ຂຽນເມື່ອ: ກ.ຍ.. 2, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
ນອນຮ່ວມກັນກັບໝາຄົນເຮົາອາດຕິດເຊື້ອໂຣກຈາກມັນໄດ້.
ຈາກການສຶກສາຈາກນັກວິຊາການທາງການແພດໃນປະເທດເຢຍລະມັນພົບວ່າ:
ຫາກໃຫ້ໝາຢູ່ເທິງຕຽງດຽວກັບເດັກ ຈະເຮັດໃຫ້ເດັກປ່ວຍດ້ວຍໂຣກລະບົບທາງ
ເດີນຫາຍໃຈເຊັ່ນ: ນອນກົນ.ຄາລ ຟຣັງຄຣິນ ຈາກມະຫາວິທະຍາໄລແພດສາດອຸຍເມອາ (Umea)
ແລະ ຜູ້ຮ່ວມງານໄດ້ເຮັດການກວດສອບຖາມຊາວສະແກນດີເນເວຍທີ່ເປັນໂຣກນອນກົນພົບວ່າ:
18% ຂອງພວກເຮົານອນກົນຢ່າງໜ້ອຍທີ່ສຸດອາທິດລະ 3 ຄືນ ໂດຍພວກເຂົາບອກວ່າ:
ເຄີຍມີສັດລ້ຽງໃນຫ້ອງນອນໃນໄລຍະໄວເດັກແລະ ພວກເຂົາເຄີຍເປັນໂຣກຕິດເຊື້ອກ່ອນ
ອາຍຸ 2 ປີ ຫລື ເປັນໂຣກຕິດເຊື້ອໃນຫູ ເຊິ່ງທ່ານໝໍຄາດວ່າສາເຫດຈະເປັນເພາະເຊື້ອໂຣກຈາກ
ສັດລ້ຽງ ເຮັດໃຫ້ລະບົບທາງເດີນຫາຍໃຈຂອງຄົນອັກເສບ ແລະຜັນແປປ່ຽນເປັນໂຣກນອນກົນ.
ນອກນີ້, ນັກວິໄຈດ້ານການນອນລັບຍັງກ່າວວ່າ: ຜູ້ໃຫຍ່ນອນຮ່ວມຕຽງດຽວກັບສັດລ້ຽງກໍ່ມີຜົນກະທົບ
ຕໍ່ການນອນຫລັບ ເພາະຄວາມຕ້ອງການໃນການຫລັບຂອງຄົນ ແລະ ສັດບໍ່ປະສານກັນນັ້ນຄື: ແມວ
ມັກຕື່ນໃນຕອນກາງຄືນ ແລະ ມັນໄປນອນທາງເທິງຫົວຂອງຄົນ.
ສ່ວນໝາມັກຍ້າຍທີ່ນອນໃນກາງຄື້ນເລື້ອຍໆກິນນ້ຳ ແລະ ຍ່າງໄປມາ ແລະ 20% ຂອງໝາມັກນອນ
ກົນ ແລະ 10% ຂອງໝາກໍ່ນອນກົນເຊັ່ນດຽວກັນ ຫລື ຫາກເປັນສັດລ້ຽງທີ່ມີຄູ່ຂອງມັນ ກໍ່ຍິ່ງຈະມີ
ການລົບກວນເນື່ອງນັນຈົນເຮັດໃຫ້ເຈົ້າຂອງພວກມັນນອນບໍ່ຫລັບ.
ຈາກໜັງສືພິມປະຊາຊົນ