
ຂຽນເມື່ອ: ມ.ນ.. 21, 2010
| ມີ
0 ຄຳເຫັນ
ແລະ
0 trackback(s)
ການເລືອກຜູ້ຍິງທີ່ຈະມາເປັນຄູ່ຄອງນັ້ນຄວນຈະເລືອກເອົາ
ຄົນດີໆແລະນີ້ເປັນ5ກໍລະນີທີ່ຜູ້ຊາຍທຸກຄົນຕ້ອງ
ໜີຫ່າງບໍ່ຕ້ອງການ

- ປະເພດບ້າແຟຊັ້ນ
ແຟຊັ້ນຈະກ້າວໄປເຖິງໄສກໍ່ຕາມບໍ່ຕ້ອງຫຍຸ້ງໄປຊອກຊື້ປື້ມມາເບິ່ງ ເບິ່ງການແຕ່ງຕົວຂອງສາວປະເພດນີ້ແຫລະເພາະຄົນປະເພດນີ້ຈະບໍ່ຫລ້າຫລັງເຖິງວ່າຈະອົດເຂົ້າອົດນໍ້າເພື່ອໄດ້ເງິນມາຊື້ເຄື່ອງກໍ່ຍອມ
- ປະເພດຝັນເຖິງເຈົ້າຊາຍ
ສາວປະເພດນີ້ຄ້າຍກັບຊິນໂດເລລ້າທີ່ລໍຄວຍໄຫ້ເຈົ້າຊາຍມາຊຸດໄຫ້ພົ້ນຈາກບັນຫາຜູ້ຊາຍທີ່ຢູ່ໄກ້ລາວຈະຄືຄົນປັນຍາອ່ອນແມ້ແຕ່
ເປີດກະປ໋ອງກໍ່ເຮັດບໍ່ໄດ້ຕ້ອງໄຫ້ຜູ້ຊາຍເປີດໄຫ້
- ປະເພດເວົ້າເລື່ອງເຊັກໄດ້ເຕັມປາກ
ປະເພດທີ່ຝຮັງເຂົາມັກແຕ່ງຕົວກໍ່ໂຊຊ້າຍໂຊຂວາຢົ້ວຢວນ ຕາມປົກກະຕິຜູ້ຊາຍກໍ່ມັກຢູ່ປະເພດແນວນີ້ແຕ່ຖ້າຈະໄຫ້ຄົບແທ້ຄົງຈະບໍ່ຕ້ອງການ
- ປະເພດເຮັດຄືແມ່
ປະເພດທີ່ມີແຕ່ຫຶງໂທຕາມຕະຫລອດຄອຍສັ່ງຊ້າຍສັ່ງຂວາຜູ້ຊາຍກໍ່ຈະມັກທີ່ຜູ້ຍິງລ້ຽງດູແຕ່ໂອກາດຄວາມເປັນຕົວເອງນັ້ນແທບ
ຈະບໍ່ມີເໝືອນກັບມີຄົນຄອຍປົກຄອງ
- ປະເພດທີ່ເອົາແນ່ບໍ່ໄດ້
ເພາະວ່າຄົນປະເພດນີ້ຈະເປັນພວກສັງຄົມ ມັກສັງສັນມັກຮູ້ຈັກຄົນຫລາຍໆເພື່ອທີ່ຈະເລືອກຫາຄົນທີ່ຖືກໄຈແລະຄົບໄປເລື້ອຍ