
ຂຽນເມື່ອ: Apr. 6, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
ເຂົາວ່າກັນວ່າ ...................
1 ເຂົາວ່າກັນວ່າ ... ອ່ານໜັງສືໜຶ່ງຫົວຕ້ອງໃຊ້ວລາ ເຊັ່ນດຽວກັນ ເຮົາຄືຊິບໍ່ຮູ້ໃຜດີໃນຄັ້ງທຳອິດທີ່ເຈີກັນ
2 ເຂົາວ່າກັນວ່າ ... ຢ່າຕັດສິນໜັງສືດີໆ ພຽງແຕ່ໜ້າປົກມັນງາມ ເຊັ່ນດຽວກັນ ຄົນໜ້າຕາດີ ກໍ່ບໍ່ໄດ້ໝາຍຄວາມວ່າເປັນຄົນດີ
3 ເຂົາວ່າກັນວ່າ ... ຄົນທີ່ບໍ່ມັກອ່ານໜັງສືເລີຍ ກໍ່ບໍ່ໄດ້ໝາຍຄວາມວ່າຈະມີໜັງສືເຫຼັ້ມທຳອິດທີ່ບໍ່ມັກ ເຊັ່ນດຽວກັນ ຄົນທີ່ເຮົາບໍ່ຄິດຈະຢາກຮູ້ຈັກ ອາດຈະເປັນຄົນທີ່ດີທີ່ສຸດໃນຊີິວິດເຮົາກໍ່ໄດ້
4 ເຂົາວ່າກັນວ່າ ... ການມັກໜັງສືເຫຼັ້ມໜຶ່ງ ບໍ່ໄດ້ໝາຍຄວາມວ່າໜັງສືເຫຼັ້ມນັ້ນ ເນຶ້ອຫາດີທຸກໜ້າ ເຊັ່ນດຽວກັນ ການຮູ້ສຶກດີກັບໃຜຄົນໜຶ່ງ ບໍ່ຈຳເປັນວ່າເຂົາຈະບໍ່ມີຂໍເສຍຫຍັງເລີຍ
5 ເຂົາວ່າກັນວ່າ ... ຢ່າຮູ້ສຶກເສຍດາຍເວລາ ກັບການອ່ານໜັງສືບາງເຫຼັ້ມຈົນຈົບ ແລ້ວເຫັນວ່າເປັນໜັງສືທີ່ບໍ່ມັກ ເຊັ່ນດຽວກັນ ຈົງຮູ້ສຶກດີກັບກາໃຊ້ເວລາກັບໃຜຄົນໜຶ່ງຢ່າງເຕັມທີ່ ແມ້ວ່າມື້ໜຶ່ງ ເຮົາຈະຮູ້ຄວາມຮູ້ສຶກຕົວເອງວ່າບໍ່ແມ່ນຈັກໜ້ອຍ ເພາະຢ່າງນ້ອຍຕໍ່ຈາກນີ້ໄປ ເຮົາຈະໄດ້ເລືອກທາງທີ່ຖືກ ແລະ ຄົນທີ່ຖືກໃຈສຳລັບເຮົາ