ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 17, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ເຫດເກີດຂຶ້ນເພາະຄົນໃນສະໄໜບູຮານເຊື່ອກັນວ່ານິ້ວນາງຂ້າງຊາຍ

ເປັນທີ່ຕັ້ງຂອງເສັ້ນເລືອດແຫ່ງຄວາມຮັກ ກ່ອນນັກວິທະຍາສາດຈະໃຫ້

ມະນຸດຊາບລະບົບການທໍາງານຂອງລະບົບໄຫຼວຽນໂລຫິດ ຄົນບູນຮານ

ເຊື່ອກັນວ່າເລືອດບົນນິ້ວນາງເຊື່ອຕໍ່ໄປຍັງຫົວໃຈ ໂດຍຄວາມເຊື່ອດັ່ງກ່າວ

ມີການອ້າງວ່າເປັນຄວາມເຊື່ອທີ່ເກີດຂຶ້ນໃນອານາຈັກກຣິກໂບຮານ

ເມື່ອປະມານ 3 ປີກ່ອນຄຣິດຕະການ.

            ເຊື່ອວ່າດ້ວຍການເຊື່ອໂຍງດັ່ງກ່າວນີ້ຈິ່ງມີການຕັ້ງຊື່ເສັ້ນເລືອດ

ດັ່ງກ່າວວ່າ vena amori ອັນນີ້ເປນພາສາລາຕິນ ຊື່ງມີຄວາມໝາຍວ່າ

“ເສັ້ນເລືອດແຫ່ງຄສາມຮັກ’’(vein of love) ຕາມຄວາມເຊື່ອດັ່ງກ່າວນີ້

ຜູ່ຄົນຈຶ່ງຍອມຮັບໃຫ້ສວມແຫວນແຕ່ງງານໃນນິ້ວນາງ ຈົນເປັນປະເພນີ

ມາຈົນເຖິງທຸກວັນນີ້.

            ໃນສະໄໝກາງໃນຍຸໂລບ ພິທີແຕ່ງງານຂອງຊາວຄຣິດຈະມີການສວມ

ແຫວນແຕ່ງງານລຽງກັນມາຕັ້ງແຕ່: ນິ້ວຊີ້, ນິ້ວກາງ ແລະນິ້ວນາງຂອງມືຊາຍ

ເພື່ອສະແດງເຖິງຫຼັກຕຣີເອການຸພາບຂອງສາສະໜາອັນໄດ້ແກ່: ພຣະບິດາ,

ພຣະບຸດ ແລະພຣະຈິດ ກ່ອນທີ່ມນເວລາຕໍ່ມາຄູ່ສົມຣົດຈະສວມພຽງນິ້ວນາງ

ຂ້າງຊາຍພຽງນິ້ວດຽວ.

 

      ໃນປະເທດຕະເວັ້ນຕົກສ່ວນໃຫຍ່ແຫວນແຕ່ງງານຈະສວມນິ້ວນາງຂ້າງຊາຍ...

ຍັງມີບາງປະເທດທີ່ສວມແຫວນນິ້ວນາງຂ້າງຂວາເຊັ່ນ:: ເຢີລະມັນ ແລະຊີລີ.

ຊາວຄຣິດນິກາຍອໍທໍຄອກຊ໌ ພວກຍຸໂລບຕະເວັ້ນອອກ ແລະຊາວຍິວມີທໍານຽມ

ການສວມແຫວນແຕ່ງງານຂ້າງຂວາເຊັ່ນກັນ, ຂະນະໃນເນເທີຣ໌ແລນ ແລະ

ກຸມຊາວຄຣິດນິກາຍຄາລິກຈະສວມແຫວນແຫ່ງຄວາມຮັກນິ້ວນາງຂ້າງຊາຍ.


ຖ້າບໍ່ຖືກ ຫຼືຜິດພາດໄປຂໍໂທດດ້ວຍເດີ,,,,ຍິນດີຮັບຄຳແນະນຳຂອງທຸກຄົນ.


                                ຂອບໃຈ

 

Delicious Digg Fark Twitter