ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2013 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເວລາຫ່ວາງໆກໍ່ມັກເຂົ້າວັດ ເຄີຍທານເງິນຕາມຄວາມສາມາດ ເຄີຍໃສ່ບາດຍາມບຸນ ເຄີຍນັ່ງສົມໂພດພະ

ເຄີຍຫົດສົງພະພຸດທະຮູບຍາມບຸນສົງການແຕ່ລະປີໃນເຮືອນ ກໍ່ໄດ້ບູຊາພະພຸດທະຮູບມາໄວ້

ໄດ້ບູຊາ ຮູບພະອາຈານມາ ກາບໄຫ້ວ ໃນຊິວິດປະຈໍາວັນ....

          ມາຫວນຄິດຄືນວ່າ ດ້ວຍເຫດໃດ ເວລາໄດ້ໄຕ້ທູບທຽນ ສວດມົນ ນັ່ງສາມາທິ ຈິ່ງຮູ້ສຶກສະບາຍໃນໃຈ...

ເປັນຫັຍງເຮົາຈິ່ງເອົາໃຈໃສໃນ ເລື້ອງນີ້  ທັງໆທີ່ພະອໍລະຫັນ(ພໍ່ແມ່ເຮົາ)ທີ່ໃຫ້ຊີວິດແລະວິນຍານແກ່ເຮົາ

ເຮົາຍັງບໍ່ໄດ້ກາບໄຫ້ວ ບູຊາປານນີ້...

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2013 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ບໍ່ຮູ້ຈັກເປັນຍ້ອນຫັຍງ ແນວຄິດ ຈິ່ງບໍ່ມັກຄວາມລໍາບາກ ແລະ ບໍ່ຢາກ ຖືກບັງຄັບ

ຖ້າເຮັດໄດ້ ... ໃນໃຈ ແມ່ນ ຢາກໃຫ້ຕົວເອງ ມີແຕ່ ຄວາມສຸກ ຄວາມສະບາຍ ໄປວັນໆ 

ບໍ່ຢາກອອກແຮງງານ ບໍ່ຢາກເຮັດວຽກ... ຢາກແຕ່ຫຼິ້ນ ກິນທ່ຽວ ເຮຮາ ນັ່ງ ນອນ ບ່ອນໄດມີຄວາມສຸກແມ່ນຢາກໄປ

        ແຕ່ໃນຄວາມເປັນຈິ່ງແລ້ວ ທຸກຢ່າງມັກຈະ ບໍ່ເປັນໄປດັ່ງໃຈທີ່ຄິດ ແລະ ຫັວງໄວ້

ຖ້າເຮົາ ບໍ່ບັງຄັບຕົວເອງ ກໍ່ຈະຖືກຄົນອຶ່ນ ສະພາບແວດລ້ອມອ້ອມຂ້າງ ບັງຄັບເຮົາ.................

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຕາມອ່ານພົບມີຫຼາຍໆກະທູ້ທີ່ສະມາຊິກພັນລາວໄດ້ຍິບຍົກບັນຫາສິ່ງຫຍໍ້ຖໍ້ທີ່ເກີດຂື້ນຈາກຊາວຕ່າງດາວທີ່ເຂົ້າມາດໍາລົງຊີວິດຫາກິນໃນປະເທດລາວ...

ເຊັ່ນວ່າບາງກະທູ້ກໍ່ຍິບຍົກບັນຫາຊາວຫວຽດນາມເຂົ້າມາລາວແລ້ວເຮັດແນວສິ່ງບໍ່ດີໃນສັງຄົມບ້ານເມືອງຂອງລາວ...ເຊັ່ນມາຊື້ເຫຼັກເສດ ຂີ້ລັກ ຊູຊີຂາຍເຄື່ອງໃນສະຖານທີ່ຕ່າງໆ ອຶ່ນໆ....

ມີບາງກະທູ້ກໍ່ຍິບຍົກນໍາເອົາຮູບພາບຄວາມຈະເລີນຂອງປະເທດຈີນ...ມາເອກອ້າງຈູງໃຈ...ໃຫ້ຄົນລາວເຮີ່ຕາມ ສັງຄົມຄວາມສີວິໄລຂອງຊາດເຂົາ.....

ຄິດວ່າແນວຄວາມຄິດຂອງເພື່ຶອນໆພັນລາວຄິດວ່າບຸກຄົນເຫຼົ່ານັ້ນຕັ້ງກະທູ້ແບບມີແນວຄິດແອບແຝງໃຫ້ຄົນລາວມີທ່າອ່ຽງແນວໃດຕໍ່ບັນດາເພື້ອນບ້ານຂອງເຮົາ...

