ຂຽນເມື່ອ: ມ.ສ.. 7, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ໃນກາລະຄັ້ງໜຶ່ງນານມາແລ້ວ....ມີຄູກັບລູກສິດນັ່ງຢູ່ກ້ອງຮົ່ມໄມ້ໃຫຍ່ຊຶ່ງຢູ່ໃກ້ສະຫນາມ
ຫຍ້າອັນກວ້າງໃຫຍ່ທັນໃດນັ້ນລູກສິດຄົນໜຶ່ງກໍ່ຖາມຂື້ນມາວ່າ:
ລູກສິດ: ນາຍຄູຂອງຖາມແນ່ໄດ້ບໍ່? ເປັນຫຍັງຄົນເຮົາບາງຄົນຈິງບໍ່ພົບຄົນຮັກ.
ນາຍຄູ: ນາຍຄູງຽບໄປພັກໜຶ່ງກ່ອນທີ່ຈະຕອບ....ອື່...ມັນເປັນຄຳຖາມທີ່ຍາກ
ໃນຂະນະດຽວກັນມັນກໍ່ເປັນຄໍາຖາມທີ່ງ່າຍເໝືອນກັນ.....
ລູກສິດ: (ນັ່ງຄິດຢ່າງໜັກ) ງົງໆບໍ່ເຂົ້າໃຈ.
ນາຍຄູ: ໂອເຄ ຊັ້ນນະເຈົ້າລອງແນມໄປທາງນັ້ນເບິງ ຢູ່ທາງນັ້ນມີຫຍ້າຢ່າງຫຼວງຫຼາຍແມ່ນບໍ່?
ໃຫ້ເຈົ້າຢ່າງໄປຫ້າຕົ້ນຫຍ້າທີ່ງາມທີ່ສຸດແລ້ວເດັດມັນມາໃຫ້ຄູເບິ່ງ ໃຫ້ເອົາຕົ້ນດຽວເທົ່ານັ້ນ.
ມີຂໍ້ຫ້າມຢູ່ວ່າໃຫ້ເຈົ້າຢ່າງໄປຂ້າງໜ້າເລື່ອຍໆຫ້າມຖ່ອຍຫຼັງຈົນກວ່າຈະຳໍໄດ້ຕົ້ນຫຍ້າທີ່ຕ້ອງການເຂົ້າໃຈບໍ່?
ລູກສິດ: ໄດ້ເລີຍນາຍຄູ ລູກສິດຄົນນັ້ນກໍ່ຢ່າງໄປ ບໍ່ພໍເທົ່າໃດເຂົາກໍ່ກັບມາ.
ນາຍຄູ: ອື່...ຕົ້ນຫຍ້າເດນາຍຄູຖາມ...ເຈົ້າຄືບໍ່ເດັດຫຍ້າມາ.....
ລູກສິດ: ອໍ...ຄືວ່າ..ຕອນທີ່ຫຼານຢ່າງໄປນັ້ນແລ້ວໄດ້ພໍຕົ້ນຫຍ້າງາມໆ..ກໍ່ເລີຍຄິດວ່າດຽວກໍ່
ພໍຕົ້ນທີ່ງາມກວ່ານີ້....ກໍ່ເລີຍເດັດແລ້ວກໍ່ຖິ້ມ ແລະຢ່າງໄປເລື່ອຍໆເພື່ອຈະເດັດຕົ້ນໃໝ່....
ຢ່າງໄປເລື້ອຍໆພໍຮູ້ຕົວອີກເທື່ອໜຶ່ງມັນກໍ່ສຸດສະຫນາມຫຍ້າແລ້ວ ຈະກັບມາເອົາຕົວເກົ່າກໍບໍ່ໄດ້ເພາະວ່າຄູບໍ່ໃຫ້ກັບຫັ້ນເດ.
ນາຍຄູ: ນັ້ນແຫຼະຄືສິ່ງທີ່ເກີດຂຶ້ນໃນຊີວິດຈິງ....ເລື່ອງນີ້ສື່ໃຫ້ເຫັນວ່າຕົ້ນຫຍ້າກໍ່ຄືຄົນທີ່ຢູ່ຮອບໆຕົວເຮົາ ຕົ້ນຫຍ້າທີ່ສວຍງາມ
ກໍ່ຄືຄົນທີ່ເຮົາມັກ...ສ່ວນທົ່ງຫຍ້າກໍຄືເວລາ...ເວລາທີ່ຈະຫາຄູ່ແທ້ຂອງເຮົາ...ຢ່າມົວແຕ່ປຽບທຽບ ແລະຄິດວ່າຈະມີດີກວ່ານີ້
ເພາະຖ້າເຮົາມົວແຕ່ປຽບທຽບ..ເຮົາຈະເສຍເວລາໄປໂດຍປ່າວປະໂຫຍດ..ຢ່າລືມວ່າ “ເວລາບໍ່ເຄືຍຍ້ອນກັບໄດ້”
(ຈົ່ງຮັກ ແລະໄຂວ່ຄວ້າໂອກາດທີ່ເຮົາມີໃນຂະນະນີ້ຢ່າມົວແຕ່ເສຍເວລາ,
ບາງຄັ້ງຄົນເຮົາມີໂອກາດເລືອກພຽງຄັ້ງດຽວເທົ່ານັ້ນ)
ແມ່ນຫຼືບໍ່ແມ່ນ ຖືກຫຼືບໍ່ຖຶກ ຂໍໂທດເດີ.