![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ມ.ນ.. 15, 2010
| ມີ
1 ຄຳເຫັນ
ແລະ
0 trackback(s)
ຕຳລາການເລືອກຊາຍ - BODY ພ້ອມ.... ສຸຂະພາບກາຍດີ, ແຂງແຮງ, ຫນ້າຕາດີ, ຫຸ່ນດີ, ມີກິ່ນຫອມ.
- ບຸກຄະລິກດີ, ແຕ່ງຕົວມີລົດສະນິຍົມພໍສົມຄວນ ແຕ່ບໍ່ງານເກິນແມ່ຍິງ
- ບໍ່ເປັນໂລກຕິດຕໍ່ ຫລື ໂລກຫນ້າລັງກຽດ
- ເປັນຄົນສະອາດ ແຕ່ບໍ່ເກິດພໍດີຈົນເບິ່ງຜິດສັງເກດ
- ຈິດໃຈດີງາມ, ຊື່ສັດ, ມີນ້ຳໃຈ, ສຸຂະພາບຈິດແຂງແຮງ, ບໍ່ບ້າ, ວິປະລິດ.
- ບໍ່ມີຊື່ສຽງໃນທາງບໍ່ດີ, ບໍ່ມີປະຫວັດເປັນເສືອຜູ້ຍິງ (ນັບປະຫວັດຖອຍຫລັງໄປເຈັດຊົ່ວໂຄດ) ມີສິລະທຳ
- ເວົ້າຈາສຸພາບດີ, ເວົ້າຫນ້ອຍ, ກິລິຍາບໍ່ເບີ່ນ, ບໍ່ຝຶດ, ແຕ່ບໍ່ຕະລົກຈົນເປັນຕາຊັງ, ບໍ່ປາກເສຍມັກນິນທາຜູ້ຍິງ, ແລະ ບໍ່ປາກຫາເລື່ອງເພາະອາດຖືກນັກເລັງຟາດປາກຕາຍກ່ອນເຖົ້າ.
- ເຊ໊ກກຳລັງເຫມາະ, ບໍ່ອ່ອນ ແລະ ບໍ່ຈັດຈົນເກິນໄປ
- ຮັກດຽວໃຈດຽວສະເຫມີຕົ້ນສະເຫມີປາຍ ບໍ່ມັກຫຶງ
- ເຮັດເປັນທຸກຢ່າງ, ບໍ່ຂີ້ຄ້ານ, ຮູ້ຈັກເອົາອົກເອົາໃຈສະຫມ່ຳສະເຫມີທັງກ່ອນ ແລະ ຫລັງ
- ຖານະດີ, ມີນ້ຳໃຈ, ບໍ່ເຮັດໃຫ້ເຮົາເສຍຟອຣ໌ມຕໍ່ຫນ້າຫມູ່ເພື່ອນ ລັບຫລັງຈະປະຫຍັດແນ່ບໍ່ເປັນຫຍັງ
- ຊາດກຳເນິດພໍສືບໄດ້ ຮູ້ຄວາມເປັນມາຜົງພັນເລົ່າກໍ ໂດຍສະເພາະພໍ່ແມ່ຖ້າຍັງມີຊີວິດຢູ່ຕ້ອງບໍ່ປາກຮ້າຍ, ບໍ່ຂີ້ຖີ່, ບໍ່ຈູ້ຈີ້
- ຫນ້າທີ່ການງານດີມີອະນາຄົດ ສາມາດລ້ຽງຕົວເອງ ແລະ ຄອບຄົວໄດ້ຢ່າງສຸກສະບາຍ ຖ້າບໍ່ມີອາຊີບຄວນມີມໍລະດົກ
- ບໍ່ກົດຂີ່ທາງເພດ ບໍ່ຍາດເບິ່ງລະຄອດຫລັງຂ່າວ
- ບໍ່ເຄີຍມີປະຫວັດເສື່ອມເສຍກັບເພດດຽວກັນ ຫລື ມີແນວໂນ້ມວ່າຈະມີໃນອະນາຄົດ
- ຮັກເດັກນ້ອຍ ຫມາຍເຖິງຮັກສົງສານເດັກນ້ອຍແທ້ໆ ບໍ່ມີແນວອື່ນແອບແຝງຢູ່
- ບໍ່ສູບຢາ, ກິນເຫລົ້າເປັນແຕ່ບໍ່ເມົາ ບໍ່ຕິດການພະນັນບໍ່ເວັ້ນທັງຫວດລັດຖະບານ
- ມັກຜູ້ຍິງຫລາຍກວ່າຜູ້ຊາຍ
- ເປັນໂສດ
- ອາຍຸບໍ່ຈຳກັດ ແຕ່ຖ້າອາຍຸເກິນ 35 ປີ ຄວນມີຖານະດີເປັນພິເສດ
- ມີບ່ອນຢູ່ອາໄສ, ລົດລາພາຫະນະ ລວມທັງສັງຫາລິມະຊັບ ແລະ ອະສັງຫາລິມະຊັບເປັນຂອງຕົນເອງ ບໍ່ຢູ່ໃນລະຫວ່າງຈ່າຍຜ່ອນ
- ບໍ່ມີຫນີ້ສິນລົ້ນຫົວ
- ບໍ່ມີພີ່ນ້ອງເປັນປອບເປັນກະສື
- ບໍ່ມັກຈົ່ມ, ບໍ່ມັກເບື່ອ, ບໍ່ຂັດໃຈ.
- ອື່ນໆ............... (ຕື່ມໄດ້ຕາມໃຈມັກ)
ສູດເລືອກຜູ້ຊາຍທັງ 25 ຂໍ້ນີ້ແມ່ນໃຊ້ໄດ້ຜົນດີແທ້ໆ ເພາະການເລືອກຜູ້ຊາຍທີ່ຈະມາຢູ່ໃນຊີວິດຄູ່ຂອງເຮົາຕ້ອງເບິ່ງໃຫ້ລະອຽດ ແລະ ລຶກຊຶ່ງສາກ່ອນ ຖ້າເຮົາມີຄວາມພ້ອມ, ມີຄຸນສົມບັດດີ, ມີຄວາມຮູ້ຄວາມສາມາດດີ, ກໍ່ສາມາດເລືອກເອົາຄົນດີໆທີ່ຈະມາໃຊ້ກັບຊີວິດຄູ່ຂອງເຮົາໄດ້ຕາມຄວາມຫວັງ ແລະ ປາດຖະຫນາເພື່ອສ້າງຊີວິດຄອບຄົວໃຫ້ມີຄວາມສົມບູນພູນສຸກ ແລະ ເອື້ອອາທອນຕໍ່ກັນຈິງໃຈໃນການແກ້ໄຂທຸກໆອຸປະສັກທີ່ຜ່ານເຂົ້າມາໃນຊີວິດ ນີ້ແຫລະຄວາມສຸກຂອງມະນຸດເຮົາປາດຖະຫນາກັນ. (ກໍ່ລອງເອົາໄປໃຊ້ເບິ່ງໄດ້ເດີ້ສາວທັງຫລາຍທີ່ຄິດຢາກໄດ້ຄູ່ຄອງທີ່ດີ)
|