອມທັງພໍ່ແມ່ນັ້ນ                      ກໍ່ຈາເຍີ້ຍໃສ່ກັນ

ແຕ່ວ່າບົວສະບານັ້ນ                ເໝືອນບໍ່ຄ່ອຍສົນໃຈ
ໃນເລື່ອງຄອຍຄວງແຂນ            ເລື່ອງແຟນຄຽງໃກ້
ເປັນເພາະເຂົາມີໃຈໃຫ້              ກັບຍິງຄົນອື່ນ
ເຂົາຈຶ່ງສົດຊື່ນໜ້ອຍ                  ໃນເລື້ອງຊິຮັກນາງ

ຄວາມຈືດຈາງເຫຼົ່ານີ້                 ມັນມີຢູ່ຄວາມຫຼັງ
ຮັກຮ່ວມຫວັງສຸມາລີ                 ເພື່ອນຮ່ວມຮຽນມີພຽງນີ້
ເພື່ອນຮ່ວມທາງວິຖີຫຼິ້ນ             ຖວິນກັນເພື່ອເປັນໝູ່
ວັນນີ້ເຂົາຄິດຢາກຮູ້                   ສຸມາລີນັ້ນຮັກເຂົາຢູ່ບໍ

ວັນນີ້ເຂົາຕ້ອງເວົ້າ                     ທຸກສິ່ງໃນໃຈມີ
ເຂົາຕ້ອງຄວງສຸມາລີ                 ເຮັດໃສ່ມາລາໃຈໄວ້
ເຂົາຈະຄວງມາໃຫ້                    ມາລາໃຈຮັບຮູ້ວ່າ
ວັນເວລາຕໍ່ຈາກນີ້                      ຕົວເຂົານັ້ນເລີ່ມປ່ຽນໄປ

ມາລາໃຈເຈົ້າຊິໄດ້                    ນອນນັ່ງເສຍໃຈ
ເມື່ອຂ້ອຍຄວງນາງໄປ               ເຮັດໃສ່ໃນສາຍຕາເຈົ້າ
ເຮັດໃສ່ໃຫ້ສົມໃຈເຮົາເສົ້າ         ກັບຄວາມເຫງົາເມື່ອເຊົ້າຜ່ານ
ກັບວາຈາເຈົ້າກ່າວຕ້ານ             ປະນາມຂ້ອຍໃຫ້ເສື່ອມຫວັງ

ຈະຄວງສຸມາລີມານັ່ງໃກ້          ເຮັດໃສ່ໃຫ້ສະສົມ
ເຮັດໃຫ້ນາງລະທົມໃຈ               ຢ່າງບໍ່ມີຫຍັງທຽມໄດ້
ໃຫ້ນາງນອນລະທົມໄຫ້             ເມື່ອເຫັນເຂົາມີຍິງໃໝ່
ຍິງທີ່ໃຈແຫ່ງເຈົ້າ                      ລະແວງຂ້ອຍເມື່ອຜ່ານມາ

ມື້ນີ້ຂ້ອຍອິດອ່ອນລ້າ                  ຖືກເຈົ້າດ່າຢ່າງສະສົມ
ຂ້ອຍລະທົມໃນໃຈ                     ເຈົ້າຮູ້ບໍໃນວັນນີ້
ເຈົ້າຄົງມີຮອຍຍິ້ມ                      ສຸກໃຈຢ່າງຊ້ອຍຊໍ່າ
ທີ່ເຈົ້າທຳໃຫ້ຂ້ອຍ                     ຄໍ່າຄວນຮ້ອງຫ່ວງຫາ

ຈົນນ້ຳຕາລິນໜ້າ                      ກັບຄຳວ່າຜິດຫວັງ
ຫົວໃຈພັງທະລາຍລົງ                ມຸ່ນມິນໝົດແລ້ວ
ຈຶ່ງເກີດຮອຍແຜແປ້ວ                ຫົວໃຈເຮົາມັນລ້າວຮ່ານ
ຂ້ອຍຈຶ່ງຕັດສິນໃຈມາກ່າວຕ້ານກັບຍິງຂ້ອຍບໍ່ໃສ່ໃຈ

ຢ່າງໜ້ອຍມັນກໍ່ທຳໃຫ້ຂ້ອຍໄດ້ ລົດຜ່ອນຄວາມອຸກໃຈ
ແຕ່ເມື່ອເຮົາໄຂຄຳຈາ                ວ່າລົມກັບນາງແລ້ວ
ນາງມີແວວຕາຊ້ອຍ                   ສຸກໃຈຢ່າງປຶ້ມປ່ຽມ
ເຮັດໃຫ້ຮຽມຄິດຄົ້ນ                   ຕົວຂ້ອຍຊິຮັກໃຜ

