
ຂຽນເມື່ອ: ມິ.ຖ.. 1, 2010
| ມີ
5 ຄຳເຫັນ
ແລະ
0 trackback(s)
ຕາມຂ່າວCRI:ວັນທີ 29 ພຶດສະພານີ້, ພິທີເລີ່ມສ້ອມແປງສະໜາມບິນຫຼວງພະບາງຄືນໃໝ່ທີ່ຈີນສະຫນອງ
ເງິນກູ້ ຢືມດອກເບ້ຍຕ່ຳ 86 ລ້ານ 4 ແສນ 2 ໝື່ນໂດລາ, ບໍລິສັດຫຸ້ນສ່ວນໂຄງການສາກົນຈົ່ງກົ່ງຈຳກັດເປັນຜູ້
ປະຕິບັດໄດ້ຈັດ ຂຶ້ນຢູ່ຫຼວງພະບາງ. ທ່ານບຸນເຮືອງ ດວງພະຈັນ, ເລຂາພັກແຂວງ, ເຈົ້າແຂວງແຂວງຫຼວງພະບາງ,
ທ່ານສີທົງ ທອງແກ້ວ, ລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການແລະຂົນສົ່ງຂອງລາວ, ທ່ານນາງປູ້ຈ້ຽນໂກະ,
ເອກອັກຄະລັດຖະທູດຈີນປະຈຳລາວໄດ້ເຂົ້າຮ່ວມພິທີ.

ໄລຍະ ກໍ່ສ້າງຂອງໂຄງການສ້ອມແປງສະໜາມບິນຫຼວງພະບາງຄືນໃໝ່ແມ່ນ 52 ເດືອນ, ພາຍຫຼັງສ້າງສຳເລັດແລ້ວ,
ສະໜາມບິນຫຼວງພະບາງຈະສາມາດຮັບຮອງຍົນຂະໜາດໃຫຍ່ເຊັ່ນໂບອິນ737ແລະ ແອບັສA320ຂຶ້ນລົງໄດ້,
ຈຳນວນຜູ້ໂດຍສານຈະມີເຖິງ 8ແສນເທື່ອຄົນຕໍ່ປີ.
Luang Prabang Airport






by :CRI (ພາກພາສາລາວ)
