ຂຽນເມື່ອ: ມ.ນ.. 15, 2010
| ມີ
0 ຄຳເຫັນ
ແລະ
0 trackback(s)
ເປືອກໝາກກ້ຽງ
ທຸກໆຄົນເປັນທີຮູ້ຈັກກັນດີວ່າເປືອກສົ້ມເປັນໝາກໄມ້ທີ່ອຸດົມໄປດ້ວຍວິຕາມິນຊີແຕ່ມີໄຜຮູ້ຫຼືບໍວ່າເປືອກໝາກກ້ຽງ
ມີປະໂຫຍດກັບຄົນທີເປັນສິວໄດ້ເຊັ່ນກັນ ກ່ອນຈະບອກເຖີງວິທີການໃຊ້ເປືອກໝາກກ້ຽງ ຮັກສາສິວ ເຮົາຂໍບອກເຖີາປະໂຫຍດຂອງເປືອກໝາກກ້ຽງວ່າມີປະໂຫຍດຢ່າງໄດ້ເປືອກໝາກກ້ຽງເປັນໝາກໄມ້ທີ່ອຸດົມໄປດ້ວຍ
ວິຕາມິນຊີເປືອກໝາກກ້ຽງມັນເປັນບ່ອນເກັບວິຕາມິນຊີເຊັ່ນດ່ຽວກັບໝ່ວຍໝາກກ້ຽງທີ່ເຮົາກິນເຂົ້າໄປນັ້ນ ບາດນີ້ຖ້າທ່ານໃດມັກກີນໝາກກ້ຽງເພາະມີປະໂຫຍດກັບຜິວຂອງຄົນເຮົາເຊັ່ນກັນ
ເປັນທີຮູ້ຈັກກັນແລ້ວວ່າວິຕາມິນຊີເປັນໂຕໜື່ງທີ່ຊ່ວຍກະຕຸ້ນການສ້າງຄໍຣລະເຈນ ເຮັດໃຫ້ຜິວທີ່ບໍລຽບນຽນຈາກແຜເປັນທີເກີດຈາກສິວດີຂື້ນໄດ້ ສາມາດຫຼຸດອາການບວມຈາກສິວ ຊ່ວຍໃຫ້ອາການຂອງສິວດີຂື້ນ ດ້ວຍການເພີມພູມຕ້ານທານໃຫ້ກັບຜິວໃນການຕໍ່ສູ້ກັບແບດທີເລຍ ການກະຕຸ້ນໃຫ້ທີ່ບໍລິເວນນັ້ນຫຼາຍຂື້ນເຮັດໃຫ້ເພີມປະສິດຕິພາບໃນການຂັບສານພິດຈາກຮູຂຸມຂົນກະຕຸ້ນການ
ໄຫຼວຽນຂອງຕ່ອມນ້ຳເຫຼືອງ ຫຼຸດການເກັບຂອງເສຍທີຜິວຂອງເຮົາວິທີການ
ການຮັກສາຜິວແບບເຮັດເອງໂດຍໃຊ້ເປືອກຂອງໝາກກ້ຽງນັ້ນເປັນວິທີການທີ່ໃຫ້ຜົນດີແລະງາຍດ່າຍ ໂດຍນຳເປືອກຂອງໝາກກ້ຽງມາຕຳຫຼືທູບໃຫ້ມີນຳຊືມອອກມາຈາກເປືອກຂອງໝາກກ້ຽງແລ້ວນຳເອົາເປືອກໝາກ
ກ້ຽງພ້ອມກັບນ້ຳທີຊືມອອກມາແປະໄວ້ບໍລິເວນທີເປັນສິວປະມານ 15-20 ນາທີແລ້ວລ້າງອອກ