ຄິດວ່າຜູ້ຕັ້ງກະທູ້ມີແນວຄິດຈັ່ງໄດຕໍ່ປະເທດລາວ...ໃຜທີ່ຈິງໃຈຊ່ວຍລາວໂດຍບໍ່ຫັວງປະໂຫຍດແອບແຝງຍັງມີອີກບໍ່...

ຊ່ວຍໃຫ້ຄວາມເຫັນແດ່ເພື່ອນພັນລາວ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ມີຫຼາຍຄົນມັກເວົ້າວ່າຄົນເປັນສັດປະເສີດມີຄວາມສະດຸກໄວ ສະຫຼາດ ມີໄຫວພິກ.....

ຕ່າງກັບສັດທົ່ວໄປທີຄົນ ມັກອ້າງອິງວ່າ ສັດນັ້ນເປັນສັດເດຍລະສານ  ດໍາລົງຊີວິດຕາມສັນຊາດຕະຍານ...

ເພາະສະນັ້ນການທີ່ຢາກເຮັດໃຫ້ຄົນສະດຸ້ງຕື່ນຕົວ ເຮົາຄວນຕີ...(ດັ່ງຄໍາສຸພາສິດທີ່ວ່າຮັກງົວໃຫ້ຝູກ ຮັກລູກໃຫ້ຕີ....)

ແຕ່ການຕີຄົນໃຫ້ເຈັບແສບແລະຈົດຈໍາກໍ່ຄືຕ້ອງຕີດ້ວຍສະຕິປັນຍາ...ຕີດ້ວຍວາຈາ...ຕີດ້ວຍເຫດດ້ວຍຜົນ...

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄົນລາວຕົກເປັນຂີ້ຂ້າມ້າໃຊ້ໃຫ້ຕ່າງຊາດມາຫຼາຍເຊັ່ນຄົນ...

ເພາະສະນັ້ນປະຈຸບັນແມ້ປະເທດລາວຈະໄດ້ຮັບການປົດປ່ອຍມາສາມສິບກ່ວາປີແລ້ວ...

ແຕ່ຈິດສໍານຶກຂອງຄົນລາວສ່ວນຫຼາຍຍັງຄົງຝັງເລິກໃນສາຍເລືອດ.ຍັງຄົງສິ້ນເຄີຍແລະພໍໃຈກັບການເປັນຂີ້ຂ້າມ້າໃຊ້ ໃຫ້ຄົນຊາດອຶ່ນມາຂົ່ມເຮັງ.ແລະໃຊ້ແຮງງານ...

ເປັນຫັຍງຈິ່ງເວົ້າຈັ່ງຊີ້???....

ຄົນລາວເພື່ອນຮ່ວມຊາດ ທີ່ໜ້າສົງສານເອີຍ....ຕື່ນສາ...ຕື່ນຈາກການລັບໄຫຼ....

ຕື່ນສາ ຕື່ນຂື້ນມາກ່ອນວັນເວລາຈະສາຍເກີນໄປ....

ຕື່ນສາ ຄົນລາວທີ່ເປັນທີ່ເພິ່ງຂອງຄົນລາວທັງຊາດ...ຕື່ນມາຊ່ວຍຊູ ແກ່ດຶ່ງເອົາ ຄົນລາວ ອີກຫຼາຍໆເຜົ່າຊົນຫຼາຍໆຊີວິດ ທີ່ອ່ອນແຮງ ລໍຖ້າທ່ານຊ່ວຍຊູເພື່ອຈະກ້າວເດີນໄປດ້ວຍກັນ...

-ຄົນລາວ ທີ່ພຽບພ້ອມດ້ວຍສິດອໍານາດ ກຽດຕິຍົດຊື່ສຽງທີ່ ເປັນຕົວແທນຂອງຄົນທັງຊາດເອີຍ...ທ່ານພໍໃຈແລ້ວບໍ ທີ່ທ່ານມີຊີວິດທີ່ດີ ແຕ່ພີ່ນ້ອງຮ່ວມຊາດ

ຮ່ວມສາຍເລືອດ ຂຶ້ນຊື່ວ່າເປັນຄົນລາວຄືກັນ ກັບທ່ານ ກັບຈົມຢູ່ໃຕ້ກົ້ນເຫວ ແສນເລືກ ຄອຍໃຫ້ຕ່າງຊາດມາຂູດຫີດແຮງງານຕາມໂຮງຈັກໂຮງງານ ນິຄົມຮ້າງຮ້ານ...

-ຄົນລາວທີ່ພຽບພ້ອມດ້ວຍສິດອໍານາດ ກຽດຕິຍົດຊື່ສຽງ...ທ່ານພໍໃຈແລ້ວບໍ ທີ່ທ່ານສາມາດເດີນ ເຫີນໄດ້ດ້ວຍກໍາລັງແຮງທີ່ສຸກດັນຈາກປວງຊົນທັງຊາດ...

