ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2013 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຊັບສິນຕ່າງໆ ຊີວິດຮ່າງກາຍ ແມ້ແຕ່ຈິດວິນຍານ  ກໍ່ບໍ່ຮູ້ວ່າຈະມີຄວາມໝາຍໃດ ໃຫ້ໂລກ ໃຫ້ຄົນ ຮັບຮູ້ເຖິງຕົວຕົນຂອງເຮົາ ໃນເວລານັ້ນມາເຖິງ

ຄວາມດີບາງຄັ້ງ ຖ້າບໍ່ເປັນປະໂຫຍດ ແກ່ກຸ່ມຄົນໃດໜຶ່ງ ກໍ່ມັກຈະຖືກປະຕິເສດແລະຖືກທໍາລາຍໃຫ້ສູນສິ້ນໄປຕາມການເວລາ

ດັ່ງເຊັ່ນ ບັນພະບູລຸດ ນັກປາດ ຄົນເດັ່ນໆດັງໆ ໄດ້ສ້າງໄວ້ກັບສັງຄົມບ້ານເມືອງ ເມື່ອຄວາມດີທີວ່ານັ້ນ ຫາກບໍ່ແທດເໝາະກັບຍຸກສະໄໝ...

ເພາະສະນັ້ນ ການເກີດມາດໍາລົງຢູໃນຊ້ວງເວລານັ້ນໆ ແລະຈາກໄປ ລ້ວນແຕ່ເປັນວັດທະຈັກ ເພາະສະນັ້ນຊ້ວງເວລາທີ່ມີຊີວິດ

ທີ່ແສນສັ້ນ ຄວນຈະຢູ່ກັບມັນຢ່າງເຕັມໃຈແລະກອບໂກຍເອົາຄວາມສຸກ ທາງກາຍ ໃຈ ໃຫ້ເຕັມທີ່... ແຕ່ຢ່າຫາ ຄວາມສຸກບົນຄວາມທຸກຂອງຄົນອຶ່ນ

ເພາະສຸດທ້າຍແລ້ວ ຄວາມສຸກທີ່ໄດ້ຮັບນັ້ນກໍ່ຈະນໍາມາເຊິ່ງຄວາມທຸກເຊັ່ນກັນ.............