ຂຽນເມື່ອ: ຕ.ລ.. 26, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
Lytro ກ້ອງຕົວທຳອິດທີ່ບັນທຶກພາບ ດ້ວຍເຕັກນິກ Light-field ເຊິ່ງເປີດຕົວເມື່ອວານນີ້ໃນ
San Francisco ໂດຍຈຸດເດັ່ນຂອງການເຮັດວຽກຄືມັນຈະສາມາດບັນທຶກອານາເຂດຂອງແສງ
(field of light) ແທນພິກເຊລ (pixel) ເຊິ່ງຈະເຮັດໃຫ້ຜູ້ໃຊ້ສາມາດໂຟກັສພາບຫລັງຈາກຖ່າຍແລ້ວໄດ້.
ໃນຂະນະທີ່ກ້ອງດິຈິຕອລທົ່ວ ໄປຈະໃຊ້ການລວບລວມຂໍ້ມູນ ແສງເຂົ້າໄປເກັບໃນອົງປະກອບຂອງພາບທີ່ເປັນພິກເຊລ
ສ່ວນ Lytro ຈະເກັບຂໍ້ມູນທັງຫມົດແຍກກັນ ໂດຍເຊັນເຊີຈະບັນທຶກສີ, ຄວາມເຂັ້ມ ແລະ ທິດທາງລັງສີຂອງແສງກ່ອນທີ່ຈະ
ນຳຂໍ້ມູນທັງຫມົດມາສ້າງຂຶ້ນ ເປັນພາບໃຫມ່ພາຍຫລັງດ້ວຍເຕັກໂນໂລຊີນີ້ ຜູ້ໃຊ້ບໍ່ຈຳເປັນຕ້ອງໂຟກັສເວລາຖ່າຍພາບເນື່ອງ
ຈາກເຮົາສາມາດໂຟກັສສ່ວນຕ່າງໆຂອງພາບໃນພາຍຫລັງໄດ້ ແລະ ຜົນຈາກການທີ່ມັນບໍ່ຕ້ອງມີຂະບວນການໃນລະຫວ່າງ
ບັນທຶກແຕ່ລະພາບ ເຮັດໃຫ້ບໍ່ຕ້ອງພົບກັບບັນຫາຄວາມຫລ້າຊ້າຂອງຊັດເຕີ (Shutter Lag) ອີກທັງຍັງສາມາດເປີດກ້ອງ
ໃຫ້ພ້ອມຖ່າຍພາບທີ່ຕ້ອງການໄດ້ພາຍໃນບໍ່ ເຖິງວິນາທີຊ້ຳ.
Lytro ຈະມີການອອກແບບທີ່ແຕກຕ່າງຈາກກ້ອງຖ່າຍຮູບທົ່ວໄປ ໂດຍຈະມີລັກສະນະເປັນທ່ອນຊົງກະບອກຂະຫນາດ
ນ້ອຍພົກພາສະດວກ (ເບິ່ງໄປເບິ່ງມາຄ້າຍຄືລິບສະຕິກຂອງ ແມ່ຍິງ ແຕ່ມີຂະຫນາດທີ່ໃຫຍ່ກວ່າ) ຕົວກ້ອງຈະຍາວ 4,4ນິ້ວ
ຫນັກພຽງແຕ່ 227ກຣາມ, ດ້ານຫນ້າເປັນເລນສ໌ ສ່ວນດ້ານກົງກັນຂ້າມຈະເປັນຈໍສຳຜັດ LCD ຂະຫນາດ 1,46ນິ້ວ ຜູ້ໃຊ້
ສາມາດກຳນົດຂອບ (frame) ຂອງພາບທີ່ຕ້ອງການຖ່າຍໄດ້ ຫລື ໃຊ້ວິວພາບທີ່ຖ່າຍກ່ອນຫນ້າ ນີ້ໄດ້ອີກ, ຕົວກ້ອງຈະມາ
ພ້ອມ ກັບສະວິສເລື່ອນ (slider) ສຳລັບຊູມ ແລະ ມີປຸ່ມເຮັດວຽກພຽງແຕ່ 2ປຸ່ມເທົ່ານັ້ນຄືປຸ່ມເປີດ-ມອດກັບປຸ່ມຊັດເຕີ.
ຢ່າງໃດກໍ່ ຕາມ ໃນເບື້ອງຕົ້ນມັນຂ້ອນຂ້າງຍາກທີ່ຈະປຽບທຽບເຕັກນິກຂອງ Lytro ກັບກ້ອງດິຈິຕອລທົ່ວໄປ ເນື່ອງຈາກ
ມັນບໍ່ໄດ້ວັດແທກຄວາມລະອຽດເປັນພິກເຊລ ແຕ່ໃຊ້ຫນ່ວຍການບັນທຶກ ພາບແບບໃຫມ່ເປັນ 11 mega-rays, ສ່ວນເລນສ໌
ທີ່ໃຊ້ຈະມີຮູຮັບແສງ f/2ແລະສາມາດ ຊູມໄດ້ 8ເທົ່າ ແຕ່ບໍ່ໄດ້ລະບຸທາງ ຍາວໂຟກັສ (focal length).
Lytro ເປີດໃຫ້ຈອງແລ້ວ ໂດຍມີລາຄາເລີ່ມຕົ້ນຢູ່ທີ່ 399 ໂດລາສະຫະລັດ ຫນ່ວຍຄວາມຈຳ 8GB ມີໃຫ້ເລືອກ 2
ສີຄືຟ້າ ແລະ ເທົາ, ສາມາດບັນທຶກພາບໄດ້ 350ພາບ, ສ່ວນຮຸ່ນ 16GB ລາຄາຢູ່ທີ່ 499ໂດລາສະຫະລັດ ຈະມີສີ
ແດງສາມາດ ບັນທຶກພາບໄດ້ 700 ພາບ ໂດຍຕົວກ້ອງຈະສົ່ງມອບໃຫ້ກັບລູກຄ້າໄດ້ໃນໄລຍະຕົ້ນປີ 2012ສຳລັບ
ພາບທີ່ຖ່າຍແລ້ວຈະໂຫລດ ຜ່ານທາງຜອດ USB.