ຂຽນເມື່ອ: ມ.ນ.. 15, 2010
| ມີ
0 ຄຳເຫັນ
ແລະ
0 trackback(s)
ໂລກມະເຮັງປ້ອງກັນໄດ້ດ້ວຍ 9 ຂໍ້ | | ສະຖາບັນວິໄຈໂລກມະເຮັງໃນອະເມລິກາ ໄດ້ກຳໝົດຄຳແນະນຳ 9 ລາຍການທີ່ຈະຊ່ວຍໃຫ້ແມ່ຍິງລົດອັດຕາສ່ຽງ ໃນການເປັນໂລກມະເຮັງລົງໄດ້ ຄື: - ບໍ່ຄວນສູບຢາ
- ລະວັງ ແລະ ກວດເຊັກນ້ຳໜັກບໍ່ໃຫ້ເກິນ 5 ກິໂລ ຈາກນ້ຳໜັກເມື່ອຕອນອາຍຸ 18 ປີ
- ຕ້ອງອອກກຳລັງກາຍທຸກມື້ ແລະ ອອກແຮງໜັກໆ ອາທິດລະຄັ້ງ
- ຄວນກິນຜັກ ແລະ ໝາກໄມ້ທຸກວັນ
- ກິນອາຫານຈຳພວກທັນຍະພຶດທຸກມື້ ຢ່າງນ້ອຍວັນລະປະມານ 400 ກຣັມ
- ແມ່ຍິງຄວນງົດເວັ້ນການດື່ມແອລກໍຮອລ໌ເຫລືອພຽງວັນລະຈອກກໍ່ພໍ
- ບໍ່ຄວນກິນເນື້ອສັດທີ່ສຸກໆດິບໆເກີນວັນລະ 90 ກຣັມ
- ອາຫານທີ່ເປັນພວກໄຂມັນບໍ່ຄວນເກີນວັນລະ 30%ຂອງແຄລໍຣີທີ່ຄວນໄດ້ຮັບແຕ່ລະວັນ
- ຫ້າມກິນເຄັມເກີນໄປ ຄືບໍ່ຄວນຕື່ມເກືອລົງໃນອາຫານເກິນ 2,400 ມິລິກຣັມຕໍ່ວັນ
ລາຍງານການວິໄຈທີ່ວ່ານີ້ ໄດ້ສັງເກດສຶກສາກຸ່ມແມ່ຍິງໄວໝົດປະຈຳເດືອນ 3,000 ຄົນ, ແລະພົບວ່າຄົນທີ່ເຮັດຕາມຄຳແນະນຳເຫລົ່ານີ້ພຽງ 1 ລາຍການ ຫລື ບໍ່ທຳລາຍມີໂອກາດສ່ຽງໃນການເປັນມະເຮັງເພິ່ມຂື້ນເຖິງ 35 % ເມື່ອປຽບທຽບກັບຄົນທີ່ປະຕິບັດຕາມນຳແນະນຳນີ້ 5-6 ຂໍ້. |
|