
ຂຽນເມື່ອ: ມ.ນ.. 16, 2010
| ມີ
0 ຄຳເຫັນ
ແລະ
0 trackback(s)
ອານາຈັກມົດປະກອບໄປດ້ວຍມົດນາງພະຍາ ມົດໂຕຜູ້ ມົດງານແລະມົດທະຫານ ອາຍຸຂອງມົດແຕ່ລະຊະນິດແບ່ງໄປຕາມຫນ້າທີ່ຂອງມັນ ໂຕຜູ້ມີອາຍຸສັ້ນທີ່ສຸດ ມີຫນ້າທີ່ປະສົມພັນກັບນາງພະຍາພຽງຄັ້ງດຽວແລ້ວກໍ່ຕາຍໄປ ມົດງານແລະມົດທະຫານມີອາຍຸຍືນກວ່າ ສວ່ນມົດນາງພະຍາຈະມີອາຍຸຍືນທີ່ສຸດ ມົດທະຫານຈະມີອາຍຸປະມານ 6-7 ປີ ແຕ່ມົດນາງພພະຍາສາມາດອອກລູກໄດ້ເຖິງວ່າອາຍຸຈະຮອດ 10 ປີ ມົດນາງພະຍາມີອາຍຸຍືນຈະເປັນສິ່ງທີ່ດີຕໍ່ອານາຈັກມົດ ເພາະເມື່ອມົດນາງພະຍາຕາຍອານາຈັກມົດນັ້ນຈະສູນຫາຍທັນທີ ເພາະສະນັ້ນມົດຈິ່ງໃຫ້ຄວາມສຳຄັນຕໍ່ມົດນາງພະຍາຫລາຍ
