ຂຽນເມື່ອ: ມ.ນ.. 21, 2010
| ມີ
0 ຄຳເຫັນ
ແລະ
0 trackback(s)
Slap apnea ເປັນພາວະ ຂອງຄວາມຜິດປົກກະຕິຢ່າງຫນຶ່ງ ຂອງການຫາຍໃຈທີ່ເກີດຂຶ້ນ ໃນລະຫວ່າງການນອນຫລັບ ຫລື ທີ່ຮຽກກັນວ່າ ນອນກົນ
ການນອນກົນເປັນໄພອັນຕະລາຍຢ່າງຫນຶ່ງ ຖ້າປ້ອງກັນບໍ່ທັນອາດເຖິງຕາຍການນອນ
ກົນແບ່ງອອກເປັນ 2 ປະເພດຄື:
1.ພາວະນອນກົນທຳມະດາ: ສາເຫດເກີດມາຈາກກ່ອງສຽງ ຢ່ອນ ຍານເຮັດໃຫ້ອັດຕັນທາງເດີນຫາຍໃຈ ເຮັດໃຫ້ຫາຍໃຈບໍ່ສະດວກ ແລະ ມີສຽງເວລານອນຫລັບ ພາວະດັ່ງກ່າວ ຈະບໍ່ມີອາການບົ່ງຊີ້ໃດໆ ແຕ່ມີຜົນກະທົບຕໍ່ຄົນຂ້າງຄຽງ ເກີດຄວາມລຳຄານໃຈບໍ່ຢາກຢູ່ໃກ້.
2.ພາວະນອນກົນອັນຕະລາຍ: ເກີດຈາກກ້າມເນື້ອບໍລິເວນລຳຄໍ ຢ່ອນຕົວລະຫວ່າງການນອນຫລັບ ຈິ່ງໄປອັດທາງເດີນອາກາດ. ກ້າມ ເນື້ອທີ່ມີການຢ່ອນຕົວໄດ້ແກ່, ກ້າມເນື້ອຂອງແພດານອ່ອນ, ກົກລີ້ນ ແລະ ລີ້ນໄກ່ ເຊິ່ງໄປອັດທາງເດີນອາກາດ ຈະເຮັດໃຫ້ການຫາຍໃຈ ຕ້ອງໃຊ້ເແຮງຫລາຍ ຈິ່ງເກີດສຽງດັງ ແລະ ນຳໄປສູ່ການຢຸດຫາຍໃຈໃນທີ່ສຸດ.
ນອນກົນໄພໃກ້ຕົວ ຢ່າເບິ່ງຂ້າມອາດເຖິງຕາຍ
ໃນບາງລາຍພາວະນອນກົນ ຍັງເຮັດໃຫ້ເກີດໂຣກຕ່າງໆເຊັ່ນ: ໂຣກຫລອດເລືອດສະຫມອງ ແລະ ຫົວໃຈຂາດເລືອດ. ສຳລັບການປິ່ນປົວຮັກສາ ໃນປະຈຸບັນ ຂຶ້ນກັບຄວາມເຫມາະສົມ ຂອງແຕ່ລະຄົນເຊັ່ນ: ອາການບໍ່ຫນັກ ແພດຈະໃຫ້ທຳການປັບປຸງ ພຶດຕິກຳສ່ຽງໄດ້ແກ່ການລົດນ້ຳ ຫນັກຕົວ ລວມເຖິງການອອກກຳລັງກາຍທີ່ເຫມາະສົມ ບໍ່ໃຫ້ຫນັກຈົນເກີນໄປ ຫລີກລ້ຽງການດື່ມເຫລົ້າ,
ດື່ມເບຍ ແລະ ພະຍາຍາມນອນ ຕະແຄງ ຫລື ທ່າທີ່ເຮັດໃຫ້ອາການຫລຸດລົງ,ງົດສູບຢາ ຫາກອາການຍັງບໍ່ດີຂຶ້ນ ແພດຈະໃຫ້ໃຊ້ເຄື່ອງຊ່ວຍສ້າງແຮງດັນບວກໃນທາງເດີນອາກາດ ຖ້າຫາກອາການຍັງບໍ່ດີຂຶ້ນ ກໍຕ້ອງຮັກສາດ້ວຍການຜ່າຕັດ.
ຮຽບຮຽງໂດຍ: ໃຈເພັດ
ຫນັງສືພິມເສດຖະກິດ ສັງຄົມ