ບໍ່ຮູ້ວ່າຊິແມ່ນແທ້ຫລືບໍ່ວ່າການນອນນິຊິມີສ່ວນບອກນິດໄສໄດ້,ພໍດີວ່າໄປເຫັນຢູ່ Forward mail
ກະເລີຍເອົາມາໃຫ້ອ່ານນຳກັນເບິ່ງ.
ມາເລີ່ມທ່າຈາກທ່າທີ່໑ກັນເລີຍ ນອນຫງາຍ

ທ່ານອນທີ່ບົ່ງບອກເຖິງຄວາມເປັນໂຕຂອງໂຕເອງຢ່າງແຮງ,ມັກແຕ່ງໂຕ,ຈັບຈ່າຍໃຊ້ສອຍຈຸກຈິກ
ແຕ່ກໍ່ຫາເງີນເກັ່ງພໍສົມຄວນຂໍ້ເສຍຂອງຄົນທີ່ມັກນອນທ່ານີ້ກໍ່ຄືມັກຫຍຸ້ງເລື່ອງຂອງຄົນອື່ນ.....
ທ່າທີ່໒ ນອນຂາໄຂ່ວຫ້າງ

ສະແດງວ່າຄົນທີ່ນອນທ່ານີ້ບໍ່ຄອ່ຍຈະກ້າຍອມຮັບຈາກການປ່ຽນແປງໃດໆໄດ້ງ່າຍໆ,ແຕ່ຫາກຍັງ
ມັກມົກໝຸ້ນຢູ່ກັບເລື່ອງຂອງຕົນເອງ,ມັກຈະຢູ່ຄົນດຽວ,ຂໍ້ດີຂອງຄົນທີ່ມັກນອນທ່ານີ້ກໍ່ຄືມີນ້ຳໃຈອົດ
ທົນກັບເລື່ອງທີ່ເກີດຂື້ນຮອບຕົວໄດ້ດີທີ່ສຸດ.
ທ່າທີ່໓ ນອນເອົາຫົວຢອງມື

ຄົນທີ່ນອນທ່ານີ້ເປັນຄົນສະຫລາດ,ປັນຍາແຫລມຄົມ,ມັກຮຽນຮູ້ສິ່ງໃຫມ່ໆບໍ່ຮູ້ຈັກພໍ,ບາງຄັ້ງກໍ່ມີຄວາມ
ຄິດທີ່ແປກປະຫລາດຈົນເຮັດໃຫ້ຄົນອື່ນຄິດນຳບໍ່ທັນ,ເປັນຄົນໜ້າຮັກ,ເອົາໃຈໃສ່ຄອບຄົວ.ຂໍເສຍກໍ່ຄື
ເປັນຄົນໃຈແຂງແທ້ໆ,ບໍ່ມັກໃຜງ່າຍໆ,ມັກເລືອກ...
ທ່າທີ່໔ ນອນຂວ້ຳ

ຖ້າໃຜທີ່ນອນທ່ານີ້ເກືອບຕະຫລອດຄືນໃຫ້ສຳຫລວດໂຕເອງເບິ່ງວ່າເປັນຄົນໃຈຄັບແຄບຫລືບໍ່,ມັກ
ຈະເອົາໃຈໂຕເອງເປັນໃຫຍ່ແລະຕ້ອງການໃຫ້ຄົນອື່ນເຮັດຕາມຄວາມຕ້ອງການຂອງຕົນເອງຢູ່ສະ
ເຫມີ....
ທ່າທີ່5 ນອນສະແຄງ

ທ່ານີ້ເປັນທ່າຂອງຄົນທີ່ມີຄວາມເຊື່ອຫມັ້ນໃນໂຕເອງແລະບໍ່ວ່າຈະເຮັດວຽກຫຍັງກໍ່ມັກຈະກ້າວໄປສູ່
ຄວາມສຳເລັດດ້ວຍຄວາມມານະອົດທົນຢ່າງສະຫມ່ຳສະເຫມີ,ຍີ່ງໄປກ່ວານັ້ນເພິ່ນວ່າຄົນທີ່ມັກນອນ
ສະແຄງຂວາ,ຢືດແຂນຂວາໄປເທິງຫົວຫນ້ອຍຫນື່ງອຳນາດວາດສະນາຈະດີວ່າຊັ້ນ....
ທ່າທີ່6 ນອນສະແຄງຢົກຂາຂື້ນເບື້ອງຫນື່ງ