ແຕ່ທ່ານກັບບໍ່ຍອມຫຼຽວຫັຼງມາຊ່ວຍຊ້ວນຊູເອົາຄົນເລົ່ານັ້ນທີ່ຂື້ນຊື່ວ່າຄົນລາວ ສາຍເລືອດລາວ ເດີນໄປຄຽງບ່າຄຽງໄລ່ກັບທ່ານ...

     ສຸພາສິດບູຮານລາວກ່າວເອົາໄວ້ວາ(ໄມ້ລໍາດຽວລ້ອມຮົ້ວບໍ່ໄຂ່ວ ໃຜ່ບໍ່ພ້ອມ ສ້າງບ້ານບໍ່ເຮືອງ.)

ເລີ້ມຕົ້ນແຕ່ວັນນີ້ສາ...ເລີ້ມຕົ້ນຫຼຽວຫັຼງມາ...ແນມເບິ່ງແມ...ຜືນແຜນດິນຂອງປະເທດລາວແສນກ້ວາງໃຫ່ຍແລະອຸດົມສົມບູນ...ຖ້າທຽບໃສ່ພົນລະເມືອງລາວທີ່ມີບໍ່ພໍເທົ່າໃດລ້ານຄົນ...

-ສົ່ງເສີມຄົນລາວດ້ວຍກັນໃຫ້ເຂົາເຈົ້າເປັນນາຍຊີວິດຂອງເຂົາເຈົ້າແມ....ດີກວ່າຈະສົ່ງເສີມໃຫ້ຄົນລາວເປັນຂີ້ຂ້າກໍາມະກອນ ໝາຮັບໃຊ້ຄົນຊາດອຶ່ນ...

(ເພາະທີ່ຜ່ານມາລາວບໍ່ຢາກສົ່ງເສີມລາວດ້ວຍກັນບໍ່ວ່າດ້ານໃດໆ)

-ສົ່ງເສີມປະຊາຊົນຄົນລາວທີ່ທຸກຈົນໃຫ້ໄດ້ຮັບການສຶກສາ...ມີອາຊີບການງານທີ່ໝັ້ນຄົງສາມາດລ້ຽງຊີບເຂົາເຈົ້າໄດ້...(ທີ່ຜ່ານມາເຫັນແຕ່ສົງເສີມລູກຫຼານຄົນລວຍ ຜູ໊ຮູ້ແຕ່ຈັບພວງມະໄລລົດ ຮູ້ຈັບແຕ່ຈອກເບຍ ...ແລ້ວເປັນແນວໃດ ຊີວິດເຂົາອຸດົມສົມບູນແລ້ວ ...ຈົບມາເຂົາຕັ້ງໃຈຜັນຂະຫຍາຍຄວາມຮູ້ຄວາມສາມາດ ປະກອບສ່ວນຄວາມຮູ້ຄວາມສາມາດຕາມບົດຮຽນທີ່ຮຽນມາບໍ???

-ຄວນເລືກເຟັ້ນສົ່ງເສີມບຸກຄະລາກອນຕາມເງື່ອນໄຂ...ຜູ້ທີ່ເຄີຍເປັນຄົນທຸກເຄີຍຈັບຈົກຈັບພ້າ ເຄີຍອອກແຮງານຫັຼງສູ່ຟ້າໜ້າສູ່ດິນກໍ່ຄວນສົ່ງເສີມຮໍ່າຮຽນວິຊາການ

ທີ່ເໝາະສົມກັບຄົນ...ຈົບມາເຂົາຈິ່ງເຮັດວຽກຢ່າງມີປະສິດທີ່ພາບ...ຜູ້ທີ່ບໍ່ເຄີຍອກແຮງານດ້ວຍຕືນມືກໍ່ຄວນສົ່ງເສີມເພີ້ມຄວາມຮູ້ວີຊາການດ້ານອື່ນທີ່ແທດເໝາະ...

-ດິນແດນລາວອອກກ້ວາງໃຫ່ຍແລະອຸດົມສົມບູນ...ຄວນຈັດສັນປັນແບ່ງ ຕັ້ງກຸ່ມຜະລິດປູກພືດ ລ໊ຽງສັດ ຕາມພື້ນທີ່...ເຂດເໝາະສົມລ້ຽງສັດກໍ່ສົ່ງເສີມລ້ຽງສັດ ເຂດເໝາະປູກຢາງ ປູກກາເຝ ກ້ວຍອ້ອຍ ຜັກມັນຕ່າງໆກໍ່ສ່ົງເສີມ ລົງທຶນ...ເພາະທີ່ຜ່ານມາເຫັນແຕ່ສົ່ງເສີມສະເພາະຜູ້ທີ່ມີເງິນ ມີຊັບສິນຄໍ້າປະກັນທະນາຄານຈິ່ງໃຫ້ກູ້...ພາກສ່ວນບໍ່ມີເງື່ອນໄຂກູ້ ກໍ່ຄວນຈັດຕັ້ງກອງທຶນ ຫຼືກຼ້ຢືມຈາກພາຍນອກມາ

