ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Aug. 30, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ສິ່ງດີໆ ຈາກການອອກກຳລັງກາຍ

ກາຍອອກກຳລັງກາຍນອກຈາກເຮັດໃຫ້ຮ່າງກາຍແຂງແຮງ ແລະ ມີສຸຂະພາບດີ ແລ້ວຍັງຊ່ວຍປ້ອງກັນຮັກສາໂລກໄພໄຂ້ເຈັບໄດ້ນຳອີກ ສຳລັບຜູ້ທີ່ບໍ່ຄ່ອຍໄດ້ອອກກຳລັງກາຍ ເພາະບໍ່ມີເວລາ

ກໍ່ລອງຫາໂອກາດຍ່າງ ຫຼື ແລ່ນຊ້າໆ  ເພາະຈາກການສຶກສາຂອງຄະນະແພດ ຂອງສະຫະລັດອາເມລິກາ ແລະ ຍີ່ປຸ່ນພົບວ່າ

ການຍ່າງຊ່ວຍປ້ອງກັນແລະລົດອັດຕາການເກີດໂລກຮ້າຍໄດ້ 7 ສະນິດ ໄດ້ແກ່ ໂລກອ້ວນ.ຄວາມດັນເລືອດສູງ.ເບົາຫວານ.ໂລກຫົວໃຈແລະຫຼອດເລືອດ.ໄຂມັນຜິດປົກກະຕິ.ອຳມະພາດ.ມະເຮັງ ເປັນຕົ້ນ

ສ່ວນການແລ່ນເບົາໆ ຈະຊ່ວຍໃຫ້ຫົວໃຈແຂງແຮງ ລົດອາການຄິດຫຼາຍ ແລະປ້ອງກັນໂລກກະດູກພ່ອຍ

ເຫັນຂໍ້ດີແບບນີ້ແລ້ວ ເຮົາມາເລີ້ມຍ່າງ ແລະ ແລ່ນ ກັນດີກ່ວາ ຍ່າງມື້ລະນ້ອຍ ຊີວິດຈະປອດໄພຈາກໂລກຮ້າຍ ດ້ວຍຄວາມເປັນຫ່ວງເດີ ທຸກຄົນ

 

Delicious Digg Fark Twitter