ທ່ານີ້ກະເປັນອີກທ່າຫນື່ງທີ່ບໍ່ຄ່ອຍຈະດີປານໃດ,ເພິ່ນວ່າຈະເປັນຄົນຂີ້ລະແວງສົງໄສໂດຍບໍ່ມີເຫດຜົນ,
ມັກຈົ່ມນັ້ນຈົ່ມນີ້,ຂາດຄວາມຫມັ້ນໃຈໃນໂຕເອງແລະອາດຈະກາຍເປັນໂຣກປະສາດໄດ້ງ່າຍໆ....
ທ່າທີ່7 ນອນໂຄ້ງໂຕ

ແລະນີ້ກໍ່ເປັນອີກທ່າຫນື່ງທີ່ຫນ້າຈະເປັນຄົນມັກອິດສາຕາຮອ້ນ,ຢ້ານຄົນອື່ນຊິໄດ້ດີໄປກ່ວາຕົນເອງ,
ເວົ້າງ່າຍໆກໍ່ຄືຂ້ອນຂ້າງຈະເປັນຄົນເຫັນແກ່ໂຕຢ່າງແຮງ,ຫາກຍັງເຈົ້າຄິດເຈົ້າແຄ້ນນຳອີກ....
ທ່າທີ່8 ນອນພັບຂາ ( ທ່າປະຈຳຂອງຂ້າພະເຈົ້າ^_^ )

ຄົນທີ່ນອນທ່ານີ້ກົງກັນຂ້າມກັບຄົນທີ່ນອນໂຄ້ງໂຕ,ເປັນຄົນສຸພາບອ່ອນໂຍນ,ຈິງໃຈ,ຈິດໃຈເຕັມໄປ
ດ້ວຍຄວາມຮັກ...ແຕ່ເບິ່ງຄືກັບວ່າຈະມີກຳມາບັງເພາະຈະເປັນຄົນທີ່ຂາດຄວາມຫມັ້ນໃຈໃນໂຕເອງ
ແລະຂາດຄວາມອົບອຸ່ນໃນຊີວິດ......

ທ່າທີ່9 ນອນຄົດຄືແມວ 

ເພິ່ນວ່າເປັນຄົນເຫງົາເສົ້າງ່າຍ,ເພາະວ່າໄປຝັງຈິດຝັງໃຈຢູ່ກັບເລື່ອງເສົ້າໆ,ເລື່ອງຜິດຫວັງຫລືສູນ
ເສຍໃນອະດີດ,ເປັນຄົນຂີ້ລະແວງສົງໄສ,ລັງເລ,ບໍ່ຫມັ້ນໃຈຢູ່ຕະຫລອດເວລາຈື່ງເຮັດໃຫ້ຮູ້ສຶກຂາດ
ຄວາມອົບອຸ່ນຈາກໃຜຄົນຫນື່ງທີ່ເຕີມເທົ່າໃດກະບໍ່ເຕັມວ່າຊັ້ນ....
ທ່າທີ່10 ມັກເອົາຜ້າຫົ່ມປົກຫົວ

