ຂຽນເມື່ອ: ມິ.ຖ.. 15, 2012
| ມີ
5 ຄຳເຫັນ
ແລະ
0 trackback(s)
ບົດບາດພະສົງໃນສະໄໝປະຈຸບັນ
ການທີ່ພະພິກຂຸສົງຈະມີບົດບາດໃດໆໄດ້ໃນສັງຄົມປັດຈຸບັນ ຈຳຈະຕ້ອງຖາມຕົວເອງກ່ອນວ່າທ່ານຄືໃຜ ເວົ້າກັນຢ່າງບໍ່ເກງໃຈກໍຄົງຕ້ອງເວົ້າກັນຢ່າງຕົງໆວ່າ ທີ່ຄົນສ່ວນໃຫຍ່ໄປບວດກັນນັ້ນເພາະຕ້ອງການໜີໄປໃຫ້ພົ້ນຈາກຄວາມຍາກຈົນ ແລະ ທີ່ມາສຶກສາເລົ່າຮຽນກັນນັ້ນ ກໍເຊື່ອວ່ານັ້ນຄືຂັ້ນໄດແຫ່ງການໄຕ່ເຕົ້າໄປເພື່ອຄວາມກ້າວໜ້າໃນທາງສັງຄົມ ໂດຍມີສັງຄົມສົງເປັນຕົວເອື້ອອາທອນທີ່ສຳຄັນ ຄົງມີໜ້ອຍທ່ານທີ່ຕ້ອງການປຸກຕົນເອງໃຫ້ຕື່ນຂຶ້ນຈາກຄວາມ ໂລບ ໂກດ ຫຼົງ ເພາະຍິ່ງບວດດົນນານເຂົ້າ ແລະ ມີຍົດຖາບັນດາສັກສູງສົ່ງຂຶ້ນ ຄວາມໂລບ ໂກດ ຫຼົງຍິ່ງຈະເພີ່ມຫຼາຍຂຶ້ນເປັນເງົາຕາມໂຕດ້ວຍຊ້ຳໄປ ແລະ ພະພິກຂຸສົງທີ່ເຫັນອານິສົງຂອງຊີວິດພົມມະຈັນທີ່ແທ້ຈິງນັ້ນ ມີຫຼາຍໜ້ອຍພຽງໃດ ໂດຍສະເພາະໃນສັງຄົມທີ່ມີລັດທິບໍລິໂພກນິຍົມເປັນຕົວກຳນົດໃຫ້ໃຜໆພາກັນສະຍົບຍອມກັບກະແສຫຼັກ ຊຶ່ງແພ່ເຂົ້າໄປເຖິງເກືອບທຸກວັດ ໃຫ້ໃຜໆສະຍົບຍອມຢູ່ກັບກິນກາມກຽດ ຢ່າງທີ່ວ່າມືໃຜຍາວສາວໄດ້ສາວເອົາ ການແຂ່ງຂັນກັນໃນທາງໂລບໆ ກໍເປັນສິ່ງຊຶ່ງແມ້ກະທັ້ງພະກໍພາກັນພໍໃຈ ການສຳລວມລະວັງຫຼືການຈະເລີນສະມາທິພາວະນາເພື່ອເຂົ້າຫາຄວາມຕື່ນຈາກລາຄະຈິດ ໂລບຈິດ ໂທສະຈິດ ແລະ ໂມໂຫຈິດ ແທບຈະບໍ່ມີເອົາເລີຍໃນສຳນັກສົງທົ່ວໄປ.
