ຂຽນເມື່ອ: ມ.ນ.. 29, 2010
| ມີ
0 ຄຳເຫັນ
ແລະ
0 trackback(s)
1. ນົມ
ເປັນແຫຼ່ງໂປຕີນທີ່ອຸດົມ ແຄລຊ້ຽມຮ່າງກາຍທີ່ຜູ້ຍິງຕ້ອງການແຄລຊ້ຽມໄປໃຊ້ຫຼາຍກ່ວາຜູ້ຊາຍໃນການເບິ່ງແຍງກະດູກໃຫ້ແຂງແຮງ (ໂດຍສະເພາະຊ່ວງຖືພາ ຊ່ວງໃຫ້ນົມລູກ ຫຼັງຈາກໝົດປະຈຳເດືອນ) ແລະເພື່ອບໍ່ໃຫ້ເກີດປັນຫາກະດູກຜ່ອຍໃນພາຍຫຼັງ ຈຶ່ງມີຄຳແນະນຳໃຫ້ຜູ້ຍິງດື່ມນົມເປັນປະຈຳມື້ລະ2 ຈອກ (ເລືອກແບບຈຶດຊະນິດ LOW FAT) ທັງນີ້ກໍ່ເພື່ອກະດູກທີ່ແຂງແຮງນັ້ນເອງ
2. ໂຍເກິຣດ
ໃນໂຍເກຼິຣດມີຈູລີນຊີທີ່ຊ່ວຍໃຫ້ລະບົບພູມຄຸ້ມກັນໃນຮ່າງກາຍຂອງເຮົາເຮັດວຽກຢ່າງສົມບູນຂື້ນດ້ວຍ ແຕ່ທີ່ສຳຄືຈະຕອ້ງເປັນໂຢເກຼີຣດລົດທຳມະຊາດທີ່ບໍ່ຕື່ມໝາກໄມ້ລົງໄປເຊື້ອມລົງເພາະນອກຈາກຈະເຮັດໃຫ້ຕຸ້ຍແລ້ວ ຄວາມຫວານຍັງໄປທຳລາຍຈຸລີນຊີເສີຍໝົດ ຄຸນຄ່າທີ່ຕອ້ງເສີຍໄປຢາງໜ້າເສຽດາຍ
3.ນໍ້າມັນໝາກກອກ
ເປັນໄຂມັນສະນິນອີ່ມໂຕ ຊື່ງດີແລະເປັນປະໂຫຍດກັບສຸກຂະພາບ ເພາະໄປຊ່ວຍລົດລະດັບຄໍເລສເຕີຣອລ LDL ຊື່ງເປັນໃຂມັນໃນເສັ້ນເລືອດໂຕອັນຕະລາຍຫຼືໄຕຣກຣີເຊີໄຣ ລວມທັງຊ່ວຍລົດຄວມຊ່ຽງໃນເລື້ອງຄວມດັນເລືອດສູງໄດ້ອີກດ້ວຍ ນອກຈາກນັ້ນຍັງມີວິຕາມີນ E ສານຕ້ານອະນຸມູນອິດສະຫຼະ (antioxidant) ທີ່ຊ່ວຍບຳລຸງຜິວໃຫ້ສົດໃສອີກດ້ວຍ
4.ໃນດອກຕາເວັນ
ເປັນທັນຍາພຶດທີ່ອຸດົມດ້ວຍວິຕາມີນອີ ແລະສານຕ້ານອະນຸມູນອິດສະຫຼະ (antioxidant) ທີ່ຊ່ວຍຕໍ່ຕ້ານຮອຍຮ່ຽວສະລໍອາຍຸຂອງເຊລຜິວ ຂຶ່ງຊ່ວຍໃຫ້ຜິວສົດໃສ ເບິ່ງຍັງເປັນສາວອ່ອນໄວ ນອກຈາກນັ້ນວິຕາມີນອີຍັງຊ່ວຍລົບເລືອນຮອຍແຜເປັນໃຫ້ຈາງລົງໄປນຳ ເພາະຊະນັ້ນກີນໃນດອກຕາເວັນ ເປັນຂອງວ່າງຫຼືໂຮຍໜ້າສະຫຼັດຈານໂປດຂອງເຮົາກໍ່ໄດ້
5. ບຼ໊ອກໂຄລີ
ນອກຈາກແຊບແລ້ວ ບຼ໊ອກໂຄລີຍັງເປັນຜັກທີ່ຍັງໃຫ້ວິຕາມີນຊີ ແຄລຊ້ຽມ ເຫຼັກ ເຊິ່ງມີປະຢຫຍດກັບຮ່າງກາຍທັງສີ້ນ ນອກຈາກນັ້ນຍັງມີກາກໃຍຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກດີ ແຕ່ສີ່ງສຳຄັນຄືຕ້ອງບໍ່ປຸງໃຫ້ສຸກຫຼາຍເກີນໄປເພາະຄວມຮ້ອນຈະເຮັດໃຫ້ວິຕາມີນຕ່າງໆ ຈະເສຍໄປໝົດ
6.ໝາກເລ່ັນ
ເປັນແຫຼ່ງເບຕ້າແຄໂຣທີນ ວິຕາມີນຊີ ແລະສານຕ້ານອະນຸມູນອິດສະຫຼະ (antioxidant) ທີ່ຊ່ວຍທີ່ຊ່ວຍໃຫ້ລະບົບຕ່າງໆໃນຮ່າງກາຍເຮັດວຽກໄດ້ດີໂດຍສະເພາະລະບົບການຍ່ອຍ ທີ່ສຳຄັນມີການວິໃຈພົບວ່າການກີນໝາກເລ່ັນ (ສົດໆ ທັງເປືອກ ) ຊ່ວຍລົດອັດຕາຊ່ຽງການເປັນມະເລັງເຕົ້ານົມ ແລະມເລັງປອດໄດ້ ໃຜທີ່ບໍ່ມັກໝາກເລັ່ນຟ້າວປ່ຽນແນວຄິດດ່ວນໃດ
7.ເຕົ້າຮູ້
ເປັນແຫຼ່ງໂປຕີນສຳຄັນຈາກພຶດເຊິ່ງມີໄຂມັນຕໍ່າແຖມແຄລຊ້ຽມສູງ ລາຄາບໍ່ແພງ ກີນແລ້ວດີກັບລະບົບຍ່ອຍອາຫານ ສະບາຍທ້ອງ ນອກຈາກນັ້ນເຕົ້າຮູ້ຍັງມີສານທີ່ຊ່ວຍປັບລະດັບຮໍໂມນເອສໂຕເຂນໃນຮ່າງກາຍໃຫ້ສົມດຸນອີກດ້ວຍ
8.ນ້ຳສະອາດ
60%ຂອງຮ່າງກາຍມີນ້ຳເປັນສ່ວນປະກອບ ນ້ຳຈຶ່ງມີສ່ວນສຳຄັນກ່ຽວຂ້ອງກັບການເຮັດວຽກຂອງລະບົບຕ່າງໆໃນຮ່າງກາຍແລະດ້ວຍຄວມສຳຄັນແບບນີ້ທຸກໆຄົນ ຈຶ່ງຄວນກີນນ້ຳຢ່າງນ້ອຍມື້ລະ 8 ຈອກ ໂດຍຂໍຍ້ອງວ່າເປັນນ້ຳສະອາດ ບໍ່ແມ່ນນ້ຳຫວານຫຼືນ້ຳອັດລົມ