ເພາະວ່າຍິງທີ່ນັ່ງໃກ້                  ຄຽງຄູ່ປັດຈຸບັນ
ນາງນັ້ນເຕັມໃຈຮັບ                    ຮັກເຮົາໃນໃຈແທ້
ແຕ່ຂ້ອຍແລເຫັນເຈົ້າ                 ສົນໃຈເຮົາມາກກວ່າ
ຂ້ອຍຈຶ່ງໄປວ່າເວົ້າ                    ກັບເຈົ້າໃຫ້ຮັກເຮົາ

ຂ້ອຍບໍ່ເຄີຍຄິດວ່າເຈົ້າ               ຈະເວົ້າວ່າບໍ່ສົນໃຈ
ປະຕິເສດໃນຄວາມຮັກ              ທີ່ມີໃນໃຈນັ້ນ
ໃຫ້ຂ້ອຍມາລຳພັນໄຫ້                ລະທົມໃຈຄັ້ງໜຶ່ງ
ກັບຄວາມຮັກທີ່ຂ້ອຍຊຶ້ງ             ຄຳນຶງໄວ້ທຸກຄໍ່າຄືນ

ຂ້ອຍຈຶ່ງຝືນໃຈເສົ້າ                   ມາເວົ້າຕໍ່ສຸມາລີ
ເຫັນນາງດີກັບເຮົາ                    ຂ້ອຍອ່ອນໃຈຈິງແທ້
ເພື່ອແຜ່ໃຈກັບຂ້ອຍ                   ຈິງໃຈບໍ່ເລ້ຫຼ່ຽມ
ຫົວໃຈຮຽມຈຶ່ງຊຶ້ງ                      ມີໃຈໃຫ້ຕໍ່ນາງ

ຄືນນີ້ຂ້ອຍຈຶ່ງມາເລີ່ມສ້າງ         ຄວາມຮັກໃໝ່ໃນໃຈ
ລຶບຄວາມຮັກໃນຄາວຫຼັງ           ທີ່ມຸ່ງຫວັງພຽງເຈົ້າ
ຈົ່ງອະໄພໃຫ້ເຮົາດ້ວຍ               ມາລາໃຈທີ່ຮັກເກົ່າ
ເມື່ອເຈົ້າປະຕິເສດບໍ່ຮັກຂ້ອຍ     ກໍ່ກຽມພ້ອມຊິກ່າວລາ

ສຸມາລີສ່ອງໜ້າ                        ແລ້ວແນມເບິ່ງຕາເຂົາ
"
ເຈົ້າກຳລັງເຫງົາຊຶມ                ຄິດເຖິງຫຍັງນີ້? "
ບົວສະບາມີຮອຍຍິ້ມ                 ທັງຕົກໃຈນິດໜ່ອຍ
"
ກະລຸນາບອກຂ້ອຍ                  ວ່າໃຈເຈົ້າຄິດຫຍັງ"

"
ຂ້ອຍກຳລັງຄິດຄົ້ນ                  ບອກເຈົ້າບໍ່ຄວາມໃນໃຈ"
"
ແຕ່ຢ່າຕົວະຂ້ອຍໃດ                ເວົ້າມາຂ້ອຍຟັງໄດ້"
"
ດຽວນີ້ຫົວໃຈຂ້ອຍ                  ພວມປະຄອງຄວາມເປັນໜຸ່ມ
ດ້ວຍຫົວອົກຮຸ່ມຮ້ອນ                 ຂ້ອຍຂໍເວົ້າສິ່ງທີ່ຄອງ

ຂ້ອຍນີ້ຂໍຮຽກຮ້ອງ                     ໃນເລື່ອງບາງອັນ
ເຮົາແຕ່ງດອງກັນເນາະ              ເມື່ອຮຽນຈົບແລ້ວ
ວ່າແນວໃດຕົວເຈົ້າ                    ຍິນດີຫຼືບໍ່
ເຈົ້າບໍ່ຕອບກໍ່ໄດ້                        ໃນວັນນີ້ບໍ່ວ່າຫຍັງ"

ສຸມາລີຟັງແລ້ວ                        ຍິ່ງປຶ້ມປ່ຽມຍິນດີ
ຫົວໃຈນາງມີຄວາມສຸກ              ຊື່ນຊຳແສນປຶ້ມ
ລືມໄປໝົດຄວາມເສົ້າ                ຄວາມເຫງົາໃນວັນເກົ່າ
ນາງບໍ່ຈາກ່າວເວົ້າ                     ພຽງນິ້ງເບິ່ງເຂົາ

ຍັງມີຕໍ່ 4.7

Delicious Digg Fark Twitter