ສົ່ງເສີມເປັນກົນຈັກຝຸ່ນປຸຍ ຊອກວິຊາການທີ່ຊ່ຽວຊານມາຊ່ວຍ ...ແລ້ວຄ່ອຍໄລ່ລຽງຜ່ອນຕາມພາຍຫັຼງຖ້າຢາກຊ່ວຍ

ອາດຈະດີກ່ວາໃຫ້ຄົນຕ່າງຊາດມາສໍາປະທານແລ້ວໃຫ້ຄົນລາວໃນພື້ນທີ່ຮັບຈ້າງຂາຍແຮງງານໃຫ້ເຂົາ....ຄົນຊາດອຶ່ນຂຶ້ນຮອດເດືອນຮອດດາວ ...ຄົນລາວຖ້າແມ້ແຕ່ເຂັມດວງດຽວ

ກໍ່ຍັງຄົງອາໃສຊາດອື່ນແລ້ວປານໃດລາວຈະພົ້ນຈາກຄວາມດ້ວຍພັດທະນາ...ຖ້າພົ້ນອອກຈາກຄວາມດ້ອຍພັດທະນາໄດ້  ກໍ່ພຽງໃນນາມ   ແລ້ວຄົນລາວທັງຊາດພູມໃຈກັບມັນແລ້ວບໍ່???

ເຊື່ອວ່າ:ຖ້າເຮັດໄດ້ຄືເວົ້າ...ໄວໜຸ່ມຄົນລາວ ຫຼາຍສິບພັນຄົນຫຼາຍແສນຄົນ ຄົງຈະບໍ່ຫອບສັງຂານເຂົ້າໄປເປັນກູລີ ຕາມໂຮງຈັກໂຮງານໃຫ້ນາຍຈ້າງຕ່າງຊາດໜ້າເລືອດຂູດຮີດແຮງງານດອກ...

ເຊື່ອວ່າຄົນລາວຫຼາຍສິບພັນຄົນ ຄົງບໍ່ຫອບສັງຂານໄປຂາຍແຮງງານຢູ່ຕ່າງຊາດໃຫ້ເຂົາເອີ້ນວ່າແຮງງານເຖື່ອນ.ເປັນເຢື່ອຄ້າມະນຸດຂ້າມຊາດດອກ...

    ຢ່າຫາວ່າສອນແຂ້ລອຍນໍ້າເລີຍ...ໃຫ້ຖືວ່າເປັນສຽງໝາຫອນຕອນຄົນລາວກໍາລັງລັບໄຫຼກໍ່ແລ້ວກັນ.....

 

 

 

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເຮືອບິນເວີ່ນຢູ່ເທິງຟ້າ...ໝາຍັງຫໍ່າເຫົ່າຫາ

ໜ້າອີ່ຕົນໂຕໝາ...ວາດສະໜາມັນຕ້ອຍຕໍ່າ

ໄດ້ແຕ່ເຫົ່າ ຫໍ່າຮ້ອງ  ຫັວງໝາຍປອງເຄື່ອງບິນໃຫ່ຍ

ຊາດຕະກູນທຸກຍາກໄຮ້...ເລີຍໄດ້ແຕ່ຮໍ່າຫາ...

     ບ່ອນໃດມີຮັກ   ບ່ອນນັ້ນມັກຈະມີທຸກສະເໜີ...

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຖ້າຫາກວ່າເລືອກເກີດໄດ້...ຢາກເປັນໃຫ່ຍໃນໝູ່ຄົນ...

ຢາກຈະເປັນຄົນລວຍ ອໍານາດມີລົ້ນຟ້າ...

ປາຊາທຸກເຜົ່າເຊື້ອ ເໜືອແທ້ມີແຕ່ຕົນ...

 ຖ້າເປັນຄົນໃນໂລກາ ຢ່າມາມີທຽບໄດ້...

ເຖິງຈະໃຫ່ຍແລະນ້ອຍ ຕ້ອງເປັນຂ້ອຍພໍ່ພະຍາ...

ເຖິງເວລາກ່າວຈາ  ປາໃສມີໂອວາດ...

ຈະປະກາດໃຫ້ໄຜ່ຟ້ອງ ໄຕ້ລະອອງຕ້ອງຊັດທ່ຽງ

ລ້ຽງຊີວີໝູ່ຊຸຸມເຈົ້າ ຕາມຄໍາເວົ້າແບບພໍພຽງ....

       ຄົນເຮົານີ້ລະນໍ...ພໍພຽງ ແຕ່ບໍ່ພຽງພໍສໍາລັບຕົນ...ພີ່ນ້ອງພັນລາວມີໃຜພໍ...ຍົກມືຂຶ້ນ...