ຫາກພະສົງຕ້ອງການມີບົດບາດໃນສັງຄົມ ຈຳຕ້ອງປຸກຕົນເອງໃຫ້ຕື່ນຂຶ້ນກ່ອນ ຈາກການຄອບງຳຂອງສັງຄົມ ເຊິ່ງມີໂຄງສ້າງອັນຮຸນແຮງ ແລະ ອະຍຸດຕິທຳ ຖ້າພະສົງກ້າພໍຈະປະຕິເສດການຄອບງຳທາງໂຄງສ້າງຂອງສັງຄົມຍ່ອມຈະຕ້ອງກັບມາສຳຫຼວດກວດກາເບິ່ງຕົນເອງ ແລະ ກຳພືດຂອງຕົນຈົນບໍ່ມີຄວາມລະອາຍໃນການທີ່ເກີດມາເປັນຄົນຈົນ ແລະ ຄວາມຈົນຂອງເຮົາບໍ່ແມ່ນວິບາກຈາກອະດີດ ຫາກເກີດຈາກການເອົາລັດເອົາປຽບຂອງສັງຄົມສັກດີນາ ແລະ ລະບອບທຶນນິຍົມຮ່ວມສະໄໝ ຖ້າພະພິກຂຸສົງແຕ່ລະຮູບເກີດມະໂນທຳສຳນຶກຂຶ້ນ ຍ່ອມພ້ອມທີ່ຈະພະເຊີນໜ້າກັບຄວາມຍາກຈົນຊຶ່ງເປັນຕົວວັດຕົວຕົນຂອງທຸກຂະສັດທີ່ສຳຄັນຢ່າງຍິ່ງ.
<!--[if !supportLineBreakNewLine]-->
<!--[endif]-->
ບົດບາດພະສົງໃນການພັດທະນາສັງຄົມ
ກ. ພະສົງຕ້ອງມີປະສິດທິພາບ
ຂ. ການພັດທະນາເປັນສ່ວນປະກອບທີ່ສຳຄັນຢ່າງໜຶ່ງຂອງຊີວິດ ເພາະຄົນ ແລະ ສິ່ງທີ່ມີຊີວິດທຸກປະການ ຍ່ອມມີຊີວິດຢູ່ໄດ້ດ້ວຍການພັດທະນາ ຖ້າບໍ່ມີການພັດທະນາ ຊີວິດກໍເຖິງຄວາມສິ້ນສຸດທັນທີ.
ຄ. ຄຳວ່າ ພັດທະນາ ທ່ານແປວ່າຄວາມຈະເລີນເຊິ່ງໝາຍເຖິງການປ່ຽນແປງໄປໃນທາງທີ່ເໝາະສົມ. ຊີວິດທຸກຊີວິດ ແລະ ສິ່ງທີ່ເນື່ອງດ້ວຍຊີວິດຍ່ອມມີການປ່ຽນແປງໄປຕາມສະພາບຂອງມັນ ຕາບໃດທີ່ຍັງເປັນຊີວິດຢູ່ຫຼືມີຊີວິດຢູ່ ກໍຈະໜີຄວາມປ່ຽນແປງບໍ່ພົ້ນ.
ງ. ພະສົງໃນສາສະໜາກໍຈັດວ່າເປັນສິ່ງມີຊີວິດ ຫຼືຢ່າງໜ້ອຍທີ່ສຸດກໍເປັນສິ່ງເນື່ອງດ້ວຍຊີວິດ ຈຶ່ງຕ້ອງຢູ່ຄູ່ກັບການພັດທະນາ ຖ້າຂາດການພັດທະນາກໍໝົດຊີວິດ ຫຼື ຂາດຊີວິດ ເພາະບໍ່ມີຊີວິດ
ຈ. ຊີວິດຂອງພະສົງໃນວັດພຸດທະສາສະໜາໄດ້ແກ່ແຫຼ່ງທີ່ປະກົດອອກມາ ເຊິ່ງຜົນແຫ່ງການ
ງານຂອງພະພຸດທະສາສະໜາ ເຊິ່ງປົກຄຸມດ້ວຍຄວາມປົກກະຕິສຸກ ແລະ ຄວາມສະຫງົບສຸກທຸກປະການ.
