ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ກາລະຄັ້ງໜຶ່ງນານມາແລ້ວໄດ້ມີວັດແຫ່ງໜຶ່ງຢູ່ນອກເທດສະບານຕົວເມືອງ

ໄດ້ມີຫຼວງພໍ່ ແລະເນນນ້ອຍໜຶ່ງຮູບ ອາໃສຢູ່ຮ່ວມກັນເປັນເວລາຫຼາຍພັນສາ

ສົມຄວນ ເລື່ອງອາຫານນັ້ນແມ່ນຂາດ2ເຂີນ2 ພໍ່ອອກ-ແມ່ອອກ ກໍ່ມື້ມາມື້ບໍ່

ບາງວັນກໍ່ຕ້ອງໄດ້ແຕ່ງຢູ່ຄົວກິນເອງ ຢູ່ມາວັນໜຶ່ງໄດ້ມີແມ່ອອກເອົາ ໜັງເຄັມ  

ໄປເຄນຫຼວງພໍ່ ແລະຫຼວງພໍ່ກໍ່ເອົາໜັງ 2 ເສັ້ນ (ເສັ້ນໜຶ່ງປະມານ 1 ຄືບ)

ໃຫ້ເນນເອົາໄປຈີ້, ເນນກໍ່ເອົາໄປຈີ້ ແລ້ວ2ເລື່ອງບໍ່ຄາດຄິດກໍ່ເກີດຂຶ້ນ ໜັງ

ທີ່ເນນນ້ອຍເອົາໄປຈີ້ນັ້ນມັນໄດ້ຫົດເຂົ້າປະມານເຄິ່ງຄືບນີ້ແຫຼະສ່ວນເນນນ້ອຍ

ເມື່ອເຫັນແນວນັ້ນກໍບໍ່ຮູ້ຈະເຮັດແນວໃດດີເພາະຢ້ານຫຼວງພໍ່ຮ້າຍທີ່ເຮັດໃຫ້ໜັງ

ຫົດເຂົ້າບໍ່ຮູ້ຈະເຮັດແນວໃດດີເນນນ້ອຍກໍເລີຍຮ້ອງໃຫ້ຕາມພາສາເດັກນ້ອຍ,

ຮ້ອງໃຫ້ດົນເຕີບຫຼວງພໍ່ເລີຍໄດ້ຍິນແລ້ວກໍ່ມາເບິ່ງ ແລ້ວຖາມເນນວ່າເປັນຫຍັງ?

ເນນຕອບວ່າໜັງທີ່ຫຼວງພໍ່ໃຫ້ມາຈີ້ນັ້ນມັນຫົດເຂົ້າຍັງນ້ອຍດຽວ.

ຫຼວງພໍ່ເລີຍບອກວ່າໂອ່ຍເນນນ້ອຍເອີຍນີ້ລະເຂົາວ່າວັດຖຸມີການຫົດຢືດ...


- ມື້ຕໍ່ມາອີກແມ່ອອກຄົນເກົ່ານັ້ນລະໄດ້ເອົາໄຂ່ມາເຄນຫຼວງພໍ່ອີກ 1 ແຕະ..

ຫຼວງພໍ່ກໍ່ເອົາໄຂ່ໃຫ້ໃຫ້ເນນນ້ອຍໄປຕົ້ມ 2 ໜ່ວຍ..ເນນນ້ອຍກໍ່ເອົາໄປຕົ້ມຕາມຫຼວງພໍ່ສັ່ງ...

ເມື່ອຕົ້ມແລ້ວເນນນ້ອຍກໍ່ໄດ້ລັກກິນ 1 ໜ່ວຍກ່ອນທີ່ຈະເອົາໄປໃຫ້ຫຼວງພໍ່

ແຫຼະແລ້ວເຫດການກໍ່ເກີດຂຶ້ນອີກຄັ້ງໜຶ່ງເມື່ອເນນນ້ອຍເອົາໄຂ່ມາໃຫ້ຫຼວງພໍ່...

ຫຼວງພໍ່ຖາມວ່າເນນນ້ອຍໄຂ່ທີ່ຫຼວງພໍ່ເອົາໃຫ້ໄປຕົ້ມ 2 ໜ່ວຍ ຄືຍັງເຫຼືອແຕ່ 1 ໜ່ວຍ.......

ເນນນ້ອຍຕອບວ່າ:..........................................? ເຈົ້າຄິດວ່າເນນນ້ອຍຕອບແນວໃດ ?

Delicious Digg Fark Twitter