ຂຽນເມື່ອ: ມ.ນ.. 15, 2010
| ມີ
0 ຄຳເຫັນ
ແລະ
0 trackback(s)
ໂຄງການກໍ່ສ້າງຫໍຫລັກເມືອງມີຂຶ້ນ ຫລັງຈາກທີ່ມີການຄົ້ນພົບຫີນຫລັກເມືອງຈຳນວນຫລາຍ ທີ່ບ້ານເພຍວັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນວັດຖຸປະສົງ ຂອງການສ້າງຫໍຫຼັກເມືອງວຽງຈັນນີ້ ແມ່ນເພື່ອໃຫ້ເປັນສະຖານທີ່ເຕົ້າໂຮມ ແລະ ຈັດວາງສະແດງ ເສົາຫຼັກເມືອງວຽງຈັນບູຮານທັງໝົດທີ່ໄດ້ຂຸດພົບ ມູນຄ່າລວມໃນການກໍ່ສ້າງຫໍຫຼັກເມືອງ ຫໍວາງສະແດງ ພ້ອມດ້ວຍການຕິດຕັ້ງ ການວາງສະແດງບູຮານວັດຖຸ ແລະ ສິ່ງອຳນວຍຄວາມສະດວກຕ່າງໆພາຍ ໃນສະຖານທີ່ທັງໝົດນີ້ ລວມປະມານ 15 ຕື້ກີບ ເຊິ່ງນອກຈາກງົບປະມານ ສະໜັບສະໜູນຈາກພັກ ແລະ ລັດຖະບານແລ້ວ ກໍຍັງຈະໄດ້ລະດົມທຶນຈາກ ທົ່ວສັງຄົມປະກອບສ່ວນນຳຕື່ມອີກ ເຊິ່ງຄາດວ່າໂຄງການກໍ່ສ້າງທັງໝົດນີ້ ຈະໃຫ້ສຳເລັດສົມບູນໃນທ້າຍປີ 2011