ຫຼັກການໃນບົດບາດຂອງພຣະສົງ ແລະ ເປັນບົດບາດຈິງໃນທາງປະຕິບັດ ທີ່ພຣະສົງທີ່ຖືກຕ້ອງຕາມພຣະວິໄນເພິ່ງປະຕິບັດກັນ, ໂດຍສະເພາະໃນດ້ານຫຼັກ 4 ດ້ານໄດ້ແກ່ ດ້ານການປົກຄອງ ຕ້ອງປົກຄອງໂດຍທຳ ປົກຄອງເພື່ອເກື້ອໜູນໃຫ້ເກີດການສຶກສາ ດ້ານການສຶກສາ ແລະ ການສຶກສາສົງເຄາະ ທັງທີ່ພຣະສົງກັນເອງສອນພະເໜນດ້ວຍກັນເອງ ແລະ ສົງເຄາະບຸດ ທິດາ ເພື່ອໃຫ້ໄດ້ຮັບການສຶກສາທີ່ຖືກຕ້ອງ ພ້ອມທັງວິຊາຄວາມຮູ້ ຄວາມປະພຶດ ການສຶກສາທີ່ສ້າງ ວິທີຄິດທີ່ເປັນການຮຽນຮູ້ຄວາມສຸກ (Learning And Happiness). ບົດບາດດ້ານການເຜີຍແຜ່ເປັນງານທີ່ນຳຄຳສອນຂອງສຳມາສຳພຸດທະເຈົ້າອອກເຜີຍແຜ່ສູ່ປະຊາຊົນ ເປັນພາລະກິດທີ່ສຳຄັນ ໃນສະໄໝພຸດທະການພະພຸດທະອົງ ໃຊ້ຄຳວ່າໄປປະກາດພົມມະຈັນ ອັນເປັນຊີວິດທີ່ປະເສີດ ນັ້ນໝາຍເຖິງພະສົງຕ້ອງເປັນແບບຢ່າງທີ່ດີຂອງການດຳເນີນຊີວິດສັງຄົມສົງຕ້ອງເປັນສັງຄົມລຳລອງ ສັງຄົມເປັນແບບຢ່າງ ຫຼືສັງຄົມຕົ້ນແບບຂອງສັງຄົມຊາວບ້ານທີ່ດີໃຫ້ໄດ້ ສັງຄົມສົງຕ້ອງເປັນລະບຽບ ຕ້ອງມີການຈັດລະບຽບທາງສັງຄົມໃຫ້ດີ. ບົດບາດດ້ານສາທາລະນຸປະການ ແລະ ສາທາລະນະສົງເຄາະ ອັນເປັນບົດບາດຫຼັກອີກໜຶ່ງດ້ານ ທີ່ໝາຍເຖິງດ້ານການກໍ່ສ້າງ ການພັດທະນາສາສະໜາວັດຖຸ ໂດຍເລີ່ມຈາກການສ້າງພາຍໃນວັດຂອງພະສົງ ສ້າງເພື່ອໃຫ້ເປັນທີ່ສະດວກແກ່ການສຶກສາທຳປະຕິບັດ ບໍ່ແມ່ນເປັນການສ້າງເພື່ອອວດອ້າງບາລະມີ ແຂ່ງຂັນຄວາມຟຸ່ມເຟືອຍຫຼູຫຼາ ເອົາບົດບາດທັງໝົດມາທຸ້ມເທກັບບົດບາດດ້ານການກໍ່ສ້າງ. ສິລະປະທີ່ສ້າງຄວນມີເອກະລັກຂອງຄວາມເປັນລາວ ຄວາມເປັນພຸດໃຫ້ປາກົດເຫຼືອຢູ່ຄູ່ກັບສັງຄົມລາວເຮົາ ຄືພໍເບິ່ງເຫັນສາສະໜາວັດຖຸແລ້ວ ໃຫ້ເປັນສິ່ງແທນຂອງຄວາມເປັນພະພຸດທະສາສະໜາໄວ້.
http://www.khonnaruk.com/html/phra/dhm_now/MonkAction.html