![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ທ.ວ.. 13, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ມື້ນີ້ຈະມາເວົ້າເຖິງພິດໄພຂອງການຮັບປະທານຊີ້ນຫລາຍຈົນເກີນໄປເພາະຈະເປັນອັນ
ຕະລາຍຕໍ່ສຸຂະພາບແບບທີ່ທ່ານຄາດບໍ່ເຖິງ.
![](http://punlao.com/uploads_user/19000/18044/279567.jpg)
ຊີ້ນສັດທີ່ອຸດົມໄປດ້ວຍໂປຣຕີນເຊິ່ງໃຫ້ພະລັງງານແກ່ຮ່າງກາຍຖ້າຮັບປະທານໃນປະລິມານຫລາຍເກີນ
ຄວາມຈຳເປັນໂປຣຕີນສ່ວນເກີນຈະຖືກປ່ຽນເປັນໄຂມັນສະສົມຕາມຮ່າງກາຍຈົນເຮັດໃຫ້ນ້ຳຫນັກເພີ່ມຂຶ້ນ
ຢ່າງວ່ອງໄວທີ່ສຳຄັນຖ້າຮ່າງກາຍມີປະລິມານໂປຣຕີນຫລາຍຕັບແລະຫມາກໄຂ່ຫລັງຕ້ອງໄດ້ເຮັດວຽກຫນັກ
ຈົນອະໄວຍະວະດັ່ງກ່າວເກີດຄວາມເຄັ່ງຄຽດສົ່ງສັນຍານທີ່ສັງເ ກດໄດ້ຄືອ່ອນເພຍງ່າຍ,ຂາດຄວາມສົດ
ຊື່ນເນື່ອງຈາກຕັບຈະສ້າງເກືອແອມໂມເນຍກ່ອນຈະປ່ຽນເປັນຢູເຣຍສົ່ງໃຫ້ຫມາກໄຂ່ຫລັງຂັບອອກເປັນ
ຍ່ຽວ ຖ້າທຽວຍ່ຽວຫລາຍເທື່ອອາດເຮັດໃຫ້ຮ່າງ ກາຍຂາດນ້ຳ.
ການກຳຈັດໂປຣຕີນສ່ວນເກີນໃນຂັ້ນຕອນຂອງຫມາກໄຂ່ຫລັງການຂັບຍ່ຽວນັ້ນຈະເຮັດໃຫ້ແຄລຊຽມຊຶມ
ອອກມາປົນກັບຍ່ຽວ ແລະ ເປັນສາເຫດຫນຶ່ງທີ່ກໍ່ໃຫ້ເກີດພະຍາດກະດູກຜ່ອຍ. ນອກຈາກນີ້ຊີ້ນສັດ
ຍັງມີຟອສຟໍຣັສມີຜົນກະຕຸ້ນຕ່ອມພາຣາໄທຣອຍໃຫ້ຫລັ່ງຮໍໂມນລະລາຍແຄລຊຽມໃຫ້ລອຍໃນກະແສ
ເລືອດກ່ອນຈະໄປຈັບຕົວຕາມຂໍ້ຕີນ, ສະໂພກ, ຂໍ້ສັນຫລັງເປັນທີ່ມາ ຂອງພະຍາດຂໍ້ກະດູກເສື່ອມ.
ອາຫານການກິນຖ້າຮັບປະທານແຕ່ຊີ້ນຫລາຍ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ:
ເປັນການເພີ່ມຄວາມສ່ຽງເຈັບດ້ວຍພະຍາດຫົວໃຈ ແລະ ມະເຮັງທັງເຮັດໃຫ້ອາຍຸສັ້ນ.
ເຊິ່ງສອດຄ່ອງກັບລັກສະນະການກິນຂອງຊາວເອສກິໂມທີ່ເນັ້ນຮັບປະທານແຕ່ຊີ້ນກັບໄຂມັນຈິ່ງເຮັດໃຫ້ຮ່າງ
ກາຍເສື່ອມໂຊມ, ເຖົ້າໄວ, ອາຍຸໄຂສະເລ່ຍຢູ່ທີ່ 27 ປີ. ຂະນະທີ່ຜູ້ຄົນທີ່ຮັບປະທານ ພວກພືດຜັກກັບມີອາຍຸຍືນ.
ສິ່ງທີ່ຫລາຍຄົນຄວນຮູ້ຄືຄົນເຮົາເກີດມາມີເຊລຢູ່ທົ່ວຮ່າງກາຍ 50 ລ້ານລ້ານເຊລ, ແຕ່ລະເຊລສາມາດແບ່ງຕົວ
ໄດ້ 50 ເທື່ອ(ເທື່ອຫນຶ່ງມີອາຍຸ 2 ປີ) ສະເພາະຮ່າງກາຍນັ້ນອາຍຸໄຂຂອງຄົນເຮົາ ສາມາດຢູ່ໄດ້ເຖິງ 100 ປີແຕ່ທຸກມື້ນີ້ພຶດຕິກຳການກິນ, ການຢູ່ທີ່ບໍ່ເຫມາະສົມໄດ້ທຳລາຍເຊລນັ້ນຈິ່ງເຮັດໃຫ້ຄົນມີອາຍຸໄຂສັ້ນລົງເລື້ອຍໆ.
ດັ່ງນັ້ນນັບແຕ່ມື້ນີ້ໄປໃນແຕ່ລະຄາບເຂົ້າຄວນຈະມີຜັກເປັນສ່ວນປະກອບຫລາຍກວ່າຊີ້ນຖ້າໃຜບໍ່ມັກຮັບປະທານ
ຜັກກໍ່ສາມາດຮັບປະທານຫມາກໄມ້ໃຫ້ຫລາຍໆແທນຜັກກໍ່ໄດ້ເພື່ອເປັນການ ລະບາຍຂັບຖ່າຍສະດວກ..