ຄົນທີ່ມັກນອນແບບນີ້ເບີ່ງທາງນອກຄືເປັນຄົນເຂັ່ງຂຶມ,ຫນ້າເຊື່ອຖື ແຕ່ທີ່ຈິງແລ້ວເປັນຄົນຂີ້ອາຍ,
ຈິດໃຈອ່ອນແອ,ມັກຈະມີຄວາມລັບແລະຮັກສາຄວາມລັບໄດ້ເກັ່ງອີກນຳ ມີເລື່ອງຫຍັງກໍ່ຈະມັກເກັບ
ໄວ້ໃນໃຈແລະນຳເອົາໄປກັງວົນວຸ້ນວ່າຍໃຈແຖມຍັງຈົມຢູ່ກັບບັນຫານັ້ນຢ່າງບໍ່ຈົບບໍ່ສິ້ນ....
ທ່າທີ່11 (ທ່ານນີ້ມາແປກ) ນອນຈັບອັນນັ້ນຂອງໂຕເອງ


ນອນຈັບ ອວຍວພ ຂອງຕົນເອງ.ຄົນນີ້ເພິ່ນວ່າເປັນຄົນມົກຫມຸ້ນຢູ່ກັບເລື່ອງກາມ ມີຄວາມຕ້ອງການ
ທາງ ພ ສູງ,ໃຈຮ້ອນ,ຄຽດງ່າຍຫາຍໄວ,ຄັນໄດ້ມັກໃຜລະມັກຈົນຫົວປັກຫົວປຳ....

ທ່າທີ່12 ນອນລະເມີ

ເປັນຄົນຄິດຫລາຍ,ຝັງຈິດຝັງໃຈຢູ່ກັບເລື່ອງຕ່າງໆບໍ່ຍອມລືມ,ຂາດຄວາມເຊື່ອຫມັ້ນໃນໂຕເອງແລະ
ມັກນຳ(ກົ້ນ)ຂອງຄົນອື່ນຢູ່ສະເຫມີ....
ທ່າທີ່13 ນອນກັດແຂ້ວ

ເປັນຄົນມັກສະສົມຄັນຮົ່ມ(ເກັບກົດ)ບູຮານເພິ່ນເວົ້າວ່າມັກເປັນຄົນອາພັບ,ມັກຄິດໄປເອງແລະມັກເກັບ
ຄວາມທຸກໄວ້ໃນໃຈ,ເບິ່ງທາງນອກຄືມີຄວາມສຸກແຕ່ລັກໄປນອນກັດແຂ້ວທຸກຄືນ....

ທ່າທີ່14 ນອນອ້າປາກແລະໂກນ

ຄົນບູຮານເວົ້າວ່າຄົນທີ່ນອນອ້າປາກມັກມີໄພມາບຽດບຽນ,ສຸຂະພາບບໍ່ຄ່ອຍຈະແຂງແຮງ,ແຖມຍັງເປັນ
ຄົນທີ່ມີຄຳວ່າ ອາຍ ເລີຍ.ທີ່ຈິງແລ້ວການນອນແບບນີ້ບໍພຽງແຕ່ບໍ່ດີຕໍ່ສຸຂະພາບແຕ່ຫາກຍັງເຮັດໃຫ້ຄົນ
ຂ້າງໆເຈົ້າລຳຄານ(ທັງກິ່ນທັງສຽງ),ບໍ່ຫນຳຊ້ຳບາງທີມີຄົນແກ້ງເອົາຫຍັງໄປຍັດໃສ່ປາກຕອນນອນກະ
ບໍ່ຮູ້.....555

ຖືກຫລືບໍ່ຖືກກະງລອງອ່ານເບິ່ງເດີ,ບໍ່ແມ່ນ ຂພຈ ຂຽນເອງດອກພໍແຕ່ແປຈາກໄທເປັນລາວ
ຊື່ໆແຖມພິມຊ້າອີກ(ເຈັບເສັ້ນຫມົດເລີຍ),ແຕ່ລິກວ່າຊິນອນແບບໃດກະແລ້ວແຕ່ຂໍໃຫ້ສະບາຍ
ໂຕແລ້ວເປັນພໍ.
by : alick
from : Forward mail
ຖ້າຫາກວ່າຊ້ຳກັບຂອງໃຜ,ບອ່ນໃດພິມຜິດຫລືບໍ່ຖືກຫລັກພາສາລາວກະຂໍອະໄພລ່ວງຫນ້າ