
ຂຽນເມື່ອ: Jul. 29, 2011
| ມີ
13 ຄຳເຫັນ
ແລະ
0 trackback(s)
ກຣຸບ A
ລັກສະນະພຶ້ນຖານຂອງຄົນເລືອດກຣຸບ A ເປັນຄົນຂ້ອນຂ້າງລອບຄອບ ຫຼິ້ນຕົວໜ່ອຍໜຶ່ງ
ແຕ່ບໍ່ເຖິງກັບສະຫາວ ມີຄວາມໂດດເດັນໃນຕົວຫຼາຍກ່ວາຄົນອຶ່ນ
ເວລາຈະເຮັດຫຍັງມັກຄິດວາງແຜນການໄວ້ລ່ວງໜ້າ ແລະແກ້ບັນຫາສະເພາະໜ້າໄດ້ດີ
ສະໄຕຄວາມຮັກ
ເອິ່ນວ່າ ຄິດກ່ອນຮັກ ຮັກຄັ້ງທຳອິດບໍ່ເຄີຍເກີດຂຶ້ນກັບຄົນກຣຸບເລືອກນີ້
ແຕ່ຕັດສິນໃຈຮັກແລ້ວ ກໍ່ຮັກເລີຍ ຮັກດຽວໃຈດຽວ
ດ້ວຍຄວາມທີ່ເປັນຄົນລອບຄອບ ຄວາມຮັກທີ່ຜ່ານຂະບວນການຄິດກ່ອນຈິ່ງລຽບງ່າຍ
ແຕ່ເປັນຮັກແທ້ທີ່ໝັ້ນຄົງ
ກຣຸບເລືອດ B
ລັກສະນະພຶ້ນຖານຂອງຄົນກຣຸບເລືອດ B ເປັນຄົນທີ່ມີເອກະລັກສະເພາະຕົວ
ມັກຄວາມແຕກຕ່າງ ບໍ່ມັກ copy ໃຜ ມີຄວາມຄິດສ້າງສັນ
ເປັນຄົນບໍ່ຄິດຫຍັງຫຼາຍກັບຊີວິດ ເພາະບໍ່ມັກ care ຄົນອ້ອມຂ້າງເທົ່າໃດ ສະນັ້ນຈິ່ງເປັນຄົນສົດໃສລ່າເລິງຢູ່ຕະຫຼອດ
ສະໄຕຄວາມຮັກ
ເປັນເພາະຄວາມຮັກເປັນອິດສະລະ ແລະຄຸນລັກສະນະໂດດເດັ່ນປະຈຳຕົວ ຮູບແບບຂອງຄວາມຮັກມັນຈິ່ງເປັນໄປໃນ
ລັກສະນະ ທີ່ເອົາແຕ່ໃຈໂຕເອງ ດັ່ງນັ້ນຈຸດເລີ້ມຕົ້ນຂອງຄວາມຮັກຂອງຄົນກຣຸບເລືອດນີ້ ຈິ່ງເປັນຄວາມຮັກທີ່ຄ່ອຍໆກໍ່ຕົວຂຶ້ນ
ຢ່າງມິດໆໃນຄວາມສຳພັນແບບອຶ່ນກ່ອນ ຄືອາດຈະຕິດເປັນໝູ່ມາກ່ອນຈິ່ງກາຍມາເປັນຄົນຮັກທີ່ຫຼັງ
ກຣຸບເລືອດ AB
ເປັນຄົນທີ່ເຂົ້າຄົນງ່າຍ ມັກຊ່ວຍເຫຼືອຄົນອຶ່ນ ມັກຄວາມຍຸດຕິທຳ
ສະໄຕຄວາມຮັກ
ເປັນຄວາມຮັກທີ່ລຽບງ່າຍ ບໍ່ມັກສະແດງຄວາມຮັກຕໍ່ໜ້າຄົນອຶ່ນ
ແລະທີ່ສຳຄັນຄືຮັກດຽວໃຈດຽວ
ກຣຸບເລືອດ O
ເປັນຄົນທີ່ບໍ່ຢ້ານຕໍ່ອຸປະສັກໃດທັ່ງສິ້ນ ເອິ່ນວ່າລຸຍຕະຫຼອດ ກ້າຄິດກ້າສະແດງອອກ
ຫາກເຊຶ່ອໝັ້ນໃນສິ່ງທີ່ຄິດຈະເຮັດ ວ່າເປັນສິ່ງທີ່ຖືກຕ້ອງກໍ່ຈະລຸຍເລີຍ
ຈົນບາງເທື່ອຈະເບິ່ງຄ້າຍຄົນດື້ເອົາແຕ່ໃຈໂຕເອງ
ສະໄຕຄວາມຮັກ
ຮັກຮ້ອນແຮງ ຈິງຈັງ ເຮັດໄດ້ທຸກຢ່າງເພຶ່ອຄວາມຮັກ
ລອງອ່ານເບິ່ງວ່າຊິຖືກຫຼືບໍ່ ຖ້າບໍ່ຖືກກໍ່ຂໍໂທດຂໍອະໄພນຳຫຼາຍໆໆ